ກະສັດ​ສະບັບ​ທີ​ໜຶ່ງ 2:1-46

  • ດາວິດ​ແນະນຳ​ໂຊໂລໂມນ (1-​9)

  • ດາວິດ​ຕາຍ; ໂຊໂລໂມນ​ເປັນ​ກະສັດ (10-​12)

  • ອາໂດນີຢາ​ຕາຍ​ຍ້ອນ​ແຜນການ​ຂອງ​ໂຕເອງ (13-​25)

  • ອາບີອາທາ​ຖືກ​ປົດ​ຈາກ​ຕຳແໜ່ງ; ໂຢອາບ​ຖືກ​ຂ້າ (26-​35)

  • ຊິເມອີ​ຖືກ​ຂ້າ (36-​46)

2  ຕອນ​ດາວິດ​ໃກ້​ຊິ​ຕາຍ ລາວ​ສັ່ງ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ວ່າ:  “ພໍ່​ກຳລັງ​ຊິ​ຕາຍ. ລູກ​ຕ້ອງ​ເຂັ້ມແຂງ​+ແລະ​ກ້າຫານ​ເດີ້.+  ລູກ​ຕ້ອງ​ເຊື່ອ​ຟັງພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ໂດຍ​ໃຊ້​ຊີວິດ​ຢູ່​ໃນ​ແນວ​ທາງ​ຂອງ​ເພິ່ນ ເຮັດ​ຕາມ​ກົດ​ໝາຍ ຄຳ​ສັ່ງ ການ​ຕັດສິນ ແລະ​ຂໍ້​ເຕືອນ​ໃຈ​ຂອງ​ເພິ່ນ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ໂມເຊ+ ແລ້ວ​ລູກ​ຈະ​ປະສົບ​ຜົນ​ສຳເລັດ*ໃນ​ທຸກ​ສິ່ງ​ທີ່​ລູກ​ເຮັດ​ແລະ​ທຸກ​ບ່ອນ​ທີ່​ລູກ​ໄປ.  ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເພິ່ນ​ເຮັດ​ກັບ​ພໍ່​ທີ່​ວ່າ ‘ຖ້າ​ລູກ​ຫຼານ​ຂອງ​ເຈົ້າ​ໃຊ້​ຊີວິດ​ຢ່າງ​ສັດຊື່​ຢູ່​ໃນ​ແນວ​ທາງ​ຂອງ​ເຮົາ​ດ້ວຍ​ສຸດ​ຫົວໃຈ​ສຸດ​ຊີວິດ+ກໍ​ຈະ​ມີ​ແຕ່​ລູກ​ຫຼານ​ຂອງ​ເຈົ້າ​ປົກຄອງ​ອິດສະຣາເອນ​ຕະຫຼອດໄປ.’+  ລູກ​ກໍ​ຮູ້​ດີ​ວ່າ​ໂຢອາບ​ລູກ​ຊາຍ​ຂອງ​ເຊຣູຢາ​ໄດ້​ເຮັດ​ຫຍັງ​ກັບ​ພໍ່ ແລະ​ເຮັດ​ຫຍັງ​ກັບ​ຫົວ​ໜ້າ​ກອງ​ທັບ 2 ຄົນ​ຂອງ​ອິດສະຣາເອນ ເຊິ່ງ​ກໍ​ຄື​ອັບເນ​+ລູກ​ຊາຍ​ຂອງ​ເນ ແລະ​ອາມາສາ+ລູກ​ຊາຍ​ຂອງ​ເຢເທ. ລາວ​ຂ້າ​+ເຂົາ​ເຈົ້າ​ໃນ​ຕອນ​ທີ່​ບໍ່​ມີສົງຄາມ ແລະ​ລາວ​ເຮັດ​ໃຫ້​ເລືອດ​ຂອງ​ເຂົາ​ເຈົ້າ​ຟົ້ງ​ຖືກ​ສາຍ​ແອວ​ແລະ​ເກີບ​ຂອງ​ລາວ.  