ກະສັດ​ສະບັບ​ທີ​ໜຶ່ງ 22:1-53

  • ເຢໂຮຊາຟັດ​ຮ່ວມ​ມື​ກັບ​ອາຮາບ (1-​12)

  • ມີກາຢາ​ພະຍາກອນ​ວ່າ​ຈະ​ຕໍ່ສູ້​ບໍ່​ຊະນະ (13-​28)

    • ທູດສະຫວັນ​ອົງ​ໜຶ່ງ​ໄປ​ຕົວະ​ອາຮາບ (21, 22)

  • ອາຮາບ​ຖືກ​ຂ້າ​ຢູ່​ເມືອງ​ຣາໂມດກິລຽດ (29-​40)

  • ເຢໂຮຊາຟັດ​ເປັນ​ກະສັດ​ປົກຄອງ​ຢູດາ (41-​50)

  • ອາຮາຊີຢາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (51-​53)

22  ອິດສະຣາເອນ​ກັບ​ຊີເຣຍ​ບໍ່​ໄດ້​ເຮັດ​ສົງຄາມ​ກັນ 3 ປີ​ແລ້ວ.  ໃນ​ປີ​ທີ 3 ເຢໂຮຊາຟັດ+ກະສັດ​ຢູດາ​ໄດ້​ໄປ​ຫາ​ອາຮາບ​ກະສັດ​ອິດສະຣາເອນ.+  ອາຮາບ​ກະສັດ​ອິດສະຣາເອນ​ເວົ້າ​ກັບ​ຂ້າລາຊະການ​ຂອງ​ລາວ​ວ່າ: “ພວກ​ເຈົ້າ​ຮູ້​ບໍ່​ວ່າ​ເມືອງ​ຣາໂມດກິລຽດ​+ເປັນ​ຂອງ​ພວກ​ເຮົາ ແຕ່​ພວກ​ເຮົາ​ຍັງ​ບໍ່​ໄດ້​ເອົາ​ຄືນ​ມາ​ຈາກ​ກະສັດ​ຊີເຣຍ​ເທື່ອ.”  ແລ້ວ​ອາຮາບ​ກໍ​ຖາມ​ເຢໂຮຊາຟັດ​ວ່າ: “ຂ້ອຍ​ຈະ​ໄປ​ຕໍ່ສູ້​ກັບ​ເມືອງ​ຣາໂມດກິລຽດ. ເຈົ້າ​ຈະ​ໄປ​ນຳ​ຂ້ອຍ​ບໍ?” ເຢໂຮຊາຟັດ​ຕອບ​ວ່າ: “ໄປ​ແທ້ ແລະ​ຂ້ອຍ​ຈະ​ເອົາ​ທະຫານ​ກັບ​ມ້າ​ຂອງ​ຂ້ອຍ​ໄປ​ນຳ.”+  ເຢໂຮຊາຟັດ​ເວົ້າ​ກັບ​ກະສັດ​ອິດສະຣາເອນ​ວ່າ: “ໃຫ້​ເຮົາ​ຖາມ​ພະ​ເຢໂຫວາ​ກ່ອນ​ເບາະ?”+  ກະສັດ​ອິດສະຣາເອນ​ຈຶ່ງ​ເອີ້ນ​ຜູ້ພະຍາກອນ​ປະມານ 400 ຄົນ​ມາ ແລະ​ຖາມ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ຄວນ​ຈະ​ໄປ​ຕໍ່ສູ້​ຢູ່​ເມືອງ​ຣາໂມດກິລຽດ​ຫຼື​ບໍ່​ຄວນ​ໄປ?” ເຂົາ​ເຈົ້າ​ບອກ​ວ່າ: “ໄປ​ໂລດ​ກະສັດ ພະ​ເຢໂຫວາ​ຈະ​ໃຫ້​ທ່ານ​ຊະນະ​ແນ່ນອນ.”  ແລ້ວ​ເຢໂຮຊາຟັດ​ກໍ​ເວົ້າ​ວ່າ: “ຢູ່​ນີ້​ບໍ່​ມີ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ​ເລີຍ​ບໍ? ພວກ​ເຮົາ​ຄວນ​ຈະ​ຖາມ​ລາວ​ນຳ.”