ກະສັດ​ສະບັບ​ທີ​ໜຶ່ງ 18:1-46

  • ເອລີຢາ​ໄປ​ຫາ​ໂອບາດີຢາ​ແລະ​ອາຮາບ (1-​18)

  • ເອລີຢາ​ທ້າ​ຜູ້ພະຍາກອນ​ຂອງ​ພະ​ບາອານ​ຢູ່​ພູ​ກາເມນ (19-​40)

    • ‘ເປັນ​ຄົນ​ສອງ​ຈິດ​ສອງ​ໃຈ’ (21)

  • ຄວາມ​ແຫ້ງແລ້ງ 3 ປີ​ເຄິ່ງ​ສິ້ນ​ສຸດ​ລົງ (41-​46)

18  ຕໍ່ມາ ໃນ​ປີ​ທີ 3+ ທີ່​ເກີດ​ຄວາມແຫ້ງ​ແລ້ງ ພະ​ເຢໂຫວາ​ໄດ້​ບອກ​ເອລີຢາ​ວ່າ: “ໃຫ້​ເຈົ້າ​ໄປ​ຫາ​ອາຮາບ ຍ້ອນເຮົາ​ຕັ້ງ​ໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ໃຫ້​ຝົນ​ຕົກ.”+  ເອລີຢາ​ກໍ​ໄປ​ຫາ​ອາຮາບ ຕອນ​ນັ້ນ​ມີ​ຄວາມ​ອຶດຢາກ​ໜັກ​ຫຼາຍ+ໃນ​ເຂດ​ຊາມາເຣຍ.  ອາຮາບ​ໄດ້​ເອີ້ນ​ໂອບາດີຢາ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ວັງ​ຂອງ​ກະສັດ​ໃຫ້​ມາ​ຫາ. (ໂອບາດີຢາ​ເປັນ​ຄົນ​ທີ່​ຢ້ານຢຳ​ພະ​ເຢໂຫວາ​ຫຼາຍ.  ຕອນ​ທີ່​ເຢເຊເບນ​+ສັ່ງ​ໃຫ້​ຂ້າ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ ໂອບາດີຢາ​ໄດ້​ເຊື່ອງຜູ້ພະຍາກອນ 100 ຄົນ​ໄວ້ໃນ​ຖ້ຳ ຖ້ຳ​ລະ 50 ຄົນ ແລະ​ເອົາ​ເຂົ້າ​ເອົາ​ນ້ຳ​ໄປ​ໃຫ້​ເຂົາ​ເຈົ້າ​ກິນ.)  ອາຮາບ​ເວົ້າ​ກັບ​ໂອບາດີຢາ​ວ່າ: “ໃຫ້ພວກ​ເຮົາໄປ​ທົ່ວ​ແຜ່ນດິນ ໄປ​ຕາມ​ບ່ອນ​ທີ່​ມີ​ນ້ຳ​ອອກ​ບໍ່​ແລະ​ຕາມ​ຮ່ອມພູ*ທີ່​ຢູ່​ທົ່ວ​ທຸກ​ບ່ອນ ເພື່ອ​ຊອກ​ຫຍ້າ​ມາ​ໃຫ້​ມ້າ​ແລະ​ລໍ*ກິນ​ເພື່ອ​ສັດ​ຂອງ​ພວກ​ເຮົາ​ຈະ​ບໍ່​ຕາຍ​ໝົດ.”  ແລ້ວ​ເຂົາ​ເຈົ້າ​ກໍ​ແຍກ​ກັນ​ໄປ​ຊອກ​ຄົນ​ລະ​ທາງ. ອາຮາບ​ໄປ​ທາງ​ໜຶ່ງ​ແລະ​ໂອບາດີຢາ​ກໍ​ໄປ​ອີກ​ທາງ​ໜຶ່ງ.  ຕອນ​ທີ່​ໂອບາດີຢາ​ກຳລັງ​ໄປ ເອລີຢາ​ກໍມາ​ຫາລາວ. ເມື່ອ​ໂອບາດີຢາ​ເຫັນ​ເອລີຢາ ລາວ​ກໍ​ຈື່​ໄດ້​ທັນທີ ແລ້ວ​ລາວ​ກໍ​ໝູບ​ໜ້າ​ລົງ​ພື້ນ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ແລະ​ເວົ້າ​ວ່າ: “ນີ້​ແມ່ນ​ທ່ານ​ເອລີຢາ​ແມ່ນ​ບໍ?”