ຂ່າວຄາວ​ສະບັບ​ທີ​ໜຶ່ງ 2:1-55

  • ລູກ​ຊາຍ 12 ຄົນ​ຂອງ​ອິດສະຣາເອນ (1, 2)

  • ລູກ​ຫຼານ​ຂອງ​ຢູດາ (3-​55)

2  ອິດສະຣາເອນ+​ມີ​ລູກ​ຊາຍ​ຊື່​ຣູເບັນ+ ຊີເມໂອນ+ ເລວີ+ ຢູດາ+ ອິດຊາຄາ+ ເຊບູລູນ+  ດານ+ ໂຢເຊັບ+ ເບັນຢາມິນ+ ນັບທາລີ+ ຄາດ+ ແລະ​ອາເຊ.+  ຢູດາ​ມີ​ລູກ​ຊາຍ​ຊື່​ເອຣະ ໂອນານ ແລະ​ເຊລາ. ຢູດາ​ໄດ້​ລູກ 3 ຄົນ​ນີ້​ກັບ​ລູກ​ສາວ​ຂອງ​ຊູອ່າ​ຄົນ​ການາອານ.+ ແຕ່​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ເອຣະ​ທີ່​ເປັນ​ລູກ​ກົກ​ຂອງ​ຢູດາ ເພິ່ນ​ຈຶ່ງ​ຂ້າ​ເອຣະ.+  ຢູດາ​ຍັງ​ມີ​ລູກ​ຊາຍ​ຊື່​ເປເຣດ+​ແລະ​ເຊຣາ​ທີ່​ລາວ​ໄດ້​ກັບ​ຕາມາ+​ລູກ​ໃພ້​ຂອງ​ລາວ. ຢູດາ​ມີ​ລູກ​ຊາຍ​ທັງ​ໝົດ 5 ຄົນ.  ເປເຣດ​ມີ​ລູກ​ຊາຍ​ຊື່​ເຮຊະໂຣນ​ແລະ​ຮາມູນ.+  ເຊຣາ​ມີ​ລູກ​ຊາຍ 5 ຄົນ​ຊື່​ຊິມຣີ ເອທານ ເຮມານ ການໂກນ ແລະ​ດາຣາ.  ກາມີ​ມີ​ລູກ​ຊາຍ​ຊື່​ອາຄາ.* ອາຄາ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ອິດສະຣາເອນ*+​ເມື່ອ​ລາວບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ທີ່​ໃຫ້​ທຳລາຍ​ວັດຖຸ​ສິ່ງ​ຂອງ​ທຸກ​ຢ່າງ.+  ເອທານ​ມີ​ລູກ​ຊາຍ​ຊື່​ອາຊາຣີຢາ.  ເຮຊະໂຣນ​ມີ​ລູກ​ຊາຍ​ຊື່​ເຢຣາເມເອນ+ ຣາມ+ ແລະ​ເກລຶບາຍ.* 10  ຣາມ​ເປັນ​ພໍ່​ຂອງ​ອຳມີນາດາບ.+ ອຳມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ+​ທີ່​ເປັນ​ຫົວ​ໜ້າ​ຂອງ​ຕະກູນ​ຢູດາ. 11  ນາໂຊນ​ເປັນ​ພໍ່​ຂອງ​ຊານມາ.+ ຊານມາ​ເປັນ​ພໍ່​ຂອງ​ໂບອາດ.+ 12  ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ. ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ.