ກະສັດ​ສະບັບ​ທີ​ໜຶ່ງ 11:1-43

  • ພວກ​ເມຍ​ຂອງ​ໂຊໂລໂມນ​ເຮັດ​ໃຫ້​ໃຈ​ຂອງ​ລາວ​ເອນ​ອຽງ​ໄປ (1-​13)

  • ຜູ້​ທີ່​ຕໍ່ຕ້ານ​ໂຊໂລໂມນ (14-​25)

  • ຄຳ​ສັນຍາ​ທີ່​ວ່າ​ເຢໂຣໂບອາມ​ຈະ​ໄດ້ 10 ຕະກູນ (26-​40)

  • ໂຊໂລໂມນ​ຕາຍ; ເຣໂຮໂບອາມ​ເປັນ​ກະສັດ (41-​43)

11  ນອກ​ຈາກ​ລູກສາວ​ຂອງ​ກະສັດ​ເອຢິບ*ແລ້ວ+ ກະສັດ​ໂຊໂລໂມນ​ຍັງ​ໄດ້​ຮັກ​ຜູ້​ຍິງ​ຕ່າງ​ຊາດ​ອີກ​ຫຼາຍ​ຄົນ+ ເຊັ່ນ: ຄົນ​ໂມອາບ+ ຄົນ​ອຳໂມນ+ ຄົນ​ເອໂດມ ຄົນ​ຊີໂດນ+ ແລະ​ຄົນ​ເຮດ.+  ຜູ້​ຍິງ​ເຫຼົ່ານີ້​ມາ​ຈາກ​ຊາດ​ທີ່​ພະ​ເຢໂຫວາ​ເຄີຍ​ບອກ​ພວກ​ອິດສະຣາເອນ​ວ່າ: “ພວກ​ເຈົ້າ​ຢ່າ​ແຕ່ງດອງ​ກັບ​ຄົນ​ຊາດ​ເຫຼົ່ານີ້ ແລະ​ຢ່າ​ໃຫ້​ຄົນ​ຊາດ​ເຫຼົ່ານີ້​ມາ​ແຕ່ງດອງ​ກັບ​ພວກ​ເຈົ້າ ຍ້ອນ​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໄປ​ນະມັດສະການພະເຈົ້າ​ຂອງ​ເຂົາ​ເຈົ້າ​ແນ່ນອນ.”*+ ແຕ່​ໂຊໂລໂມນ​ທັງ​ຮັກ​ທັງ​ຫຼົງ​ຜູ້​ຍິງ​ເຫຼົ່າ​ນັ້ນ.  ລາວ​ມີ​ເມຍ 700 ຄົນ​ທີ່​ເປັນ​ເຈົ້າ​ຍິງ ແລະ​ມີ​ເມຍ​ນ້ອຍ*ອີກ 300 ຄົນ. ຜູ້​ຍິງ​ເຫຼົ່ານີ້​ຄ່ອຍ​ໆ​ເຮັດ​ໃຫ້​ໃຈ​ຂອງ​ໂຊໂລໂມນ​ເອນ​ອຽງ​ໄປ.*  ຕອນ​ທີ່​ໂຊໂລໂມນ​ເຖົ້າ​ແລ້ວ+ ພວກ​ເມຍ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ລາວ​ໄປ​ນະມັດສະການພະເຈົ້າ​ອື່ນ*+ ແລະ​ລາວ​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ດ້ວຍ​ສຸດ​ຫົວໃຈ*ຄື​ກັບ​ດາວິດ​ພໍ່​ຂອງ​ລາວ.  ໂຊໂລໂມນ​ນະມັດສະການ​ພະ​ອັດຊະໂຕເຣດ*+ທີ່​ເປັນ​ພະເຈົ້າ​ຂອງ​ພວກ​ຊີໂດນ ແລະ​ລາວ​ຍັງ​ນະມັດສະການ​ພະ​ມີເລກອມ+ທີ່​ເປັນ​ຕາ​ຂີ້ດຽດ​ເຊິ່ງ​ເປັນ​ພະເຈົ້າ​ຂອງ​ພວກ​ອຳໂມນ.  ໂຊໂລໂມນ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ ແລະ​ລາວ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ສຸດ​ຫົວໃຈ​ຄື​ກັບ​ດາວິດ​ພໍ່​ຂອງ​ລາວ.