ຂ່າວຄາວ​ສະບັບ​ທີ​ໜຶ່ງ 11:1-47

  • ພວກ​ອິດສະຣາເອນ​ແຕ່ງຕັ້ງ​ດາວິດ​ໃຫ້​ເປັນ​ກະສັດ (1-​3)

  • ດາວິດ​ຍຶດ​ຊີໂອນ​ໄດ້ (4-​9)

  • ພວກ​ທະຫານ​ທີ່​ເກັ່ງ​​ໆ​ຂອງ​ດາວິດ (10-​47)

11  ຕໍ່ມາ ພວກ​ອິດສະຣາເອນ​ໄດ້​ມາຫາ​ດາວິດ​ຢູ່​ເມືອງ​ເຮັບໂຣນ+​ແລະ​ເວົ້າ​ວ່າ: “ພວກເຮົາ​ເປັນ​ພີ່ນ້ອງ​ສາຍ​ເລືອດ​ດຽວ​ກັນ​ກັບ​ທ່ານ.*+  ຕອນ​ທີ່​ຊາອູນ​ເປັນ​ກະສັດ ທ່ານ​ເປັນ​ຜູ້ນຳ​ກອງທັບ​ອິດສະຣາເອນ​ອອກ​ໄປ​ຕໍ່ສູ້+ ແລະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ​ໄດ້​ບອກ​ທ່ານ​ວ່າ ‘ເຈົ້າ​ຈະ​ເບິ່ງແຍງ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ ແລະ​ເຈົ້າ​ຈະ​ເປັນ​ຜູ້ນຳ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ.’”+  ພວກ​ຜູ້ນຳ​ທຸກຄົນ​ຂອງ​ອິດສະຣາເອນ​ຈຶ່ງ​ມາ​ຫາ​ກະສັດ​ດາວິດ​ຢູ່​ເມືອງ​ເຮັບໂຣນ ແລະ​ດາວິດ​ກໍ​ເຮັດ​ສັນຍາ​ກັບ​ເຂົາເຈົ້າ​ຢູ່​ເມືອງ​ເຮັບໂຣນ​ຕໍ່​ໜ້າ​ພະ​ເຢໂຫວາ. ຈາກນັ້ນ ເຂົາເຈົ້າ​ໄດ້​ແຕ່ງຕັ້ງ​ດາວິດ​ໃຫ້​ເປັນ​ກະສັດ​ຂອງ​ອິດສະຣາເອນ+​ຕາມ​ທີ່​ພະ​ເຢໂຫວາ​ບອກ​ໄວ້​ຜ່ານ​ທາງ​ຊາມູເອນ.+  ແລ້ວ​ດາວິດ​ກັບ​ພວກ​ອິດສະຣາເອນ​ກໍ​ໄປ​ເມືອງ​ເຢຣູຊາເລັມ ເຊິ່ງ​ຕອນນັ້ນ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເມືອງ​ເຢບຸດ.+ ເຂົາເຈົ້າ​ໄປ​ຕໍ່ສູ້​ກັບ​ພວກ​ເຢບຸດ+​ທີ່​ອາໄສ​ຢູ່ຫັ້ນ.  ພວກ​ເຢບຸດ​ເວົ້າ​ໃຫ້​ດາວິດ​ວ່າ: “ເຈົ້າ​ບໍ່​ມີ​ທາງ​ເຂົ້າ​ມາ​ໃນ​ເມືອງ​ນີ້​ໄດ້​ດອກ!”+ ແຕ່​ດາວິດ​ຍຶດ​ປ້ອມ​ຊີໂອນ​ໄດ້.+ ຕອນ​ນີ້​ປ້ອມ​ນັ້ນ​ຖືກ​ເອີ້ນ​ວ່າ​ເມືອງ​ຂອງ​ດາວິດ.