+ 13  ລູກ​ກົກ​ຂອງ​ເຢຊີ​ຊື່​ເອລີອາບ ຜູ້​ທີ 2 ຊື່​ອາບີນາດາບ+ ຜູ້​ທີ 3 ຊື່​ຊິເມອາ+ 14  ຜູ້​ທີ 4 ຊື່​ເນທາເນນ ຜູ້​ທີ 5 ຊື່​ຣັດດາຍ 15  ຜູ້​ທີ 6 ຊື່​ໂອເຊມ ແລະ​ຜູ້​ທີ 7 ຊື່​ດາວິດ.+ 16  ເຊຣູຢາ​ກັບ​ອາບີກາຍ+​ເປັນ​ເອື້ອຍ​ນ້ອງ​ຂອງ​ເຂົາ​ເຈົ້າ. ເຊຣູຢາ​ມີ​ລູກ​ຊາຍ 3 ຄົນ​ຊື່​ອາບີຊາຍ+ ໂຢອາບ+ ແລະ​ອາສາເຮນ.+ 17  ອາບີກາຍ​ເປັນ​ແມ່​ຂອງ​ອາມາສາ.+ ພໍ່​ຂອງ​ອາມາສາ​ຊື່​ເຢເທ​ຄົນ​ອິດຊະມາເອນ. 18  ກາເລັບ*​ເປັນ​ລູກ​ຊາຍ​ຂອງ​ເຮຊະໂຣນ. ກາເລັບ​ມີ​ລູກ​ຊາຍ​ຊື່​ເຢເຊ ໂຊບາບ ແລະ​ອາໂດນ. ລາວ​ໄດ້​ລູກ​ຊາຍ​ທັງ​ໝົດ​ນີ້​ກັບ​ເມຍ​ຂອງ​ລາວ​ທີ່​ຊື່​ອາຊູບາ​ແລະ​ເຢຣິໂອດ. 19  ເມື່ອ​ອາຊູບາ​ຕາຍ ກາເລັບ​ກໍ​ແຕ່ງດອງ​ກັບ​ເອຟະຣາດ+ ແລະ​ເຂົາເຈົ້າ​ມີ​ລູກ​ນຳ​ກັນ​ຊື່​ຮູເຣ.+ 20  ຮູເຣ​ເປັນ​ພໍ່​ຂອງ​ອູຣີ. ອູຣີ​ເປັນ​ພໍ່​ຂອງ​ເບຊາເລນ.+ 21  ຕອນ​ເຮຊະໂຣນ​ອາຍຸ 60 ປີ ລາວ​ໄດ້​ແຕ່ງດອງ​ກັບ​ລູກ​ສາວ​ຂອງ​ມາກີ+​ພໍ່​ຂອງ​ກິລຽດ.+ ເຂົາ​ເຈົ້າ​ນອນ​ນຳ​ກັນ​ແລະ​ໄດ້​ລູກ​ຊື່​ເສກຸບ. 22  ເສກຸບ​ເປັນ​ພໍ່​ຂອງ​ຢາອີ.+ ຢາອີ​ໄດ້ຍຶດເອົາ 23 ເມືອງ​ໃນ​ກິລຽດ​ມາ​ເປັນ​ຂອງ​ລາວ.+ 23  ພວກ​ເກຊູ+​ກັບ​ພວກ​ຊີເຣຍ+​ໄດ້​ມາ​ຍຶດ​ເອົາ​ຮາໂວດຢາອີ+​ຈາກຄົນ​ທີ່​ຢູ່​ຫັ້ນ ລວມ​ທັງ​ເກນາດ+​ແລະ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມ​ແອ້ມ. ເຂົາ​ເຈົ້າ​ຍຶດ​ໄດ້​ທັງ​ໝົດ 60 ເມືອງ. ທັງ​ໝົດ​ນີ້​ແມ່ນ​ລູກ​ຫຼານ​ຂອງ​ມາກີ​ພໍ່​ຂອງ​ກິລຽດ. 24  ຫຼັງ​ຈາກ​ເຮຊະໂຣນ+​ຕາຍ​ຢູ່​ກາເລັບເອຟຣາທາ ອາບີຢາ​ເມຍ​ຂອງ​ລາວ​ກໍ​ເກີດ​ລູກ​ຊາຍ​ຊື່​ອາຊະຮູ.