+  ໂຊໂລໂມນ​ໄດ້​ສ້າງ​ບ່ອນ​ນະມັດສະການ+ເທິງ​ພູ​ທີ່​ຢູ່​ຕໍ່​ໜ້າ​ເມືອງ​ເຢຣູຊາເລັມ​ໃຫ້​ພະ​ເຄມົດ​ທີ່​ເປັນ​ຕາ​ຂີ້ດຽດ​ເຊິ່ງ​ເປັນ​ພະເຈົ້າ​ຂອງ​ພວກ​ໂມອາບ ແລະ​ພະ​ໂມເລັກ+ທີ່​ເປັນ​ພະເຈົ້າ​ຂອງ​ພວກ​ອຳໂມນ.+  ລາວ​ຍັງ​ໄດ້​ເຮັດ​ແທ່ນ​ບູຊາ​ໃຫ້​ພວກ​ເມຍ​ຕ່າງ​ຊາດ​ທຸກ​ຄົນ ເພື່ອ​ໃຫ້​ເຂົາເຈົ້າ​ເຜົາ​ເຄື່ອງ​ບູຊາ​ແລະ​ໃຫ້​ຄວັນ​ນັ້ນ​ລອຍ​ຂຶ້ນ​ໄປ​ຫາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.  ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ໂຊໂລໂມນ​ຫຼາຍ ຍ້ອນ​ໃຈ​ລາວ​ອອກ​ຫ່າງ​ຈາກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​+ຜູ້​ທີ່​ມາ​ຫາ​ລາວ​ໂດຍ​ທາງ​ຄວາມ​ຝັນ​ຕັ້ງ 2 ເທື່ອ+ 10  ແລະເຕືອນ​ລາວ​ວ່າຢ່ານະມັດສະການ​ພະເຈົ້າ​ອື່ນ+ ແຕ່​ລາວ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. 11  ພະ​ເຢໂຫວາ​ຈຶ່ງ​ເວົ້າ​ກັບ​ໂຊໂລໂມນ​ວ່າ: “ຍ້ອນ​ເຈົ້າ​ເຮັດ​ແບບ​ນີ້​ແລະ​ບໍ່​ເຮັດ​ຕາມ​ສັນຍາ​ທີ່​ເຈົ້າ​ເວົ້າ​ກັບເຮົາ ແລະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ ເຮົາ​ຈະ​ຍຶດ​ເອົາ​ປະເທດ​ນີ້​ໄປ​ຈາກ​ເຈົ້າ ແລ້ວ​ເຮົາ​ຈະ​ເອົາ​ໃຫ້​ຜູ້​ໜຶ່ງ​ທີ່​ເປັນ​ຄົນ​ຂອງ​ເຈົ້າ.+ 12  ແຕ່​ຍ້ອນ​ເຫັນ​ແກ່​ດາວິດ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ຕອນ​ທີ່​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ເຮົາ​ຈະ​ຍຶດ​ເອົາ​ຕອນ​ທີ່​ລູກ​ຊາຍ​ເຈົ້າ​ປົກຄອງ.+ 13  ເຮົາ​ຈະ​ບໍ່​ຍຶດ​ເອົາ​ທັງ​ໝົດ+ ເຮົາ​ຈະ​ເອົາ​ຕະກູນ​ໜຶ່ງ​ໃຫ້​ເຈົ້າ+ຍ້ອນ​ເຫັນ​ແກ່​ດາວິດ​ຜູ້​ຮັບ​ໃຊ້​ຂອງເຮົາ​ແລະ​ເຫັນ​ແກ່​ເມືອງ​ເຢຣູຊາເລັມ​ທີ່​ເຮົາ​ໄດ້​ເລືອກ​ໄວ້.”+ 14  ພະ​ເຢໂຫວາ​ໄດ້​ໃຫ້​ຄົນ​ເອໂດມ​ຜູ້​ໜຶ່ງ​ທີ່​ຊື່​ຮາດັດ​ມາ​ຕໍ່ຕ້ານ​ໂຊໂລໂມນ.