+  ເອລີຢາ​ຕອບ​ລາວ​ວ່າ: “ແມ່ນ​ແລ້ວ. ໃຫ້​ເຈົ້າ​ໄປ​ບອກ​ກະສັດ​ອາຮາບ​ວ່າ​ຂ້ອຍຢູ່​ນີ້.”  ແຕ່​ໂອບາດີຢາ​ຕອບ​ລາວ​ວ່າ: “ຂ້ອຍ​ເຮັດ​ຫຍັງ​ຜິດ ທ່ານ​ຈຶ່ງ​ສົ່ງ​ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ໄປ​ໃຫ້​ກະສັດ​ອາຮາບ​ຂ້າ? 10  ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ກະສັດ​ອາຮາບ​ໄດ້​ສົ່ງ​ຄົນ​ໄປ​ຊອກ​ຫາ​ທ່ານ​ຢູ່​ທົ່ວ​ທຸກ​ເຂດ​ແລະ​ທົ່ວ​ທຸກ​ປະເທດ. ເມື່ອ​ເຂົາ​ເຈົ້າ​ບອກ​ວ່າ​ທ່ານ​ບໍ່​ໄດ້​ຢູ່​ຫັ້ນ ລາວ​ກໍ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ສາບານ​ວ່າ​ບໍ່​ໄດ້​ເວົ້າ​ຕົວະ.+ 11  ຕອນ​ນີ້​ທ່ານ​ຈະ​ໃຫ້​ຂ້ອຍ​ໄປ​ບອກ​ກະສັດ​ອາຮາບ​ວ່າ​ທ່ານ​ຢູ່​ນີ້​ບໍ? 12  ຖ້າ​ຂ້ອຍ​ໄປ​ຫາ​ກະສັດ​ອາຮາບ​ແລ້ວ​ພະລັງ​ຂອງ​ພະ​ເຢໂຫວາ​ພາ​ທ່ານ​ໄປ​ໃສ​ກໍ​ບໍ່​ຮູ້+ ເມື່ອ​ກະສັດ​ມາ​ນີ້​ແລ້ວ​ບໍ່​ເຫັນ​ທ່ານ ກະສັດ​ກໍ​ຈະ​ຂ້າ​ຂ້ອຍ​ຕົ໋ວ. ຂ້ອຍ​ເປັນ​ຄົນ​ຢ້ານຢຳ​ພະ​ເຢໂຫວາ​ມາຕັ້ງ​ແຕ່​ນ້ອຍ. 13  ບໍ່​ມີ​ໃຜ​ເລົ່າ​ໃຫ້​ທ່ານ​ຟັງ​ບໍ​ວ່າ​ຕອນ​ທີ່​ເຢເຊເບນ​ສັ່ງ​ໃຫ້​ຂ້າ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ ຂ້ອຍ​ໄດ້​ເອົາ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ 100 ຄົນ​ໄປ​ເຊື່ອງ​ຢູ່​ໃນ​ຖ້ຳ ຖ້ຳ​ລະ 50 ຄົນ​ແລະ​ເອົາ​ເຂົ້າ​ເອົາ​ນ້ຳ​ໄປ​ໃຫ້​ເຂົາ​ເຈົ້າ​ກິນ?+ 14  ແຕ່​ຕອນ​ນີ້​ທ່ານ​ຈະ​ໃຫ້​ຂ້ອຍ​ໄປ​ບອກ​ກະສັດ​ອາຮາບ​ວ່າ​ທ່ານຢູ່​ນີ້ບໍ? ກະສັດ​ຈະ​ຂ້າ​ຂ້ອຍ​ແທ້​ໆ​.” 