ຂ່າວຄາວ​ສະບັບ​ທີ​ໜຶ່ງ 15:1-29

  • ພວກເລວີ​ຫາມ​ຫີບ​ສັນຍາ​ມາ​ເມືອງ​ເຢຣູຊາເລັມ (1-​29)

    • ມີການ​ດູຖູກ​ດາວິດ (29)

15  ດາວິດ​ສ້າງ​ວັງ​ຫຼາຍ​ຫຼັງ​ຢູ່​ເມືອງ​ຂອງ​ດາວິດ ແລະ​ກຽມ​ເຕັ້ນ​ເພື່ອ​ເປັນ​ບ່ອນມ້ຽນ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້.+  ແລ້ວ​ດາວິດ​ກໍ​ເວົ້າ​ວ່າ: “ຢ່າ​ໃຫ້​ໃຜ​ຫາມ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ນອກ​ຈາກ​ພວກເລວີ ຍ້ອນ​ພະ​ເຢໂຫວາ​ໄດ້​ເລືອກ​ເຂົາເຈົ້າ​ໃຫ້​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ແລະ​ຮັບໃຊ້​ເພິ່ນ​ຕະຫຼອດ​ໄປ.”+  ຈາກ​ນັ້ນ ດາວິດ​ກໍ​ໃຫ້​ພວກ​ອິດສະຣາເອນ​ທຸກຄົນ​ມາ​ລວມ​ກັນ​ຢູ່​ເມືອງ​ເຢຣູຊາເລັມເພື່ອ​ໄປ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາມ້ຽນຢູ່​ບ່ອນ​ທີ່​ລາວ​ໄດ້​ກຽມ​ໄວ້.+  ດາວິດ​ເອີ້ນ​ພວກ​ລູກຫຼານ​ຂອງ​ອາໂຣນ+​ກັບ​ພວກເລວີ​ມາ​ຊ່ວຍ.+  ຈາກລູກຫຼານຂອງ​ໂກຮາດ ດາວິດເລືອກອຸຣີເອນ​ທີ່​ເປັນ​ຫົວໜ້າ​ແລະ​ພວກ​ພີ່ນ້ອງ​ຂອງ​ລາວ 120 ຄົນ.  ຈາກ​ລູກຫຼານ​ຂອງ​ເມຣາຣີ ດາວິດ​ເລືອກ​ອາສາຢາ+​ທີ່​ເປັນ​ຫົວໜ້າ​ແລະ​ພວກ​ພີ່ນ້ອງ​ຂອງ​ລາວ 220 ຄົນ.  ຈາກ​ລູກຫຼານ​ຂອງ​ເກໂຊມ ດາວິດ​ເລືອກ​ໂຢເອນ+​ທີ່​ເປັນ​ຫົວໜ້າ​ແລະ​ພວກ​ພີ່ນ້ອງ​ຂອງ​ລາວ 130 ຄົນ.  ຈາກ​ລູກຫຼານ​ຂອງ​ເອລີຊາຟັນ+ ດາວິດ​ເລືອກ​ເຊມາຢາ​ທີ່​ເປັນ​ຫົວໜ້າ​ແລະ​ພວກ​ພີ່ນ້ອງ​ຂອງ​ລາວ 200 ຄົນ.  ຈາກ​ລູກຫຼານ​ຂອງ​ເຮັບໂຣນ ດາວິດ​ເລືອກ​ເອລີເອນ​ທີ່​ເປັນ​ຫົວໜ້າ​ແລະ​ພວກ​ພີ່ນ້ອງ​ຂອງ​ລາວ 80 ຄົນ. 10  ຈາກ​ລູກຫຼານ​ຂອງ​ອຸດຊີເອນ+ ດາວິດ​ເລືອກ​ອຳມີນາດາບ​ທີ່​ເປັນ​ຫົວໜ້າ​ແລະ​ພວກ​ພີ່ນ້ອງ​ຂອງ​ລາວ 112 ຄົນ. 11  ຈາກ​ນັ້ນ ດາວິດ​ໄດ້​ເອີ້ນ​ປະໂລຫິດ​ຊາໂດກ+​ກັບ​ປະໂລຫິດ​ອາບີອາທາ+​ແລະ​ພວກເລວີ​ເຊິ່ງ​ມີ: ອຸຣີເອນ ອາສາຢາ ໂຢເອນ ເຊມາຢາ ເອລີເອນ ແລະ​ອຳມີນາດາບ​ໃຫ້​ມາ​ຫາ​ລາວ. 12  ແລ້ວ​ດາວິດ​ກໍ​ເວົ້າ​ວ່າ: “ພວກ​ເຈົ້າ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ທີ່​ເປັນ​ລູກຫຼານ​ຂອງ​ພວກເລວີ ໃຫ້​ພວກ​ເຈົ້າ​ກັບ​ພີ່ນ້ອງ​ຂອງ​ພວກ​ເຈົ້າເຮັດ​ໃຫ້​ໂຕເອງສະອາດ* ແລ້ວ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ມາ​ມ້ຽນ​ຢູ່​ບ່ອນ​ທີ່​ຂ້ອຍ​ກຽມ​ໄວ້. 