ຂ່າວຄາວ​ສະບັບ​ທີ​ໜຶ່ງ 14:1-17

  • ພະເຈົ້າ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ດາວິດ​ໝັ້ນຄົງ (1, 2)

  • ຄອບຄົວ​ຂອງ​ດາວິດ (3-​7)

  • ຊະນະ​ພວກ​ຟີລິດສະຕີນ (8-​17)

14  ຮີຣາມ+​ກະສັດ​ຂອງ​ຕີເຣ​ສົ່ງ​ຄົນ​ໄປ​ຫາ​ດາວິດ ແລະ​ຍັງ​ໄດ້​ສົ່ງ​ໄມ້​ຊີດ້າ* ຊ່າງ​ກໍ່​ຫີນ*​ກັບ​ຊ່າງ​ໄມ້​ໄປ​ໃຫ້​ນຳ​ເພື່ອ​ຈະ​ສ້າງ​ວັງ​ໃຫ້​ດາວິດ.+  ດາວິດ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ລາວ​ໃຫ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ຢ່າງ​ໝັ້ນຄົງ+ ແລະ​ເພິ່ນ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ລາວ​ຍິ່ງໃຫຍ່​ຍ້ອນ​ເຫັນ​ແກ່​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ.+  ດາວິດ​ໄດ້​ເອົາ​ເມຍ​ຕື່ມ​ອີກ​ຫຼາຍ​ຄົນ+​ຢູ່​ເມືອງ​ເຢຣູຊາເລັມ ແລະ​ລາວ​ກໍ​ໄດ້​ລູກ​ຊາຍ​ລູກ​ສາວ​ອີກ​ຫຼາຍ​ຄົນ.+  ພວກ​ລູກ​ຂອງ​ດາວິດ​ທີ່​ເກີດ​ຢູ່​ເມືອງ​ເຢຣູຊາເລັມ​ມີ:+ ຊາມມູອາ ໂຊບາບ ນາທານ+ ໂຊໂລໂມນ+  ອິບຮາ ເອລີຊຸອາ ເອນເປເລັດ  ໂນຄາ ເນເຟັກ ຢາເຟຍ  ເອລີຊາມາ ເບເອລີຢາດາ ແລະ​ເອລີເຟເລັດ.  ເມື່ອ​ພວກ​ຟີລິດສະຕີນ​ໄດ້​ຍິນ​ວ່າ​ດາວິດ​ຖືກ​ແຕ່ງຕັ້ງ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ແລ້ວ+ ເຂົາເຈົ້າກໍ​ແຫ່​ກັນ​ມາ​ຈັບ​ດາວິດ.+ ເມື່ອ​ດາວິດ​ຮູ້ ລາວ​ກໍ​ໄປ​ຕໍ່ສູ້​ກັບເຂົາເຈົ້າ.  ພວກ​ຟີລິດສະຕີນ​ມາ​ບຸກ​ໂຈມຕີ​ຢູ່​ຮ່ອມພູ​ເຣຟາຢິມ​ຫຼາຍ​ເທື່ອ.+ 10  ດາວິດ​ຖາມ​ພະເຈົ້າ​ວ່າ: “ລູກ​ຄວນ​ອອກ​ໄປ​ຕໍ່ສູ້​ພວກ​ຟີລິດສະຕີນ​ບໍ? ພະອົງ​ຈະ​ຊ່ວຍ​ລູກ​ໃຫ້​ຊະນະ​ບໍ່?” ພະ​ເຢໂຫວາ​ຕອບ​ລາວ​ວ່າ: “ໄປ​ໂລດ. ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຊະນະ​ເຂົາເຈົ້າ​ແນ່ນອນ.”+ 11  ດາວິດ​ຈຶ່ງ​ໄປ​ບາອານເປຣາຊີມ+​ແລະ​ຂ້າ​ພວກ​ຟີລິດສະຕີນ​ຢູ່​ຫັ້ນ. ດາວິດ​ເວົ້າ​ວ່າ: “ພະເຈົ້າ​ທ່ຽງແທ້​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ທຳລາຍ​ພວກ​ສັດຕູ​ຄື​ກັບກຳແພງ​ທີ່​ຖືກ​ນ້ຳ​ທັ່ງ​ໃສ່​ຈົນ​ເຈື່ອນ​ລົງ​ມາ.” ເຂົາເຈົ້າ​ຈຶ່ງ​ເອີ້ນ​ບ່ອນ​ນັ້ນ​ວ່າ ບາອານເປຣາຊີມ.* 12  ພວກ​ຟີລິດສະຕີນ​ຖິ້ມ​ຮູບ​ບູຊາ​ຂອງເຂົາເຈົ້າໄວ້​ຢູ່​ຫັ້ນ ແລ້ວ​ດາວິດ​ກໍ​ສັ່ງ​ຄົນ​ຂອງ​ລາວ​ໃຫ້​ຈູດ​ຮູບ​ບູຊາ​ເຫຼົ່ານັ້ນ.+ 13  ຕໍ່ມາ ພວກ​ຟີລິດສະຕີນ​ມາ​ບຸກ​ໂຈມຕີ​ຢູ່​ຮ່ອມພູ​ນັ້ນ​ອີກ.+ 14  ດາວິດ​ຈຶ່ງ​ຖາມ​ພະເຈົ້າ​ທ່ຽງແທ້​ອີກ ແຕ່​ເພິ່ນ​ບອກ​ວ່າ: “ຢ່າ​ໄປ​ໂຈມຕີໜ້າ​ຕໍ່​ໜ້າ ແຕ່​ໃຫ້​ອ້ອມ​ໄປ​ທາງ​ຫຼັງ​ແລະ​ລີ້​ຢູ່​ຫຼັງ​ຟຸ່ມ​ໄມ້​ບາຄາ ແລ້ວ​ຈຶ່ງ​ອອກ​ມາ​ໂຈມຕີ​ເຂົາເຈົ້າ.+ 15  ເມື່ອ​ເຈົ້າ​ໄດ້​ຍິນ​ສຽງ​ຄື​ກັບ​ສຽງ​ຄົນ​ຍ່າງ​ດັງ​ມາ​ຈາກ​ປາຍ​ຟຸ່ມ​ໄມ້​ບາຄາ​ກໍ​ໃຫ້​ໂຈມຕີ​ໂລດ ຍ້ອນ​ພະເຈົ້າ​ທ່ຽງແທ້​ໄດ້​ອອກ​ໄປ​ທຳລາຍ​ກອງທັບ​ຟີລິດສະຕີນ​ກ່ອນ​ເຈົ້າ​ແລ້ວ.”+ 16  ດາວິດ​ເຮັດ​ຕາມ​ທີ່​ພະເຈົ້າ​ທ່ຽງແທ້​ບອກ​ທຸກຢ່າງ.+ ດາວິດ​ກັບ​ຄົນ​ຂອງ​ລາວ​ໄລ່​ນຳ​ກອງທັບ​ຟີລິດສະຕີນ​ຕັ້ງ​ແຕ່​ເມືອງ​ກິເບໂອນ​ຈົນຮອດ​ເມືອງ​ເກເຊ.+ 17  ແລ້ວ​ຊື່ສຽງ​ຂອງ​ດາວິດ​ກໍ​ດັງ​ໄປ​ທົ່ວ​ທຸກ​ປະເທດ ແລະ​ພະ​ເຢໂຫວາກໍເຮັດ​ໃຫ້​ທຸກ​ປະເທດ​ຢ້ານ​ດາວິດ​ຫຼາຍ.+

ຂໍຄວາມໄຂເງື່ອນ

ໄມ້​ແປກ​ຊະນິດໜຶ່ງ
ຫຼື “ຊ່າງ​ກໍ່​ກຳແພງ”
ແປ​ວ່າ “ເຈົ້າ​ນາຍ​ຂອງ​ການ​ໂຈມຕີ”