ກະສັດ​ສະບັບ​ທີ​ໜຶ່ງ 15:1-34

  • ອາບີຢຳ​ເປັນ​ກະສັດ​ປົກຄອງ​ຢູດາ (1-​8)

  • ອາຊາ​ເປັນ​ກະສັດ​ປົກຄອງ​ຢູດາ (9-​24)

  • ນາດາບ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (25-​32)

  • ບາອາຊາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (33, 34)

15  ໃນ​ປີ​ທີ 18 ທີ່​ກະສັດ​ເຢໂຣໂບອາມ​+ລູກ​ຊາຍ​ຂອງ​ເນບັດ​ປົກຄອງ​ອິດສະຣາເອນ ອາບີຢຳ*ກໍ​ເປັນ​ກະສັດ​ປົກຄອງ​ຢູດາ.+  ອາບີຢຳ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 3 ປີ. ແມ່​ຂອງ​ລາວ​ຊື່​ມາອາກາ*+ເປັນ​ຫຼານ​ສາວ*ຂອງ​ອາບີຊາໂລມ.*  ອາບີຢຳ​ເຮັດ​ຊົ່ວ​ຄື​ກັບ​ພໍ່ຂອງ​ລາວ ແລະ​ບໍ່​ໄດ້ຮັບ​ໃຊ້ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ສຸດ​ຫົວໃຈ*ຄື​ກັບ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ.  ແຕ່​ຍ້ອນ​ເຫັນ​ແກ່​ດາວິດ+ ພະ​ເຢໂຫວາ​ພະເຈົ້າ​ຂອງ​ອາບີຢຳ​ຈຶ່ງໃຫ້ລາວ​ມີ​ລູກ​ຫຼານປົກຄອງ*ຢູ່​ເມືອງ​ເຢຣູຊາເລັມ+ ແລະ​ໃຫ້​ເມືອງ​ເຢຣູຊາເລັມ​ມີ​ຢູ່​ຕໍ່​ໄປ.  ດາວິດ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ​ທຸກ​ຢ່າງ​ຕະຫຼອດ​ຊີວິດ​ຂອງ​ລາວ. ຍົກເວັ້ນ​ເລື່ອງ​ທີ່​ລາວເຮັດ​ຕໍ່​ອູຣີຢາ​ຄົນ​ເຮດ.+  ເຣໂຮໂບອາມ​ກັບ​ເຢໂຣໂບອາມ​ເຮັດ​ສົງຄາມ​ຕໍ່ສູ້​ກັນ​ຕະຫຼອດ.+  ເລື່ອງ​ຕ່າງ​ໆ​ຂອງ​ອາບີຢຳ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ.+ ອາບີຢຳ​ເຮັດ​ສົງຄາມ​ຕໍ່ສູ້​ກັບ​ເຢໂຣໂບອາມ+ຄື​ກັບ​ພໍ່​ຂອງ​ລາວ.  ເມື່ອ​ອາບີຢຳ​ຕາຍ ເຂົາ​ເຈົ້າຝັງ​ລາວໄວ້​ຢູ່​ເມືອງ​ຂອງ​ດາວິດ. ອາຊາ​+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+  ໃນ​ປີ​ທີ 20 ທີ່​ກະສັດ​ເຢໂຣໂບອາມ​ປົກຄອງ​ອິດສະຣາເອນ ອາຊາ​ກໍ​ເລີ່ມ​ປົກຄອງ​ຢູດາ. 10  ອາຊາ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 41 ປີ. ຍ່າ​ຂອງ​ລາວ​ຊື່​ມາອາກາ+ເປັນ​ຫຼານສາວ​ຂອງອາບີຊາໂລມ. 11  ອາຊາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ+ຄື​ກັບ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ. 