+  ກະສັດ​ອິດສະຣາເອນ​ຈຶ່ງ​ຕອບ​ເຢໂຮຊາຟັດ​ວ່າ: “ຍັງ​ມີ​ອີກ​ຜູ້​ໜຶ່ງ​ທີ່​ເຮົາ​ຈະ​ຖາມ​ພະ​ເຢໂຫວາ​ຜ່ານ​ທາງ​ລາວ​ໄດ້+ ແຕ່​ຂ້ອຍ​ຊັງ​ລາວ+ ຍ້ອນ​ລາວ​ພະຍາກອນ​ແຕ່​ເລື່ອງ​ທີ່​ບໍ່​ດີ​ກ່ຽວ​ກັບ​ຂ້ອຍ ບໍ່​ເຄີຍ​ມີ​ເລື່ອງ​ດີ​ເລີຍ.+ ລາວ​ຊື່​ມີກາຢາ​ເປັນ​ລູກ​ຊາຍ​ຂອງ​ອິມລາ.” ແຕ່​ເຢໂຮຊາຟັດ​ເວົ້າ​ວ່າ: “ເຈົ້າບໍ່​ຄວນ​ເວົ້າ​ແບບ​ນັ້ນ.”  ກະສັດ​ອິດສະຣາເອນ​ຈຶ່ງ​ບອກ​ຄົນ​ຂອງ​ລາວ​ວ່າ: “ໄປ​ພາ​ມີກາຢາ​ລູກ​ຊາຍ​ຂອງ​ອິມລາ​ມາ​ດຽວ​ນີ້.”+ 10  ອາຮາບ​ກະສັດ​ຂອງ​ອິດສະຣາເອນ​ແລະ​ເຢໂຮຊາຟັດ​ກະສັດ​ຂອງ​ຢູດາ​ໃສ່​ຊຸດ​ກະສັດ​ເຕັມຍົດ​ແລະ​ນັ່ງ​ຢູ່​ບັນລັງ​ຂອງ​ໂຕເອງ​ໃນ​ລານ​ຟາດ​ເຂົ້າ​ທີ່​ຢູ່​ປະຕູ​ທາງເຂົ້າ​ເມືອງ​ຊາມາເຣຍ ແລະ​ພວກ​ຜູ້ພະຍາກອນ​ກໍ​ກຳລັງ​ພະຍາກອນ​ຢູ່​ຕໍ່​ໜ້າ​ເຂົາ​ເຈົ້າ.+ 11  ແລ້ວ​ເຊເດກີຢາ​ລູກ​ຊາຍ​ຂອງ​ເຄນາອານາ​ໄດ້​ເອົາ​ເຫຼັກ​ມາ​ເຮັດ​ເປັນ​ຮູບ​ເຂົາ​ສັດ 2 ອັນ​ແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເວົ້າ​ແບບ​ນີ້ ‘ທ່ານ​ຈະຂ້າ*ພວກ​ຊີເຣຍ​ໃຫ້​ຕາຍ​ໝົດ​ດ້ວຍ​ເຂົາ​ສັດ 2 ອັນ​ນີ້.’” 12  ພວກ​ຜູ້ພະຍາກອນ​ຄົນ​ອື່ນ​ໆ​ກໍ​ເວົ້າ​ແບບ​ດຽວ​ກັນ​ວ່າ: “ໃຫ້​ທ່ານ​ໄປ​ເມືອງ​ຣາໂມດກິລຽດ​ໂລດ ທ່ານ​ຈະ​ຊະນະ​ແນ່ນອນ. ພະ​ເຢໂຫວາ​ຈະ​ຊ່ວຍ​ທ່ານ​ໃຫ້​ຍຶດ​ເອົາ​ເມືອງ​ນັ້ນ​ຄືນ​ມາ​ໄດ້.” 13  ຄົນ​ທີ່​ກະສັດ​ໃຫ້​ໄປ​ເອີ້ນ​ມີກາຢາ​ກໍ​ເວົ້າ​ກັບ​ມີກາຢາ​ວ່າ: “ຜູ້ພະຍາກອນ​ທຸກ​ຄົນ​ເວົ້າ​ແຕ່​ເລື່ອງ​ດີ​ໆ​ໃຫ້​ກະສັດ​ຟັງ. ຂໍ​ໃຫ້​ເຈົ້າ​ເວົ້າ​ແຕ່​ເລື່ອງ​ດີ​ໆ​ກັບ​ກະສັດ​ຄື​ກັນ​ເດີ້.”