13  ເທື່ອ​ແລ້ວ​ນີ້​ພວກ​ເຮົາ​ບໍ່​ໄດ້​ຊອກ​ວິທີ​ທີ່​ຈະ​ເອົາ​ຫີບ​ສັນຍາ​ມາ​ຢ່າງ​ຖືກຕ້ອງ+​ແລະ​ພວກ​ເຈົ້າ​ກໍ​ບໍ່​ໄດ້​ຫາມ​ຫີບ​ສັນຍາ​ມາ+ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ພວກ​ເຮົາ​ຫຼາຍ.”+ 14  ພວກ​ປະໂລຫິດ​ກັບ​ພວກເລວີ​ຈຶ່ງ​ເຮັດ​ໃຫ້​ໂຕເອງ​ສະອາດ​ເພື່ອ​ຈະ​ໄປ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ມາ. 15  ພວກເລວີ​ກໍ​ໃຊ້​ໄມ້​ຫາມ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ມາ+​ຕາມທີ່​ພະ​ເຢໂຫວາ​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ. 16  ດາວິດ​ຍັງ​ບອກ​ພວກ​ຫົວໜ້າ​ຂອງ​ຕະກູນ​ເລວີ​ໄປ​ແຕ່ງຕັ້ງ​ພີ່ນ້ອງ​ຂອງ​ເຂົາເຈົ້າ​ໃຫ້​ເປັນນັກຮ້ອງ​ເພື່ອ​ຮ້ອງເພງ​ໃຫ້​ມ່ວນ​ໆ​ ແລະ​ໃຫ້​ເປັນນັກ​ດົນຕີ​ເພື່ອ​ຫຼິ້ນ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ ດີດ​ພິນ+ ແລະ​ຕີ​ແສ່ງ.+ 17  ພວກເລວີ​ກໍ​ໄປ​ແຕ່ງຕັ້ງ​ເຮມານ+​ລູກຊາຍ​ຂອງ​ໂຢເອນ ອາສັບ+​ລູກຊາຍ​ຂອງ​ເບເຣກີຢາ ແລະ​ເອທານ+​ລູກຊາຍ​ຂອງ​ກູຊາຢາ​ທີ່​ເປັນ​ລູກຫຼານ​ຂອງເມຣາຣີ. 18  ນອກຈາກນັ້ນ​ຍັງ​ມີ​ກຸ່ມ​ທີ 2+ ທີ່​ຊ່ວຍ​ເຂົາເຈົ້າ​ເຊິ່ງ​ມີ: ເຊຄາຣີຢາ ເບັນ ຢາອາຊີເອນ ເຊມີຣາໂມດ ເຢຮີເອນ ອຸນນີ ເອລີອາບ ເບນາຢາ ມາອາເສຢາ ມັດຕີທີຢາ ເອລີເຟເລຮູ ມິກເນຢາ ໂອເບັດເອໂດມ ກັບ​ເຢອີເອນ​ທີ່​ເປັນ​ຄົນຍາມ​ປະຕູ. 19  ເຮມານ+ ອາສັບ+ ແລະ​ເອທານ​ຈະ​ຮ້ອງເພງ​ແລະ​ຕີ​ແສ່ງ​ທີ່​ເປັນ​ທອງແດງ​ໄປ​ນຳ.+ 20  ເຊຄາຣີຢາ ອາຊີເອນ ເຊມີຣາໂມດ ເຢຮີເອນ ອຸນນີ ເອລີອາບ ມາອາເສຢາ ແລະ​ເບນາຢາ​ຈະ​ຫຼິ້ນ​ເຄື່ອງ​ດົນຕີ​ທີ່ມີ​ສາຍ​ທີ່​ປັບ​ເປັນສຽງ​ສູງ.*+ 21  ມັດຕີທີຢາ+ ເອລີເຟເລຮູ ມິກເນຢາ ໂອເບັດເອໂດມ ເຢອີເອນ ແລະ​ອາຊາຊີຢາ​ຈະ​ດີດ​ພິນ​ທີ່​ປັບ​ເປັນສຽງ​ຕ່ຳ*+​ເພື່ອ​ນຳ​ໜ້າ​ນັກ​ດົນຕີ​ຄົນ​ອື່ນ​ໆ​. 22  ເກນານີຢາ+​ທີ່​ເປັນ​ຫົວໜ້າ​ພວກເລວີ​ຈະ​ເປັນ​ຜູ້​ເບິ່ງແຍງ​ການ​ຫາມ​ຫີບ​ມາ ຍ້ອນວ່າ​ລາວ​ຮູ້​ເລື່ອງ​ນີ້​ດີ. 