ກະສັດ​ສະບັບ​ທີ​ໜຶ່ງ 16:1-34

  • ຄຳ​ຕັດສິນ​ຂອງ​ພະ​ເຢໂຫວາ​ຕໍ່​ບາອາຊາ (1-​7)

  • ເອລາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (8-​14)

  • ຊິມຣີ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (15-​20)

  • ອົມຣີ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (21-​28)

  • ອາຮາບ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (29-​33)

  • ຮີເອນ​ຟື້ນຟູ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່ (34)

16  ພະ​ເຢໂຫວາ​ບອກ​ບາອາຊາ​ຜ່ານ​ທາງ​ຜູ້ພະຍາກອນ​ເຢຮູ​+ລູກ​ຊາຍ​ຂອງ​ຮານານີ+ວ່າ:  “ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ​ມາ​ຈາກ​ຖານະ​ທີ່ຕ່ຳ​ຕ້ອຍ ແລະ​ໃຫ້​ເຈົ້າ​ປົກຄອງ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ.+ ແຕ່​ເຈົ້າ​ພັດ​ພາ​ພວກ​ອິດສະຣາເອນ​ເຮັດ​ຜິດ​ຄື​ກັບ​ທີ່​ເຢໂຣໂບອາມ​ໄດ້​ເຮັດ ແລະ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ​ຍ້ອນ​ຄວາມ​ຜິດ​ທີ່​ເຂົາ​ເຈົ້າ​ເຮັດ.+  ດັ່ງນັ້ນ ເຮົາ​ຈະ​ກວາດ​ລ້າງເຈົ້າກັບ​ລູກ​ຫຼານ​ຂອງ​ເຈົ້າ​ຄື​ກັບ​ທີ່ເຮົາ​ໄດ້​ເຮັດ​ກັບ​ລູກ​ຫຼານ​ຂອງ​ເຢໂຣໂບອາມ​+ລູກ​ຊາຍ​ຂອງ​ເນບັດ.  ລູກ​ຫຼານ​ຂອງ​ເຈົ້າ​ຜູ້​ທີ່​ຕາຍ​ຢູ່​ໃນ​ເມືອງ​ຈະ​ຖືກ​ໝາ​ກິນ​ແລະ​ຜູ້​ທີ່​ຕາຍ​ຢູ່​ທົ່ງ​ຫຍ້າ​ຈະ​ຖືກ​ນົກ​ສັບ​ກິນ.”  ເລື່ອງ​ຕ່າງ​ໆ​ຂອງ​ບາອາຊາ ສິ່ງ​ທີ່​ລາວ​ໄດ້​ເຮັດ ແລະຄວາມ​ສຳເລັດຕ່າງ​ໆ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ.  ເມື່ອ​ບາອາຊາ​ຕາຍ ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຕີຣະຊາ.+ ເອລາ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.  ບາອາຊາ​ເຮັດ​ຄື​ກັບ​ເຢໂຣໂບອາມ​ແລະ​ລູກ​ຫຼານ​ຂອງ​ລາວ​ໂດຍ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ແລະ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ ແລະ​ລາວ​ຍັງ​ໄດ້​ຂ້າ​ນາດາບ​ນຳ​ອີກ. ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ປະກາດ​ຄຳຕັດສິນຂອງ​ເພິ່ນ​ຕໍ່​ບາອາຊາ​ແລະ​ລູກ​ຫຼານ​ຂອງ​ລາວ​ຜ່ານ​ທາງ​ຜູ້ພະຍາກອນ​ເຢຮູ​ລູກ​ຊາຍ​ຂອງ​ຮານານີ.