ຂ່າວຄາວ​ສະບັບ​ທີ​ໜຶ່ງ 16:1-43

  • ເອົາ​ຫີບ​ສັນຍາ​ມາ​ໄວ້​ໃນ​ເຕັ້ນ (1-​6)

  • ດາວິດ​ແຕ່ງ​ເພງ​ຂອບໃຈ​ພະເຈົ້າ (7-​36)

    • “ພະ​ເຢໂຫວາ​ເປັນ​ກະສັດ​ແລ້ວ!” (31)

  • ການ​ຮັບ​ໃຊ້​ຢູ່​ບ່ອນ​ທີ່​ຫີບ​ສັນຍາ​ຕັ້ງ​ຢູ່ (37-​43)

16  ເຂົາເຈົ້າ​ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ເຂົ້າ​ມາ​ໄວ້​ໃນ​ເຕັ້ນ​ທີ່​ດາວິດ​ກຽມ​ໄວ້+ ແລ້ວ​ກໍ​ເຜົາ​ເຄື່ອງ​ບູຊາ​ທີ່​ເປັນ​ສັດແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ຕໍ່​ໜ້າ​ພະເຈົ້າ​ທ່ຽງແທ້.+  ຫຼັງຈາກ​ດາວິດ​ເຜົາ​ເຄື່ອງ​ບູຊາ​ທີ່​ເປັນ​ສັດ+​ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ແລ້ວ​ໆ​+ ລາວ​ໄດ້​ອວຍພອນ​ປະຊາຊົນ​ໂດຍ​ໃຊ້​ຊື່​ຂອງ​ພະ​ເຢໂຫວາ.  ຈາກ​ນັ້ນ ດາວິດ​ກໍ​ຢາຍ​ເຂົ້າຈີ່​ທີ່​ເປັນ​ກ້ອນ​ມົນ​ໆ​ ໝາກອິນທະຜາລຳ​ທີ່​ປັ້ນ​ເປັນ​ກ້ອນ ແລະ​ໝາກ​ລະແຊັງ​ແຫ້ງ​ທີ່​ປັ້ນ​ເປັນ​ກ້ອນ​ແນວ​ລະ​ກ້ອນ​ໃຫ້​ພວກ​ອິດສະຣາເອນ​ທຸກ​ຄົນ.  ແລ້ວ​ລາວ​ກໍ​ແຕ່ງຕັ້ງ​ພວກເລວີ​ບາງຄົນ​ໃຫ້​ມາ​ຮັບໃຊ້​ຢູ່​ຕໍ່​ໜ້າ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ+ ເພື່ອ​ໃຫ້ຄິດ​ເຖິງ ຂອບໃຈ ແລະ​ສັນລະເສີນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ.  ອາສັບ+​ເປັນ​ຫົວໜ້າ ຜູ້​ຮອງ​ແມ່ນ​ເຊຄາຣີຢາ. ເຢອີເອນ ເຊມີຣາໂມດ ເຢຮີເອນ ມັດຕີທີຢາ ເອລີອາບ ເບນາຢາ ໂອເບັດເອໂດມ ແລະເຢອີເອນ+​ເປັນ​ຜູ້​ຫຼິ້ນ​ເຄື່ອງ​ດົນຕີ​ທີ່ມີ​ສາຍ​ກັບ​ດີດ​ພິນ.+ ອາສັບ​ເປັນ​ຜູ້​ຕີ​ແສ່ງ.