ລູກ​ຕ້ອງ​ໃຊ້​ສະຕິປັນຍາ​ຂອງ​ລູກ ແລະ​ຢ່າ​ໃຫ້ຜູ້​ເຖົ້າຄົນ​ນີ້​ໄດ້​ຕາຍ​ດີ.*+  ແຕ່​ສຳລັບ​ລູກ​ຫຼານ​ຂອງ​ບາຊິລາຍ+ຄົນ​ກິລຽດ ລູກ​ຕ້ອງ​ຮັກ​ແລະ​ເຮັດ​ດີ​ກັບ​ເຂົາ​ເຈົ້າ​ຕະຫຼອດໄປ ແລະ​ໃຫ້​ເຂົາ​ເຈົ້າ​ກິນ​ເຂົ້າ​ຮ່ວມ​ກັບ​ລູກ ຍ້ອນ​ວ່າ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ພໍ່+ຕອນ​ທີ່​ອັບຊາໂລມ​ອ້າຍ​ຂອງ​ລູກ​ໄລ່ລ່າ​ຂ້າ​ພໍ່.+  ສຳລັບ​ຊິເມອີ​ລູກ​ຊາຍ​ຂອງ​ເກຣາ​ຄົນ​ເບັນຢາມິນ​ຈາກ​ບາຮູຣີມ ລາວ​ໄດ້​ປ້ອຍ​ດ່າ​ພໍ່​ເອົາ​ແທ້​ເອົາ​ວ່າ+ຕອນ​ທີ່​ພໍ່​ໄປ​ມາຮານາຢິມ.+ ແຕ່​ເມື່ອ​ລາວ​ມາ​ຫາ​ພໍ່​ຢູ່​ແມ່​ນ້ຳ​ຈໍແດນ ພໍ່​ໄດ້​ສາບານ​ກັບ​ລາວ​ຕໍ່​ໜ້າ​ພະ​ເຢໂຫວາ​ວ່າ ພໍ່​ຈະ​ບໍ່ຂ້າລາວ.+  ລູກ​ຮູ້​ວ່າຄວນ​ເຮັດ​ແນວ​ໃດກັບ​ລາວ​ເພາະ​ລູກ​ເປັນ​ຄົນ​ສະຫຼາດ. ລູກ​ຕ້ອງ​ລົງໂທດ​ລາວ+ແລະ​ຢ່າ​ໃຫ້​ຜູ້​ເຖົ້າ​ຄົນ​ນີ້​ໄດ້​ຕາຍ​ດີ.”*+ 10  ຕໍ່ມາ​ດາວິດ​ກໍຕາຍ ແລະ​ເຂົາ​ເຈົ້າ​ຝັງ​ລາວໄວ້​ຢູ່​ເມືອງ​ຂອງ​ດາວິດ.+ 11  ດາວິດ​ປົກຄອງ​ອິດສະຣາເອນ​ທັງ​ໝົດ 40 ປີ. ລາວ​ປົກຄອງ​ຢູ່​ເມືອງ​ເຮັບໂຣນ+ 7 ປີ ແລະ​ຢູ່​ເມືອງ​ເຢຣູຊາເລັມ 33 ປີ.+ 12  ແລ້ວ​ໂຊໂລໂມນ​ກໍ​ນັ່ງ​ເທິງ​ບັນລັງ​ຂອງ​ດາວິດ​ພໍ່​ຂອງ​ລາວ ແລະ​ການ​ປົກຄອງ​ຂອງ​ໂຊໂລໂມນ​ກໍ​ໝັ້ນຄົງ​ຂຶ້ນ​ເລື້ອຍ​ໆ​.