+  ດາວິດ​ເວົ້າ​ວ່າ: “ໃຜ​ທີ່​ຂຶ້ນ​ໄປ​ຕໍ່ສູ້​ກັບ​ພວກ​ເຢບຸດ​ເປັນຜູ້​ທຳອິດ ຂ້ອຍ​ຈະ​ໃຫ້​ເປັນ​ຫົວໜ້າກອງທັບ.” ໂຢອາບ+​ລູກຊາຍ​ຂອງ​ເຊຣູຢາ​ໄປ​ຕໍ່ສູ້​ເປັນ​ຜູ້​ທຳອິດ ແລະ​ລາວ​ກໍ​ໄດ້​ເປັນ​ຫົວໜ້າ​ກອງທັບ.  ແລ້ວ​ດາວິດ​ກໍ​ຍ້າຍ​ເຂົ້າ​ໄປ​ຢູ່​ໃນ​ປ້ອມ​ນັ້ນ ປ້ອມ​ນັ້ນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ເມືອງ​ຂອງ​ດາວິດ.  ດາວິດ​ເລີ່ມ​ສ້າງ​ກຳແພງ​ເມືອງ​ແລະ​ສ້າງ​ສິ່ງ​ຕ່າງ​ໆ​ຢູ່​ເທິງ​ໂນນ.* ຫຼັງຈາກນັ້ນ ລາວ​ໄດ້​ສ້າງ​ສິ່ງ​ອື່ນ​ໆ​ຢູ່​ອ້ອມແອ້ມ​ໂນນ​ນັ້ນ​ນຳ. ສ່ວນ​ໂຢອາບ​ກໍ​ໄດ້​ສ້າງ​ບ່ອນ​ອື່ນ​ໆ​ຂອງ​ເມືອງ​ຂຶ້ນ​ໃໝ່.  ດາວິດ​ມີ​ອຳນາດຫຼາຍຂຶ້ນ​ເລື້ອຍ​ໆ​+ ແລະ​ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ກໍ​ຢູ່​ນຳ​ລາວ. 10  ນີ້​ແມ່ນພວກ​ຫົວໜ້າ​ທະຫານທີ່​ເກັ່ງ​ໆ​ຂອງ​ດາວິດ. ພວກ​ຫົວໜ້າ​ທະຫານ​ເຫຼົ່ານີ້​ແລະ​ພວກ​ອິດສະຣາເອນ​ທັງໝົດ​ໄດ້​ຊ່ວຍ​ດາວິດ​ໃຫ້​ເປັນ​ກະສັດ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັນຍາ​ໄວ້​ກັບ​ພວກ​ອິດສະຣາເອນ.+ 11  ຕໍ່​ໄປ​ນີ້​ແມ່ນ​ລາຍຊື່​ທະຫານ​ທີ່​ເກັ່ງ​ໆ​ຂອງ​ດາວິດ. ຢາໂຊເບອາມ+​ລູກຊາຍ​ຂອງ​ຄົນ​ຮັກໂມນີ​ເປັນ​ຜູ້​ໜຶ່ງ​ໃນ​ທະຫານ 3 ຄົນ​ທີ່​ເກັ່ງ​ທີ່​ສຸດ​ແລະ​ລາວ​ກໍ​ເປັນ​ຫົວໜ້າ.+ ໃນການ​ຕໍ່ສູ້​ເທື່ອ​ດຽວ ລາວ​ໃຊ້​ຫອກ​ຂ້າ​ສັດຕູ 300 ຄົນ.+ 12  ຕໍ່​ຈາກ​ລາວ​ແມ່ນ​ເອເລອາຊາ+​ລູກຊາຍ​ຂອງ​ໂດໂດ​ຄົນ​ອາໂຮອາ.+ ເອເລອາຊາ​ເປັນ​ຜູ້​ໜຶ່ງ​ໃນ​ທະຫານ 3 ຄົນ​ທີ່​ເກັ່ງ​ທີ່​ສຸດ. 13  ລາວ​ເຄີຍ​ຢູ່​ປັດດຳມີມ+​ກັບ​ດາວິດ​ຕອນ​ທີ່​ພວກ​ຟີລິດສະຕີນ​ມາ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ. ຢູ່​ຫັ້ນ​ມີ​ດິນ​ຕອນ​ໜຶ່ງ​ທີ່​ມີ​ເຂົ້າ​ບາເລ​ຫຼາຍ ພວກ​ທະຫານ​ອິດສະຣາເອນ​ພາກັນ​ໜີ​ຈາກຫັ້ນ​ຍ້ອນ​ຢ້ານ​ພວກ​ຟີລິດສະຕີນ. 14  ແຕ່​ເອເລອາຊາ​ຍັງ​ຢືນ​ຕໍ່ສູ້​ຢູ່​ກາງ​ດິນ​ຕອນນັ້ນ​ແລະ​ຂ້າ​ພວກ​ຟີລິດສະຕີນ​ຕາຍ​ບັກຫຼາຍ​ໆ​ເພື່ອ​ບໍ່​ໃຫ້​ເຂົາເຈົ້າ​ມາ​ຍຶດ​ເອົາ​ດິນ​ຕອນນັ້ນ. ພະ​ເຢໂຫວາ​ໄດ້​ຊ່ວຍ​ລາວ​ໃຫ້​ຊະນະ.