+ ລາວ​ເປັນລູກ​ຫຼານຂອງ​ກະສັດ​ເອໂດມ.+ 15  ຕອນ​ທີ່​ດາວິດ​ຕໍ່ສູ້​ຊະນະ​ພວກ​ເອໂດມ+ ໂຢອາບ​ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ໄດ້​ຂຶ້ນ​ໄປ​ຝັງ​ສົບ​ຄົນ​ທີ່​ຖືກ​ຂ້າ ແລະ​ລາວ​ພະຍາຍາມ​ຂ້າ​ຜູ້​ຊາຍ​ທຸກ​ຄົນ​ໃນ​ເອໂດມ. 16  (ກອງ​ທັບ​ຂອງ​ອິດສະຣາເອນ​ທັງ​ໝົດໄດ້​ຢູ່​ເອໂດມ 6 ເດືອນ​ເພື່ອ​ຂ້າ​ຜູ້​ຊາຍ​ທຸກ​ຄົນ​ໃຫ້​ໝົດ.) 17  ແຕ່​ຮາດັດ​ໜີ​ໄປ​ເອຢິບ​ກັບ​ຄົນ​ເອໂດມ​ກຸ່ມ​ໜຶ່ງ​ທີ່​ເປັນ​ຄົນ​ຂອງ​ພໍ່​ລາວ. ຕອນ​ນັ້ນ​ຮາດັດ​ຍັງ​ນ້ອຍ​ຢູ່. 18  ເຂົາ​ເຈົ້າ​ອອກ​ຈາກ​ມີດີອານ​ໄປ​ບ່ອນ​ກັນດານ​ປາຣານ ແລະ​ພາ​ຄົນ​ຈາກ​ປາຣານ+ໄປ​ເອຢິບ​ນຳ. ກະສັດ​ເອຢິບ​ໄດ້​ເອົາ​ດິນ​ເອົາ​ເຮືອນ​ໃຫ້​ຮາດັດ ແລະ​ໃຫ້​ລາວ​ມີ​ຂອງ​ຢູ່​ຂອງກິນ​ຕະຫຼອດ. 19  ກະສັດ​ເອຢິບ​ຮັກ​ຮາດັດ​ຫຼາຍ​ຈົນ​ຍົກ​ນ້ອງ​ສາວ​ຂອງ​ລາຊີນີ​ຕາເປເນັດ​ໃຫ້​ເປັນ​ເມຍ​ຂອງ​ລາວ. ຕາເປເນັດ​ເປັນ​ເມຍ​ຂອງ​ກະສັດ​ເອຢິບ. 20  ຕໍ່ມາ ນ້ອງ​ສາວ​ຂອງ​ຕາເປເນັດ​ກໍ​ໄດ້​ລູກ​ຊາຍ​ຜູ້​ໜຶ່ງ​ກັບ​ຮາດັດ​ຊື່​ເກນູບັດ. ຕາເປເນັດ​ເອົາ​ລາວ​ໄປ​ລ້ຽງ​ໃນ​ວັງ​ຂອງ​ກະສັດ​ເອຢິບ ເກນູບັດ​ຈຶ່ງ​ໃຫຍ່​ຂຶ້ນ​ມາ​ພ້ອມ​ກັບ​ພວກ​ລູກ​ຊາຍ​ຂອງ​ກະສັດ​ເອຢິບ. 21  ຕອນ​ທີ່​ຢູ່​ເອຢິບ ຮາດັດ​ໄດ້​ຍິນ​ຂ່າວ​ວ່າ​ດາວິດ​ແລະ​ໂຢອາບ​ຫົວ​ໜ້າ​ກອງ​ທັບ​ຕາຍ​ແລ້ວ+ ລາວ​ຈຶ່ງ​ເວົ້າ​ກັບ​ກະສັດ​ເອຢິບ​ວ່າ: “ຂ້ອຍ​ຂໍ​ກັບ​ເມືອ​ບ້ານ​ເກີດ​ໄດ້​ບໍ?” 22  ກະສັດ​ເອຢິບ​ຈຶ່ງ​ຖາມ​ລາວ​ວ່າ: “ເຈົ້າ​ຊິ​ກັບ​ເມືອ​ເຮັດ​ຫຍັງ? ສິ່ງ​ທີ່ເຈົ້າ​ຢາກ​ໄດ້​ຢູ່​ນີ້​ບໍ່​ມີ​ບໍ?” ຮາດັດ​ຕອບ​ວ່າ: “ຢູ່​ນີ້​ມີ​ໝົດ​ທຸກ​ຢ່າງ ແຕ່​ຂ້ອຍ​ຢາກ​ກັບ​ເມືອ​ບ້ານ​ເກີດ.” 23  ພະເຈົ້າ​ໄດ້​ໃຫ້​ອີກ​ຜູ້​ໜຶ່ງ​ມາ​ຕໍ່ຕ້ານ​ໂຊໂລໂມນ.