+  ປະໂລຫິດ​ເບນາຢາ​ກັບ​ປະໂລຫິດ​ຢາຮາຊີເອນ​ໄດ້​ຮັບ​ມອບໝາຍ​ໃຫ້​ເປົ່າ​ແກ​ເປັນປະຈຳຢູ່​ຕໍ່​ໜ້າ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້.  ໃນ​ມື້​ນັ້ນ ດາວິດແຕ່ງ​ເພງເພື່ອ​ຂອບໃຈ​ພະ​ເຢໂຫວາ​ເປັນ​ເທື່ອ​ທຳອິດ ແລະ​ໃຫ້​ອາສັບ+​ກັບ​ພວກ​ພີ່ນ້ອງ​ຂອງ​ລາວ​ເປັນ​ຜູ້​ຮ້ອງເພງ​ນີ້. ເພງ​ນີ້​ຮ້ອງ​ວ່າ:  “ໃຫ້​ຂອບໃຈ​ພະ​ເຢໂຫວາ+​ແລະ​ເອີ້ນ​ຊື່​ເພິ່ນ.ໃຫ້​ທຸກ​ຄົນ​ຮູ້​ວ່າ​ເພິ່ນ​ໄດ້​ເຮັດ​ຫຍັງ​ແດ່.+  ຮ້ອງເພງ​ໃຫ້​ເພິ່ນ​ແລະ​ຫຼິ້ນ​ດົນຕີ​ສັນລະເສີນ​ເພິ່ນ+ໃຫ້​ຄິດ​ເຖິງ*​ສິ່ງ​ທີ່​ເປັນ​ຕາ​ງຶດ​ທີ່​ເພິ່ນ​ໄດ້​ເຮັດ.+ 10  ໃຫ້​ພູມ​ໃຈ​ທີ່​ໄດ້ສັນລະເສີນຊື່​ທີ່​ບໍລິສຸດ​ຂອງ​ເພິ່ນ.+ ໃຫ້​ຫົວໃຈ​ຂອງ​ຄົນ​ທີ່​ຊອກ​ຫາ​ພະ​ເຢໂຫວາ​ມີ​ຄວາມສຸກ.+ 11  ໃຫ້​ຊອກ​ຫາ​ພະ​ເຢໂຫວາ+​ແລະເພິ່ງ​ກຳລັງ​ຈາກ​ເພິ່ນ. ຂໍ​ໃຫ້​ເພິ່ນຊ່ວຍເລື້ອຍ​ໆ​.+ 12  ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເປັນຕາງຶດ​ທີ່​ເພິ່ນ​ໄດ້​ເຮັດ+ຄິດ​ເຖິງ​ການອັດສະຈັນ​ແລະ​ການ​ຕັດສິນ​ທີ່ຍຸຕິທຳຂອງ​ເພິ່ນ 13  ພວກ​ເຈົ້າ​ທີ່​ເປັນ​ລູກຫຼານ*​ຂອງ​ອິດສະຣາເອນ​ຜູ້​ຮັບໃຊ້​ຂອງ​ເພິ່ນ+ພວກ​ເຈົ້າ​ທີ່​ເປັນ​ລູກຫຼານ​ຂອງ​ຢາໂຄບ​ທີ່​ເພິ່ນ​ໄດ້​ເລືອກ​ໄວ້.+ 14  ເພິ່ນ​ແມ່ນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.+ ເພິ່ນຕັດສິນ​ທຸກ​ສິ່ງໃນ​ໂລກ.+ 15  ໃຫ້​ຈື່​ຄຳ​ສັນຍາ​ຂອງ​ເພິ່ນ​ໄວ້​ຕະຫຼອດ​ໄປຢ່າ​ລືມ​ຄຳ​ສັນຍາທີ່​ເພິ່ນ​ໄດ້​ເຮັດ*+ 16  ຄຳ​ສັນຍາ​ທີ່​ເພິ່ນ​ເຮັດ​ກັບ​ອັບຣາຮາມ+ແລະ​ຄຳ​ສັນຍາ​ທີ່​ເພິ່ນ​ເຮັດ​ກັບ​ອີຊາກ+ 17  ເພິ່ນ​ໄດ້ຢືນຢັນຄຳ​ສັນຍາ​ນັ້ນ​ກັບ​ຢາໂຄບ+ແລະ​ເຮັດ​ໃຫ້​ຄຳ​ສັນຍາ​ທີ່​ເຮັດ​ກັບອິດສະຣາເອນໝັ້ນຄົງ 18  ເພິ່ນ​ເວົ້າ​ວ່າ ‘ເຮົາ​ຈະ​ເອົາ​ແຜ່ນດິນ​ການາອານໃຫ້​ເຈົ້າ+​ເປັນມໍລະດົກ.’