ກະສັດ​ສະບັບ​ທີ​ໜຶ່ງ 9:1-28

  • ພະ​ເຢໂຫວາ​ມາ​ຫາ​ໂຊໂລໂມນ​ອີກ (1-​9)

  • ໂຊໂລໂມນ​ເອົາ​ເມືອງ​ຕ່າງ​​ໆ​ໃຫ້​ກະສັດ​ຮີຣາມ (10-​14)

  • ໂຄງການ​ຕ່າງ​​ໆ​ຂອງ​ໂຊໂລໂມນ (15-​28)

9  ໃນ​ທີ່​ສຸດ ໂຊໂລໂມນ​ກໍ​ໄດ້​ເຮັດ​ທຸກ​ສິ່ງ​ສຳເລັດ​ຕາມ​ທີ່​ວາງ​ແຜນ​ໄວ້. ລາວ​ໄດ້​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ ວັງ​ຂອງ​ໂຕເອງ+ ແລະ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ລາວ​ຢາກ​ເຮັດ.+  ພະ​ເຢໂຫວາ​ໄດ້​ມາ​ຫາ​ໂຊໂລໂມນ​ທາງ​ຄວາມ​ຝັນ​ເປັນ​ເທື່ອ​ທີ 2 ຄື​ກັບ​ທີ່​ເພິ່ນ​ເຄີຍ​ມາ​ຫາ​ລາວ​ຢູ່​ກິເບໂອນ.+  ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ວ່າ: “ເຮົາ​ໄດ້​ຍິນ​ຄຳ​ອະທິດຖານ​ແລະ​ຄຳ​ອ້ອນວອນ​ຂອງ​ເຈົ້າ​ແລ້ວ. ເຮົາ​ໄດ້​ເຮັດ​ໃຫ້​ວິຫານ​ຫຼັງ​ນີ້​ທີ່​ເຈົ້າ​ສ້າງ​ບໍລິສຸດ​ແລ້ວ ແລະຊື່​ຂອງ​ເຮົາຈະ​ຢູ່​ນີ້​ຕະຫຼອດໄປ.+ ເຮົາ​ຈະ​ປົກ​ປ້ອງ​ແລະ​ເບິ່ງ​ແຍງ​ວິຫານ​ນີ້​ສະເໝີ.+  ຖ້າ​ເຈົ້າ​ໃຊ້​ຊີວິດ​ຕາມ​ແນວ​ທາງຂອງ​ເຮົາ ແລະ​ສັດຊື່+ຕໍ່​ເຮົາ​ດ້ວຍ​ສຸດ​ຫົວໃຈ+ຄື​ກັບ​ດາວິດ​ພໍ່​ຂອງ​ເຈົ້າ+ ເຮັດ​ທຸກ​ສິ່ງ​ຕາມ​ທີ່​ເຮົາ​ສັ່ງ​ເຈົ້າ+ ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ເຮົາ​ແລະ​ເຮັດ​ຕາມ​ການ​ຕັດສິນ​ຂອງ​ເຮົາ+  ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ກະສັດ​ປົກຄອງ​ອິດສະຣາ​ເອນ​ຕະຫຼອດໄປ ຄື​ກັບ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ​ພໍ່​ຂອງ​ເຈົ້າ​ວ່າ ‘ຈະ​ມີ​ແຕ່​ລູກ​ຫຼານ​ຂອງ​ເຈົ້າ​ປົກຄອງ​ອິດສະຣາ​ເອນ​ຕະຫຼອດໄປ.’