+ 15  ມີ​ເທື່ອ​ໜຶ່ງ ພວກຫົວໜ້າ 3 ຄົນ​ໃນ​ຈຳນວນ​ຫົວໜ້າ 30 ຄົນໄດ້​ໄປ​ຫາ​ດາວິດ​ຢູ່​ຖ້ຳ​ໃນ​ອະດຸລາມ+​ເຊິ່ງ​ຢູ່​ແຖວ​ພູ​ທີ່​ເປັນ​ຫີນ ແລະ​ພວກ​ຟີລິດສະຕີນ​ໄດ້​ຕັ້ງ​ຄ້າຍ​ຢູ່​ຮ່ອມພູ​ເຣຟາຢິມ.+ 16  ຕອນນັ້ນ​ດາວິດ​ລີ້​ຢູ່​ບ່ອນ​ທີ່​ປອດໄພ ແລະ​ທະຫານ​ຟີລິດສະຕີນ​ກອງ​ໜຶ່ງ​ຢູ່​ໃນ​ເມືອງ​ເບັດເລເຮັມ. 17  ດາວິດ​ຄິດ​ຮອດ​ນ້ຳ​ສ້າງ​ທີ່​ຢູ່ຂ້າງ​ປະຕູ​ເມືອງ​ເບັດເລເຮັມ+ ລາວ​ຈຶ່ງ​ເວົ້າ​ອອກ​ມາ​ວ່າ: “ຂ້ອຍ​ຢາກ​ກິນ​ນ້ຳ​ຢູ່​ຫັ້ນ​ເດ້!” 18  ເມື່ອ​ທະຫານ 3 ຄົນ​ທີ່​ເກັ່ງ​ທີ່​ສຸດ​ຮູ້​ເລື່ອງ​ນີ້ ເຂົາເຈົ້າ​ກໍ​ບຸກ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ພວກ​ຟີລິດສະຕີນ ແລະ​ຕັກ​ເອົາ​ນ້ຳ​ຈາກ​ນ້ຳ​ສ້າງ​ທີ່​ຢູ່​ຂ້າງ​ປະຕູ​ເມືອງ​ເບັດເລເຮັມ​ມາ​ໃຫ້​ດາວິດ ແຕ່​ດາວິດ​ບໍ່​ຍອມ​ກິນ. ລາວ​ຖອກ​ນ້ຳ​ລົງ​ດິນ​ໃຫ້​ພະ​ເຢໂຫວາ. 19  ດາວິດ​ເວົ້າ​ວ່າ: “ຂ້ອຍ​ຈະ​ບໍ່​ກິນ​ນ້ຳ​ນີ້​ເດັດຂາດ! ຍ້ອນ​ຂ້ອຍ​ນັບຖື​ພະເຈົ້າ​ຫຼາຍ. 3 ຄົນນີ້​ສ່ຽງ​ຊີວິດ​ໄປ​ເອົາ​ນ້ຳ​ນີ້​ມາ​ໃຫ້​ຂ້ອຍ ຖ້າ​ຂ້ອຍ​ກິນ​ກໍ​ສ່ຳ​ກັບ​ວ່າ​ຂ້ອຍ​ກິນ​ເລືອດ​ຂອງ​ເຂົາເຈົ້າ.”+ ດາວິດ​ຈຶ່ງ​ບໍ່​ຍອມ​ກິນ​ນ້ຳ​ນັ້ນ. ທັງໝົດ​ນີ້​ແມ່ນ​ສິ່ງ​ທີ່​ທະຫານ 3 ຄົນ​ທີ່​ເກັ່ງ​ທີ່​ສຸດ​ຂອງ​ດາວິດ​ໄດ້​ເຮັດ. 20  ອາບີຊາຍ+​ອ້າຍ​ຂອງ​ໂຢອາບ+​ຢູ່​ໃນກຸ່ມ​ທະຫານ​ອີກ​ກຸ່ມ​ໜຶ່ງ​ທີ່​ມີ 3 ຄົນ ແລະ​ລາວ​ເປັນ​ຫົວໜ້າ. ໃນ​ການ​ຕໍ່ສູ້​ເທື່ອ​ດຽວ ລາວ​ໃຊ້​ຫອກ​ຂ້າ​ພວກ​ທະຫານ​ຫຼາຍ​ກວ່າ 300 ຄົນ ແລະ​ລາວ​ມີ​ຊື່ສຽງ​ສ່ຳ​ກັບ​ພວກ​ທະຫານ 3 ຄົນ​ທີ່​ເກັ່ງ​ທີ່​ສຸດ.