+  ໃນ​ປີ​ທີ 26 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ເອລາ​ລູກ​ຊາຍ​ຂອງ​ບາອາຊາ​ກໍ​ເລີ່ມ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຕີຣະຊາ. ລາວ​ປົກຄອງ 2 ປີ.  ຊິມຣີ​ທີ່​ເປັນ​ຫົວ​ໜ້າ​ເບິ່ງ​ແຍງ​ກອງ​ທັບ​ລົດ​ມ້າ​ເຄິ່ງ​ໜຶ່ງ​ຂອງ​ເອລາ​ໄດ້​ວາງ​ແຜນ​ຂ້າ​ເອລາ​ຕອນ​ທີ່​ເອລາ​ກິນ​ເຫຼົ້າ​ເມົາ​ຢູ່​ເຮືອນ​ຂອງ​ອາດຊາ​ໃນ​ເມືອງ​ຕີຣະຊາ. ອາດຊາ​ເປັນ​ຜູ້​ເບິ່ງ​ແຍງ​ວັງ​ຢູ່​ເມືອງ​ຕີຣະຊາ. 10  ຊິມຣີ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ແລະ​ຂ້າ​ເອລາ​ຕາຍ+ ແລ້ວ​ລາວ​ກໍ​ຕັ້ງ​ໂຕເອງ​ເປັນ​ກະສັດ​ແທນ​ເອລາ. ເລື່ອງ​ນີ້​ເກີດ​ຂຶ້ນ​ໃນ​ປີ​ທີ 27 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ. 11  ຫຼັງ​ຈາກ​ຊິມຣີ​ໄດ້​ເປັນ​ກະສັດ ລາວ​ກໍ​ຂ້າ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ບາອາຊາ​ທັນທີ. ພວກ​ຜູ້​ຊາຍ*ທີ່​ເປັນ​ພີ່ນ້ອງ*ແລະ​ໝູ່​ຂອງ​ບາອາຊາ ລາວ​ກໍ​ຂ້າ​ຖິ້ມ​ໝົດ. 12  ຊິມຣີ​ໄດ້​ກວາດ​ລ້າງ​ລູກ​ຫຼານ​ຂອງ​ບາອາຊາ​ຈົນ​ໝົດ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ບາອາຊາ​ຜ່ານ​ທາງ​ຜູ້ພະຍາກອນ​ເຢຮູ.+ 13  ບາອາຊາ​ແລະ​ເອລາ​ລູກ​ຊາຍ​ຂອງ​ລາວ​ເຈິ​ເລື່ອງ​ແບບ​ນີ້​ຍ້ອນ​ຄວາມ​ຜິດ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ. ເຂົາ​ເຈົ້າ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ ຍ້ອນ​ເຂົາ​ເຈົ້າ​ພາ​ພວກ​ອິດສະຣາເອນ​ໄປນະມັດສະການຮູບ​ບູຊາ​ທີ່​ບໍ່​ມີ​ປະໂຫຍດ​ຫຍັງ.+ 14  ເລື່ອງ​ຕ່າງ​ໆ​ຂອງ​ເອລາ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 15  ໃນ​ປີ​ທີ 27 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ຊິມຣີ​ກໍ​ຕັ້ງ​ໂຕເອງ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ລາວ​ປົກຄອງ 7 ມື້​ຢູ່​ເມືອງ​ຕີຣະຊາ​ຕອນ​ທີ່​ກອງ​ທັບ​ອິດສະຣາເອນ​ຕັ້ງ​ຄ້າຍ​ຕໍ່ສູ້​ຢູ່​ເມືອງ​ກິດເບໂທນ+ຂອງ​ພວກ​ຟີລິດສະຕີນ. 16  ເມື່ອ​ກອງ​ທັບ​ອິດສະຣາເອນ​ທີ່​ຕັ້ງ​ຄ້າຍ​ຢູ່​ຮູ້​ວ່າ​ຊິມຣີ​ໄດ້​ວາງ​ແຜນ​ແລະ​ຂ້າ​ກະສັດ​ຕາຍ​ແລ້ວ ພວກ​ທະຫານຈຶ່ງ​ໄດ້​ຕັ້ງ​ອົມຣີ+ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ໃຫ້​ເປັນ​ກະສັດ​ອິດສະຣາເອນ​ໃນ​ມື້​ນັ້ນ​ເລີຍ​ຢູ່​ຄ້າຍ​ທະຫານ. 