15  ເອລີຢາ​ບອກ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ເຊິ່ງ​ເປັນ​ຜູ້ບັນຊາການກອງທັບ​ແລະ​ເປັນ​ພະເຈົ້າ​ທີ່​ຂ້ອຍ​ຮັບ​ໃຊ້​ຢູ່​ວ່າ ມື້​ນີ້​ຂ້ອຍ​ຕ້ອງເຈິກະສັດ​ອາຮາບ​ໃຫ້​ໄດ້.” 16  ໂອບາດີຢາ​ຈຶ່ງ​ໄປ​ບອກ​ອາຮາບ ແລ້ວ​ອາຮາບ​ກໍ​ມາ​ຫາ​ເອລີຢາ. 17  ທັນທີ​ທີ່​ອາຮາບ​ເຫັນ​ເອລີຢາ ລາວ​ກໍ​ເວົ້າ​ວ່າ: “ເຈົ້າ​ແມ່ນ​ບໍ່​ທີ່​ເຮັດ​ໃຫ້​ອິດສະຣາເອນ​ລຳບາກ​ຫຼາຍ​ປານ​ນີ້?” 18  ເອລີຢາ​ຕອບ​ວ່າ: “ບໍ່​ແມ່ນ​ຂ້ອຍ ແຕ່​ແມ່ນ​ເຈົ້າ​ກັບຄອບຄົວຂອງ​ພໍ່​ເຈົ້າ​ຫັ້ນ​ແຫຼະ​ທີ່​ເຮັດ​ໃຫ້​ອິດສະຣາເອນ​ລຳບາກ ຍ້ອນ​ພວກ​ເຈົ້າ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ແລ້ວ​ໄປ​ນະມັດສະການ​ພະ​ບາອານ.+ 19  ຕອນ​ນີ້​ໃຫ້​ເຈົ້າ​ເອີ້ນ​ພວກ​ອິດສະຣາເອນ​ມາ​ຫາ​ຂ້ອຍ​ຢູ່​ພູ​ກາເມນ+ ແລະ​ເອີ້ນ​ພວກ​ຜູ້ພະຍາກອນ 450 ຄົນ​ຂອງ​ພະ​ບາອານ​ກັບ​ພວກ​ຜູ້ພະຍາກອນ 400 ຄົນ​ທີ່ນະມັດສະການເສົາ​ໄມ້​ສັກສິດ*+ທີ່​ກິນ​ເຂົ້າຮ່ວມ​ໂຕະ​ກັບ​ເຢເຊເບນ​ມາ​ນຳ.” 20  ອາຮາບ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ພວກ​ອິດສະຣາເອນ​ແລະ​ພວກ​ຜູ້ພະຍາກອນ​ໃຫ້​ໄປ​ລວມ​ກັນ​ຢູ່​ພູ​ກາເມນ. 21  ເອລີຢາ​ຍ່າງ​ໄປ​ຫາ​ປະຊາຊົນ​ແລ້ວ​ເວົ້າ​ວ່າ: “ພວກ​ເຈົ້າ​ຊິ​ເປັນ​ຄົນ​ສອງ​ຈິດ​ສອງ​ໃຈ​ອີກ​ດົນ​ປານ​ໃດ?+ ຖ້າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້​ກໍ​ໃຫ້ນະມັດສະການເພິ່ນ+ ແຕ່​ຖ້າ​ພະບາອານ​ເປັນ​ພະເຈົ້າ​ທ່ຽງແທ້​ກໍ​ໃຫ້​ນະມັດສະການ​ພະ​ບາອານ​ໂລດ!” ປະຊາຊົນ​ບໍ່​ເວົ້າ​ຫຍັງ​ຈັກ​ຄຳ. 22  ແລ້ວ​ເອລີຢາ​ກໍ​ເວົ້າ​ກັບ​ປະຊາຊົນ​ອີກ​ວ່າ: “ຂ້ອຍ​ເປັນ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ​ຄົນ​ດຽວ​ທີ່​ຍັງ​ເຫຼືອ​ຢູ່+ ແຕ່​ຜູ້ພະຍາກອນ​ຂອງ​ພະ​ບາອານ​ມີ​ຕັ້ງ 450 ຄົນ. 23  