ກະສັດ​ສະບັບ​ທີ​ໜຶ່ງ 6:1-38

  • ໂຊໂລໂມນ​ສ້າງ​ວິຫານ (1-​38)

    • ສ້າງ​ຫ້ອງ​ບໍລິສຸດ​ທີ່​ສຸດ (19-​22)

    • ເຄຣູບ (23-​28)

    • ຮູບ​ແກະ​ສະຫຼັກ ປະຕູ ເດີ່ນ​ທາງ​ໃນ​ວິຫານ (29-​36)

    • ໃຊ້​ເວລາ​ສ້າງ​ວິຫານ 7 ປີ (37, 38)

6  ໃນ​ປີ​ທີ 480 ຫຼັງ​ຈາກ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ+ ເຊິ່ງ​ແມ່ນ​ປີ​ທີ 4 ທີ່​ກະສັດ​ໂຊໂລໂມນ​ປົກຄອງ​ອິດສະຣາເອນ ໃນ​ເດືອນ​ຊິບ*+ (ນັ້ນ​ແມ່ນ​ເດືອນ​ທີ 2) ໂຊໂລໂມນ​ໄດ້​ເລີ່ມ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ.*+  ວິຫານ*ທີ່​ກະສັດ​ໂຊໂລໂມນ​ສ້າງ​ໃຫ້​ພະ​ເຢໂຫວາ​ຍາວ 60 ສອກ* ກວ້າງ 20 ສອກ* ແລະ​ສູງ 30 ສອກ.*+  ຫ້ອງ​ທີ່​ຢູ່​ທາງເຂົ້າ+ທາງ​ໜ້າ​ກວ້າງ 20 ສອກ*ເຊິ່ງ​ເທົ່າ​ກັບ​ຄວາມ​ກວ້າງ​ຂອງ​ວິຫານ.* ຕັ້ງ​ແຕ່​ປະຕູ​ທາງ​ໜ້າ​ຂອງ​ຫ້ອງ​ທີ່​ຢູ່​ທາງ​ເຂົ້າ​ຈົນ​ຮອດ​ປະຕູ​ທາງ​ໜ້າຂອງ​ວິຫານ*ຍາວ 10 ສອກ.*  ລາວ​ເຮັດ​ປ່ອງ​ຢ້ຽມ​ຂອງ​ວິຫານ​ໃຫ້​ມີ​ຂອບນ້ອຍ​ລົງ​ໆ​.*+ ປ່ອງ​ຢ້ຽມ​ເຫຼົ່ານີ້​ຖ້າ​ເບິ່ງ​ຈາກທາງ​ນອກຈະ​ນ້ອຍ​ກວ່າ​ເບິ່ງ​ຢູ່​ທາງ​ໃນ.  ລາວ​ໄດ້​ເຮັດ​ຝາ​ອີກ​ຊັ້ນ​ໜຶ່ງ​ອ້ອມ​ວິຫານ​ທີ່​ມີ​ຫ້ອງ​ບໍລິສຸດ​ແລະ​ຫ້ອງ​ບໍລິສຸດ​ທີ່​ສຸດ+ ແລະ​ຕາມ​ຝາ​ນັ້ນ​ລາວ​ກໍ​ຂັ້ນ​ເປັນ​ຫຼາຍ​ໆ​ຫ້ອງ.+  ຊັ້ນ​ທີ 1 ຂອງ​ຫ້ອງ​ກວ້າງ 5 ສອກ* ຊັ້ນ​ທີ 2 ກວ້າງ 6 ສອກ* ແລະ​ຊັ້ນ​ທີ 3 ກວ້າງ 7 ສອກ.* ແຕ່​ລະ​ຊັ້ນ ລາວ​ເຮັດ​ເປັນ​ພັກ​ເພື່ອ​ຈະ​ເອົາ​ໄມ້​ໄປ​ຢອງ​ໃສ່​ໄດ້​ໂດຍ​ທີ່​ບໍ່​ຕ້ອງ​ເຈາະ​ຝາ​ຂອງ​ວິຫານ.