12  ລາວ​ໄລ່​ພວກ​ຜູ້​ຊາຍ​ຂາຍ​ໂຕ​ຢູ່ວິຫານ*ອອກ​ຈາກ​ເຂດ​ຢູດາ+ ແລະ​ທຳລາຍ​ຮູບ​ບູຊາ​ທັງ​ໝົດ​ທີ່​ພະເຈົ້າ​ຂີ້​ດຽດ*ທີ່​ປູ່ຍ່າຕານາຍ​ຂອງ​ລາວ​ໄດ້​ເຮັດ​ຂຶ້ນ​ມາ.+ 13  ລາວ​ຍັງ​ໄດ້​ປົດ​ມາອາກາ+​ທີ່​ເປັນ​ຍ່າ​ຂອງ​ລາວ​ອອກ​ຈາກ​ຕຳແໜ່ງ​ລາຊີນີ ຍ້ອນ​ມາອາກາ​ໄດ້​ເຮັດ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ເພື່ອ​ໃຊ້ນະມັດສະການ​ເສົາ​ໄມ້ສັກສິດ.* ອາຊາທຳລາຍຮູບ​ບູຊາ+​ທີ່​ເປັນ​ຕາ​ຂີ້ດຽດ​ນັ້ນ ແລ້ວ​ເອົາ​ໄປ​ຈູດ​ຖິ້ມ​ຢູ່​ຮ່ອມພູ​ກິດໂຣນ.+ 14  ແຕ່​ລາວ​ບໍ່​ໄດ້​ທຳລາຍ​ບ່ອນ​ນະມັດສະການ​ພະເຈົ້າປອມ.+ ເຖິງ​ວ່າ​ເປັນ​ແນວ​ນັ້ນ ອາຊາ​ກໍ​ຮັບ​ໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ​ຕະຫຼອດ​ຊີວິດ​ຂອງ​ລາວ. 15  ອາຊາ​ເອົາ​ເງິນ ຄຳ ແລະ​ເຄື່ອງໃຊ້​ຕ່າງ​ໆ​ທີ່​ລາວ​ກັບ​ພໍ່​ຂອງ​ລາວ​ໄດ້​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ​ໄປ​ໄວ້​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ 16  ອາຊາ​ກັບ​ບາອາຊາ​+ກະສັດ​ຂອງ​ອິດສະຣາເອນ​ເຮັດ​ສົງຄາມ​ຕໍ່ສູ້​ກັນ​ຕະຫຼອດ. 17  ບາອາຊາ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ມາ​ໂຈມຕີ​ຢູດາ ແລະ​ເຮັດ​ໃຫ້​ເມືອງ​ຣາມາ+ເຂັ້ມແຂງຂຶ້ນ*ເພື່ອ​ບໍ່​ໃຫ້​ຜູ້​ໃດ​ເຂົ້າ​ອອກ​ເຂດ​ແດນ​ຂອງ​ອາຊາ​ກະສັດ​ຂອງ​ຢູດາ.+ 18  ອາຊາ​ຈຶ່ງ​ເອົາ​ເງິນ​ກັບ​ຄຳ​ທັງ​ໝົດ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ຄັງ​ຊັບສິນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ໃນ​ຄັງ​ຊັບສິນ​ຂອງ​ກະສັດ​ໃຫ້​ພວກ​ຂ້າລາຊະການ​ຂອງ​ລາວ ເພື່ອ​ເອົາ​ໄປ​ໃຫ້​ເບັນຮາດັດ​ກະສັດ​ຂອງ​ຊີເຣຍ+ທີ່​ຢູ່​ເມືອງ​ດາມາເຊ. ເບັນຮາດັດ​ເປັນ​ລູກ​ຊາຍ​ຂອງ​ຕາບຣິມໂມນ​ແລະ​ເປັນ​ຫຼານ​ຂອງ​ເຮຊີໂອນ. ອາຊາ​ຝາກ​ຄວາມ​ໄປ​ບອກ​ເບັນຮາດັດ​ວ່າ: 19  “ຂ້ອຍ​ຢາກ​ເຮັດ​ສັນຍາ​ກັບ​ເຈົ້າ​ຄື​ກັບ​ທີ່​ພໍ່​ຂອງ​ຂ້ອຍ​ແລະ​ພໍ່​ຂອງ​ເຈົ້າ​ເຄີຍ​ເຮັດ​ສັນຍາ​ນຳ​ກັນ. ນີ້​ແມ່ນ​ເງິນ​ແລະ​ຄຳ​ທີ່​ຂ້ອຍ​ສົ່ງ​ມາ​ເປັນ​ຂອງຂວັນ​ໃຫ້​ເຈົ້າ. ຂໍ​ໃຫ້​ເຈົ້າ​ຍົກ​ເລີກ​ສັນຍາ​ທີ່​ເຮັດ​ກັບ​ບາອາຊາ​ກະສັດ​ຂອງ​ອິດສະຣາເອນ​ເພື່ອ​ລາວ​ຈະ​ຖອຍ​ກອງ​ທັບ​ໄປ​ຈາກແຜ່ນດິນ​ຂອງຂ້ອຍ.” 20  ເບັນຮາດັດ​ໄດ້​ເຮັດ​ຕາມ​ທີ່​ກະສັດ​ອາຊາ​ຂໍ ແລະ​ລາວ​ໄດ້​ສົ່ງ​ພວກ​ຫົວ​ໜ້າ​ກອງ​ທັບ​ໄປ​ຕໍ່ສູ້​ເມືອງ​ຕ່າງ​ໆ​ຂອງ​ອິດສະຣາເອນ. ເຂົາ​ເຈົ້າ​ໄດ້ຍຶດເອົາ​ເມືອງ​ອີໂຢນ+ ເມືອງ​ດານ+ ເມືອງ​ອາເບັນເບັດມາອະກາ ເຂດ​ກິນເນເຣດ​ທັງ​ໝົດ ແລະ​ເຂດ​ຂອງ​ຕະກູນ​ນັບທາລີ​ທັງ​ໝົດ. 21  ທັນທີ​ທີ່​ບາອາຊາ​ຮູ້​ເລື່ອງ​ນີ້ ລາວ​ກໍ​ເຊົາ​ເຮັດ​ໃຫ້​ເມືອງ​ຣາມາ​ເຂັ້ມແຂງ​ຂຶ້ນ ແລ້ວ​ກັບ​ໄປ​ຢູ່​ເມືອງ​ຕີຣະຊາ.+ 22  ກະສັດ​ອາຊາ​ໄດ້​ເອີ້ນທຸກ​ຄົນໃນ​ຢູດາ​ໃຫ້​ມາ​ຂົນ​ຫີນ​ຂົນ​ໄມ້​ທີ່​ບາອາຊາ​ເອົາ​ມາ​ສ້າງ​ຢູ່​ເມືອງ​ຣາມາ. ແລ້ວ​ກະສັດ​ອາຊາ​ກໍ​ເອົາ​ຫີນ​ແລະ​ໄມ້​ເຫຼົ່ານີ້​ໄປ​ເຮັດ​ໃຫ້​ເມືອງ​ເຄບາ​+ໃນ​ເຂດ​ຂອງ​ຕະກູນ​ເບັນຢາມິນ​ກັບ​ເມືອງ​ມິດຊະປາ​+ເຂັ້ມແຂງ​ຂຶ້ນ. 23  ເລື່ອງ​ຕ່າງ​ໆ​ຂອງ​ອາຊາ ຄວາມ​ສຳເລັດຂອງ​ລາວ ທຸກ​ສິ່ງ​ທີ່​ລາວ​ເຮັດ ແລະ​ເລື່ອງ​ເມືອງ​ຕ່າງ​ໆ​ທີ່​ລາວ​ສ້າງ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. ຕອນ​ທີ່​ອາຊາ​ເຖົ້າ ລາວ​ເປັນ​ພະຍາດ​ຢູ່​ຕີນ.+ 24  ຕໍ່ມາ​ອາຊາ​ກໍ​ຕາຍ​ແລະ​ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຂອງ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ. ເຢໂຮຊາຟັດ+​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 25  ໃນ​ປີ​ທີ 2 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ນາດາບ+ລູກ​ຊາຍ​ຂອງ​ເຢໂຣໂບອາມ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ນາດາບ​ປົກຄອງ​ອິດສະຣາເອນ 2 ປີ. 26  ລາວ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ພໍ່​ຂອງ​ລາວ​ໄດ້​ພາ​ພວກ​ອິດສະຣາເອນ​ເຮັດ​ຜິດ+ແລະ​ລາວ​ກໍ​ພາ​ພວກ​ອິດສະຣາເອນ​ເຮັດ​ຜິດ​ຄື​ກັນ.