+ ອາຊະຮູ​ເປັນພໍ່*​ຂອງ​ເຕໂກອາ.+ 25  ເຢຣາເມເອນ​ເປັນ​ລູກ​ຊາຍ​ກົກ​ຂອງ​ເຮຊະໂຣນ. ລູກ​ຊາຍ​ກົກ​ຂອງ​ເຢຣາເມເອນ​ຊື່​ຣາມ ຜູ້​ຕໍ່ມາ​ຊື່​ບູນາ ໂອເຣັນ ໂອເຊມ ແລະ​ອາຮີຢາ. 26  ເຢຣາເມເອນ​ມີ​ເມຍ​ອີກ​ຜູ້​ໜຶ່ງ​ຊື່​ອາຕາຣາ ແລະ​ລາວ​ເປັນ​ແມ່​ຂອງ​ໂອນາມ. 27  ຣາມ​ທີ່​ເປັນ​ລູກ​ກົກ​ຂອງ​ເຢຣາເມເອນ​ມີ​ລູກ​ຊາຍ 3 ຄົນຊື່​ມາອາ ຢາມິນ ແລະ​ເອເກ. 28  ໂອນາມ​ມີ​ລູກ​ຊາຍ​ຊື່​ຊາມມາຍ ແລະ​ຢາດາ. ຊາມມາຍ​ມີ​ລູກ​ຊາຍ​ຊື່​ນາດາບ​ແລະ​ອາບີຊູ. 29  ເມຍ​ຂອງ​ອາບີຊູ​ຊື່​ອາບີຮາຍ. ເຂົາ​ເຈົ້າ​ມີ​ລູກ​ນຳ​ກັນ​ຊື່​ອາຮະບານ​ແລະ​ໂມລິດ. 30  ນາດາບ​ມີ​ລູກ​ຊາຍ​ຊື່​ເສເລັດ​ແລະ​ອັບປາຢິມ. ເສເລັດ​ຕາຍ​ຕອນ​ທີ່​ຍັງ​ບໍ່​ມີ​ລູກ. 31  ອັບປາຢິມ​ມີ​ລູກ​ຊາຍ​ຊື່​ອີຊີ ອີຊີ​ມີ​ລູກ​ຊາຍ​ຊື່​ເຊຊານ ເຊຊານ​ມີ​ລູກ​ຊາຍ​ຊື່​ອາຮະລາຍ. 32  ຢາດາ​ນ້ອງຊາຍ​ຂອງ​ຊາມມາຍ​ມີ​ລູກ​ຊາຍ​ຊື່​ເຢເທ​ແລະ​ໂຢນາທານ. ເຢເທ​ຕາຍ​ຕອນ​ທີ່​ຍັງ​ບໍ່​ມີ​ລູກ. 33  ໂຢນາທານ​ມີ​ລູກ​ຊາຍ​ຊື່​ເປເລດ​ແລະ​ຊາຊາ. ທັງ​ໝົດ​ນີ້​ແມ່ນ​ລູກ​ຫຼານ​ຂອງ​ເຢຣາເມເອນ. 34  ເຊຊານ​ບໍ່​ມີ​ລູກ​ຊາຍ ມີ​ແຕ່​ລູກ​ສາວ. ເຊຊານ​ມີ​ຄົນ​ຮັບໃຊ້​ຜູ້​ໜຶ່ງ​ທີ່​ເປັນ​ຄົນ​ເອຢິບ​ຊື່​ຢາຣະຮາ. 35  ເຊຊານ​ຍົກ​ລູກ​ສາວຜູ້​ໜຶ່ງໃຫ້​ເປັນ​ເມຍ​ຂອງ​ຢາຣະຮາ​ທີ່​ເປັນ​ຄົນ​ຮັບໃຊ້​ຂອງ​ລາວ. ເຂົາ​ເຈົ້າ​ມີ​ລູກ​ນຳ​ກັນ​ຊື່​ອາດຕາຍ. 