ໃຫ້​ພວກ​ເຈົ້າ​ເອົາ​ງົວ​ໂຕ​ຜູ້​ມາ 2 ໂຕ ແລະ​ໃຫ້​ພວກ​ຜູ້ພະຍາກອນ​ຂອງ​ພະ​ບາອານ​ເລືອກ​ເອົາ​ໂຕ​ໜຶ່ງ​ແລ້ວ​ຕັດ​ເປັນ​ຕ່ອນ. ຈາກ​ນັ້ນ​ກໍ​ເອົາ​ໄປ​ວາງ​ໄວ້​ເທິງ​ກອງຟືນ ແຕ່​ບໍ່​ໃຫ້​ດັງ​ໄຟ​ໃສ່​ຟືນ. ສ່ວນ​ຂ້ອຍ​ກໍ​ຈະ​ກຽມ​ງົວ​ໂຕ​ທີ່​ເຫຼືອ​ແລ້ວ​ເອົາ​ໄປ​ວາງ​ໄວ້​ເທິງ​ກອງ​ຟືນ ແລະຂ້ອຍ​ກໍ​ຈະ​ບໍ່​ດັງ​ໄຟ​ໃສ່​ຟືນ​ຄື​ກັນ. 24  ແລ້ວ​ໃຫ້​ເຂົາ​ເຈົ້າ​ຮ້ອງ​ຊື່​ພະເຈົ້າ​ຂອງ​ເຂົາ​ເຈົ້າ+ ແລະ​ຂ້ອຍ​ກໍ​ຈະ​ຮ້ອງ​ຊື່​ພະ​ເຢໂຫວາ. ຖ້າ​ພະເຈົ້າ​ອົງ​ໃດ​ຕອບ​ໂດຍ​ໃຫ້ໄຟຕົກ​ລົງ​ມາ​ຈາກ​ຟ້າ​ກໍ​ແມ່ນ​ອົງ​ນັ້ນ​ແຫຼະ​ທີ່​ເປັນ​ພະເຈົ້າ​ທ່ຽງແທ້.”+ ປະຊາຊົນ​ທຸກ​ຄົນ​ຈຶ່ງ​ເວົ້າ​ວ່າ: “ພວກ​ເຮົາ​ເຫັນ​ດີ.” 25  ຈາກ​ນັ້ນ ເອລີຢາ​ກໍ​ເວົ້າ​ກັບ​ພວກ​ຜູ້ພະຍາກອນ​ຂອງ​ພະ​ບາອານ​ວ່າ: “ໃຫ້​ພວກ​ເຈົ້າ​ເລືອກ​ເອົາ​ງົວ​ໂຕ​ໜຶ່ງ​ໄປ​ກຽມ​ກ່ອນ ເພາະ​ພວກ​ເຈົ້າ​ມີ​ຫຼາຍ​ຄົນ ແລ້ວ​ກໍ​ຮ້ອງ​ຊື່​ພະເຈົ້າ​ຂອງ​ພວກ​ເຈົ້າ ແຕ່​ຢ່າ​ດັງ​ໄຟ​ໃສ່​ຟືນ.” 26  ເຂົາ​ເຈົ້າ​ຈຶ່ງ​ເອົາ​ງົວ​ທີ່​ເລືອກ​ໄວ້​ນັ້ນ​ໄປ​ກຽມ ແລ້ວ​ກໍ​ຮ້ອງ​ຊື່​ພະ​ບາອານ​ຕັ້ງ​ແຕ່​ເຊົ້າ​ຈົນ​ຮອດ 12 ໂມງ​ຕອນ​ສວາຍ. ເຂົາ​ເຈົ້າ​ຮ້ອງ​ວ່າ: “ພະ​ບາອານ​ເອີ້ຍ ຕອບ​ພວກ​ເຮົາ​ແດ່!” ແຕ່​ກໍ​ບໍ່​ມີ​ສຽງ​ຕອບ​ຫຍັງ​ເລີຍ.+ ເຂົາ​ເຈົ້າ​ໄດ້ເຕັ້ນໄປ​ເຕັ້ນ​ມາ​ອ້ອມ​ແທ່ນ​ບູຊາ​ທີ່​ເຂົາ​ເຈົ້າ​ເຮັດ. 27  ປະມານ 12 ໂມງ​ຕອນ​ສວາຍ​ເອລີຢາ​ຈຶ່ງ​ເລີ່ມ​ເວົ້າ​ໃສ່​ເຂົາ​ເຈົ້າ​ວ່າ: “ຮ້ອງ​ດັງ​ໆ​ໂລດ! ພະ​ບາອານ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕົ໋ວ.+ ບໍ່​ແມ່ນ​ເພິ່ນ​ກຳລັງ​ຄິດ​ເລື່ອງ​ອື່ນ​ຢູ່​ຫວາ ເຂົ້າ​ຫ້ອງ​ນ້ຳ​ຢູ່​ຕີ້* ຫຼື​ກຳລັງ​ນອນ​ຫຼັບ​ຢູ່​ບໍ? ໃຫ້​ຄົນ​ໄປ​ປຸກ​ເພິ່ນ​ແມ້!” 