+ 27  ບາອາຊາ​ລູກ​ຊາຍ​ຂອງ​ອາຮີຢາ​ຈາກ​ຕະກູນ​ອິດຊາຄາ​ໄດ້​ວາງ​ແຜນ​ຂ້າ​ນາດາບ. ລາວ​ຂ້າ​ນາດາບ​ຕອນ​ທີ່​ນາດາບ​ກັບ​ພວກ​ອິດສະຣາເອນ​ກຳລັງ​ລ້ອມ​ເມືອງ​ກິດເບໂທນ+ຂອງ​ພວກ​ຟີລິດສະຕີນ. 28  ໃນ​ປີ​ທີ 3 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ບາອາຊາ​ໄດ້​ຂ້າ​ນາດາບ ແລ້ວ​ລາວ​ກໍ​ເປັນ​ກະສັດ​ແທນ​ນາດາບ. 29  ຫຼັງ​ຈາກ​ທີ່​ບາອາຊາ​ໄດ້​ເປັນ​ກະສັດ ລາວ​ກໍ​ຂ້າ​ລູກ​ຫຼານ​ທຸກ​ຄົນ​ຂອງ​ກະສັດ​ເຢໂຣໂບອາມ​ທັນທີ. ລາວ​ບໍ່​ໃຫ້​ພວກ​ລູກ​ຫຼານ​ຂອງ​ເຢໂຣໂບອາມ​ລອດ​ຊີວິດ​ຈັກ​ຄົນ. ລາວ​ກຳຈັດ​ເຂົາ​ເຈົ້າ​ທຸກ​ຄົນ. ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ອາຮີຢາ​ຄົນ​ຊີໂລ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ.+ 30  ເຢໂຣໂບອາມເຈິ​ເລື່ອງແບບ​ນີ້​ກໍ​ຍ້ອນ​ວ່າ​ລາວ​ເຮັດ​ຜິດ ແລະ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ ແລະ​ຍ້ອນ​ວ່າ​ລາວ​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ອິດສະຣາເອນ​ໃຈ​ຮ້າຍ​ຫຼາຍ. 31  ເລື່ອງ​ຕ່າງ​ໆ​ຂອງ​ນາດາບ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 32  ກະສັດ​ອາຊາ​ກັບ​ກະສັດ​ບາອາຊາ​ຂອງ​ອິດສະຣາເອນ​ໄດ້​ເຮັດ​ສົງຄາມ​ຕໍ່ສູ້​ກັນ​ຕະຫຼອດ.+ 33  ໃນ​ປີ​ທີ 3 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ບາອາຊາ​ລູກ​ຊາຍ​ຂອງ​ອາຮີຢາ​ກໍ​ເລີ່ມ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຕີຣະຊາ. ລາວ​ປົກຄອງ 24 ປີ.+ 34  ບາອາຊາ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ.+ ລາວ​ພາ​ພວກ​ອິດສະຣາເອນ​ເຮັດ​ຜິດ​ຄື​ກັບ​ທີ່​ເຢໂຣໂບອາມ​ໄດ້​ເຮັດ.+

ຂໍຄວາມໄຂເງື່ອນ

ລາວມີອີກຊື່ໜຶ່ງວ່າອາບີຢາ
ລາວມີອີກຊື່ໜຶ່ງວ່າມີກາຢາໃນ 2ຂຄ 13:2
ໝາຍເຖິງລູກຂອງລູກສາວ
ເບິ່ງຄືວ່າເປັນອີກຊື່ໜຶ່ງຂອງອັບຊາໂລມ
ຫຼື “ຢ່າງສັດຊື່”
ແປຕາມໂຕວ່າ “ຕະກຽງ”
ຄົນທີ່ຂາຍໂຕເພື່ອພິທີທາງສາສະໜາ
ຄຳນີ້ໃນພາສາເຮັບເຣີອາດກ່ຽວຂ້ອງກັບຄຳວ່າ “ຂີ້ສັດ” ແລະໃຊ້ໃນລັກສະນະດູຖູກ
ຫຼື “ຟື້ນຟູເມືອງຣາມາຂຶ້ນໃໝ່”