36  ອາດຕາຍ​ເປັນ​ພໍ່​ຂອງ​ນາທານ ນາທານ​ເປັນ​ພໍ່​ຂອງ​ຊາບາດ 37  ຊາບາດ​ເປັນ​ພໍ່​ຂອງ​ເອຟະລານ ເອຟະລານ​ເປັນ​ພໍ່​ຂອງ​ໂອເບັດ 38  ໂອເບັດ​ເປັນ​ພໍ່​ຂອງ​ເຢຮູ ເຢຮູ​ເປັນ​ພໍ່​ຂອງ​ອາຊາຣີຢາ 39  ອາຊາຣີຢາ​ເປັນ​ພໍ່​ຂອງ​ເຮເລັດ ເຮເລັດ​ເປັນ​ພໍ່​ຂອງ​ເອເລອາສາ 40  ເອເລອາສາ​ເປັນ​ພໍ່​ຂອງ​ສິສະມາຍ ສິສະມາຍ​ເປັນ​ພໍ່​ຂອງ​ຊາລຶມ 41  ຊາລຶມ​ເປັນ​ພໍ່​ຂອງ​ເຢກາມີຢາ ເຢກາມີຢາ​ເປັນ​ພໍ່​ຂອງ​ເອລີຊາມາ. 42  ກາເລັບ*+​ນ້ອງ​ຊາຍຂອງ​ເຢຣາເມເອນ​ມີ​ລູກ​ຫຼາຍ​ຄົນ. ລູກ​ກົກ​ຂອງ​ກາເລັບ​ຊື່​ເມຊາ​ທີ່​ເປັນ​ພໍ່​ຂອງ​ຊິເຟ ແລະ​ຍັງ​ມີ​ພວກ​ລູກ​ຫຼານ​ຂອງ​ມາເຣຊາ​ພໍ່​ຂອງ​ເຮັບໂຣນ. 43  ເຮັບໂຣນ​ມີ​ລູກ​ຊາຍ​ຊື່​ໂກຣາ ຕັບປົວ ເຣເກັມ ແລະ​ເຊມາ. 44  ເຊມາ​ເປັນ​ພໍ່​ຂອງ​ຣາຮາມ. ຣາຮາມ​ເປັນ​ພໍ່​ຂອງ​ໂຢເກອາມ. ເຣເກັມ​ເປັນ​ພໍ່​ຂອງ​ຊາມມາຍ 45  ຊາມມາຍ​ເປັນ​ພໍ່​ຂອງ​ມາໂອນ ມາໂອນ​ເປັນ​ພໍ່​ຂອງ​ເບັດຊູຣາ.+ 46  ກາເລັບ​ມີ​ເມຍ​ນ້ອຍ*​ຊື່​ເອຟາ. ເຂົາ​ເຈົ້າ​ມີ​ລູກ​ນຳ​ກັນ​ຊື່​ຮາຣານ ໂມຊາ ແລະ​ກາເຊັດ. ຮາຣານ​ເປັນ​ພໍ່​ຂອງ​ກາເຊັດ. 47  ຢາດາຍ​ມີ​ລູກ​ຊາຍ​ຊື່​ເຣເກມ ໂຢທາມ ເກຊານ ເປເລັດ ເອຟາ ແລະ​ຊາອາບ. 48  ກາເລັບ​ຍັງ​ມີ​ເມຍ​ນ້ອຍ​ອີກ​ຜູ້​ໜຶ່ງ​ຊື່​ມາອາກາ. ເຂົາ​ເຈົ້າ​ມີ​ລູກ​ນຳ​ກັນ​ຊື່​ເຊເບ​ແລະ​ຕີຂະນາ. 49  ຕໍ່ມາ​ກໍ​ໄດ້​ຊາອາບ​ທີ່​ເປັນ​ພໍ່​ຂອງ​ມາດມານນາ+ ແລະ​ໄດ້​ເຊວາ​ທີ່​ເປັນ​ພໍ່​ຂອງ​ມັກເບນາ​ແລະ​ກິເບອາ.+ ກາເລັບ+​ຍັງ​ມີ​ລູກ​ສາວ​ຊື່​ອັກສາ.+ 50  ທັງ​ໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ກາເລັບ. ຮູເຣ+​ເປັນ​ລູກ​ກົກ​ຂອງ​ເອຟຣາທາ.+ ຮູເຣ​ມີ​ລູກ​ຊາຍ​ຊື່​ໂຊບານ​ທີ່​ເປັນ​ຕົ້ນ​ຕະກູນ​ຂອງ​ພວກ​ກີຣິອາດເຢອາຣີມ+ 51  ຊານມາ​ທີ່​ເປັນ​ຕົ້ນ​ຕະກູນ​ຂອງ​ພວກ​ເບັດເລເຮັມ+ ແລະ​ຮາເຣັບ​ທີ່​ເປັນ​ຕົ້ນ​ຕະກູນ​ຂອງ​ພວກ​ເບັດກາເດ. 