+ 19  ຕອນນັ້ນ​ເຂົາເຈົ້າ​ຍັງ​ມີ​ຄົນ​ໜ້ອຍ​ຫຼາຍແລະ​ອາໄສ​ຢູ່​ປະເທດ​ຂອງ​ຄົນ​ອື່ນ.+ 20  ເຂົາເຈົ້າຍ້າຍ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນແລະ​ຈາກ​ປະເທດ​ນີ້​ໄປ​ຢູ່​ປະເທດ​ນັ້ນ.+ 21  ເພິ່ນ​ບໍ່​ຍອມ​ໃຫ້​ໃຜ​ມາ​ຂົ່ມເຫງ​ເຂົາເຈົ້າ.+ເພິ່ນ​ໄດ້​ສັ່ງ​ສອນ​ກະສັດ​ຫຼາຍ​ອົງ​ເພື່ອ​ເຂົາເຈົ້າ.+ 22  ເພິ່ນ​ບອກ​ພວກ​ກະສັດ​ເຫຼົ່ານັ້ນ​ວ່າ ‘ຢ່າ​ມາ​ແຕະ​ຕ້ອງ​ຜູ້​ທີ່​ເຮົາ​ເລືອກ​ໄວ້ແລະ​ຢ່າ​ເຮັດ​ບໍ່​ດີ​ຕໍ່​ຜູ້​ພະຍາກອນ​ຂອງ​ເຮົາ.’+ 23  ໃຫ້​ທຸກ​ຄົນ​ໃນ​ໂລກ​ນີ້​ຮ້ອງເພງ​ໃຫ້​ພະ​ເຢໂຫວາ. ປະກາດ​ໃຫ້​ຄົນ​ຮູ້​ທຸກ​ໆ​ມື້​ວ່າ​ເພິ່ນ​ຊ່ວຍ​ໃຫ້​ລອດ​ແນວໃດ.+ 24  ໄປ​ບອກ​ທຸກ​ປະເທດ​ໃຫ້​ຮູ້​ວ່າ​ເພິ່ນ​ຍິ່ງໃຫຍ່​ສ່ຳ​ໃດ.ໄປ​ເລົ່າ​ສິ່ງ​ທີ່​ເປັນ​ຕາ​ງຶດ​ທີ່​ເພິ່ນ​ໄດ້​ເຮັດ​ໃຫ້​ທຸກ​ຄົນ​ຟັງ. 25  ຍ້ອນ​ພະ​ເຢໂຫວາ​ຍິ່ງໃຫຍ່ແລະ​ສົມຄວນ​ໄດ້​ຮັບ​ການ​ສັນລະເສີນ​ຫຼາຍ​ທີ່​ສຸດ. ເພິ່ນ​ສົມຄວນ​ໄດ້​ຮັບ​ຄວາມ​ຢ້ານຢຳ​ຫຼາຍ​ກວ່າ​ພະເຈົ້າ​ອື່ນ​ໆ​ທັງໝົດ.+ 26  ພະເຈົ້າ​ທັງໝົດ​ທີ່​ຄົນ​ອື່ນ​ນັບຖື​ບໍ່​ມີ​ຄ່າ​ຫຍັງ​ເລີຍ+ແຕ່​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ສ້າງ​ສະຫວັນ.+ 27  ຄວາມ​ຍິ່ງໃຫຍ່​ແລະ​ສະຫງ່າລາສີອ້ອມ​ຮອບເພິ່ນ.+ໃນ​ບ່ອນ​ທີ່​ເພິ່ນ​ຢູ່​ມີ​ພະລັງ​ອຳນາດ​ແລະ​ຄວາມ​ຍິນດີ.+ 28  ໃຫ້​ທຸກຊົນ​ເຜົ່າ​ໃຫ້​ກຽດ​ພະ​ເຢໂຫວາໃຫ້​ພວກເຈົ້າ​ໃຫ້​ກຽດ​ພະ​ເຢໂຫວາ ຍ້ອນ​ເພິ່ນ​ມີ​ອຳນາດ​ທີ່ຍິ່ງໃຫຍ່.