ຂ່າວຄາວ​ສະບັບ​ທີ​ໜຶ່ງ 13:1-14

  • ເອົາ​ຫີບ​ສັນຍາ​ມາ​ຈາກ​ເມືອງ​ກີຣິອາດເຢອາຣີມ (1-​14)

    • ອຸດຊາ​ຖືກ​ຂ້າ​ຕາຍ (9, 10)

13  ດາວິດ​ໄດ້​ປຶກສາ​ພວກ​ຫົວໜ້າ​ກອງ​ພັນ ພວກ​ຫົວໜ້າ​ກອງ​ຮ້ອຍ ແລະພວກ​ຜູ້ນຳ​ຄົນ​ອື່ນ​ໆ​.+  ຫຼັງຈາກນັ້ນ ດາວິດ​ກໍ​ໄປ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ຖ້າ​ພວກ​ເຈົ້າ​ເຫັນ​ວ່າ​ດີ​ແລະ​ຖ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກເຮົາ​ກໍ​ເຫັນ​ວ່າ​ດີ​ຄືກັນ ໃຫ້​ພວກເຮົາ​ໄປ​ເອີ້ນ​ພວກ​ພີ່ນ້ອງ​ຂອງ​ພວກເຮົາ​ຢູ່​ທົ່ວ​ອິດສະຣາເອນ​ແລະ​ເອີ້ນ​ພວກ​ປະໂລຫິດ​ກັບ​ພວກເລວີ​ທີ່​ຢູ່ເມືອງຕ່າງ​ໆ​*+​ໃຫ້​ມາ​ຊ່ວຍ​ພວກເຮົາ.  ໃຫ້​ພວກເຮົາ​ໄປ​ເອົາ​ຫີບ​ສັນຍາ+​ຂອງ​ພະເຈົ້າ​ມາ​ໄວ້​ນີ້.” ດາວິດເວົ້າ​ແບບ​ນີ້​ກໍ​ຍ້ອນວ່າ​ໃນ​ສະໄໝ​ຂອງ​ຊາອູນ​ເຂົາເຈົ້າ​ບໍ່​ໄດ້​ເບິ່ງແຍງ​ຫີບ​ສັນຍາ​ເລີຍ.+  ທຸກຄົນ​ເຫັນ​ດີກັບ​ສິ່ງ​ທີ່​ດາວິດ​ສະເໜີ​ແລະ​ພ້ອມ​ເຮັດ​ຕາມ.  ດາວິດ​ຈຶ່ງ​ລວບລວມ​ຄົນ​ອິດສະຣາເອນ​ທັງໝົດ​ຕັ້ງ​ແຕ່ແມ່ນ້ຳ*​ຂອງ​ເອຢິບ​ຈົນຮອດ​ເລໂບຮາມັດ*+​ເພື່ອ​ໄປ​ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ມາ​ຈາກ​ເມືອງ​ກີຣິອາດເຢອາຣີມ.+  ດາວິດ​ກັບ​ພວກ​ອິດສະຣາເອນ​ທຸກຄົນ​ກໍ​ໄປ​ເມືອງ​ບາອາລາ+​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ກີຣິອາດເຢອາຣີມ​ເຊິ່ງ​ຢູ່​ເຂດ​ຂອງ​ຕະກູນ​ຢູດາເພື່ອ​ໄປ​ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ຜູ້​ນັ່ງ​ຢູ່​ບັນລັງ​ເທິງ*​ເຄຣູບ.+ ປະຊາຊົນ​ຈະ​ມາອະທິດຖານ​ເຖິງ​ຊື່​ພະ​ເຢໂຫວາຢູ່​ຕໍ່​ໜ້າ​ຫີບ​ນີ້.  ແຕ່​ເຂົາເຈົ້າ​ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ໃສ່​ກວຽນ​ໃໝ່+​ເພື່ອ​ແກ່​ອອກ​ຈາກ​ເຮືອນ​ຂອງ​ອາບີນາດາບ. ອຸດຊາ​ແລະ​ອາຮີໂອ​ຍ່າງ​ອອກ​ໜ້າ​ກວຽນ​ນັ້ນ.