+  ເຂົາ​ເຈົ້າ​ສ້າງ​ວິຫານ​ດ້ວຍ​ຫີນ​ໃຫຍ່​ໆ​ທີ່​ຕັດ​ເປັນ​ກ້ອນ​ໄວ້ແລ້ວ +ເພື່ອ​ຈະ​ບໍ່​ໄດ້​ຍິນ​ສຽງ​ຄ້ອນ​ຕີ ສຽງ​ຂວານ ຫຼື​ສຽງ​ເຄື່ອງ​ມື​ຕ່າງ​ໆ​ທີ່​ເປັນ​ເຫຼັກ​ໃນ​ຕອນ​ທີ່​ສ້າງ.  ທາງເຂົ້າ​ຂອງ​ຊັ້ນ​ທີ 1 ແມ່ນ​ຢູ່​ທາງ​ທິດໃຕ້*ຂອງ​ວິຫານ​+ແລະ​ມີຂັ້ນໄດຂຶ້ນ​ໄປ​ຊັ້ນ​ທີ 2 ແລະ​ຊັ້ນ​ທີ 3.  ລາວ​ໄດ້​ສ້າງ​ວິຫານ*ຈົນ​ແລ້ວ.+ ລາວ​ເອົາ​ໄມ້​ຊີດ້າ*ມາ​ເຮັດ​ເປັນ​ຂື່​ແລະ​ເອົາ​ໄມ້​ແປ້ນ​ທີ່​ເປັນ​ໄມ້​ຊີດ້າ​ມາ​ມຸງ​ຫຼັງ​ຄາ.+ 10  ຢູ່​ຕາມ​ຝາອ້ອມ​ວິຫານ ລາວ​ຂັ້ນ​ເປັນ​ຫຼາຍ​ໆ​ຫ້ອງ+ ແຕ່​ລະ​ຫ້ອງ​ສູງ 5 ສອກ*ແລະຕໍ່ກັບ​ວິຫານ​ດ້ວຍ​ໄມ້​ຊີດ້າ. 11  ໃນ​ຕອນ​ນັ້ນ ພະ​ເຢໂຫວາ​ເວົ້າ​ກັບ​ໂຊໂລໂມນ​ວ່າ: 12  “ຖ້າ​ເຈົ້າ​ໃຊ້​ຊີວິດ​ຕາມ​ກົດ​ໝາຍ​ຂອງ​ເຮົາ ເຮັດ​ຕາມ​ການ​ຕັດສິນ​ຂອງ​ເຮົາ ແລະ​ເຊື່ອ​ຟັງ​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ເຮົາ+ ເຈົ້າ​ຈະ​ໄດ້​ເຫັນ​ຄຳ​ສັນຍາ​ທີ່​ເຮົາ​ເຮັດ​ກັບ​ດາວິດ​ພໍ່​ຂອງ​ເຈົ້າ​ເກີດ​ຂຶ້ນ​ແທ້.+ 13  ເຮົາ​ຈະ​ຢູ່​ໃນ​ວິຫານ​ທີ່​ເຈົ້າ​ກຳລັງ​ສ້າງ. ນີ້​ໝາຍ​ຄວາມ​ວ່າ ເຮົາ​ຈະ​ຢູ່​ກັບ​ພວກ​ອິດສະຣາເອນ​ທີ່​ເປັນ​ປະຊາຊົນ​ຂອງ​ເຮົາ​+ແລະ​ຈະ​ບໍ່​ປະຖິ້ມ​ເຂົາ​ເຈົ້າ.”+ 14  ໂຊໂລໂມນ​ສ້າງ​ວິຫານ​ຈົນ​ແລ້ວ. 15  ລາວ​ຕິດ​ໄມ້​ຊີດ້າ​ອ້ອມ​ຝາ​ວິຫານ​ທັງ​ໝົດ​ຕັ້ງ​ແຕ່​ພື້ນ​ຈົນ​ຮອດ​ເພດານ ແລະປູ​ພື້ນ​ດ້ວຍ​ໄມ້​ຈູນິເປີ້.*+ 16  ຈາກ​ຝາ​ທາງ​ຫຼັງ​ຂອງ​ວິຫານ ລາວ​ແທກ​ອອກ​ມາ 20 ສອກ* ແລະ​ເອົາ​ໄມ້​ຊີດ້າ​ຂັ້ນ​ຕັ້ງ​ແຕ່​ພື້ນ​ຈົນ​ຮອດ​ເພດານ​ເພື່ອ​ເຮັດ​ເປັນ​ຫ້ອງ​ບໍລິສຸດ​ທີ່​ສຸດ.