ຂ່າວຄາວ​ສະບັບ​ທີ​ໜຶ່ງ 10:1-14

  • ຊາອູນ​ກັບ​ພວກ​ລູກ​ຊາຍ​ຕາຍ (1-​14)

10  ມີ​ມື້​ໜຶ່ງ​ພວກ​ຟີລິດສະຕີນ​ມາ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ ພວກ​ທະຫານ​ອິດສະຣາເອນ​ຕໍ່ສູ້​ບໍ່​ໄຫວ​ຈຶ່ງ​ໜີ ແລະ​ມີ​ຫຼາຍ​ຄົນ​ຖືກ​ຂ້າ​ຢູ່​ເທິງ​ພູ​ກິນໂບອາ.+  ພວກ​ທະຫານ​ຟີລິດສະຕີນ​ໄລ່​ທັນ​ຊາອູນ​ກັບ​ພວກ​ລູກຊາຍ ແລ້ວ​ໄດ້​ຂ້າ​ໂຢນາທານ ອາບີນາດາບ ແລະ​ມັນກີຊົວ+​ທີ່​ເປັນ​ລູກຊາຍ​ຂອງ​ຊາອູນ.  ເຂົາເຈົ້າ​ຕໍ່ສູ້​ກັບ​ຊາອູນ​ຢ່າງ​ດຸເດືອດ. ເມື່ອ​ພວກ​ທະຫານ​ຍິງ​ທະນູ​ເຫັນ​ຊາອູນ ເຂົາເຈົ້າກໍ​ຍິງ​ທະນູ​ໃສ່​ລາວ​ຈົນ​ເຈັບ​ໜັກ.+  ຊາອູນ​ເວົ້າ​ກັບ​ຜູ້​ທີ່​ຖື​ອາວຸດ​ໃຫ້​ລາວ​ວ່າ: “ເອົາ​ດາບ​ຂອງ​ເຈົ້າ​ມາ​ແທງ​ຂ້ອຍ​ໃຫ້​ຕາຍເພື່ອ​ບໍ່​ໃຫ້​ພວກ​ທີ່​ນັບຖື​ພະເຈົ້າ​ປອມ*​ເຮັດ​ກັບ​ຂ້ອຍ​ແບບ​ໂຫດ​ໆ​+​ແລ້ວ​ກໍ​ຂ້າ​ຂ້ອຍ.” ແຕ່​ທະຫານ​ຜູ້​ນັ້ນ​ບໍ່​ຍອມ​ເຮັດ​ຍ້ອນ​ຢ້ານ​ຫຼາຍ. ຊາອູນ​ຈຶ່ງຖອດ​ດາບຂອງ​ໂຕເອງ​ອອກ​ມາ​ແລ້ວ​ຂ້າໂຕຕາຍ.+  ເມື່ອ​ຜູ້​ທີ່​ຖື​ອາວຸດ​ເຫັນ​ວ່າ​ຊາອູນ​ຕາຍ​ແລ້ວ ລາວ​ກໍ​ຖອດ​ດາບ​ອອກ​ມາ​ແລ້ວ​ຂ້າ​ໂຕຕາຍ​ຄືກັນ.  ສະຫຼຸບ​ແລ້ວ ຊາອູນ ລູກຊາຍ 3 ຄົນ​ຂອງ​ລາວ ແລະ​ຄົນ​ຂອງ​ລາວ​ຕາຍ​ໃນ​ການ​ຕໍ່ສູ້​ເທື່ອ​ນີ້.+  ເມື່ອ​ພວກ​ອິດສະຣາເອນ​ທີ່​ຢູ່​ແຖວ​ຮ່ອມພູ​ຮູ້​ວ່າ​ທຸກຄົນ​ໜີ​ໄປ​ແລະ​ຊາອູນ​ກັບ​ພວກ​ລູກຊາຍ​ກໍ​ຕາຍ​ແລ້ວ ເຂົາເຈົ້າ​ຈຶ່ງ​ປະຖິ້ມ​ເຮືອນ​ຊານ​ແລະກໍ​ໜີ​ໄປ​ຄືກັນ ແລ້ວ​ພວກ​ຟີລິດສະຕີນ​ກໍ​ເຂົ້າ​ມາ​ຍຶດ​ເອົາ​ເມືອງ​ຂອງ​ເຂົາເຈົ້າ.  