+ ລາວ​ຊື່​ເຣໂຊນ​ເປັນ​ລູກ​ຊາຍ​ຂອງ​ເອລີອາດາ. ເຣໂຊນ​ໜີ​ມາ​ຈາກ​ຮາດາເດເຊ+ທີ່​ເປັນ​ກະສັດ​ຂອງ​ໂຊບາ​ເຊິ່ງ​ເປັນ​ເຈົ້າ​ນາຍ​ຂອງ​ລາວ. 24  ຫຼັງ​ຈາກ​ທີ່​ດາວິດ​ຕໍ່ສູ້​ຊະນະ*ກອງ​ທັບ​ຂອງ​ພວກ​ໂຊບາ+ ເຣໂຊນ​ໄດ້​ລວບລວມ​ຄົນ​ທີ່​ລອດ​ຊີວິດ​ຈາກ​ກອງ​ທັບ​ນັ້ນ​ແລະ​ຕັ້ງ​ໂຕເອງ​ເປັນ​ຫົວ​ໜ້າ​ກຸ່ມ​ໂຈນ ແລ້ວ​ເຂົາ​ເຈົ້າ​ກໍ​ໄປ​ຕັ້ງ​ຖິ່ນຖານ​ຢູ່​ເມືອງ​ດາມາເຊ+ແລະ​ປົກຄອງ​ເມືອງ​ນັ້ນ. 25  ເຣໂຊນ​ຕໍ່ຕ້ານ​ອິດສະຣາເອນ​ຕອນ​ທີ່​ໂຊໂລໂມນ​ປົກຄອງ. ລາວສ້າງ​ບັນຫາໃຫ້​ອິດສະຣາເອນ​ຄື​ກັບ​ທີ່​ຮາດັດ​ໄດ້​ເຮັດ. ຕະຫຼອດ​ໄລຍະ​ທີ່​ເຣໂຊນ​ປົກຄອງ​ຊີເຣຍ ລາວ​ຊັງ​ພວກ​ອິດສະຣາເອນ​ຫຼາຍ. 26  ເຢໂຣໂບອາມ+ເປັນ​ລູກ​ຊາຍ​ຂອງ​ເນບັດ​ຄົນ​ເອຟຣາຢິມ​ຈາກ​ເຊເຣດາ. ແມ່​ຂອງ​ລາວ​ເປັນ​ແມ່​ໝ້າຍ​ຊື່​ເຊຣູອາ. ເຢໂຣໂບອາມ​ເປັນ​ລູກ​ນ້ອງ​ຄົນ​ໜຶ່ງ​ຂອງ​ກະສັດ​ໂຊໂລໂມນ+ ແລະ​ລາວ​ກໍ​ເປັນ​ອີກ​ຜູ້​ໜຶ່ງ​ທີ່​ຕໍ່ຕ້ານ​ໂຊໂລໂມນ​ຄື​ກັນ.+ 27  ລາວ​ຕໍ່ຕ້ານ​ກະສັດ​ໂຊໂລໂມນ​ກໍ​ຍ້ອນ​ວ່າ​ໂຊໂລໂມນ​ໄດ້​ສ້າງ​ໂນນ*+ແລະ​ອັດ​ປ່ອງກຳແພງເມືອງ​ຂອງ​ດາວິດ.+ 28  ເຢໂຣໂບອາມ​ເປັນ​ຄົນ​ທີ່​ເກັ່ງ​ແລະ​ແຂງແຮງ. ເມື່ອ​ໂຊໂລໂມນ​ເຫັນ​ວ່າ​ລາວ​ເປັນ​ຄົນ​ໜຸ່ມ​ທີ່​ດຸ​ໝັ່ນ ໂຊໂລໂມນ​ຈຶ່ງ​ຕັ້ງ​ລາວ​ໃຫ້​ເບິ່ງ​ແຍງ+ຄົນ​ເຮັດ​ວຽກ​ທັງ​ໝົດ​ທີ່​ຢູ່​ໃນ​ຕະກູນ​ຂອງໂຢເຊັບ.* 29  ຕອນ​ທີ່​ເຢໂຣໂບອາມ​ອອກ​ຈາກ​ເມືອງ​ເຢຣູຊາເລັມ ຜູ້ພະຍາກອນ​ອາຮີຢາ​+ຄົນ​ຊີໂລ​ໄດ້​ໄປ​ຫາ​ລາວ​ຢູ່ຫົນ​ທາງ ແລະ​ໃນ​ຫົນ​ທາງ​ນັ້ນ​ມີ​ແຕ່​ເຂົາ​ເຈົ້າ 2 ຄົນ. 30  ອາຮີຢາ​ນຸ່ງ​ເສື້ອ​ໃໝ່​ໂຕ​ໜຶ່ງ ແລະ​ລາວ​ຈີກ​ເສື້ອ​ໂຕ​ນັ້ນ​ເປັນ 12 ຕ່ອນ 31  ແລ້ວ​ລາວ​ກໍ​ບອກ​ເຢໂຣໂບອາມ​ວ່າ: “ໃຫ້​ເຈົ້າ​ເອົາ​ໄປ 10 ຕ່ອນ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ຈະ​ຍຶດ​ເອົາ​ອິດສະຣາເອນ​ຈາກ​ໂຊໂລໂມນ ແລະ​ຈະ​ເອົາ 10 ຕະກູນ​ໃຫ້​ເຈົ້າ.