ກະສັດ​ສະບັບ​ທີ​ໜຶ່ງ 5:1-18

  • ກະສັດ​ຮີຣາມ​ກຽມ​ເຄື່ອງ​ກໍ່​ສ້າງ (1-​12)

  • ຄົນ​ທີ່​ເຮັດ​ວຽກ​ໃຫ້​ໂຊໂລໂມນ (13-​18)

5  ເມື່ອ​ຮີຣາມ​ກະສັດ​ເມືອງ​ຕີເຣ​+ໄດ້​ຍິນ​ວ່າ​ໂຊໂລໂມນ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ແທນ​ພໍ່ ລາວ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ໂຊໂລໂມນ ຍ້ອນ​ຮີຣາມ​ເປັນ​ໝູ່​ກັບ​ດາວິດ*ມາ​ດົນ​ແລ້ວ.+  ໂຊໂລໂມນ​ຝາກ​ຄວາມ​ໄປ​ຫາ​ຮີຣາມ​ວ່າ:+  “ທ່ານ​ກໍ​ຮູ້​ດີ​ວ່າ​ດາວິດ​ພໍ່​ຂອງ​ຂ້ອຍ​ບໍ່​ສາມາດ​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເພິ່ນ​ໄດ້ ເພາະ​ເພິ່ນ​ຕ້ອງ​ເຮັດ​ສົງຄາມ​ຍ້ອນ​ວ່າ​ມີ​ພວກ​ສັດຕູ​ມາ​ໂຈມຕີ​ທຸກ​ດ້ານ ຈົນ​ໃນ​ທີ່​ສຸດ ພະ​ເຢໂຫວາ​ໄດ້​ຊ່ວຍ​ເພິ່ນ​ໃຫ້​ຊະນະ​ພວກສັດຕູ.*+  ແຕ່​ຕອນ​ນີ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ*ໃນ​ທຸກ​ດ້ານ.+ ບໍ່​ມີ​ໃຜ​ຕໍ່ຕ້ານ​ຂ້ອຍ​ແລະ​ບໍ່​ມີ​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ເລີຍ.+  ດັ່ງນັ້ນ ຂ້ອຍ​ຈຶ່ງ​ຕັ້ງ​ໃຈ​ທີ່​ຈະ​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັນຍາ​ກັບ​ດາວິດ​ພໍ່​ຂອງ​ຂ້ອຍ​ໄວ້​ວ່າ ‘ລູກ​ຊາຍ​ຂອງ​ເຈົ້າ​ຜູ້​ທີ່​ເຮົາ​ຈະ​ໃຫ້​ເປັນ​ກະສັດ​ຕໍ່​ຈາກ​ເຈົ້າ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ເຮົາ.’+  ຕອນ​ນີ້ ຂໍ​ໃຫ້​ຄົນ​ຂອງ​ທ່ານ​ໄປ​ຕັດ​ໄມ້​ຊີດ້າ*ຢູ່​ເລບານອນ+ແລ້ວ​ສົ່ງ​ມາ​ໃຫ້​ຂ້ອຍ. ຄົນ​ຂອງ​ຂ້ອຍ​ກັບ​ຄົນ​ຂອງ​ທ່ານ​ຈະ​ເຮັດ​ວຽກ​ນຳ​ກັນ​ແລະ​ຂ້ອຍ​ຈະ​ຈ່າຍ​ຄ່າ​ຈ້າງ​ໃຫ້​ຄົນ​ຂອງ​ທ່ານ​ຕາມ​ທີ່​ທ່ານ​ຕັ້ງ​ໄວ້ ທ່ານ​ກໍ​ຮູ້​ວ່າ​ພວກ​ເຮົາ​ຕັດ​ຕົ້ນ​ໄມ້​ບໍ່​ເກັ່ງ​ສ່ຳ​ກັບ​ຄົນ​ຊີໂດນ.”+  ເມື່ອ​ຮີຣາມ​ໄດ້​ຍິນ​ສິ່ງ​ທີ່​ໂຊໂລໂມນ​ເວົ້າ ລາວ​ກໍ​ດີ​ໃຈ​ຫຼາຍ​ແລະ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ​ຍ້ອນ​ເພິ່ນ​ໄດ້​ໃຫ້​ດາວິດ​ມີ​ລູກ​ຊາຍ​ທີ່​ສະຫຼາດ​ປົກຄອງ​ປະຊາຊົນ​ທີ່​ມີຈຳນວນ​ຫຼາຍ.”+  ຮີຣາມ​ຈຶ່ງ​ຝາກ​ຄວາມ​ໄປ​ບອກ​ໂຊໂລໂມນ​ວ່າ: “ຂ້ອຍ​ຮູ້​ເລື່ອງ​ທີ່​ທ່ານ​ສົ່ງ​ຄົນ​ມາ​ບອກ​ແລ້ວ. ຂ້ອຍ​ຈະ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ທ່ານ​ຂໍ​ໃນ​ເລື່ອງ​ໄມ້​ຊີດ້າ​ແລະ​ໄມ້​ຈູນິເປີ້.