+ 13  ຕໍ່ມາ ອາໂດນີຢາ​ລູກ​ຊາຍ​ຂອງ​ຮັກກິດ​ໄດ້​ໄປ​ຫາ​ບັດເຊບາ​ແມ່​ຂອງ​ໂຊໂລໂມນ. ບັດເຊບາ​ຖາມ​ວ່າ: “ເຈົ້າ​ມາ​ນີ້​ມີ​ຈຸດ​ປະສົງ​ດີ​ບໍ່?” ອາໂດນີຢາ​ຕອບ​ວ່າ: “ແມ່ນ​ແລ້ວ.” 14  ຈາກ​ນັ້ນ ອາໂດນີຢາ​ກໍ​ເວົ້າ​ວ່າ: “ຂ້ອຍ​ມີ​ເລື່ອງ​ຢາກ​ລົມ​ກັບ​ທ່ານ.” ບັດເຊບາ​ບອກ​ວ່າ: “ເວົ້າ​ແມ້.” 15  ອາໂດນີຢາ​ເວົ້າ​ຕໍ່​ວ່າ: “ທ່ານ​ກໍ​ຮູ້​ດີ​ວ່າ​ຂ້ອຍ​ຕ້ອງ​ໄດ້​ເປັນ​ກະສັດ​ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ກໍ​ຄາດ​ໝາຍ​ແບບ​ນັ້ນ+ ແຕ່​ຕຳແໜ່ງ​ກະສັດ​ພັດ​ຕົກ​ເປັນ​ຂອງ​ນ້ອງຊາຍ​ຂ້ອຍ ເພາະ​ພະ​ເຢໂຫວາ​ຢາກ​ໃຫ້​ລາວ​ເປັນ​ກະສັດ.+ 16  ຕອນ​ນີ້​ຂ້ອຍ​ຢາກ​ຂໍ​ໃຫ້​ທ່ານ​ຊ່ວຍ​ພຽງ​ແຕ່​ເລື່ອງ​ດຽວ​ເທົ່າ​ນັ້ນ. ຢ່າ​ປະຕິເສດ​ຂ້ອຍ​ເດີ້.” ບັດເຊບາ​ບອກ​ລາວ​ວ່າ: “ເວົ້າ​ມາ​ແມ້.” 17  ອາໂດນີຢາ​ຈຶ່ງ​ເວົ້າ​ວ່າ: “ຂໍ​ໃຫ້​ທ່ານ​ໄປ​ຂໍ​ກັບ​ກະສັດ​ໂຊໂລໂມນ​ໄດ້​ບໍ? ຂໍ​ໃຫ້​ຍົກ​ອາບີຊາກ+ຄົນ​ຊູເນມ​ໃຫ້​ເປັນ​ເມຍ​ຂ້ອຍ ເພາະ​ກະສັດ​ຈະ​ບໍ່​ປະຕິເສດ​ທ່ານ.” 18  ບັດເຊບາ​ຕອບ​ວ່າ: “ໄດ້! ຂ້ອຍ​ຈະ​ໄປ​ຂໍ​ກັບ​ກະສັດ​ໃຫ້​ເຈົ້າ.” 19  ແລ້ວ​ບັດເຊບາ​ກໍ​ໄປ​ຫາ​ກະສັດ​ໂຊໂລໂມນ​ເພື່ອ​ຈະ​ເວົ້າ​ເລື່ອງ​ທີ່​ອາໂດນີຢາ​ຂໍ. ທັນທີ​ທີ່​ກະສັດ​ໂຊໂລໂມນ​ເຫັນ​ແມ່ ລາວ​ກໍ​ລຸກ​ໄປ​ຫາ ແລະ​ກົ້ມ​ຫົວ​ລົງ​ສະແດງ​ຄວາມ​ນັບ​ຖື​ຕໍ່​ແມ່. ຈາກ​ນັ້ນ ລາວ​ກໍ​ໄປ​ນັ່ງ​ຢູ່​ບັນລັງ​ຂອງ​ໂຕເອງ ແລະ​ເອົາ​ບັນລັງ​ອີກ​ອັນ​ໜຶ່ງ​ມາ​ໃຫ້​ແມ່​ນັ່ງ​ຢູ່​ເບື້ອງ​ຂວາ​ຂອງ​ລາວ. 20  ແລ້ວ​ບັດເຊບາ​ກໍ​ເວົ້າ​ວ່າ: “ມີ​ເລື່ອງ​ນ້ອຍ​ໆ​ເລື່ອງ​ໜຶ່ງ​ທີ່​ແມ່​ຢາກ​ຂໍ​ກັບ​ລູກ. ລູກ​ຢ່າ​ປະຕິເສດ​ແມ່​ເດີ້.” ໂຊໂລໂມນ​ຕອບ​ວ່າ: “ແມ່​ຂໍ​ມາ​ໂລດ ລູກ​ຈະ​ບໍ່​ປະຕິເສດ​ແມ່​ດອກ.” 21  ບັດເຊບາ​ເວົ້າ​ວ່າ: “ຂໍ​ໃຫ້​ລູກ​ຍົກ​ອາບີຊາກ​ຄົນ​ຊູເນມ​ໃຫ້​ເປັນ​ເມຍ​ຂອງ​ອາໂດນີຢາ​ອ້າຍ​ຂອງ​ລູກ​ໄດ້​ບໍ່?” 22  ກະສັດ​ໂຊໂລໂມນ​ຕອບ​ແມ່​ວ່າ: “ແມ່​ມີ​ແຕ່​ຂໍ​ໃຫ້​ຍົກ​ອາບີຊາກ​ຄົນ​ຊູເນມ​ໃຫ້​ອາໂດນີຢາ​ຫວາ? ແມ່​ຄື​ບໍ່​ຂໍ​ຕຳແໜ່ງ​ກະສັດ​ໃຫ້​ລາວ​ນຳ​ເລີຍ​ສະ+ ເພາະ​ລາວ​ເປັນ​ອ້າຍ​ຂອງ​ລູກ+ແລະ​ປະໂລຫິດ​ອາບີອາທາ​ກັບ​ໂຢອາບ+ລູກ​ຊາຍ​ຂອງ​ເຊຣູຢາ​ກໍ​ຢູ່​ຝ່າຍ​ລາວ.”+ 23  ກະສັດ​ໂຊໂລໂມນ​ຈຶ່ງ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ວ່າ: “ຖ້າ​ຂ້ອຍ​ບໍ່​ຂ້າ​ອາໂດນີຢາ​ຍ້ອນ​ລາວ​ກ້າ​ມາ​ຂໍ​ສິ່ງ​ນີ້​ກັບ​ຂ້ອຍ​ກໍ​ຂໍ​ໃຫ້​ພະເຈົ້າ​ລົງໂທດ​ຂ້ອຍ​ໜັກ​ໆ​ໂລດ. 24  ຕອນ​ນີ້ ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຜູ້​ທີ່​ໃຫ້​ຂ້ອຍ​ໄດ້​ນັ່ງ​ເທິງ​ບັນລັງ​ດາວິດ​ພໍ່​ຂອງ​ຂ້ອຍ​ແລະ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ຂ້ອຍໝັ້ນຄົງ+ ຜູ້​ທີ່​ເອົາ​ປະເທດນີ້​ໃຫ້​ຂ້ອຍ*+ແລະລູກ​ຫຼານຂອງ​ຂ້ອຍ​ຕາມ​ທີ່​ເພິ່ນ​ສັນຍາ​ໄວ້ ມື້​ນີ້​ອາໂດນີຢາ​ຈະ​ຕ້ອງ​ຕາຍ.”+ 25  ທັນໃດ​ນັ້ນ ກະສັດ​ໂຊໂລໂມນ​ກໍ​ສັ່ງ​ໃຫ້​ເບນາຢາ+ລູກ​ຊາຍ​ຂອງ​ເຢໂຮຢາດາ​ໄປຂ້າ​ອາໂດນີຢາ ແລ້ວ​ອາໂດນີຢາ​ກໍ​ຕາຍ. 26  ສຳລັບ​ປະໂລຫິດ​ອາບີອາທາ+ ກະສັດ​ໂຊໂລໂມນ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ກັບ​ເມືອເຮືອນ*ຂອງ​ເຈົ້າ​ຢູ່​ອານາໂທດ.