+ 29  ໃຫ້​ສັນລະເສີນ​ພະ​ເຢໂຫວາ ຍ້ອນ​ຊື່​ຂອງ​ເພິ່ນ.+ໃຫ້​ເອົາ​ສິ່ງທີ່ມີຄ່າ​ມາ ແລ້ວ​ເຂົ້າ​ໄປ​ຫາ​ເພິ່ນ.+ ໃຫ້​ນຸ່ງ​ເຄື່ອງ​ບໍລິສຸດ​ແລະ​ນະມັດສະການ*​ພະ​ເຢໂຫວາ.*+ 30  ໃຫ້​ທຸກ​ຄົນ​ໃນ​ໂລກ​ນີ້​ຢ້ານ​ເພິ່ນ​ຈົນ​ໂຕ​ສັ່ນ. ເພິ່ນ​ຕັ້ງ​ໂລກ​ນີ້​ໃຫ້​ໝັ້ນຄົງ​ແລະ​ບໍ່​ໃຫ້​ມັນ​ສັ່ນ.+ 31  ໃຫ້​ທ້ອງຟ້າ​ມີ​ຄວາມສຸກ​ແລະ​ໃຫ້​ໂລກ​ນີ້​ມີ​ຄວາມ​ຍິນດີ.+ປະກາດ​ໃຫ້​ທຸກ​ຊາດ​ຮູ້​ວ່າ ‘ພະ​ເຢໂຫວາ​ເປັນ​ກະສັດ​ແລ້ວ!’+ 32  ໃຫ້​ທະເລ​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ທະເລ​ຮ້ອງ​ສຽງ​ດັງ.ໃຫ້​ທົ່ງຫຍ້າ​ແລະ​ທຸກ​ສິ່ງ​ທີ່​ຢູ່​ຫັ້ນ​ມີ​ຄວາມສຸກ. 33  ໃຫ້​ຕົ້ນ​ໄມ້​ທີ່​ຢູ່​ໃນ​ປ່າ​ຮ້ອງ​ດ້ວຍ​ຄວາມ​ຍິນດີ​ຕໍ່​ໜ້າ​ພະ​ເຢໂຫວາຍ້ອນ​ເພິ່ນ​ກຳລັງ​ຈະ​ມາ​ຕັດສິນ​ໂລກ​ນີ້. 34  ໃຫ້​ຂອບໃຈ​ພະ​ເຢໂຫວາ ຍ້ອນ​ເພິ່ນ​ເປັນ​ພະເຈົ້າ​ທີ່​ດີ​ແທ້​ໆ​.+ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ.+ 35  ໃຫ້​ເວົ້າ​ວ່າ ‘ພະເຈົ້າ​ຜູ້​ຊ່ວຍ​ໃຫ້​ລອດ+ ຂໍ​ພະອົງ​ຊ່ວຍ​ພວກ​ເຮົາ​ແດ່.ຂໍ​ໃຫ້​ລວບລວມ​ພວກ​ເຮົາ​ແລະ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ຈາກ​ຊາດ​ຕ່າງ​ໆ​ເພື່ອ​ພວກ​ເຮົາ​ຈະຍ້ອງ​ຍໍຊື່​ທີ່​ບໍລິສຸດ​ຂອງ​ພະອົງ+ແລະສັນລະເສີນ​ພະອົງດ້ວຍ​ຄວາມ​ຍິນດີ.+ 36  ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນໄດ້​ຮັບ​ການ​ສັນລະເສີນ​ຕະຫຼອດ​ໄປ.’” ແລ້ວ​ທຸກ​ຄົນ​ກໍ​ເວົ້າ​ວ່າ: “ອາແມນ!”* ແລະ​ສັນລະເສີນ​ພະ​ເຢໂຫວາ. 37  ຈາກ​ນັ້ນ ດາວິດ​ກໍ​ໃຫ້​ອາສັບ+​ແລະ​ພວກ​ພີ່ນ້ອງ​ຂອງ​ລາວ​ຮັບໃຊ້​ທຸກ​ໆ​ມື້+​ຢູ່​ບ່ອນ​ທີ່​ຫີບ​ສັນຍາ​ຂອງພະ​ເຢໂຫວາ​ຕັ້ງ​ຢູ່.