ຂ່າວຄາວ​ສະບັບ​ທີ​ໜຶ່ງ 18:1-17

  • ດາວິດ​ຕໍ່ສູ້​ຊະນະ (1-​13)

  • ດາວິດ​ຈັດ​ລະບຽບ​ການ​ປົກຄອງ (14-​17)

18  ຕໍ່ມາ ດາວິດ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ​ແລະ​ເອົາ​ຊະນະ​ເຂົາ​ເຈົ້າ​ໄດ້. ດາວິດ​ຍຶດ​ເອົາ​ເມືອງ​ກັດ+​ແລະ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ມາ​ຈາກ​ພວກ​ຟີລິດສະຕີນ.+  ຫຼັງ​ຈາກ​ນັ້ນ ລາວ​ຕໍ່ສູ້​ຊະນະ​ພວກ​ໂມອາບ.+ ພວກ​ໂມອາບ​ໄດ້​ຍອມ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ດາວິດ​ແລະ​ເອົາ​ເຄື່ອງເສຍ​ສ່ວຍ​ໃຫ້​ລາວ.+  ດາວິດ​ຕໍ່ສູ້​ຊະນະ​ຮາດາເດເຊ+​ກະສັດ​ຂອງ​ໂຊບາ+​ຢູ່​ໃກ້​ກັບ​ເມືອງ​ຮາມັດ.+ ຕອນ​ນັ້ນ​ຮາດາເດເຊ​ໄດ້ຂະຫຍາຍ​ອຳນາດ​ຂອງ​ລາວ​ຈົນ​ໄປ​ຮອດ​ແມ່ນ້ຳ​ເອິຟາຣາດ.+  ດາວິດ​ໄດ້​ຍຶດ​ເອົາ​ລົດ​ຮົບ​ຂອງ​ຮາດາເດເຊ 1.000 ຄັນ. ລາວ​ຍັງ​ໄດ້​ຈັບ​ທະຫານ​ມ້າ 7.000 ຄົນ ແລະ​ທະຫານ​ອີກ 20.000 ຄົນ.+ ໃນ​ຈຳນວນ​ມ້າ​ທີ່​ແກ່​ລົດ​ຮົບ ດາວິດ​ຈົ່ງ​ໄວ້ 100 ໂຕ+ ແຕ່​ເຫຼືອ​ນັ້ນ​ລາວ​ໄດ້​ຕັດ​ເອັນ​ຂາ​ຂອງ​ພວກ​ມັນ.  ເມື່ອ​ພວກ​ຊີເຣຍ​ຈາກ​ເມືອງ​ດາມາເຊ​ມາ​ຊ່ວຍ​ຮາດາເດເຊ​ກະສັດ​ຂອງ​ໂຊບາ ດາວິດ​ໄດ້​ຂ້າ​ທະຫານ​ຊີເຣຍ​ຕາຍ 22.000 ຄົນ.+  ດາວິດ​ຕັ້ງ​ກອງ​ທະຫານ​ປ້ອງກັນ​ໄວ້​ໃນ​ເມືອງ​ດາມາເຊ​ຢູ່​ຊີເຣຍ ແລະ​ພວກ​ຊີເຣຍ​ໄດ້​ຍອມ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ດາວິດ​ແລະ​ເອົາ​ເຄື່ອງ​ເສຍ​ສ່ວຍ​ໃຫ້​ລາວ. ພະ​ເຢໂຫວາ​ຊ່ວຍ​ໃຫ້​ດາວິດ​ຊະນະ*​ບໍ່​ວ່າ​ລາວ​ຈະ​ຕໍ່ສູ້​ຢູ່​ໃສ.+  ດາວິດ​ຍັງ​ເອົາ​ໂລ້​ວົງມົນ​ທີ່​ເປັນ​ຄຳ​ຂອງ​ທະຫານ​ຮາດາເດເຊ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ນຳ.  ດາວິດ​ໄດ້​ເອົາ​ທອງແດງ​ຈຳນວນ​ຫຼາຍ​ຈາກ 2 ເມືອງ​ຂອງ​ຮາດາເດເຊ​ທີ່​ຊື່​ຕິບຮາດ​ແລະ​ກູນ. ໂຊໂລໂມນ​ເອົາ​ທອງແດງ​ເຫຼົ່ານີ້​ໄປ​ເຮັດ​ອ່າງ​ທະເລ​ທອງແດງ+ ເສົາ 2 ຕົ້ນ ແລະ​ເຄື່ອງ​ໃຊ້​ຕ່າງ​ໆ​.