+ ທີ່​ຈິງ​ແລ້ວ​ເຈົ້າ​ສົມຄວນ​ຕາຍ ແຕ່​ມື້​ນີ້​ຂ້ອຍ​ຈະ​ບໍ່​ຂ້າເຈົ້າ ຍ້ອນ​ວ່າ​ຕອນ​ທີ່​ເຈົ້າ​ຢູ່​ກັບ​ດາວິດ​ພໍ່​ຂອງ​ຂ້ອຍ ເຈົ້າ​ໄດ້​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ+ແລະ​ໄດ້​ຮ່ວມ​ທຸກ​ກັບ​ພໍ່​ຂ້ອຍ​ຕະຫຼອດ.”+ 27  ໂຊໂລໂມນ​ປົດ​ອາບີອາທາ​ອອກ​ຈາກ​ຕຳແໜ່ງ​ປະໂລຫິດ​ທີ່​ຮັບ​ໃຊ້​ພະ​ເຢໂຫວາ. ຍ້ອນ​ໂຊໂລໂມນເຮັດ​ແບບ​ນີ້ຈຶ່ງ​ເຮັດ​ໃຫ້​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ເວົ້າ​ຢູ່​ເມືອງ​ຊີໂລ​+ກ່ຽວ​ກັບ​ຄອບຄົວ​ຂອງ​ເອລີ+ເກີດ​ຂຶ້ນ​ແທ້. 28  ເມື່ອ​ໂຢອາບ​ຮູ້​ເລື່ອງ​ທັງ​ໝົດ​ນີ້ ລາວ​ກໍ​ໜີ​ໄປ​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ+ ແລະ​ໄປ​ຈັບ​ເຂົາ​ສັດ​ທີ່​ຢູ່​ແຈ​ຂອງ​ແທ່ນ​ບູຊາໄວ້​ແໜ້ນ​ໆ​. ເຖິງ​ວ່າ​ລາວ​ບໍ່​ໄດ້​ຢູ່​ຝ່າຍ​ອັບຊາໂລມ+ ແຕ່​ລາວ​ໄດ້​ຢູ່​ຝ່າຍ​ອາໂດນີຢາ.+ 29  ແລ້ວ​ກໍ​ມີ​ຄົນ​ໄປ​ບອກ​ກະສັດ​ໂຊໂລໂມນ​ວ່າ: “ໂຢອາບ​ໄດ້​ໜີ​ໄປ​ເຕັ້ນ​ສັກ​ສິດ​ຂອງ​ພະ​ເຢໂຫວາ ແລ້ວ​ໄປ​ຢູ່​ທາງ​ຂ້າງ​ຂອງ​ແທ່ນ​ບູຊາ.” ໂຊໂລໂມນ​ຈຶ່ງ​ສັ່ງ​ເບນາຢາ​ລູກ​ຊາຍ​ຂອງ​ເຢໂຮຢາດາ​ວ່າ: “ໄປ​ຂ້າ​ລາວ!” 30  ເບນາຢາ​ກໍ​ໄປ​ເຕັ້ນ​ສັກ​ສິດ​ຂອງ​ພະ​ເຢໂຫວາ ແລະ​ເວົ້າ​ກັບ​ໂຢອາບ​ວ່າ: “ກະສັດ​ບອກ​ວ່າ​ໃຫ້​ເຈົ້າ​ອອກ​ມາ​ດຽວນີ້!” ແຕ່​ໂຢອາບ​ຕອບ​ວ່າ: “ບໍ່ ຂ້ອຍ​ບໍ່​ອອກ​ໄປ! ຂ້ອຍຊິຕາຍ​ຢູ່​ນີ້.” ແລ້ວ​ເບນາຢາ​ກໍ​ກັບ​ໄປ​ບອກ​ກະສັດ​ຕາມ​ທີ່ໂຢອາບ​ເວົ້າ. 