23  ເບເຣກີຢາ​ແລະ​ເອນການາ​ຈະ​ເປັນ​ຜູ້​ເຝົ້າ​ຫີບ​ສັນຍາ. 24  ເຊບານີຢາ ໂຢຊາຟັດ ເນທາເນນ ອາມາຊາຍ ເຊຄາຣີຢາ ເບນາຢາ ແລະ​ເອລີເອເຊ​ທີ່​ເປັນ​ປະໂລຫິດ​ຈະ​ຍ່າງ​ອອກ​ໜ້າ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ແລ້ວ​ເປົ່າ​ແກ​ດັງ​ໆ​.+ ສ່ວນ​ໂອເບັດເອໂດມ​ກັບ​ເຢຮີຢາ​ຈະ​ເປັນ​ຜູ້​ເຝົ້າ​ຫີບ​ສັນຍາ. 25  ແລ້ວ​ດາວິດ​ກັບ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ແລະ​ພວກ​ຫົວໜ້າ​ກອງ​ພັນ​ກໍ​ຍ່າງ​ໄປ​ເຮືອນ​ຂອງ​ໂອເບັດເອໂດມ+​ຢ່າງ​ມີ​ຄວາມສຸກ+​ເພື່ອ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາ. 26  ຍ້ອນພະເຈົ້າ​ທ່ຽງແທ້​ຊ່ວຍ​ພວກເລວີ​ໃຫ້​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາ ເຂົາເຈົ້າ​ຈຶ່ງ​ເອົາ​ງົວ​ໂຕ​ຜູ້ 7 ໂຕ ແລະ​ແກະ​ໂຕ​ຜູ້ 7 ໂຕ​ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ໃຫ້​ເພິ່ນ.+ 27  ດາວິດ​ນຸ່ງ​ເສື້ອ​ແຂນກິ້ນ​ທີ່​ເຮັດ​ຈາກ​ຜ້າ​ເນື້ອ​ດີ. ພວກເລວີ​ທີ່​ຫາມ​ຫີບ​ສັນຍາ ພວກ​ນັກຮ້ອງ​ກັບ​ເກນານີຢາ​ທີ່​ເປັນ​ຜູ້​ເບິ່ງແຍງ​ການຫາມຫີບ​ມາ​ແລະ​ເບິ່ງແຍງ​ພວກ​ນັກຮ້ອງ​ກໍ​ນຸ່ງ​ເສື້ອ​ແຂນກິ້ນ​ຄືກັນ. ດາວິດ​ຍັງ​ນຸ່ງ​ເອໂຟດ*​ທີ່​ເຮັດ​ຈາກ​ຜ້າ​ລີນິນ.+ 28  ພວກ​ອິດສະຣາເອນ​ທຸກຄົນ​ທີ່​ໄປ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາ​ໄດ້​ພາກັນ​ຮ້ອງ​ດ້ວຍ​ຄວາມ​ດີ​ໃຈ.+ ເຂົາເຈົ້າ​ເປົ່າ​ແກ​ເຂົາ​ສັດ​ກັບ​ແກ​ອື່ນ​ໆ​+ ຕີ​ແສ່ງ ແລະ​ຫຼິ້ນ​ເຄື່ອງ​ດົນຕີ​ທີ່ມີ​ສາຍ​ກັບ​ດີດ​ພິນ​ສຽງ​ດັງ​ໆ​.+ 29  ແຕ່​ເມື່ອ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ເຂົ້າ​ມາ​ໃນ​ເມືອງ​ຂອງ​ດາວິດ+ ມີການ+​ລູກສາວ​ຂອງ​ຊາອູນ​ແນມ​ລົງ​ມາ​ທາງ​ປ່ອງ​ຢ້ຽມ​ແລະ​ເຫັນ​ກະສັດ​ດາວິດ​ກຳລັງ​ສະຫຼອງ​ແລະ​ເຕັ້ນ​ໄປ​ເຕັ້ນ​ມາ ລາວ​ກໍ​ດູຖູກ​ດາວິດ​ໃນ​ໃຈ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ
ແປ​ຕາມ​ໂຕ​ວ່າ “ອາລາໂມດ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ເຊມີນິດ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.