+ 21  ລາວ​ເປັນ​ຫົວໜ້າ​ແລະ​ເກັ່ງ​ທີ່​ສຸດ​ໃນ​ກຸ່ມ​ຂອງ​ລາວ ແຕ່​ລາວ​ກໍ​ບໍ່​ໄດ້​ມີ​ຕຳແໜ່ງ​ສ່ຳ​ກັບ​ທະຫານ 3 ຄົນ​ທີ່​ເກັ່ງ​ທີ່​ສຸດ. 22  ເບນາຢາ+​ລູກຊາຍ​ຂອງ​ເຢໂຮຢາດາ​ເປັນ​ຄົນ​ກ້າຫານ. ລາວ​ເຮັດ​ຫຼາຍ​ສິ່ງ​ທີ່​ກ້າຫານ​ຢູ່​ເມືອງ​ກັບເຊເອນ.+ ລາວ​ຂ້າ​ລູກຊາຍ 2 ຄົນ​ຂອງ​ອາຣີເອນ​ທີ່​ເປັນ​ຄົນ​ໂມອາບ. ໃນ​ມື້​ທີ່​ມີ​ຫິມະ​ຕົກ ລາວລົງ​ໄປ​ໃນ​ຂຸມ​ເລິກ​ແລ້ວ​ຂ້າ​ໂຕ​ສິງ.+ 23  ເບນາຢາ​ຍັງ​ໄດ້​ຂ້າ​ຜູ້​ຊາຍ​ເອຢິບ​ຄົນ​ໜຶ່ງ​ທີ່​ໂຕ​ບັກໃຫຍ່​ໆ​ສູງ 5 ສອກ.*+ ຄົນ​ເອຢິບ​ຜູ້​ນັ້ນ​ຖື​ຫອກ​ທີ່​ມີ​ດ້າມ​ເປັນ​ໄມ້​ທີ່​ໃຫຍ່​ສ່ຳ​ກັບ​ໄມ້ຄານ​ກີ່ຕ່ຳຫູກ+​ເພື່ອ​ມາ​ຕໍ່ສູ້​ກັບ​ເບນາຢາ. ເບນາຢາ​ມີ​ແຕ່​ໄມ້ຄ້ອນເທົ້າ​ເທົ່ານັ້ນ ແຕ່​ເບນາຢາ​ກໍ​ຍາດ​ເອົາ​ຫອກ​ທີ່​ຢູ່​ມື​ຂອງ​ລາວ​ແລະ​ເອົາ​ຫອກ​ນັ້ນ​ແທງ​ລາວ​ຕາຍ.+ 24  ທັງໝົດ​ນີ້​ແມ່ນ​ສິ່ງ​ທີ່​ເບນາຢາ​ລູກຊາຍ​ຂອງ​ເຢໂຮຢາດາ​ໄດ້​ເຮັດ. ລາວ​ມີ​ຊື່ສຽງ​ສ່ຳ​ກັບ​ພວກ​ທະຫານ 3 ຄົນ​ທີ່​ເກັ່ງ​ທີ່​ສຸດ. 25  ເຖິງ​ວ່າ​ເບນາຢາ​ຈະ​ເກັ່ງ​ກວ່າ​ພວກ​ທະຫານ 30 ຄົນ ລາວ​ກໍ​ບໍ່​ໄດ້​ມີ​ຕຳແໜ່ງ​ສ່ຳ​ກັບ​ທະຫານ 3 ຄົນ​ທີ່​ເກັ່ງ​ທີ່​ສຸດ.+ ແຕ່​ດາວິດ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ​ພວກ​ທະຫານ​ປ້ອງ​ກັນ​ໂຕ​ດາວິດ. 26  ພວກ​ທະຫານ​ທີ່​ເກັ່ງ​ໆ​ມີ​ລາຍຊື່​ຕໍ່​ໄປ​ນີ້: ອາສາເຮນ+​ນ້ອງຊາຍ​ຂອງ​ໂຢອາບ ເອນຮະນັນ​ລູກຊາຍ​ຂອງ​ໂດໂດ​ຄົນ​ເບັດເລເຮັມ+ 27  ຊາມໂມດ​ຄົນ​ຮາໂຣ ເຮເລັດ​ຄົນ​ເປໂລນ 28  ອີຣາ+​ລູກຊາຍ​ຂອງ​ອິກເກດ​ຄົນ​ເຕໂກອາ ອາບີເອເຊ+​ຄົນ​ອານາໂທດ 29  ສິບເບກາຍ+​ຄົນ​ຮູຊາ ອີລາຍ​ຄົນ​ອາໂຮອາ 30  ມາຮາຣາຍ+​ຄົນ​ເນໂຕຟາ ເຫເລດ+​ລູກຊາຍ​ຂອງ​ບາອານ້າ​ຄົນ​ເນໂຕຟາ 31  ອີທາຍ​ລູກຊາຍ​ຂອງ​ຣີບາຍ​ຄົນ​ເບັນຢາມິນ+​ຈາກ​ເມືອງ​ກີເບອາ ເບນາຢາ​ຄົນ​ປີຣາໂທນ 32  ຮູຣາຍ​ຈາກ​ຮ່ອມພູ*​ກາອາດ+ ອາບີເອນ​ຄົນ​ເບັດ​ອາຣາບາ 33  ອາຊະມາເວດ​ຄົນ​ບາຮູຣີມ ເອລີຢາບາ​ຄົນ​ຊາອານບີມ 34  ພວກ​ລູກຊາຍ​ຂອງ​ຮາເຊັມ​ຄົນ​ກິໂຊນ ໂຢນາທານ​ລູກຊາຍ​ຂອງ​ຊາກີ​ຄົນ​ຮາຣາ 35  ອາຮີອາມ​ລູກຊາຍ​ຂອງ​ສາກາ​ຄົນ​ຮາຣາ ເອລີຟັນ​ລູກຊາຍ​ຂອງ​ອູເຣ 36  ເຮເຟ​ຄົນ​ເມເກຣາດ ອາຮີຢາ​ຄົນ​ເປໂລນ 37  ເຮດຊະໂຣ​ຄົນ​ກາເມນ ນາອາຣາຍ​ລູກຊາຍ​ຂອງ​ເອຊະບາຍ 38  ໂຢເອນ​ນ້ອງຊາຍ​ຂອງ​ນາທານ ມິບຮາລາ​ລູກຊາຍ​ຂອງ​ຮັກຣີ 39  ເຊເລັກ​ຄົນ​ອຳໂມນ ນາຮາຣາຍ​ຄົນ​ເບເອໂຣດ​ທີ່​ເປັນ​ຄົນ​ຖື​ອາວຸດ​ໃຫ້​ໂຢອາບ​ລູກຊາຍ​ຂອງ​ເຊຣູຢາ 40  ອີຣາ​ຄົນ​ອິດຣີ ກາເຣບ​ຄົນ​ອິດຣີ 41  ອູຣີຢາ+​ຄົນ​ເຮດ ຊາບາດ​ລູກຊາຍ​ຂອງ​ອາຮະລາຍ 42  ອາດີນາ​ລູກຊາຍ​ຂອງ​ຊີສາ​ຄົນ​ຣູເບັນ (ລາວເປັນ​ຫົວໜ້າ​ຕະກູນ​ຣູເບັນ​ແລະ​ມີ 30 ຄົນ​ຢູ່​ນຳ​ລາວ.) 43  ຮານານ​ລູກຊາຍ​ຂອງ​ມາອາກາ ໂຢຊາຟັດ​ຄົນ​ມິດນີ 44  ອຸດຊີອາ​ຄົນ​ອັດຊະເຕຣາດ ຊາມາ​ກັບ​ເຢອີເອນ​ລູກຊາຍ​ຂອງ​ໂຮທາມ​ຄົນ​ອາໂຣເອ 45  ເຢດີອາເອນ​ລູກຊາຍ​ຂອງ​ຊິມລີ​ກັບ​ໂຢຮາ​ນ້ອງຊາຍ​ຂອງ​ລາວ​ທີ່​ເປັນ​ຄົນ​ຕີ​ເຊ 46  ເອລີເອນ​ຄົນ​ມາຮາວາ ເຢຣີບາຍ​ກັບ​ໂຢຊາວີຢາ​ລູກຊາຍ​ຂອງ​ເອນນາອາມ ອີທະມາ​ຄົນ​ໂມອາບ 47  ເອລີເອນ ໂອເບັດ ແລະ​ຢາອາສີເອນ​ຄົນ​ເມໂຊບາ.

ຂໍຄວາມໄຂເງື່ອນ

ຫຼື “ເປັນ​ກະດູກ​ແລະ​ເນື້ອ​ໜັງ​ຂອງ​ທ່ານ”
ພາສາ​ເຮັບເຣີ​ແມ່ນ​ມິໂລ. ອາດ​ສ້າງ​ໂນນ​ນີ້​ເພື່ອ​ປົກປ້ອງ​ເມືອງ.
2,2 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.