+ 14  ແຕ່​ມີກາຢາ​ເວົ້າ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ຂ້ອຍ​ຈະ​ເວົ້າ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ເວົ້າ​ເທົ່າ​ນັ້ນ.” 15  ແລ້ວ​ມີກາຢາ​ກໍ​ເຂົ້າ​ໄປ​ຫາ​ກະສັດ ແລະ​ກະສັດ​ກໍ​ຖາມ​ລາວ​ວ່າ: “ມີກາຢາ ພວກ​ເຮົາ​ຄວນ​ໄປ​ຕໍ່ສູ້​ຢູ່​ເມືອງ​ຣາໂມດກິລຽດ​ຫຼື​ບໍ່​ຄວນ​ໄປ?” ລາວ​ຕອບ​ທັນທີ​ວ່າ: “ໃຫ້​ທ່ານ​ໄປ​ໂລດ ທ່ານ​ຈະ​ຊະນະ​ແນ່ນອນ. ພະ​ເຢໂຫວາ​ຈະ​ຊ່ວຍ​ທ່ານ​ໃຫ້​ຍຶດ​ເອົາ​ເມືອງ​ນັ້ນ​ຄືນ​ມາ​ໄດ້.” 16  ກະສັດ​ອາຮາບ​ເວົ້າ​ກັບ​ລາວ​ວ່າ: “ຂ້ອຍ​ຕ້ອງ​ໃຫ້​ເຈົ້າ​ສາບານ​ຈັກ​ເທື່ອ ເຈົ້າ​ຈຶ່ງ​ຈະເວົ້າ​ຄວາມ​ຈິງແລະ​ເວົ້າ​ແຕ່​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ເຈົ້າ​ເວົ້າ​ເທົ່າ​ນັ້ນ.” 17  ມີກາຢາ​ຈຶ່ງ​ບອກ​ວ່າ: “ຂ້ອຍ​ເຫັນ​ພວກ​ອິດສະຣາເອນ​ແຕກຊະ​ແຕກຊາຍ​ຢູ່​ຕາມ​ພູ+​ຄື​ກັບ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ. ພະ​ເຢໂຫວາ​ບອກ​ວ່າ ‘ເຂົາ​ເຈົ້າ​ບໍ່​ມີ​ຜູ້​ນຳ​ແລ້ວ. ໃຫ້​ແຕ່​ລະ​ຄົນ​ກັບ​ເມືອ​ເຮືອນ​ດ້ວຍ​ຄວາມ​ປອດໄພ.’” 18  ແລ້ວ​ກະສັດ​ອາຮາບ​ກໍ​ເວົ້າ​ກັບ​ເຢໂຮຊາຟັດ​ວ່າ: “ຂ້ອຍ​ບອກ​ເຈົ້າ​ແລ້ວ​ແມ່ນ​ເບາະ​ວ່າ​ລາວ​ຈະ​ພະຍາກອນ​ແຕ່​ເລື່ອງ​ທີ່​ບໍ່​ດີ​ກ່ຽວ​ກັບ​ຂ້ອຍ. ບໍ່​ເຄີຍ​ມີ​ເລື່ອງ​ດີ​ເລີຍ.”+ 19  ມີກາຢາ​ຈຶ່ງ​ບອກ​ວ່າ: “ຂໍ​ໃຫ້​ທ່ານ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ. ຂ້ອຍ​ເຫັນ​ພະ​ເຢໂຫວາ​ນັ່ງ​ຢູ່​ບັນລັງ+ຂອງ​ເພິ່ນ​ແລະ​ມີທູດສະຫວັນ*ທັງ​ໝົດ​ຢືນ​ຢູ່​ເບື້ອງ​ຂວາ​ແລະ​ເບື້ອງ​ຊ້າຍ​ຂອງ​ເພິ່ນ.+ 20  ພະ​ເຢໂຫວາ​ຖາມ​ວ່າ ‘ແມ່ນ​ໃຜ​ຈະ​ໄປ​ຕົວະ​ອາຮາບ​ໃຫ້​ໄປ​ຕໍ່ສູ້​ຢູ່​ເມືອງ​ຣາໂມດກິລຽດ​ແລະຕາຍຢູ່​ຫັ້ນ?’ ທູດສະຫວັນ​ອົງ​ໜຶ່ງ​ເວົ້າ​ແບບ​ໜຶ່ງ ແລະ​ທູດສະຫວັນ​ອີກ​ອົງ​ໜຶ່ງ​ກໍ​ເວົ້າ​ອີກ​ແບບ​ໜຶ່ງ. 21  ແລ້ວ​ກໍ​ມີ​ທູດສະຫວັນ+​ອົງ​ໜຶ່ງ​ອອກ​ມາ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ແລະ​ເວົ້າ​ວ່າ ‘ລູກ​ຈະ​ໄປ​ຕົວະ​ລາວ.’ ພະ​ເຢໂຫວາ​ຖາມ​ວ່າ ‘ເຈົ້າ​ຈະ​ຕົວະ​ລາວ​ແນວ​ໃດ?’ 22  ທູດສະຫວັນ​ອົງ​ນັ້ນ​ຕອບ​ວ່າ ‘ລູກ​ຈະ​ໄປເຮັດ​ໃຫ້​ພວກຜູ້ພະຍາກອນ​ຂອງ​ລາວ​ເວົ້າ​ຕົວະ​ລາວ.’+ ເພິ່ນ​ຈຶ່ງ​ບອກ​ທູດສະຫວັນ​ອົງ​ນັ້ນ​ວ່າ ‘ໄປ​ໂລດ ເຈົ້າ​ຈະ​ຕົວະ​ລາວ​ໄດ້​ແນ່ນອນ.’ 23  ຕອນ​ນີ້ ພະ​ເຢໂຫວາ​ໄດ້​ໃຫ້​ທູດສະຫວັນ​ອົງ​ນັ້ນ​ມາ​ເຮັດ​ໃຫ້​ພວກ​ຜູ້ພະຍາກອນ​ທຸກ​ຄົນ​ຂອງ​ທ່ານ​ເວົ້າ​ຕົວະ​ທ່ານ+ ແຕ່​ພະ​ເຢໂຫວາຕັດສິນແລ້ວ​ວ່າທ່ານ​ຈະ​ຕ້ອງ​ຕາຍ.”+ 24  ທັນໃດ​ນັ້ນ ເຊເດກີຢາ​ລູກ​ຊາຍ​ຂອງ​ເຄນາອານາ​ກໍ​ເຂົ້າ​ມາ​ຕົບໜ້າ​ມີກາຢາ​ແລະ​ເວົ້າ​ວ່າ: “ເຈົ້າ​ໝາຍ​ຄວາມ​ວ່າພະລັງ​ຂອງ​ພະ​ເຢໂຫວາ​ອອກ​ຈາກ​ຂ້ອຍ​ແລ້ວ​ໄປ​ເວົ້າ​ກັບ​ເຈົ້າ​ຫວະ?”+ 25  ມີກາຢາ​ຕອບ​ວ່າ: “ແລ້ວ​ເຈົ້າ​ຈະ​ຮູ້​ໃນ​ມື້​ທີ່​ເຈົ້າ​ເຂົ້າ​ໄປ​ລີ້​ຢູ່​ຫ້ອງ​ທາງ​ໃນ.” 26  ກະສັດ​ອາຮາບ​ຈຶ່ງ​ບອກ​ວ່າ: “ເອົາ​ມີກາຢາ​ໄປ​ໃຫ້​ອາໂມນ​ທີ່​ເປັນ​ເຈົ້າ​ເມືອງ​ແລະ​ໂຢອາດ​ລູກ​ຊາຍ​ຂອງ​ກະສັດ. 27  ໃຫ້​ບອກ​ເຂົາ​ເຈົ້າ​ວ່າ ‘ກະສັດ​ສັ່ງ​ວ່າ “ຂັງ​ລາວ​ໄວ້​ໃນ​ຄຸກ+ແລະ​ເອົາ​ເຂົ້າ​ເອົາ​ນ້ຳ​ໃຫ້​ລາວ​ກິນ​ໜ້ອຍ​ດຽວ​ຈົນ​ກວ່າ​ຂ້ອຍ​ຈະ​ກັບ​ມາ​ຢ່າງ​ປອດໄພ.”’” 28  ແຕ່​ມີກາຢາ​ບອກ​ວ່າ: “ຖ້າ​ທ່ານ​ກັບ​ມາ​ຢ່າງ​ປອດໄພ​ກໍ​ສະແດງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເວົ້າ​ຜ່ານ​ທາງ​ຂ້ອຍ.”+ ແລ້ວ​ລາວ​ກໍ​ເວົ້າ​ຕື່ມ​ອີກ​ວ່າ: “ໃຫ້​ທຸກ​ຄົນ​ຈື່​ຄຳເວົ້າ​ຂອງ​ຂ້ອຍ​ໄວ້​ເດີ້.” 29  ອາຮາບ​ກະສັດ​ອິດສະຣາເອນ​ແລະ​ເຢໂຮຊາຟັດ​ກະສັດ​ຢູດາ​ກໍ​ໄປ​ເມືອງ​ຣາໂມດກິລຽດ.