28  ເຂົາ​ເຈົ້າ​ຮ້ອງ​ສຽງ​ບັກ​ດັງ​ໆ​ແລະ​ເອົາ​ມີດ​ກັບ​ຫອກ​ປາດ​ຕົນ​ໂຕ​ຕາມ​ທຳນຽມ​ຂອງ​ເຂົາ​ເຈົ້າ​ຈົນ​ເລືອດ​ອາບ​ໂຕ. 29  ເຖິງ​ວ່າ​ຈະ​ກາຍ 12 ໂມງ​ຕອນ​ສວາຍ​ແລ້ວ ເຂົາ​ເຈົ້າ​ກໍ​ຍັງ​ເຮັດ​ພິທີ​ບ້າ​ໆ​*ແບບ​ນີ້​ໄປ​ຈົນ​ຮອດ​ຕອນ​ແລງ ເຊິ່ງ​ເປັນ​ເວລາ​ທີ່​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແຕ່​ກໍ​ບໍ່​ມີ​ສຽງ​ຕອບ​ຂອງ​ພະ​ບາອານ​ແລະ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ​ເລີຍ.+ 30  ເມື່ອ​ຜ່ານ​ໄປ​ໄລຍະ​ໜຶ່ງ ເອລີຢາ​ກໍ​ເວົ້າ​ກັບ​ປະຊາຊົນ​ວ່າ: “ມາ​ພີ້.” ແລ້ວ​ປະຊາຊົນ​ທັງ​ໝົດ​ກໍ​ມາ​ຫາ​ລາວ. ຈາກ​ນັ້ນ ເອລີຢາ​ກໍ​ແປງ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ທີ່​ຖືກ​ມ້າງ​ແລ້ວ.+ 31  ເອລີຢາ​ໄດ້​ເອົາ​ຫີນ 12 ກ້ອນ​ມາ​ຕາມ​ຈຳນວນ​ຕະກູນ​ລູກ​ຫຼານ​ຂອງ​ຢາໂຄບ ເຊິ່ງ​ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຢາໂຄບ​ວ່າ: “ເຈົ້າ​ຈະ​ຊື່​ວ່າ​ອິດສະຣາເອນ.”+ 32  ລາວ​ໄດ້​ເອົາ​ຫີນ​ນັ້ນ​ມາ​ເຮັດ​ແທ່ນ​ບູຊາ+ເພື່ອຍົກຍ້ອງຊື່​ພະ​ເຢໂຫວາ. ແລ້ວ​ລາວ​ກໍ​ຂຸດ​ຮ່ອງ​ອ້ອມ​ແທ່ນ​ບູຊາ. ຮ່ອງ​ນັ້ນ​ໃຫຍ່​ຫຼາຍ​ຈົນ​ຫວ່ານ​ເມັດ​ພືດ 2 ຊີ*ໃສ່​ໄດ້. 33  ຈາກ​ນັ້ນ ເອລີຢາ​ກໍ​ເອົາ​ຟືນ​ມາ​ລຽນ​ກັນ. ລາວ​ຕັດ​ງົວ​ໂຕ​ນັ້ນ​ເປັນ​ຕ່ອນ​ແລະ​ເອົາ​ໄປ​ວາງ​ໄວ້​ເທິງ​ກອງ​ຟືນ+ ແລ້ວ​ລາວ​ກໍ​ບອກ​ວ່າ: “ເອົານ້ຳ​ໃສ່​ໄຫ​ໃຫຍ່ 4 ໜ່ວຍ​ໃຫ້​ເຕັມ ແລ້ວ​ຖອກ​ໃສ່​ເຄື່ອງ​ບູຊາ​ເຜົາ​ແລະ​ໃສ່​ຟືນ.” 34  ລາວ​ບອກ​ອີກ​ເປັນ​ເທື່ອ​ທີ 2 ວ່າ: “ໄປ​ເອົາ​ນ້ຳ​ມາ​ຖອກ​ໃສ່​ອີກ.” ເຂົາ​ເຈົ້າ​ກໍ​ເຮັດ​ຕາມ​ທີ່​ລາວ​ບອກ. ແລ້ວ​ລາວ​ກໍ​ບອກ​ເຂົາ​ເຈົ້າ​ອີກ​ເປັນ​ເທື່ອ​ທີ 3 ວ່າ: “ເອົາ​ນ້ຳ​ມາ​ຖອກ​ໃສ່​ອີກ.” ເຂົາ​ເຈົ້າ​ກໍ​ເອົາ​ນ້ຳ​ມາ​ຖອກ​ໃສ່​ເປັນ​ເທື່ອ​ທີ 3. 