+ 17  ສ່ວນ 40 ສອກ*ທີ່​ຢູ່​ທາງ​ໜ້າຂອງ​ຫ້ອງ​ນີ້​ແມ່ນຫ້ອງ​ບໍລິສຸດ.*+ 18  ສຳລັບ​ຝາ​ທາງ​ໃນ​ທີ່​ເປັນ​ໄມ້​ຊີດ້າ ລາວແກະ​ສະ​ຫຼັກຮູບ​ໝາກ​ໄມ້​ທີ່​ເປັນ​ໜ່ວຍ​ນ້ອຍ​ໆ​ມົນ​ໆ​+ແລະ​ຮູບ​ດອກ​ໄມ້​ບານ​+ໃສ່. ຝາ​ທາງ​ໃນ​ເປັນ​ໄມ້​ຊີດ້າ​ທັງ​ໝົດແລະແນມບໍ່​ເຫັນ​ກ້ອນ​ຫີນ. 19  ໂຊໂລໂມນ​ສ້າງ​ຫ້ອງ​ບໍລິສຸດ​ທີ່​ສຸດ+ເພື່ອ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ໄວ້​ຢູ່​ຫັ້ນ.+ 20  ຫ້ອງ​ບໍລິສຸດ​ທີ່​ສຸດ​ຍາວ 20 ສອກ* ກວ້າງ 20 ສອກ ແລະ​ສູງ 20 ສອກ.+ ລາວ​ເອົາ​ຄຳ​ແທ້​ໂອບ​ຫ້ອງ​ນີ້ແລະເອົາ​ໄມ້​ຊີດ້າ​ມາຫຸ້ມແທ່ນ​ບູຊາ.+ 21  ໂຊໂລໂມນ​ເອົາ​ຄຳ​ແທ້+ໂອບ​ທາງ​ໃນ​ວິຫານ​ທັງ​ໝົດແລະ​ເອົາ​ໂສ້​ຄຳ​ຕັນ​ໄວ້​ທາງ​ໜ້າຫ້ອງ​ບໍລິສຸດ​ທີ່​ສຸດ.+ ຫ້ອງ​ນັ້ນ​ໂອບ​ດ້ວຍ​ຄຳ​ຄື​ກັນ. 22  ລາວ​ເອົາ​ຄຳ​ໂອບ​ວິຫານ*​ທັງ​ໝົດ​ແລະ​ຍັງ​ເອົາ​ຄຳ​ໂອບ​ແທ່ນ​ບູຊາ+ທີ່​ຢູ່​ໃກ້​ກັບ​ຫ້ອງ​ບໍລິສຸດ​ທີ່​ສຸດ​ນຳ​ອີກ. 23  ໂຊໂລໂມນ​ເອົາໄມ້​ແປກ*ມາ​ເຮັດ​ເຄຣູບ+ 2 ອົງ ແຕ່​ລະ​ອົງ​ສູງ 10 ສອກ*+ ແລ້ວ​ເອົາ​ໄປ​ຕັ້ງ​ໄວ້​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ. 24  ປີກ​ແຕ່​ລະ​ເບື້ອງ​ຂອງ​ເຄຣູບ​ແທກ​ໄດ້ 5 ສອກ.* ສົ້ນ​ປີກ​ເບື້ອງ​ໜຶ່ງ​ຫາ​ສົ້ນ​ປີກ​ອີກ​ເບື້ອງ​ໜຶ່ງ​ແທກ​ໄດ້ 10 ສອກ.