+ 32  ແຕ່​ເຮົາ​ຈະ​ຈົ່ງ​ຕະກູນ​ໜຶ່ງ​ໄວ້​ໃຫ້​ລາວ​+ຍ້ອນ​ເຫັນ​ແກ່​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ+ແລະ​ເຫັນ​ແກ່​ເຢຣູຊາເລັມ​ເມືອງ​ທີ່​ເຮົາ​ເລືອກ​ຈາກ​ທຸກ​ເມືອງ​ໃນ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ.+ 33  ເຮົາ​ຈະ​ເຮັດ​ແບບ​ນີ້​ກໍ​ຍ້ອນປະຊາຊົນຂອງ​ເຮົາ​ປະຖິ້ມ​ເຮົາ+ແລະ​ໄປ​ກົ້ມ​ກາບ​ພະ​ອັດຊະໂຕເຣດ​ທີ່​ເປັນ​ພະເຈົ້າ​ຂອງ​ພວກ​ຊີໂດນ ກົ້ມ​ກາບ​ພະ​ເຄມົດ​ທີ່​ເປັນ​ພະເຈົ້າ​ຂອງ​ພວກ​ໂມອາບ ແລະ​ກົ້ມ​ກາບ​ພະ​ມີເລກອມ​ທີ່​ເປັນ​ພະເຈົ້າ​ຂອງ​ພວກ​ອຳໂມນ. ເຂົາ​ເຈົ້າ​ບໍ່​ໄດ້​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເຮົາ ບໍ່​ໄດ້​ເຮັດ​ສິ່ງ​ທີ່​ເຮົາ​ເບິ່ງ​ວ່າ​ຖືກຕ້ອງ ບໍ່​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ ແລະ​ບໍ່​ເຮັດ​ຕາມ​ການ​ຕັດສິນ​ຂອງ​ເຮົາ​ຄື​ກັບ​ດາວິດ​ພໍ່​ຂອງ​ໂຊໂລໂມນ​ໄດ້​ເຮັດ. 34  ແຕ່​ຍ້ອນ​ເຫັນ​ແກ່​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້+ ເຊິ່ງ​ເຊື່ອ​ຟັງ​ຄຳ​ສັ່ງ​ແລະ​ກົດ​ໝາຍ​ຂອງ​ເຮົາ ເຮົາ​ຈະ​ບໍ່​ຍຶດ​ເອົາ​ປະເທດ​ທັງ​ໝົດໄປ​ຈາກ​ໂຊໂລໂມນ ແລະ​ເຮົາ​ຈະ​ໃຫ້​ລາວ​ປົກຄອງ​ປະເທດ​ນີ້​ຕະຫຼອດ​ຊີວິດ​ຂອງ​ລາວ. 35  ແຕ່​ຕອນ​ທີ່​ລູກ​ຊາຍ​ຂອງ​ລາວ​ປົກຄອງ ເຮົາ​ຈະ​ເອົາ 10 ຕະກູນ​ໃຫ້​ເຈົ້າ.+ 36  ເຮົາ​ຈະ​ເອົາ​ຕະກູນ​ໜຶ່ງ​ໃຫ້​ລູກ​ຊາຍ​ຂອງ​ລາວ​ເພື່ອ​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຈະ​ມີ​ລູກ​ຫຼານ​ປົກຄອງຕໍ່​ໆ​ໄປ*ໃນ​ເມືອງ​ເຢຣູຊາເລັມ+ທີ່​ເຮົາ​ໄດ້​ເລືອກ​ໄວ້​ສຳລັບ​ຊື່​ຂອງ​ເຮົາ. 37  ເຮົາ​ຈະ​ເລືອກ​ເຈົ້າ​ແລະ​ໃຫ້​ເຈົ້າ​ປົກຄອງ​ທຸກ​ສິ່ງ​ທີ່​ເຈົ້າ​ຕ້ອງການ ແລະ​ເຈົ້າ​ຈະ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. 