52  ໂຊບານ​ທີ່​ເປັນ​ຕົ້ນ​ຕະກູນ​ຂອງ​ພວກ​ກີຣິອາດເຢອາຣີມ​ມີ​ລູກ​ຊາຍ​ຊື່​ຮາໂຣເອ ແລະພວກ​ເມນູໂຮດ​ເຄິ່ງ​ໜຶ່ງ​ກໍ​ເປັນ​ລູກ​ຫຼານ​ຂອງ​ໂຊບານ​ຄື​ກັນ. 53  ພວກ​ທີ່​ຢູ່​ເມືອງ​ກີຣິອາດເຢອາຣີມ​ມີ​ພວກ​ອິດຣີ+ ພວກ​ປູທີ ພວກ​ຊູມາ ແລະ​ພວກ​ມິດຊະຣາ. ພວກ​ໂຊຣາດ+​ແລະ​ພວກ​ເອຊະຕາໂອນ+​ກໍ​ມາ​ຈາກ​ຕະກູນ​ເຫຼົ່ານີ້. 54  ລູກ​ຫຼານ​ຂອງ​ຊານມາ​ແມ່ນ​ພວກ​ເບັດເລເຮັມ+ ພວກ​ເນໂຕຟາ ແລະ​ພວກ​ອາດໂຣດເບັດໂຢອາບ. ພວກ​ໂຊຣີ​ແລະ​ເຄິ່ງ​ໜຶ່ງ​ຂອງ​ພວກ​ມານາຮາດ​ກໍ​ເປັນ​ລູກ​ຫຼານ​ຂອງ​ຊານມາ​ຄື​ກັນ. 55  ພວກ​ຜູ້​ຄັດ​ລອກທີ່​ຢູ່​ຢາເບດ​ມີ​ຄອບຄົວ​ຂອງ​ພວກ​ຕີຣາດ ຄອບຄົວ​ຂອງ​ພວກ​ຊິເມອາ ແລະ​ຄອບຄົວ​ຂອງ​ພວກ​ສູກາ. ຄົນ​ເຫຼົ່ານີ້​ເປັນ​ຄົນ​ເກນີ+​ທີ່​ເປັນລູກ​ຫຼານຂອງ​ຮຳມາດ​ຫົວໜ້າ​ຂອງ​ພວກ​ເຣກາບ.+

ຂໍຄວາມໄຂເງື່ອນ

ຫຼື “ເຮັດ​ໃຫ້​ອິດສະຣາເອນ​ຖືກ​ຕັດ​ຂາດ​ຈາກ​ພະເຈົ້າ”
ແປ​ວ່າ “ຜູ້​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ຈິບຫາຍ; ຜູ້​ທີ່​ເຮັດ​ໃຫ້​ຖືກ​ຕັດ​ຂາດ.” ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອາຄານ​ໃນ ຢຊ 7:1.
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ກາເລັບ​ໃນ​ຂໍ້ 18, 19, 42
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເກລຶບາຍ​ໃນ​ຂໍ້ 9
ບາງ​ຊື່​ໃນ​ປຶ້ມ​ນີ້​ອາດ​ເປັນ​ຊື່​ສະຖານ​ທີ່​ບໍ່​ແມ່ນ​ຊື່​ຂອງ​ຄົນ. ໃນ​ກໍລະນີ​ທີ່​ເປັນ​ຊື່​ສະຖານ​ທີ່ ຄຳ​ວ່າ “ພໍ່” ອາດ​ໝາຍເຖິງ “ຜູ້​ສ້າງຕັ້ງ.”
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເກລຶບາຍ​ໃນ​ຂໍ້ 9