+  ແຕ່​ຖ້າ​ເຈົ້າ​ກັບ​ລູກ​ຫຼານ​ຂອງ​ເຈົ້າ​ບໍ່​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເຮົາ ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ແລະ​ກົດ​ໝາຍທີ່​ເຮົາ​ໃຫ້​ພວກ​ເຈົ້າ ແລ້ວ​ໄປ​ຂາບ​ໄຫວ້​ແລະ​ຮັບ​ໃຊ້​ພະເຈົ້າ​ອື່ນ+  ເຮົາ​ຈະ​ໄລ່​ພວກ​ອິດສະຣາ​ເອນ​ອອກ​ຈາກ​ແຜ່ນດິນ​ທີ່​ເຮົາ​ເອົາ​ໃຫ້​ເຂົາ​ເຈົ້າ+ ແລະ​ເຮົາ​ກໍ​ຈະ​ປະຖິ້ມ​ວິຫານ​ທີ່​ເຮົາ​ເຮັດ​ໃຫ້​ບໍລິສຸດ​ສຳລັບ​ຊື່​ຂອງ​ເຮົາ+ ແລ້ວ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ຈະ​ເວົ້າ​ດູຖູກ​ແລະ​ເຍາະເຍີ້ຍ​ພວກ​ອິດສະຣາ​ເອນ.+  ວິຫານ​ຫຼັງ​ນີ້​ຈະເຫຼືອ​ແຕ່ຊາກ​ຫັກ​ພັງ.+ ທຸກ​ຄົນ​ທີ່​ຍ່າງ​ກາຍ​ໄປ​ກາຍ​ມາ​ຈະ​ຕົກ​ໃຈ​ແລະ​ເວົ້າເຍາະເຍີ້ຍ*ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ຈັ່ງ​ຊີ້​ກັບ​ແຜ່ນດິນ​ນີ້​ແລະ​ວິຫານ​ຫຼັງ​ນີ້?’+  ແລ້ວ​ຄົນ​ເຫຼົ່ານີ້​ຈະ​ເວົ້າ​ວ່າ ‘ກະ​ຍ້ອນ​ເຂົາ​ເຈົ້າ​ປະຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຜູ້​ທີ່​ພາ​ປູ່​ຍ່າ​ຕາ​ນາຍ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ ແລ້ວ​ໄປ​ຂາບ​ໄຫວ້​ແລະ​ຮັບ​ໃຊ້​ພະເຈົ້າ​ອື່ນ. ຍ້ອນ​ແນວ​ນີ້​ແຫຼະ ພະ​ເຢໂຫວາ​ຈຶ່ງ​ໃຫ້​ເຂົາ​ເຈົ້າ​ເຈິ​ເລື່ອງ​ທີ່​ໂຫດ​ຮ້າຍ​ແບບ​ນີ້.’”+ 10  ໂຊໂລໂມນ​ໃຊ້​ເວລາ 20 ປີ​ເພື່ອ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ວັງ​ຂອງ​ລາວ.+ 11  ຮີຣາມ+ກະສັດ​ເມືອງ​ຕີເຣ​ໄດ້​ສົ່ງ​ໄມ້​ຊີດ້າ* ໄມ້​ຈູນິເປີ້* ແລະ​ຄຳ​ໄປ​ໃຫ້​ກະສັດ​ໂຊໂລໂມນ​ຕາມ​ທີ່​ລາວ​ຕ້ອງການ.+ ໂຊໂລໂມນ​ຈຶ່ງ​ຍົກ 20 ເມືອງ​ໃນ​ເຂດ​ຄາລີເລ​ໃຫ້​ຮີຣາມ. 12  ຮີຣາມ​ໄດ້​ອອກ​ຈາກ​ເມືອງ​ຕີເຣ​ເພື່ອ​ໄປ​ເບິ່ງ​ເມືອງ​ຕ່າງ​ໆ​ທີ່​ໂຊໂລໂມນ​ເອົາ​ໃຫ້ ແຕ່​ລາວ​ບໍ່​ມັກ​ຈັກ​ເມືອງ. 13  ຮີຣາມ​ເວົ້າ​ວ່າ: “ພີ່ນ້ອງ​ເອີ້ຍ ເຈົ້າ​ຄື​ເອົາ​ເມືອງ​ແບບ​ນີ້​ໃຫ້​ຂ້ອຍ?” ເຂົາ​ເຈົ້າ​ຈຶ່ງ​ເອີ້ນ​ເມືອງ​ເຫຼົ່າ​ນັ້ນ​ວ່າ​ແຜ່ນດິນ​ກາບູນ*​ຈົນ​ຮອດ​ທຸກ​ມື້​ນີ້. 14  ຮີຣາມໄດ້​ສົ່ງ​ຄຳ 120 ຕະລັນ*ໄປ​ໃຫ້​ກະສັດ​ໂຊໂລໂມນ.+ 15  ກະສັດ​ໂຊໂລໂມນ​ໄດ້​ສັ່ງ​ຄົນ​+ໃຫ້​ມາ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ+ ວັງ​ຂອງ​ລາວ ໂນນ*+ ກຳແພງ​ເມືອງ​ເຢຣູຊາເລັມ ເມືອງ​ຮາໂສ+ ເມືອງ​ເມກິດໂດ+ ແລະ​ເມືອງ​ເກເຊ.+ 16  (ກະສັດ​ຂອງ​ເອຢິບ*ໄດ້​ໄປ​ຍຶດ​ເມືອງ​ເກເຊ​ແລະ​ຈູດ​ເມືອງ​ນັ້ນ ແລະ​ລາວ​ໄດ້​ຂ້າ​ພວກ​ການາອານ+ທີ່​ຢູ່​ຫັ້ນ. ຕອນ​ທີ່​ລູກສາວ​ຂອງ​ລາວ+​ແຕ່ງດອງ​ກັບ​ໂຊໂລໂມນ ລາວ​ໄດ້​ເອົາ​ເມືອງ​ນັ້ນ​ໃຫ້​ລູກສາວ​ເປັນ​ຂອງຂວັນ​ແຕ່ງດອງ.) 17  ໂຊໂລໂມນ​ໄດ້ຟື້ນຟູ​ເມືອງ​ເກເຊ​ຂຶ້ນ​ໃໝ່* ລວມ​ທັງ​ເມືອງ​ເບັດໂຮໂຣນ​ທ່າ+ 18  ບ້ານ​ບາອາລາດ+ ແລະ​ເມືອງ​ຕາມາ​ໃນ​ບ່ອນ​ກັນດານ​ຂອງ​ແຜ່ນດິນ​ນັ້ນ 19  ເມືອງ​ຕ່າງ​ໆ​ເພື່ອເອົາ​ອາຫານ​ຂອງ​ໂຊໂລໂມນ​ໄວ້ ເມືອງ​ຕ່າງ​ໆ​ເພື່ອ​ເອົາ​ລົດ​ມ້າ​ໄວ້+ ແລະ​ເມືອງ​ຕ່າງ​ໆ​ເພື່ອ​ໃຫ້​ພວກ​ທະຫານ​ມ້າ​ຢູ່. ໂຊໂລໂມນ​ຢາກ​ສ້າງ​ຫຍັງ​ລາວ​ກໍ​ສ້າງ​ໂລດ​ໃນ​ເມືອງ​ເຢຣູຊາເລັມ ໃນ​ເລບານອນ ແລະ​ໃນ​ແຜ່ນດິນ​ທັງ​ໝົດ​ທີ່​ລາວ​ປົກຄອງ. 20  ໃນ​ຕອນ​ນັ້ນ​ຍັງ​ມີ​ບາງຄົນ​ທີ່​ບໍ່​ແມ່ນ​ຄົນ​ອິດສະຣາ​ເອນ​+ອາໄສ​ຢູ່​ໃນ​ແຜ່ນດິນ​ນັ້ນ. ເຂົາ​ເຈົ້າ​ເປັນ​ຄົນ​ອາໂມ ຄົນ​ເຮດ ຄົນ​ເປຣິຊີ ຄົນ​ຮີວີ ແລະ​ຄົນ​ເຢບຸດ.+ 21  ເຂົາ​ເຈົ້າ​ຍັງ​ຢູ່​ຫັ້ນ ຍ້ອນ​ວ່າ​ພວກ​ອິດສະຣາ​ເອນ​ບໍ່​ໄດ້​ຂ້າ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ໃຫ້​ໝົດ. ໂຊໂລໂມນ​ໄດ້​ໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ​ເປັນ​ກຳມະກອນ​ຈົນ​ຮອດ​ທຸກ​ມື້​ນີ້.+ 22  ແຕ່​ໂຊໂລໂມນ​ບໍ່​ໄດ້​ໃຫ້​ພວກ​ອິດສະຣາ​ເອນ​ເຮັດ​ວຽກ​ເປັນ​ທາດ​ຈັກ​ຄົນ.