+ 30  ກະສັດ​ອາຮາບ​ເວົ້າ​ກັບ​ເຢໂຮຊາຟັດ​ວ່າ: “ຂ້ອຍ​ຈະ​ປອມ​ໂຕ​ແລະ​ເຂົ້າ​ໄປ​ຕໍ່ສູ້ ແຕ່​ໃຫ້​ເຈົ້າ​ໃສ່​ຊຸດ​ກະສັດ​ເດີ້.” ແລ້ວ​ກະສັດ​ອາຮາບ​ກໍ​ປອມ​ໂຕ+ ແລະ​ເຂົາ​ເຈົ້າ​ກໍ​ເຂົ້າ​ໄປ​ໃນ​ສະໜາມຮົບ. 31  ກະສັດ​ຊີເຣຍ​ໄດ້​ສັ່ງ​ພວກ​ຫົວ​ໜ້າ​ກອງ​ທັບ​ລົດ​ມ້າ 32 ຄົນ​+ວ່າ: “ພວກ​ເຈົ້າ​ຢ່າ​ຕໍ່ສູ້​ກັບ​ໃຜ​ບໍ່​ວ່າ​ຈະ​ມີ​ຕຳແໜ່ງ​ນ້ອຍ​ຫຼື​ຕຳແໜ່ງ​ໃຫຍ່ ແຕ່​ໃຫ້​ຕໍ່ສູ້​ກັບ​ກະສັດ​ອິດສະຣາເອນ​ເທົ່າ​ນັ້ນ.” 32  ເມື່ອ​ພວກ​ຫົວ​ໜ້າ​ກອງ​ທັບ​ລົດ​ມ້າ​ເຫັນ​ເຢໂຮຊາຟັດ ເຂົາ​ເຈົ້າ​ກໍ​ຄິດ​ວ່າ: “ຜູ້​ນີ້​ຕ້ອງ​ແມ່ນ​ກະສັດ​ອິດສະຣາເອນ​ແຫຼະ.” ເຂົາ​ເຈົ້າ​ຈຶ່ງ​ຫຸ້ມ​ໄປ​ຕໍ່ສູ້​ລາວ ແລ້ວ​ເຢໂຮຊາຟັດ​ກໍ​ຮ້ອງ​ໃຫ້​ຄົນ​ມາ​ຊ່ວຍ. 33  ເມື່ອ​ພວກ​ຫົວ​ໜ້າ​ກອງ​ທັບ​ລົດ​ມ້າ​ເຫັນ​ວ່າ​ບໍ່​ແມ່ນ​ກະສັດ​ອິດສະຣາເອນ ເຂົາ​ເຈົ້າ​ກໍ​ເຊົາ​ໄລ່​ລາວ​ທັນທີ. 34  ມີ​ທະຫານ​ຄົນ​ໜຶ່ງ​ຍິງ​ທະນູ ແລ້ວ​ບັງເອີນ​ໄປ​ຖືກ​ອາຮາບ​ກະສັດ​ອິດສະຣາເອນ​ຢູ່​ບ່ອນ​ຮອຍ​ຕໍ່​ຂອງ​ເສື້ອ​ເກາະ. ອາຮາບ​ຈຶ່ງ​ບອກ​ຄົນ​ຂັບ​ລົດ​ມ້າ​ຂອງ​ລາວ​ວ່າ: “ພາ​ຂ້ອຍ​ອອກ​ໄປ​ຈາກ​ບ່ອນ​ນີ້​ໄວ​ໆ​ ຂ້ອຍ​ເຈັບ​ໜັກ​ຫຼາຍ.”+ 35  ເຂົາ​ເຈົ້າ​ຕໍ່ສູ້​ກັນ​ໝົດ​ມື້ ທະຫານ​ໄດ້​ໂຈມ​ກະສັດ​ອາຮາບ​ຢູ່​ເທິງ​ລົດ​ມ້າ​ແລະ​ໃຫ້​ລາວ​ປິ່ນ​ໜ້າ​ໄປ​ທາງ​ພວກ​ຊີເຣຍ. ເລືອດ​ລາວ​ໄຫຼ​ອອກ​ບັກ​ຫຼາຍ​ໆ​ຈົນ​ເຕັມ​ລົດ​ມ້າ ແລະ​ເມື່ອ​ຮອດ​ຕອນ​ແລງ​ລາວ​ກໍ​ຕາຍ.+ 36  ຕອນຕາເວັນ​ໃກ້​ຈະ​ຕົກ​ດິນ ມີ​ສຽງ​ປະກາດ​ຢູ່​ທົ່ວ​ຄ້າຍ​ວ່າ: “ໃຫ້​ທຸກ​ຄົນກັບ​ເມືອ​ບ້ານເມືອ​ເມືອງ​ຂອງ​ໂຕເອງ!”