17  ແລ້ວ​ອົມຣີ​ກັບ​ພວກ​ທະຫານ​ກໍ​ເດີນ​ທາງ​ຈາກ​ເມືອງ​ກິດເບໂທນ​ໄປ​ລ້ອມ​ເມືອງ​ຕີຣະຊາ. 18  ເມື່ອ​ຊິມຣີ​ຮູ້​ວ່າ​ເມືອງ​ຖືກ​ຍຶດ​ແລ້ວ ລາວ​ກໍ​ເຂົ້າ​ໄປ​ໃນ​ປ້ອມ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ ແລ້ວ​ກໍ​ຈູດ​ວັງ​ເຜົາ​ໂຕເອງ​ຕາຍ​ຢູ່​ຫັ້ນ.+ 19  ຊິມຣີ​ເຮັດ​ຜິດ​ຍ້ອນ​ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ເຮັດ​ຄື​ກັບ​ເຢໂຣໂບອາມ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ 20  ເລື່ອງ​ຕ່າງ​ໆ​ຂອງ​ຊິມຣີ​ແລະ​ແຜນການ​ຊົ່ວ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 21  ໃນ​ຕອນ​ນັ້ນ ພວກ​ອິດສະຣາເອນ​ໄດ້​ແບ່ງ​ເປັນ 2 ຝ່າຍ. ຝ່າຍ​ໜຶ່ງ​ສະໜັບສະໜູນ​ຕິບນີ​ລູກ​ຊາຍ​ຂອງ​ກີນາດ​ແລະ​ຢາກ​ຕັ້ງ​ຕິບນີ​ໃຫ້​ເປັນ​ກະສັດ ສ່ວນ​ອີກ​ຝ່າຍ​ໜຶ່ງ​ສະໜັບສະໜູນ​ອົມຣີ. 22  ແຕ່​ພວກ​ທີ່​ຢູ່​ຝ່າຍ​ອົມຣີ​ໄດ້​ຕໍ່ສູ້​ຊະນະ​ພວກ​ທີ່​ຢູ່​ຝ່າຍ​ຕິບນີ​ລູກ​ຊາຍ​ຂອງ​ກີນາດ. ເມື່ອ​ຕິບນີ​ຕາຍ ອົມຣີ​ຈຶ່ງ​ໄດ້​ເປັນ​ກະສັດ. 23  ໃນ​ປີ​ທີ 31 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ອົມຣີ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ລາວ​ປົກຄອງ​ຢູ່​ເມືອງ​ຕີຣະຊາ 6 ປີ. ລາວ​ປົກຄອງ​ລວມ​ທັງ​ໝົດ 12 ປີ. 24  ລາວ​ຊື້​ພູ​ຊາມາເຣຍ​ຈາກ​ເຊເມ​ເປັນ​ເງິນ​ໜັກ 2 ຕະລັນ* ແລ້ວ​ລາວ​ກໍ​ສ້າງ​ເມືອງ​ຢູ່​ເທິງ​ພູ​ໜ່ວຍ​ນັ້ນ. ລາວ​ຕັ້ງ​ຊື່​ເມືອງ​ນັ້ນ​ວ່າ​ຊາມາເຣຍ*+ຕາມ​ຊື່​ຂອງ​ເຊເມ​ທີ່​ເປັນ​ເຈົ້າ​ຂອງ​ພູ. 25  ອົມຣີ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ ແລະ​ລາວ​ກໍ​ຊົ່ວ​ກວ່າ​ທຸກ​ຄົນ​ທີ່​ປົກຄອງ​ກ່ອນ​ລາວ.+ 26  ລາວ​ເຮັດ​ຊົ່ວ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ. ລາວ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ ຍ້ອນ​ລາວ​ພາ​ພວກ​ອິດສະຣາເອນ​ໄປ​ນະມັດສະການ​ຮູບ​ບູຊາ​ທີ່​ບໍ່​ມີ​ປະໂຫຍດ​ຫຍັງ.