+ ລາວໃຫ້​ເຂົາ​ເຈົ້າ​ເປັນ​ທະຫານ ເປັນ​ຂ້າລາຊະການ ເປັນ​ເຈົ້າ​ນາຍ ເປັນ​ຫົວ​ໜ້າ​ທະຫານ ເປັນ​ຫົວ​ໜ້າ​ຄົນ​ຂັບ​ລົດ​ມ້າ ແລະ​ເປັນ​ຫົວ​ໜ້າ​ທະຫານ​ມ້າ. 23  ໂຊໂລໂມນ​ໄດ້​ແຕ່ງຕັ້ງ​ຫົວ​ໜ້າ 550 ຄົນ​ໃຫ້​ເບິ່ງ​ແຍງ​ວຽກ​ຂອງ​ລາວ​ແລະ​ເບິ່ງ​ແຍງ​ຄົນ​ທີ່​ເຮັດ​ວຽກ​ທັງ​ໝົດ​ໃຫ້​ລາວ.+ 24  ລູກສາວ​ຂອງ​ກະສັດ​ເອຢິບ*+ໄດ້​ຍ້າຍ​ອອກ​ຈາກ​ເມືອງ​ຂອງ​ດາວິດ+​ແລ້ວ​ມາ​ຢູ່​ວັງ​ທີ່​ໂຊໂລໂມນ​ສ້າງ​ໃຫ້​ລາວ. ຈາກ​ນັ້ນ ໂຊໂລໂມນ​ກໍ​ສ້າງໂນນ.+ 25  ໂຊໂລໂມນ​ສັ່ງ​ໃຫ້​ຄົນ​ເຜົາ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ປີ​ລະ 3 ເທື່ອ+ເທິງ​ແທ່ນ​ບູຊາ​ທີ່​ລາວ​ສ້າງ​ໃຫ້​ພະ​ເຢໂຫວາ+ ແລ້ວ​ຄວັນ​ຈາກ​ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ​ກໍ​ລອຍ​ຂຶ້ນ​ໄປ​ຫາ​ພະ​ເຢໂຫວາ. ໃນ​ທີ່​ສຸດ​ໂຊໂລໂມນ​ກໍ​ສ້າງ​ວິຫານ​ແລ້ວ.+ 26  ກະສັດ​ໂຊໂລໂມນ​ຍັງ​ໄດ້​ສ້າງເຮືອ​ຫຼາຍ​ລຳຢູ່​ເອັດຊີໂອນເກເບ​+ທີ່​ຢູ່​ໃກ້​ເມືອງ​ເອໂລດ ເຊິ່ງ​ເປັນ​ເມືອງ​ທີ່​ຢູ່​ແຄມ​ຝັ່ງ​ທະເລ​ແດງ​ໃນ​ເອໂດມ.+ 27  ຮີຣາມ​ໄດ້​ສົ່ງ​ຄົນ​ຂອງ​ລາວ​ເຊິ່ງ​ເປັນ​ລູກ​ເຮືອ​ທີ່​ມີ​ປະສົບການ​ໄປ​ກັບ​ເຮືອ​ເຫຼົ່ານີ້+ເພື່ອ​ເຮັດ​ວຽກ​ກັບ​ຄົນ​ຂອງ​ໂຊໂລໂມນ. 28  ເຂົາ​ເຈົ້າ​ໄປ​ໂອຟີ+ແລະ​ເອົາ​ຄຳ 420 ຕະລັນ*ຈາກ​ຫັ້ນ​ມາ​ໃຫ້​ກະສັດ​ໂຊໂລໂມນ.

ຂໍຄວາມໄຂເງື່ອນ

ແປຕາມໂຕວ່າ “ຜິວປາກໃສ່ແລະເວົ້າໃຫ້”
ໄມ້ແປກຊະນິດໜຶ່ງ
ໄມ້ແປກຊະນິດໜຶ່ງ
ຫຼືອາດແປວ່າ “ແຜ່ນດິນທີ່ບໍ່ມີຄ່າຫຍັງເລີຍ”
4.104 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ພາສາເຮັບເຣີແມ່ນມິໂລ. ອາດສ້າງໂນນນີ້ເພື່ອປົກປ້ອງເມືອງ.
ແປຕາມໂຕວ່າ “ຟາໂຣ”
ຫຼື “ເຮັດໃຫ້ເມືອງເກເຊເຂັ້ມແຂງຂຶ້ນ”
ແປຕາມໂຕວ່າ “ຟາໂຣ”
14.364 ກິໂລກຣາມ