35  ແລ້ວ​ນ້ຳ​ກໍ​ໄຫຼ​ອອກ​ມາ​ຈາກ​ແທ່ນ​ບູຊາ ແລະ​ເອລີຢາ​ຍັງ​ບອກ​ໃຫ້​ເອົາ​ນ້ຳ​ມາ​ຖອກ​ໃສ່​ຮ່ອງ​ຈົນ​ເຕັມ. 36  ເມື່ອ​ຮອດ​ຕອນ​ແລງ​ເຊິ່ງ​ເປັນ​ເວລາ​ທີ່​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ຜູ້ພະຍາກອນ​ເອລີຢາ​ໄດ້​ຍ່າງ​ອອກ​ມາ ແລ້ວ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອັບຣາຮາມ+ ອີຊາກ+ ແລະ​ອິດສະຣາເອນ ມື້​ນີ້​ຂໍ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ພະອົງ​ເປັນ​ພະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ໃຫ້​ຮູ້​ວ່າ​ຂ້ອຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ແລະ​ຂ້ອຍ​ເຮັດ​ສິ່ງ​ເຫຼົ່ານີ້​ຕາມ​ທີ່​ພະອົງ​ບອກ.+ 37  ພະ​ເຢໂຫວາ​ເອີ້ຍ! ຂໍ​ພະອົງ​ຕອບ​ຂ້ອຍ​ເພື່ອ​ປະຊາຊົນ​ເຫຼົ່ານີ້​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້ ແລະ​ຮູ້​ວ່າ​ພະອົງ​ກຳລັງ​ປ່ຽນ​ໃຈ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ຫາ​ພະອົງ.”+ 38  ທັນໃດ​ນັ້ນ ພະ​ເຢໂຫວາ​ກໍ​ໃຫ້​ໄຟ​ຕົກ​ລົງ​ມາ​ຈາກ​ຟ້າ​ເພື່ອ​ເຜົາ​ເຄື່ອງ​ບູຊາ​ເຜົາ+ ຟືນ ຫີນ ແລະດິນ ຈົນ​ນ້ຳ​ຢູ່​ໃນ​ຮ່ອງແຫ້ງໝົດ.+ 39  ເມື່ອ​ປະຊາຊົນ​ທຸກ​ຄົນ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ ເຂົາ​ເຈົ້າ​ກໍ​ຟ້າວ​ໝູບ​ໜ້າ​ລົງ​ພື້ນ​ແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້!” 40  ແລ້ວ​ເອລີຢາ​ກໍ​ບອກ​ເຂົາ​ເຈົ້າ​ວ່າ: “ໄປ​ຈັບ​ພວກ​ຜູ້ພະຍາກອນ​ຂອງ​ພະ​ບາອານ. ຢ່າ​ໃຫ້​ຜູ້​ໃດ​ໜີ​ໄປ​ໄດ້.” ເຂົາ​ເຈົ້າ​ກໍ​ໄປ​ຈັບ​ພວກ​ນັ້ນ​ທັນທີ ແລ້ວ​ເອລີຢາ​ກໍ​ເອົາ​ພວກ​ນັ້ນ​ໄປ​ຫ້ວຍ*​ກີໂຊນ+ແລະ​ຂ້າ​ເຂົາ​ເຈົ້າ​ຢູ່​ຫັ້ນ.