+ 27  ເລື່ອງ​ຕ່າງ​ໆ​ຂອງ​ອົມຣີ ສິ່ງ​ທີ່​ລາວ​ໄດ້​ເຮັດ ແລະ​ຄວາມ​ສຳເລັດ​ຕ່າງ​ໆ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 28  ເມື່ອ​ອົມຣີ​ຕາຍ ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຊາມາເຣຍ. ອາຮາບ+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 29  ໃນ​ປີ​ທີ 38 ທີ່​ອາຊາ​ປົກຄອງ​ຢູດາ ອາຮາບ​ລູກ​ຊາຍ​ຂອງ​ອົມຣີ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ລາວ​ປົກຄອງ​ຢູ່​ເມືອງ​ຊາມາເຣຍ+ 22 ປີ. 30  ອາຮາບ​ລູກ​ຊາຍ​ຂອງ​ອົມຣີ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າຊົ່ວ. ລາວ​ຊົ່ວ​ຫຼາຍ​ກວ່າ​ທຸກ​ຄົນ​ທີ່​ປົກຄອງ​ກ່ອນ​ລາວ.+ 31  ອາຮາບບໍ່​ພຽງ​ແຕ່​ເຮັດ​ຊົ່ວ​ຄື​ກັບ​ເຢໂຣໂບອາມ+ລູກ​ຊາຍ​ຂອງ​ເນບັດ​ເທົ່າ​ນັ້ນ ແຕ່​ລາວ​ໄດ້​ແຕ່ງດອງ​ກັບ​ເຢເຊເບນ+ລູກສາວ​ຂອງ​ເອັດບາອານ​ກະສັດ​ຊີໂດນ+ ແລະ​ລາວ​ເລີ່ມນະມັດສະການ​ຂາບ​ໄຫວ້​ພະ​ບາອານ.+ 32  ນອກ​ຈາກ​ນັ້ນ ລາວ​ຍັງ​ເຮັດ​ແທ່ນ​ບູຊາ​ໃຫ້​ພະ​ບາອານ​+ຢູ່​ວິຫານ​ທີ່​ລາວ​ສ້າງ​ໃຫ້​ພະ​ບາອານ​ໃນ​ເມືອງ​ຊາມາເຣຍ. 33  ອາຮາບ​ຍັງ​ໄດ້​ເຮັດ​ເສົາ​ໄມ້​ສັກສິດ*+​ນຳ​ອີກ. ລາວ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໃຈ​ຮ້າຍ​ຫຼາຍ​ກວ່າ​ກະສັດ​ທຸກ​ອົງ​ທີ່​ປົກຄອງ​ກ່ອນ​ລາວ. 34  ຕອນ​ທີ່​ອາຮາບ​ປົກຄອງ ຮີເອນ​ຄົນ​ເບເທນ​ໄດ້​ຟື້ນຟູ​ເມືອງ​ເຢຣິໂກ​ຂຶ້ນ​ມາ​ໃໝ່. ຕອນ​ທີ່​ລາວ​ວາງ​ຮາກ​ຖານ​ຂອງ​ເມືອງ ອາບີຣາມ​ລູກ​ຊາຍ​ກົກ​ຂອງ​ລາວ​ກໍ​ຕາຍ ແລະ​ຕອນ​ທີ່​ລາວ​ໃສ່​ປະຕູ​ເມືອງ​ເສກຸບ ລູກ​ຊາຍ​ຫຼ້າ​ຂອງ​ລາວ​ກໍ​ຕາຍ. ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ຜ່ານ​ທາງ​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ.+

ຂໍຄວາມໄຂເງື່ອນ

ແປຕາມໂຕວ່າ “ຄົນທີ່ຍ່ຽວໃສ່ກຳແພງ.” ເປັນສຳນວນພາສາເຮັບເຣີໝາຍເຖິງຜູ້ຊາຍແລະໃຊ້ໃນແບບດູຖູກ.
ຫຼື “ຜູ້ທີ່ມີສິດແກ້ແຄ້ນ”
68,4 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ແປຕາມໂຕວ່າ “ເປັນຂອງພວກເຊເມ”