ມື້​ຕໍ່ມາ ເມື່ອ​ພວກ​ຟີລິດສະຕີນ​ມາ​ປົດ​ເອົາ​ເຄື່ອງ​ຈາກ​ສົບຄົນຕາຍ ເຂົາເຈົ້າ​ກໍ​ເຫັນ​ວ່າ​ຊາອູນ​ກັບ​ພວກ​ລູກຊາຍ​ຕາຍ​ຢູ່​ເທິງ​ພູ​ກິນໂບອາ.+  ເຂົາເຈົ້າ​ຈຶ່ງ​ຕັດ​ຫົວ​ຊາອູນ ແກ້​ເອົາ​ຊຸດ​ນັກຮົບ​ກັບ​ອາວຸດ​ຂອງ​ລາວ ແລ້ວ​ສົ່ງ​ຂ່າວ​ໄປ​ວິຫານ​ຂອງ​ພະເຈົ້າ​ປອມ+​ແລະ​ບອກ​ຄົນ​ທົ່ວ​ແຜ່ນດິນ​ຟີລິດສະຕີນໃຫ້​ຮູ້​ເລື່ອງ​ນີ້. 10  ຈາກ​ນັ້ນ ພວກ​ຟີລິດສະຕີນ​ກໍ​ເອົາ​ຊຸດ​ນັກຮົບ​ກັບ​ອາວຸດ​ຂອງ​ຊາອູນ​ໄປ​ໄວ້​ໃນ​ວິຫານ​ພະເຈົ້າ​ຂອງເຂົາເຈົ້າ ແລະ​ເອົາຫົວ​ລາວ​ໄປຫ້ອຍໄວ້​ຢູ່​ວິຫານ​ຂອງ​ພະ​ດາໂກນ.+ 11  ເມື່ອ​ທຸກຄົນ​ທີ່​ຢູ່​ເມືອງ​ຢາເບັດ+​ໃນ​ກິລຽດ​ໄດ້​ຍິນ​ສິ່ງ​ທີ່​ພວກ​ຟີລິດສະຕີນ​ເຮັດ​ກັບ​ຊາອູນ+ 12  ພວກ​ທະຫານ​ທຸກຄົນ​ຈາກ​ເມືອງ​ນັ້ນ​ກໍ​ໄປ​ເອົາ​ສົບ​ຂອງ​ຊາອູນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ກັບ​ມາ​ເມືອງ​ຢາເບັດ. ເຂົາເຈົ້າ​ເອົາ​ກະດູກ​ຂອງ​ຊາອູນ​ກັບ​ພວກ​ລູກຊາຍ​ໄປ​ຝັງ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່​ໃນ​ເມືອງ​ຢາເບັດ+ ແລະ​ພາກັນ​ອົດ​ເຂົ້າ 7 ມື້. 13  ຊາອູນ​ຕາຍ​ຍ້ອນ​ລາວ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ. ລາວ​ບໍ່​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ+ ແລະ​ລາວ​ຍັງ​ຂໍ​ໃຫ້​ໝໍ​ຜີ​ຊ່ວຍ+ 14  ແທນ​ທີ່​ຈະ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ຊາອູນ​ຕາຍ ແລະ​ໃຫ້​ດາວິດ​ລູກຊາຍ​ຂອງ​ເຢຊີ​ເປັນ​ກະສັດ​ແທນ​ລາວ.+

ຂໍຄວາມໄຂເງື່ອນ

ພວກ​ທີ່​ບໍ່​ໄດ້​ຮັບ​ສິນຕັດ