+  ເມື່ອ​ໂຕອູ*​ກະສັດ​ຂອງ​ເມືອງ​ຮາມັດ​ໄດ້​ຍິນ​ວ່າ ດາວິດ​ຕໍ່ສູ້​ຊະນະ​ກອງທັບ​ທັງ​ໝົດ​ຂອງ​ຮາດາເດເຊ+​ກະສັດ​ຂອງ​ໂຊບາ+ 10  ໂຕອູ​ຈຶ່ງ​ຟ້າວ​ສົ່ງ​ຮາໂດຣາມ*​ລູກ​ຊາຍ​ຂອງ​ລາວ​ໄປ​ຫາ​ກະສັດ​ດາວິດ. ໂຕອູ​ເຮັດ​ແນວ​ນີ້​ເພື່ອ​ຖາມ​ສະບາຍດີ​ແລະ​ຊົມເຊີຍ​ດາວິດ​ທີ່​ຕໍ່ສູ້​ຊະນະ​ຮາດາເດເຊ ຍ້ອນ​ຮາດາເດເຊມັກມາ​ຕໍ່ສູ້​ກັບ​ໂຕອູ​ເລື້ອຍ​ໆ​. ຮາໂດຣາມ​ເອົາ​ເຄື່ອງ​ຂອງ​ທີ່​ເຮັດ​ຈາກ​ເງິນ​ຈາກ​ຄຳ​ແລະ​ທອງແດງ​ມາ​ໃຫ້​ດາວິດ​ນຳ. 11  ກະສັດ​ດາວິດ​ມອບ​ສິ່ງ​ເຫຼົ່ານີ້ ພ້ອມ​ທັງ​ເງິນ​ແລະ​ຄຳ​ທີ່​ລາວ​ຍຶດ​ມາ​ຈາກ​ຊາດ​ຕ່າງ​ໆ​ໃຫ້​ພະ​ເຢໂຫວາ.+ ຊາດ​ເຫຼົ່ານັ້ນ​ແມ່ນ​ພວກ​ເອໂດມ ພວກ​ໂມອາບ ພວກ​ອຳໂມນ+ ພວກ​ຟີລິດສະຕີນ+ ແລະ​ພວກ​ອາມາເລັກ.+ 12  ອາບີຊາຍ+​ລູກ​ຊາຍ​ຂອງ​ເຊຣູຢາ+​ຂ້າ​ພວກ​ເອໂດມ​ຕາຍ 18.000 ຄົນ​ຢູ່​ຮ່ອມ​ພູ​ເກືອ.+ 13  ດາວິດ​ໄດ້​ຕັ້ງ​ກອງ​ທະຫານ​ປ້ອງກັນ​ໃນ​ເອໂດມ ແລະ​ພວກ​ເອໂດມ​ທັງ​ໝົດ​ກໍ​ຍອມ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ດາວິດ.+ ພະ​ເຢໂຫວາ​ຊ່ວຍ​ດາວິດ​ໃຫ້​ຊະນະ​ບໍ່​ວ່າ​ລາວ​ຈະ​ຕໍ່ສູ້​ຢູ່​ໃສ.+ 14  ດາວິດ​ປົກຄອງ​ທົ່ວ​ອິດສະຣາເອນ​ຕໍ່​ໄປ.+ ລາວ​ປົກຄອງ​ປະຊາຊົນ​ຢ່າງ​ຖືກຕ້ອງ​ແລະ​ຍຸຕິທຳ.+ 15  ໂຢອາບ​ລູກ​ຊາຍ​ຂອງ​ເຊຣູຢາ​ເປັນ​ຫົວໜ້າ​ກອງທັບ.+ ເຢໂຮຊາຟັດ+​ລູກ​ຊາຍ​ຂອງ​ອາຮີລຸດ​ເປັນ​ຜູ້​ຈົດ​ບັນທຶກ​ໃຫ້​ກະສັດ. 16  ຊາໂດກ​ລູກ​ຊາຍ​ຂອງ​ອາຮີຕຸບ​ແລະ​ອາຮີເມເລັກ​ລູກ​ຊາຍ​ຂອງ​ອາບີອາທາ​ເປັນ​ປະໂລຫິດ ແລະ​ຊາວະຊາ​ເປັນ​ເລຂາ​ຂອງ​ກະສັດ. 17  ເບນາຢາ​ລູກ​ຊາຍ​ຂອງ​ເຢໂຮຢາດາ​ເປັນ​ຫົວໜ້າ​ພວກ​ເກເຣັດ+​ແລະ​ພວກ​ເປເລດ*+ ແລະ​ພວກ​ລູກ​ຊາຍ​ຂອງ​ດາວິດ​ເປັນຫົວໜ້າ​ລະດັບ​ສູງ.

ຂໍຄວາມໄຂເງື່ອນ

ຫຼື “ລອດ”
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ໂຕອີ​ໃນ 2ຊມ 8:9, 10
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ໂຢຣາມ​ໃນ 2ຊມ 8:10
ໝາຍເຖິງ​ທະຫານ​ປ້ອງກັນ​ໂຕ​ດາວິດ