+ 37  ເມື່ອ​ກະສັດ​ອາຮາບ​ຕາຍ​ແລ້ວ ເຂົາ​ເຈົ້າ​ກໍ​ເອົາ​ສົບ​ລາວ​ກັບ​ມາ​ເມືອງ​ຊາມາເຣຍ​ແລະ​ຝັງ​ໄວ້​ຢູ່​ຫັ້ນ. 38  ຕອນ​ທີ່​ເຂົາ​ເຈົ້າ​ເອົາ​ລົດ​ມ້າ​ຂອງ​ອາຮາບ​ໄປ​ລ້າງ​ຢູ່​ໜອງ​ນ້ຳ​ໃນ​ຊາມາເຣຍ ໝາ​ກໍ​ມາ​ເລຍ​ເລືອດ​ຂອງ​ລາວ​ແລະ​ພວກ​ໂສເພນີ​ກໍ​ອາບ​ນ້ຳ​ຢູ່​ຫັ້ນ*ເຊິ່ງ​ເປັນ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ໄວ້.+ 39  ເລື່ອງ​ຕ່າງ​ໆ​ຂອງ​ອາຮາບ ທຸກ​ສິ່ງ​ທີ່​ລາວ​ເຮັດ ເລື່ອງ​ກ່ຽວ​ກັບ​ວັງ​ທີ່​ລາວ​ສ້າງ​ເຊິ່ງ​ຕົກ​ແຕ່ງ​ດ້ວຍ​ງາຊ້າງ+ ແລະ​ເມືອງ​ຕ່າງ​ໆ​ທີ່​ລາວ​ສ້າງ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 40  ເມື່ອ​ອາຮາບ​ຕາຍ​ແລ້ວ+ ອາຮາຊີຢາ​+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 41  ໃນ​ປີ​ທີ 4 ທີ່​ກະສັດ​ອາຮາບ​ປົກຄອງ​ອິດສະຣາເອນ ເຢໂຮຊາຟັດ​+ລູກ​ຊາຍ​ຂອງ​ອາຊາ​ກໍ​ເປັນ​ກະສັດ​ປົກຄອງ​ຢູດາ. 42  ເຢໂຮຊາຟັດ​ເປັນ​ກະສັດ​ຕອນ​ອາຍຸ 35 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 25 ປີ. ແມ່​ຂອງ​ລາວ​ຊື່​ອາຊູບາ​ເປັນ​ລູກສາວ​ຂອງ​ຊິນຮີ. 43  ລາວ​ເຮັດ​ທຸກ​ຢ່າງ​ຄື​ກັບ​ອາຊາ+ພໍ່​ຂອງ​ລາວ ແລະ​ສິ່ງ​ໃດ​ທີ່​ພໍ່​ລາວ​ບໍ່​ເຮັດ ລາວ​ກໍ​ບໍ່​ເຮັດ​ຄື​ກັນ. ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ+ ແຕ່​ລາວ​ບໍ່​ໄດ້​ທຳລາຍ​ບ່ອນ​ນະມັດສະການ​ພະເຈົ້າ​ປອມ ແລະ​ປະຊາຊົນ​ຍັງ​ໄປ​ເຜົາ​ເຄື່ອງ​ບູຊາ​ໃຫ້ພະເຈົ້າ​ຂອງ​ເຂົາ​ເຈົ້າຢູ່​ບ່ອນ​ນະມັດສະການ​ເຫຼົ່າ​ນັ້ນ.+ 44  ເຢໂຮຊາຟັດ​ຍັງ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ກະສັດ​ອິດສະຣາເອນ​ຕໍ່​ໄປ.+ 45  ເລື່ອງ​ຕ່າງ​ໆ​ຂອງ​ເຢໂຮຊາຟັດ ຄວາມ​ສຳເລັດ​ຂອງ​ລາວ ແລະ​ເລື່ອງ​ສົງຄາມ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 46  ລາວ​ຍັງ​ໄດ້​ໄລ່​ພວກ​ຜູ້​ຊາຍ​ຂາຍ​ໂຕ​ຢູ່ວິຫານ*+​ທີ່​ຍັງ​ເຫຼືອ​ຢູ່​ຈາກ​ສະໄໝ​ອາຊາ​ພໍ່​ຂອງ​ລາວ​ໃຫ້​ອອກ​ໄປ​ຈາກ​ເຂດ​ຢູດາ.