+ 41  ຈາກ​ນັ້ນ ເອລີຢາ​ບອກ​ອາຮາບ​ວ່າ: “ໃຫ້​ເຈົ້າ​ຂຶ້ນ​ໄປ​ກິນ​ເຂົ້າ​ກິນ​ນ້ຳ ເພາະ​ຂ້ອຍ​ໄດ້​ຍິນ​ສຽງ​ຝົນ​ຕົກ​ແຮງ​ແລ້ວ.”+ 42  ອາຮາບ​ກໍ​ຂຶ້ນ​ໄປ​ກິນ​ເຂົ້າ​ກິນ​ນ້ຳ ແລະ​ເອລີຢາ​ກໍ​ຂຶ້ນ​ໄປ​ຈອມ​ພູ​ກາເມນ. ລາວ​ຄູ້​ເຂົ່າ​ລົງ​ແລະ​ໝູບ​ໜ້າ​ໃສ່ຫົວ​ເຂົ່າ.+ 43  ເອລີຢາ​ບອກ​ຄົນ​ຮັບ​ໃຊ້​ຂອງ​ລາວ​ວ່າ: “ໃຫ້​ເຈົ້າ​ຂຶ້ນ​ໄປ​ຈອມ​ພູ​ແລະ​ເບິ່ງ​ໄປ​ທາງ​ທະເລ.” ລາວ​ກໍ​ຂຶ້ນ​ໄປ​ເບິ່ງ​ແລະ​ກັບ​ມາ​ບອກ​ເອລີຢາ​ວ່າ: “ບໍ່​ເຫັນ​ຫຍັງ​ໄດ໋.” ເອລີຢາ​ໃຫ້​ລາວ​ກັບ​ໄປ​ເບິ່ງ​ອີກ 7 ເທື່ອ. 44  ເມື່ອ​ໄປ​ເບິ່ງ​ເທື່ອ​ທີ 7 ຄົນ​ຮັບ​ໃຊ້​ຂອງ​ລາວ​ກໍ​ກັບ​ມາ​ບອກ​ວ່າ: “ຂ້ອຍ​ເຫັນ​ຂີ້ເຝື້ອ​ກ້ອນ​ນ້ອຍ​ໆ​ທໍ່​ຝາມື​ລອຍ​ມາ​ແຕ່​ທາງ​ທະເລ.” ເອລີຢາ​ຈຶ່ງ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ໄປ​ບອກ​ອາຮາບ​ກຽມ​ລົດ​ມ້າ​ແລະ​ໃຫ້​ລາວ​ຟ້າວ​ລົງ​ໄປ​ກ່ອນ​ຝົນ​ຈະ​ຕົກ​ແຮງ!” 45  ຕອນ​ນັ້ນ ຟ້າ​ມືດ​ຫຼາຍ ມີ​ລົມ​ພັດ​ແຮງ​ແລະ​ຝົນ​ກໍ​ຕົກ​ແຮງ+ ແຕ່​ອາຮາບ​ກໍ​ຂີ່​ລົດ​ມ້າ​ຂອງ​ລາວ​ຈົນ​ຮອດ​ເມືອງ​ເຢດຊະເຣເອນ.+ 46  ພະ​ເຢໂຫວາ​ໄດ້​ໃຫ້​ເອລີຢາມີ​ກຳລັງຫຼາຍ ລາວ​ມ້ວນ​ເຄື່ອງນຸ່ງ​ຂຶ້ນ​ເໜັບ​ໄວ້​ຢູ່​ແອວ ແລະ​ແລ່ນ​ໄປ​ຮອດ​ເມືອງ​ເຢດຊະເຣເອນ​ກ່ອນ​ອາຮາບ.

ຂໍຄວາມໄຂເງື່ອນ

ຫຼື “ວາດີ.” ເບິ່ງສ່ວນ​ອະທິບາຍ​ຄຳສັບ.
ລໍມີພໍ່ເປັນລາແລະມີແມ່ເປັນມ້າ
ຫຼືອາດແປວ່າ “ໄປທ່ຽວຢູ່ຕີ້”
ຫຼື “ເຮັດທ່າທາງແປກ​ໆ​ຄືກັບຜູ້ພະຍາກອນ”
14,7 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ຫຼື “ວາດີ.” ເບິ່ງສ່ວນ​ອະທິບາຍ​ຄຳສັບ.