38  ຖ້າ​ເຈົ້າ​ເຊື່ອ​ຟັງ​ຄຳ​ສັ່ງ​ທຸກ​ຢ່າງ​ທີ່​ເຮົາ​ສັ່ງ​ເຈົ້າ ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເຮົາ ເຮັດ​ສິ່ງ​ທີ່​ເຮົາ​ເບິ່ງ​ວ່າ​ຖືກຕ້ອງ ເຊື່ອ​ຟັງ​ຄຳ​ສັ່ງ​ແລະ​ກົດ​ໝາຍ​ຂອງ​ເຮົາ​ຄື​ກັບ​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄດ້​ເຮັດ+ ເຮົາ​ກໍ​ຈະ​ຢູ່​ກັບ​ເຈົ້າ​ຄື​ກັນ. ເຮົາ​ຈະ​ໃຫ້ລູກ​ຫຼານ​ຂອງ​ເຈົ້າ​ປົກຄອງ​ຕະຫຼອດໄປຄື​ກັບ​ລູກ​ຫຼານ​ຂອງ​ດາວິດ+ ແລະ​ເຮົາ​ຈະ​ໃຫ້​ເຈົ້າປົກຄອງ​ອິດສະຣາເອນ. 39  ເຮົາ​ຈະ​ເຮັດ​ໃຫ້​ລູກ​ຫຼານ​ຂອງ​ດາວິດ​ເສຍ​ກຽດ​ຍ້ອນ​ເລື່ອງ​ນີ້+ ແຕ່​ຈະ​ບໍ່​ເປັນ​ແບບ​ນັ້ນ​ຕະຫຼອດໄປ.’”+ 40  ດັ່ງນັ້ນ ໂຊໂລໂມນ​ຈຶ່ງ​ພະຍາຍາມ​ຂ້າ​ເຢໂຣໂບອາມ ແຕ່​ເຢໂຣໂບອາມ​ໜີ​ໄປ​ຫາ​ຊີຊາກ​+ກະສັດ​ຂອງ​ເອຢິບ+ ແລະ​ລາວ​ກໍ​ຢູ່​ເອຢິບ​ຈົນ​ໂຊໂລໂມນ​ຕາຍ. 41  ເລື່ອງ​ຕ່າງ​ໆ​ຂອງ​ໂຊໂລໂມນ ທຸກ​ສິ່ງ​ທີ່​ລາວ​ເຮັດ ແລະ​ເລື່ອງ​ກ່ຽວ​ກັບ​ສະຕິປັນຍາ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ໂຊໂລໂມນ.+ 42  ​ໂຊໂລໂມນ​ເປັນກະສັດປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ເຢຣູຊາເລັມ 40 ປີ. 43  ເມື່ອ​ໂຊໂລໂມນ​ຕາຍ ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຂອງ​ດາວິດ​ພໍ່​ຂອງ​ລາວ. ຈາກ​ນັ້ນ ເຣໂຮໂບອາມ+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

ຂໍຄວາມໄຂເງື່ອນ

ແປຕາມໂຕວ່າ “ຟາໂຣ”
ແປຕາມໂຕວ່າ “ເຮັດໃຫ້ໃຈພວກເຈົ້າເອນອຽງໄປແນ່ນອນ”
ຫຼື “ຜູ້ຍິງເຫຼົ່ານີ້ມີອິດທິພົນຫຼາຍຕໍ່ລາວ”
ແປຕາມໂຕວ່າ “ເຮັດໃຫ້ໃຈລາວເອນອຽງໄປ”
ຫຼື “ຢ່າງສັດຊື່”
ແປຕາມໂຕວ່າ “ຂ້າ”
ພາສາເຮັບເຣີແມ່ນມິໂລ. ອາດສ້າງໂນນນີ້ເພື່ອປົກປ້ອງເມືອງ.
ແປຕາມໂຕວ່າ “ຄອບຄົວຂອງໂຢເຊບ.” ໝາຍເຖິງຕະກູນມານາເຊແລະຕະກູນເອຟຣາຢິມ.
ແປຕາມໂຕວ່າ “ມີຕະກຽງ”