31  ກະສັດ​ຈຶ່ງ​ສັ່ງ​ເບນາຢາ​ວ່າ: “ໃຫ້​ເຈົ້າ​ເຮັດ​ຕາມ​ທີ່​ລາວ​ບອກ. ຂ້າ​ລາວ ແລ້ວ​ກໍ​ຝັງ​ລາວ ແລະຢ່າໃຫ້​ຂ້ອຍ​ກັບ​ຄອບຄົວ​ຂອງ​ພໍ່​ຂ້ອຍ​ຕ້ອງ​ຮັບຜິດຊອບໃນຄວາມ​ຜິດ​ຂອງ​ໂຢອາບ​ທີ່​ຂ້າ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຜິດ.+ 32  ພະ​ເຢໂຫວາ​ຢາກ​ໃຫ້​ໂຢອາບ​ຮັບຜິດຊອບ​ການ​ຕາຍ​ຂອງ​ລາວ​ເອງ ຍ້ອນ​ລາວ​ໄດ້​ຂ້າ​ຜູ້​ຊາຍ 2 ຄົນ​ທີ່​ດີ​ກວ່າ​ລາວ ເຊິ່ງ​ກໍ​ຄື​ອັບເນ​+ລູກ​ຊາຍ​ຂອງ​ເນ​ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ຂອງ​ອິດສະຣາເອນ+ ແລະ​ອາມາສາ​+ລູກ​ຊາຍ​ຂອງ​ເຢເທ​ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ຂອງ​ຢູດາ.+ ຕອນນັ້ນ ດາວິດ​ພໍ່​ຂອງ​ຂ້ອຍ​ກໍ​ບໍ່​ຮູ້​ເລື່ອງ​ນີ້. 33  ໂຢອາບ​ແລະ​ລູກ​ຫຼານ​ຂອງ​ລາວ​ຕ້ອງ​ຮັບຜິດຊອບ​ໃນຄວາມ​ຜິດນັ້ນ*ຕະຫຼອດໄປ.+ ແຕ່​ຂໍ​ພະ​ເຢໂຫວາ​ເຮັດ​ໃຫ້​ດາວິດ ລູກ​ຫຼານ​ຂອງ​ລາວ ຄອບຄົວ​ຂອງ​ລາວ ແລະການ​ປົກຄອງ*ຂອງ​ລາວ​ມີ​ຄວາມ​ສະຫງົບ​ສຸກ​ຕະຫຼອດໄປ.” 34  ແລ້ວ​ເບນາຢາ​ລູກ​ຊາຍ​ຂອງ​ເຢໂຮຢາດາ​ກໍ​ໄປ​ຂ້າ​ໂຢອາບ ແລະ​ຝັງ​ລາວ​ໄວ້ໃກ້​ໆ​ເຮືອນ​ຂອງ​ລາວ​ໃນ​ບ່ອນ​ກັນດານ. 35  ຕໍ່ມາ ກະສັດ​ໂຊໂລໂມນໄດ້​ໃຫ້ເບນາຢາ​+ລູກ​ຊາຍ​ຂອງ​ເຢໂຮຢາດາ​ເປັນ​ຫົວ​ໜ້າ​ກອງ​ທັບ​ແທນ​ໂຢອາບ ແລະໄດ້​ໃຫ້​ປະໂລຫິດ​ຊາໂດກ​+ເຮັດ​ໜ້າ​ທີ່​ແທນ​ອາບີອາທາ. 36  ຈາກ​ນັ້ນ ກະສັດ​ໄດ້​ສົ່ງ​ຄົນ​ໄປ​ເອີ້ນ​ຊິເມອີ​+ໃຫ້​ມາ​ຫາ​ແລະ​ເວົ້າ​ກັບ​ລາວ​ວ່າ: “ໃຫ້​ເຈົ້າ​ມາ​ປຸກ​ເຮືອນ​ຢູ່​ເຢຣູຊາເລັມ​ແລະ​ຢູ່​ນີ້​ເລີຍ ແລະຫ້າມ​ອອກ​ຈາກ​ເມືອງ​ນີ້​ເດັດຂາດ. 37  ມື້​ໃດ​ທີ່​ເຈົ້າ​ອອກ​ຈາກ​ເມືອງ​ນີ້​ແລະ​ຂ້າມ​ຮ່ອມ​ພູ​ກິດໂຣນ+ ເຈົ້າ​ຈະ​ຕາຍ​ແທ້​ໆ​. ເຈົ້າ​ຕ້ອງ​ຮັບຜິດຊອບ​ການ​ຕາຍຂອງ​ໂຕເອງ.”* 38  ຊິເມອີ​ຕອບ​ກະສັດ​ວ່າ: “ຂ້ອຍເຫັນ​ດີນຳ​ກະສັດ. ຜູ້​ຮັບ​ໃຊ້​ຂອງ​ທ່ານ​ຈະ​ເຮັດ​ຕາມ​ທີ່​ທ່ານ​ບອກ.” ຊິເມອີ​ໄດ້​ຢູ່​ເມືອງ​ເຢຣູຊາເລັມດົນ​ເຕີບ. 39  ແຕ່​ຫຼັງ​ຈາກ​ຊິເມອີ​ຢູ່​ຫັ້ນ​ໄດ້ 3 ປີ ທາດ 2 ຄົນ​ຂອງ​ລາວ​ໄດ້​ໜີ​ໄປ​ຫາ​ອາກີເຊ+​ກະສັດ​ຂອງ​ເມືອງ​ກັດ​ທີ່​ເປັນ​ລູກ​ຊາຍ​ຂອງ​ມາອາກາ. ເມື່ອ​ມີ​ຄົນ​ໄປ​ບອກ​ຊິເມອີ​ວ່າ: “ທາດ​ຂອງ​ເຈົ້າ​ໜີ​ໄປ​ເມືອງ​ກັດ​ແລ້ວ.” 40  ຊິເມອີ​ກໍ​ຟ້າວ​ເອົາ​ອານ​ໃສ່​ຫຼັງ​ລາ​ແລ້ວ​ຂີ່​ໄປ​ຫາ​ອາກີເຊ​ຢູ່​ເມືອງ​ກັດ​ເພື່ອ​ໄປ​ເອົາ​ທາດ​ຂອງ​ລາວ​ກັບ​ມາ. ເມື່ອ​ຊິເມອີ​ກັບ​ມາ​ຈາກ​ເມືອງ​ກັດ​ພ້ອມ​ກັບ​ທາດ​ຂອງ​ລາວ 41  ມີ​ຄົນ​ໄປ​ບອກ​ໂຊໂລໂມນ​ວ່າ: “ຊິເມອີ​ອອກ​ຈາກ​ເມືອງ​ເຢຣູຊາເລັມ​ໄປ​ເມືອງ​ກັດ​ແລະ​ໄດ້​ກັບ​ມາ​ແລ້ວ.” 42  ກະສັດ​ໂຊໂລໂມນ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ຊິເມອີ​ມາ​ຫາ​ແລະ​ເວົ້າ​ກັບ​ລາວ​ວ່າ: “ຂ້ອຍ​ໃຫ້​ເຈົ້າ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ແລະ​ເຕືອນ​ເຈົ້າ​ແລ້ວ​ແມ່ນ​ບໍ່​ວ່າ ‘ມື້​ໃດ​ທີ່​ເຈົ້າ​ອອກ​ຈາກ​ເມືອງ​ນີ້​ໄປ​ບ່ອນ​ອື່ນ ເຈົ້າ​ຈະ​ຕາຍ​ແທ້​ໆ​’ ແລະ​ເຈົ້າ​ກໍ​ເວົ້າ​ກັບ​ຂ້ອຍ​ແມ່ນ​ເບາະ​ວ່າ ‘ຂ້ອຍ​ເຫັນ​ດີ​ນຳ​ກະສັດ​ແລະ​ຈະ​ເຊື່ອ​ຟັງ​ທ່ານ’? + 43  ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຮັດ​ຕາມ​ທີ່​ສາບານ​ໄວ້​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ບໍ່​ເຮັດ​ຕາມ​ທີ່​ຂ້ອຍ​ສັ່ງ​ເຈົ້າ?” 44  ແລ້ວ​ກະສັດ​ກໍ​ເວົ້າ​ກັບ​ຊິເມອີ​ວ່າ: “ເຈົ້າ​ກໍ​ຮູ້​ດີ​ວ່າ​ເຈົ້າ​ໄດ້​ເຮັດ​ຊົ່ວ​ຫຼາຍ​ຢ່າງ​ຕໍ່​ດາວິດ​ພໍ່​ຂອງ​ຂ້ອຍ+ ແລະ​ພະ​ເຢໂຫວາ​ຈະ​ລົງໂທດ​ເຈົ້າ​ຍ້ອນ​ສິ່ງ​ທີ່​ເຈົ້າ​ເຮັດ.+ 45  ແຕ່​ພະ​ເຢໂຫວາ​ຈະອວຍພອນ​ຂ້ອຍ+ ແລະ​ລູກ​ຫຼານ​ຂອງ​ດາວິດ​ຈະ​ປົກຄອງ​ຢ່າງ​ໝັ້ນຄົງ​ຕະຫຼອດໄປ.” 46  ແລ້ວ​ໂຊໂລໂມນ​ກໍ​ສັ່ງ​ໃຫ້​ເບນາຢາ​ລູກ​ຊາຍ​ຂອງ​ເຢໂຮຢາດາໄປ​ຂ້າ​ຊິເມອີ ແລ້ວ​ຊິເມອີ​ກໍ​ຕາຍ.+ ຕອນ​ທີ່​ໂຊໂລໂມນ​ເປັນ​ກະສັດ ປະເທດ​ຊາດກໍ​ໝັ້ນຄົງ.+

ຂໍຄວາມໄຂເງື່ອນ

ຫຼື “ລູກຈະເຮັດຢ່າງສະຫຼາດ”
ແປຕາມໂຕວ່າ “ຢ່າໃຫ້ຜົມຫງອກຂອງລາວລົງໄປບ່ອນຝັງສົບຢ່າງສະຫງົບສຸກ.” ເບິ່ງຄຳວ່າ “ບ່ອນຝັງສົບ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ແປຕາມໂຕວ່າ “ຢ່າໃຫ້ຜົມຫງອກຂອງລາວລົງໄປບ່ອນຝັງສົບຢ່າງສະຫງົບສຸກ.” ເບິ່ງຄຳວ່າ “ບ່ອນຝັງສົບ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ແປຕາມໂຕວ່າ “ປຸກເຮືອນໃຫ້ຂ້ອຍ”
ແປຕາມໂຕວ່າ “ໄຮ່ນາ”
ແປຕາມໂຕວ່າ “ເລືອດຂອງຄົນນັ້ນຈະກັບມາຕົກໃສ່ຫົວລາວ”
ແປຕາມໂຕວ່າ “ບັນລັງ”
ແປຕາມໂຕວ່າ “​ເລືອດຂອງເຈົ້າຈະຕົກໃສ່ຫົວເຈົ້າເອງ”