+ 38  ດາວິດ​ໃຫ້​ໂອເບັດເອໂດມ​ກັບ​ພີ່ນ້ອງ​ຂອງ​ລາວ 68 ຄົນ ແລະ​ໂອເບັດເອໂດມລູກຊາຍ​ຂອງ​ເຢດູທູນ​ກັບ​ໂຮສາ​ເປັນ​ຄົນຍາມ​ປະຕູ. 39  ສ່ວນ​ປະໂລຫິດ​ຊາໂດກ+​ແລະ​ປະໂລຫິດ​ຄົນ​ອື່ນ​ໆ​ ດາວິດ​ໃຫ້​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ​ຢູ່​ໂນນ​ພູ​ໃນ​ເມືອງ​ກິເບໂອນ+ 40  ເພື່ອ​ເຜົາ​ເຄື່ອງ​ບູຊາ​ຢູ່​ເທິງ​ແທ່ນ​ບູຊາ​ໃຫ້​ພະ​ເຢໂຫວາ​ເປັນ​ປະຈຳ​ທັງ​ຕອນ​ເຊົ້າ​ແລະ​ຕອນ​ແລງ ແລະ​ເພື່ອ​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ກົດໝາຍ​ຂອງ​ພະ​ເຢໂຫວາ​ທີ່​ເພິ່ນ​ສັ່ງ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຕາມ.+ 41  ເຮມານ ເຢດູທູນ+ ແລະ​ຄົນ​ອື່ນ​ໆ​ກໍ​ຖືກ​ມອບໝາຍ​ໃຫ້​ຢູ່​ນຳ​ເຂົາເຈົ້າ​ເພື່ອ​ເຮັດ​ວຽກ​ສະແດງ​ຄວາມ​ຂອບໃຈ​ພະ​ເຢໂຫວາ+ ໂດຍຮ້ອງເພງວ່າ: “ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ.”+ 42  ເຮມານ+​ແລະ​ເຢດູທູນ​ຍັງ​ເປົ່າ​ແກ ຕີ​ແສ່ງ ແລະ​ຫຼິ້ນ​ເຄື່ອງ​ດົນຕີ​ຊະນິດ​ອື່ນ​ໆ​ເພື່ອ​ສັນລະເສີນ​ພະເຈົ້າ​ທ່ຽງແທ້ ສ່ວນ​ພວກ​ລູກຊາຍ​ຂອງ​ເຢດູທູນ+​ກໍ​ເຮັດ​ວຽກ​ຍາມ​ປະຕູ. 43  ຈາກ​ນັ້ນ ທຸກ​ຄົນ​ກໍ​ກັບ​ເມືອ​ເຮືອນ ແລະ​ດາວິດ​ກໍ​ໄປ​ອວຍພອນ​ຄອບຄົວ​ຂອງ​ລາວ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ເວົ້າ​ເຖິງ”
ແປ​ຕາມ​ໂຕ​ວ່າ “ເຊື້ອສາຍ”
ແປ​ຕາມ​ໂຕ​ວ່າ “ຢ່າ​ລືມ​ຄຳສັ່ງ​ຂອງ​ເພິ່ນ”
ແປ​ຕາມ​ໂຕ​ວ່າ “ກົ້ມ​ກາບ”
ຫຼື​ອາດ​ແປ​ວ່າ “ໃຫ້​ນະມັດສະການ​ພະ​ເຢໂຫວາ​ຍ້ອນ​ຄວາມ​ບໍລິສຸດ​ຂອງ​ເພິ່ນ”
ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”