*+  ຄົນ​ຂອງ​ຂ້ອຍ​ຈະ​ຕັດ​ໄມ້​ມາ​ຈາກ​ເລບານອນ​ແລ້ວ​ເອົາ​ໄປ​ທະເລ. ເຂົາ​ເຈົ້າ​ຈະ​ມັດ​ທ່ອນ​ໄມ້​ໃສ່​ກັນ​ເປັນ​ແພ​ແລ້ວ​ລ່ອງ​ລົງ​ໄປ​ຫາ​ຈຸດ​ທີ່​ທ່ານ​ຈະ​ເອົາ​ໄມ້. ຄົນ​ຂອງ​ຂ້ອຍ​ຈະ​ແກ້​ທ່ອນ​ໄມ້​ຢູ່​ຫັ້ນ​ເພື່ອ​ທ່ານ​ຈະ​ເອົາ​ໄມ້​ໄປ​ໄດ້. ໃຫ້​ທ່ານ​ສົ່ງ​ຂອງ​ກິນ​ຕາມ​ທີ່​ຂ້ອຍ​ຂໍ​ມາ​ໃຫ້​ຄົນ​ໃນ​ວັງ​ຂອງ​ຂ້ອຍ+ເພື່ອ​ເປັນ​ການ​ແລກ​ປ່ຽນ.” 10  ຮີຣາມ​ໄດ້​ສົ່ງ​ໄມ້​ຊີດ້າ​ແລະ​ໄມ້​ຈູນິເປີ້​ໄປ​ໃຫ້​ຕາມ​ທີ່​ໂຊໂລໂມນ​ຕ້ອງການ. 11  ທຸກ​ໆ​ປີ​ໂຊໂລໂມນ​ໄດ້​ສົ່ງ​ເຂົ້າວີດ* 20.000 ໂຄເຣ* ແລະ​ນ້ຳມັນ​ໝາກກອກ​ທີ່​ດີ​ໆ​ 20 ໂຄເຣ*ໄປ​ໃຫ້​ຄອບຄົວ​ຂອງ​ຮີຣາມ.+ 12  ພະ​ເຢໂຫວາ​ໄດ້​ໃຫ້​ສະຕິປັນຍາ​ກັບ​ໂຊໂລໂມນ​ຕາມ​ທີ່​ເພິ່ນ​ໄດ້​ສັນຍາ​ກັບ​ລາວ.+ ມີ​ຄວາມ​ສະຫງົບ​ສຸກ​ລະຫວ່າງ​ຮີຣາມ​ກັບ​ໂຊໂລໂມນ ແລະ​ທັງ​ສອງ​ໄດ້​ເຮັດ​ສັນຍາ​ກັນ. 13  ກະສັດ​ໂຊໂລໂມນ​ໄດ້​ສັ່ງ​ຜູ້​ຊາຍ 30.000 ຄົນ​ທົ່ວ​ອິດສະຣາເອນ​ໃຫ້​ມາ​ເຮັດ​ວຽກ.+ 14  ໂຊໂລໂມນ​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ​ເຮັດ​ວຽກ​ຢູ່​ເລບານອນ​ເທື່ອ​ລະ 10.000 ຄົນ. ເຂົາ​ເຈົ້າ​ເຮັດ​ວຽກ 1 ເດືອນ​ແລ້ວ​ກໍ​ກັບ​ເມືອ​ຢູ່​ນຳ​ຄອບຄົວ 2 ເດືອນ. ອາໂດນີຣາມ+ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ. 15  ໂຊໂລໂມນ​ມີ​ກຳມະກອນ 70.000 ຄົນ​ແລະ​ຄົນ​ທີ່​ໄປ​ຕັດ​ຫີນ​+ຢູ່​ເທິງ​ພູ+ 80.000 ຄົນ. 16  ນອກ​ຈາກ​ນັ້ນ ໂຊໂລໂມນ​ຍັງ​ມີ​ພວກຫົວ​ໜ້າ+ 3.300 ຄົນ​ທີ່​ເບິ່ງ​ແຍງ​ຄົນ​ທີ່​ເຮັດ​ວຽກ. 17  ກະສັດ​ໄດ້​ສັ່ງ​ພວກ​ຄົນ​ເຮັດ​ວຽກໃຫ້​ໄປ​ເຈາະ​ຫີນ​ທີ່​ໃຫຍ່​ໆ​ແລະ​ລາຄາ​ແພງ+ ແລ້ວ​ກໍ​ຕັດ​ເປັນ​ກ້ອນ+​ເພື່ອເອົາ​ມາ​ເປັນ​ຮາກ​ຖານ+ຂອງ​ວິຫານ. 18  ຄົນ​ເຮັດ​ວຽກ​ຂອງ​ໂຊໂລໂມນ​ກັບ​ຄົນ​ເຮັດ​ວຽກ​ຂອງ​ຮີຣາມ​ແລະ​ພວກ​ເກບານ​+ໄດ້​ເຮັດ​ວຽກເຈາະ​ຫີນ​ແລ້ວ​ຕັດ​ເປັນ​ຮູບ​ຊົງ ແລະ​ເຂົາ​ເຈົ້າ​ໄດ້​ກຽມ​ໄມ້​ແລະ​ຫີນ​ເພື່ອ​ສ້າງ​ວິຫານ.

ຂໍຄວາມໄຂເງື່ອນ

ຫຼື “ຮັກດາວິດ”
ແປຕາມໂຕວ່າ “​ຈົນໃນທີ່ສຸດ ພະ​ເຢໂຫວາໄດ້ໃຫ້ພວກສັດຕູຢູ່ພື້ນຕີນລາວ”
ແປຕາມໂຕວ່າ “ພັກ”
ໄມ້ແປກຊະນິດໜຶ່ງ
ໄມ້ແປກຊະນິດໜຶ່ງ
ເຂົ້າຊະນິດໜຶ່ງທີ່ໃຊ້ເຮັດເຂົ້າຈີ່ໄດ້
4.400.000 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
4.400 ລິດ