+ 47  ຕອນ​ນັ້ນ ເອໂດມ​+ບໍ່​ມີ​ກະສັດ ມີ​ແຕ່​ຄົນ​ທີ່​ເຮັດ​ໜ້າ​ທີ່​ແທນ​ກະສັດ​ເທົ່າ​ນັ້ນ.+ 48  ເຢໂຮຊາຟັດ​ຍັງ​ໄດ້​ເຮັດ​ເຮືອ​ຕາຊິດ*ຫຼາຍ​ລຳ​ເພື່ອ​ໄປ​ຂົນ​ເອົາ​ຄຳ​ຢູ່​ໂອຟີ.+ ແຕ່​ເຮືອ​ເຫຼົ່າ​ນັ້ນ​ໄປ​ບໍ່​ຮອດ​ໂອຟີ ຍ້ອນ​ວ່າ​ມັນ​ແຕກ​ຢູ່​ເອັດຊີໂອນເກເບ.+ 49  ຕອນນັ້ນ* ອາຮາຊີຢາ​ລູກ​ຊາຍ​ຂອງ​ອາຮາບ​ຖາມ​ເຢໂຮຊາຟັດ​ວ່າ: “ໃຫ້​ຄົນ​ຂອງ​ຂ້ອຍ​ຂີ່​ເຮືອ​ໄປ​ກັບ​ຄົນ​ຂອງ​ເຈົ້າ​ດີ​ບໍ?” ແຕ່​ເຢໂຮຊາຟັດ​ບໍ່​ຍອມ. 50  ເມື່ອ​ເຢໂຮຊາຟັດ​ຕາຍ ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​+ຂອງ​ລາວ​ຢູ່​ເມືອງ​ຂອງ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ. ເຢໂຮຣາມ+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 51  ໃນ​ປີ​ທີ 17 ທີ່​ກະສັດ​ເຢໂຮຊາຟັດ​ປົກຄອງ​ຢູດາ ອາຮາຊີຢາ​+ລູກ​ຊາຍ​ຂອງ​ອາຮາບ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ລາວ​ປົກຄອງ​ຢູ່​ເມືອງ​ຊາມາເຣຍ 2 ປີ. 52  ອາຮາຊີຢາ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ເຮັດ​ຄື​ກັບ​ພໍ່+​ແມ່​ຂອງ​ລາວ+ ແລະ​ເຮັດ​ຕາມ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ 53  ລາວ​ນະມັດສະການ​ແລະ​ຂາບ​ໄຫວ້​ພະ​ບາອານ+ ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໃຈ​ຮ້າຍ​ຫຼາຍ+​ຄື​ກັບ​ທີ່​ພໍ່​ຂອງ​ລາວ​ໄດ້​ເຮັດ.

ຂໍຄວາມໄຂເງື່ອນ

ຫຼື “ຊົນ”
ແປຕາມໂຕວ່າ “ກອງທັບໃນສະຫວັນ”
ຫຼືອາດແປວ່າ “ບ່ອນທີ່ພວກໂສເພນີມາອາບນ້ຳ ໝາກໍມາເລຍເລືອດຂອງລາວ”
ຄົນທີ່ຂາຍໂຕເພື່ອພິທີທາງສາສະໜາ
ການລົມກັນເລື່ອງນີ້ເກີດຂຶ້ນກ່ອນເຮືອແຕກ