* 25  ເຄຣູບ​ອີກ​ອົງ​ໜຶ່ງ​ກໍ​ແທກ​ໄດ້ 10 ສອກ*ຄື​ກັນ. ເຄຣູບ 2 ອົງ​ນີ້​ມີ​ຮູບ​ຮ່າງ​ແລະ​ຂະໜາດ​ສ່ຳ​ກັນ. 26  ເຄຣູບ​ອົງ​ໜຶ່ງ​ສູງ 10 ສອກ*ແລະ​ເຄຣູບ​ອີກ​ອົງ​ໜຶ່ງ​ກໍ​ສູງ​ສ່ຳ​ກັນ. 27  ແລ້ວ​ໂຊໂລໂມນ​ກໍ​ເອົາ​ເຄຣູບ 2 ອົງ​ນີ້+ໄປ​ຕັ້ງ​ໄວ້​ໃນ​ຫ້ອງບໍລິສຸດ​ທີ່​ສຸດ. ເຄຣູບ 2 ອົງ​ນີ້​ພື​ປີກ​ອອກ. ປີກ​ເບື້ອງ​ໜຶ່ງ​ຂອງ​ເຄຣູບ​ອົງ​ໜຶ່ງ​ຈຸ​ຝາ​ເບື້ອງ​ນີ້ ແລະ​ປີກ​ເບື້ອງ​ໜຶ່ງ​ຂອງ​ເຄຣູບ​ອີກ​ອົງ​ໜຶ່ງ​ຈຸ​ຝາ​ເບື້ອງ​ນັ້ນ ແລະ​ປີກ​ອີກ​ເບື້ອງ​ໜຶ່ງຂອງ​ທັງ​ສອງ​ອົງຈຸ​ກັນ​ຢູ່​ເຄິ່ງ​ກາງ​ຫ້ອງບໍລິສຸດ​ທີ່​ສຸດ. 28  ໂຊໂລໂມນ​ເອົາ​ຄຳ​ໂອບ​ເຄຣູບ 2 ອົງ​ນີ້. 29  ໂຊໂລໂມນ​ໄດ້​ແກະ​ສະ​ຫຼັກ​ຮູບ​ເຄຣູບ+ ຮູບ​ຕົ້ນປາມ+ ແລະ​ຮູບ​ດອກ​ໄມ້​ບານ+ໃສ່​ເຕັມ​ຝາ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ແລະ​ຝາ​ໃນ​ຫ້ອງ​ບໍລິສຸດ. 30  ໂຊໂລໂມນ​ເອົາ​ຄຳ​ເປັນ​ແຜ່ນ​ຕິດ​ໃສ່​ພື້ນ​ຂອງ​ຫ້ອງ​ບໍລິສຸດ​ທີ່​ສຸດ​ແລະ​ຫ້ອງ​ບໍລິສຸດ. 31  ຝາ​ທີ່​ຂັ້ນ 2 ຫ້ອງ​ນີ້​ມີ 5 ສ່ວນ​ເທົ່າ​ກັນ. 1 ສ່ວນ​ຂອງ​ຝາ​ນັ້ນແມ່ນ​ທາງເຂົ້າ​ຫ້ອງ​ບໍລິສຸດ​ທີ່​ສຸດ. ທາງເຂົ້າ​ນີ້​ມີ​ປະຕູ​ໄມ້​ແປກ ເສົາ​ທີ່​ຕິດ​ກັບ​ຝາ ແລະ​ຂອບ​ປະຕູ. 32  ລາວ​ແກະ​ສະ​ຫຼັກ​ຮູບ​ເຄຣູບ ຮູບ​ຕົ້ນປາມ ແລະ​ຮູບ​ດອກ​ໄມ້​ບານ​ໃສ່​ປະຕູ​ໄມ້​ແປກ​ທັງສອງ​ບານ. ລາວ​ເອົາ​ຄຳ​ໂອບ​ປະຕູ​ທັງສອງ​ບານ ໂອບ​ຮູບ​ເຄຣູບ ແລະ​ໂອບ​ຮູບ​ຕົ້ນປາມ​ນຳ. 33  ສຳລັບ​ປະຕູ​ທາງເຂົ້າ​ຂອງ​ຫ້ອງ​ບໍລິສຸດ ລາວ​ເອົາ​ໄມ້​ແປກ​ມາ​ເຮັດ​ຂອບ​ປະຕູ​ເຊິ່ງ​ເປັນ​ສ່ວນ​ທີ 4.* 34  ລາວ​ເອົາ​ໄມ້​ຈູນິເປີ້​ມາ​ເຮັດ​ປະຕູ 2 ບານ ແລະ​ປະຕູ​ແຕ່​ລະ​ບານ​ກໍ​ພັບ​ໄດ້.