+  ດາວິດ​ກັບ​ພວກ​ອິດສະຣາເອນ​ທຸກຄົນ​ໄດ້​ຈັດ​ງານສະຫຼອງ​ໃຫຍ່ແທ້ໃຫຍ່ວ່າ​ຕໍ່​ໜ້າ​ພະເຈົ້າ​ທ່ຽງແທ້. ເຂົາເຈົ້າ​ດີດ​ພິນ ຫຼິ້ນ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ ຕີ​ກອງ​ແທມບູຣິນ*+ ຕີ​ແສ່ງ+ ແລະ​ເປົ່າ​ແກ.+  ແຕ່​ເມື່ອ​ເຂົາເຈົ້າ​ມາ​ຮອດ​ລານ​ຟາດ​ເຂົ້າ​ຂອງ​ກີໂດນ ງົວ​ທີ່​ແກ່​ກວຽນ​ເກືອບ​ເຮັດ​ຫີບ​ສັນຍາ​ຕົກ ອຸດຊາ​ຈຶ່ງ​ເດ່​ມື​ໄປ​ຈັບ​ຫີບ​ນັ້ນ. 10  ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ອຸດຊາ​ຫຼາຍ ເພິ່ນ​ຈຶ່ງ​ຂ້າ​ລາວ​ຍ້ອນ​ລາວ​ເດ່​ມື​ໄປ​ຈັບ​ຫີບ​ສັນຍາ.+ ລາວ​ຕາຍ​ຢູ່​ຫັ້ນ​ຕໍ່​ໜ້າ​ພະເຈົ້າ.+ 11  ດາວິດ​ເສຍໃຈ*​ຍ້ອນ​ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ອຸດຊາ. ບ່ອນ​ນັ້ນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ເປເຣັດອຸດຊາ*​ຈົນຮອດ​ທຸກ​ມື້​ນີ້. 12  ມື້​ນັ້ນ​ດາວິດ​ຢ້ານ​ພະເຈົ້າ​ທ່ຽງແທ້​ຫຼາຍ​ແລະ​ເວົ້າ​ວ່າ: “ຂ້ອຍ​ຈະ​ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ມາ​ໄວ້​ນຳ​ຂ້ອຍ​ໄດ້​ແນວໃດ?”+ 13  ດາວິດ​ຈຶ່ງ​ບໍ່​ໄດ້​ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ໄປ​ໄວ້​ກັບ​ລາວ​ຢູ່​ເມືອງ​ຂອງ​ດາວິດ ແຕ່​ລາວ​ເອົາ​ໄປ​ໄວ້​ຢູ່​ເຮືອນ​ຂອງ​ໂອເບັດເອໂດມ​ຄົນ​ເມືອງ​ກັດ. 14  ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ຢູ່​ເຮືອນ​ຂອງ​ໂອເບັດເອໂດມ​ເປັນ​ເວລາ 3 ເດືອນ ແລະ​ພະ​ເຢໂຫວາ​ໄດ້​ອວຍພອນ​ໃຫ້​ໂອເບັດເອໂດມ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເມືອງ​ຕ່າງ​ໆ​ທີ່​ມີ​ທົ່ງ​ຫຍ້າ”
ຫຼື “ຕັ້ງແຕ່​ຊີໂຮ.” ໝາຍເຖິງ​ແມ່​ນ້ຳ​ທີ່​ແຍກ​ອອກ​ມາ​ຈາກ​ແມ່​ນ້ຳ​ນິນ.
ຫຼື “ເຂດ​ແດນ​ຮາມັດ”
ຫຼື​ອາດ​ແປ​ວ່າ “ລະຫວ່າງ”
ກອງ​ນ້ອຍ​ທີ່​ມີ​ແສ່ງ​ຕິດ​ນຳ
ແປ​ຕາມ​ໂຕ​ວ່າ “ໃຈຮ້າຍ”
ແປ​ວ່າ “ແຕກ​ແຍກ​ກັບ​ອຸດຊາ”