+ 35  ລາວ​ແກະ​ສະ​ຫຼັກ​ຮູບ​ເຄຣູບ ຮູບ​ຕົ້ນປາມ ແລະ​ຮູບ​ດອກ​ໄມ້​ບານ​ໃສ່​ປະຕູ​ແລ້ວ​ເອົາ​ແຜ່ນ​ຄຳ​ມາ​ໂອບ​ໃສ່​ຮູບ​ທີ່​ແກະ​ສະ​ຫຼັກ​ນັ້ນ. 36  ລາວ​ສ້າງ​ກຳແພງ​ອ້ອມ​ເດີ່ນ​ທາງ​ໃນ+ທີ່​ມີ​ຫີນ​ເປັນ​ກ້ອນ​ຢອງ​ກັນ 3 ຊັ້ນ​ແລະ​ມີ​ຊັ້ນ​ໜຶ່ງ​ເປັນ​ໄມ້​ຊີດ້າ.+ 37  ໃນ​ເດືອນ​ຊິບ​ຂອງ​ປີ​ທີ 4 ທີ່ໂຊໂລໂມນ​ປົກຄອງ ລາວ​ໄດ້​ວາງ​ຮາກ​ຖານ​ວິຫານ​ຂອງ​ພະ​ເຢໂຫວາ.+ 38  ໃນ​ເດືອນ​ບູເຣ* (ເຊິ່ງ​ແມ່ນ​ເດືອນ​ທີ 8) ຂອງ​ປີ​ທີ 11 ທີ່​ໂຊໂລໂມນ​ປົກຄອງ ລາວ​ໄດ້​ສ້າງ​ວິຫານ​ແລ້ວ​ຕາມ​ລາຍ​ລະອຽດ​ທຸກ​ຢ່າງ.+ ລາວ​ໃຊ້​ເວລາ 7 ປີ​ເພື່ອ​ສ້າງ​ວິຫານ.

ຂໍຄວາມໄຂເງື່ອນ

ໃນນີ້ຄຳວ່າ “ວິຫານ” ໝາຍເຖິງສ່ວນທີ່ເປັນຫ້ອງບໍລິສຸດແລະຫ້ອງບໍລິສຸດທີ່ສຸດ
26,7 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.
8,9 ແມັດ
13,3 ແມັດ
8,9 ແມັດ
ໃນນີ້ຄຳວ່າ “ວິຫານ” ໝາຍເຖິງສ່ວນທີ່ເປັນຫ້ອງບໍລິສຸດແລະຫ້ອງບໍລິສຸດທີ່ສຸດ
ໃນນີ້ຄຳວ່າ “ວິຫານ” ໝາຍເຖິງສ່ວນທີ່ເປັນຫ້ອງບໍລິສຸດແລະຫ້ອງບໍລິສຸດທີ່ສຸດ
4,5 ແມັດ
ຫຼື “ໃຫ້ມີຂອບປ່ອງຢ້ຽມທີ່ເປັນຊັ້ນ​ໆ​”
3,1 ແມັດ
2,2 ແມັດ
2,7 ແມັດ
ແປຕາມໂຕວ່າ “ທາງເບື້ອງຂວາ”
ໃນນີ້ຄຳວ່າ “ວິຫານ” ໝາຍເຖິງສ່ວນທີ່ເປັນຫ້ອງບໍລິສຸດແລະຫ້ອງບໍລິສຸດທີ່ສຸດ
ໄມ້ແປກຊະນິດໜຶ່ງ
2,2 ແມັດ
ໄມ້ແປກຊະນິດໜຶ່ງ
8,9 ແມັດ
17,8 ແມັດ
ແປຕາມໂຕວ່າ “ວິຫານ”
8,9 ແມັດ
ໃນນີ້ຄຳວ່າ “ວິຫານ” ໝາຍເຖິງສ່ວນທີ່ເປັນຫ້ອງບໍລິສຸດແລະຫ້ອງບໍລິສຸດທີ່ສຸດ
4,5 ແມັດ
ແປຕາມໂຕວ່າ “ໄມ້ທີ່ມີນ້ຳມັນ”
2,2 ແມັດ
4,5 ແມັດ
4,5 ແມັດ
4,5 ແມັດ
ອາດໝາຍເຖິງການສ້າງຂອບປະຕູຫຼືຂະໜາດຂອງປະຕູ