ຂ່າວຄາວ​ສະບັບ​ທີ​ໜຶ່ງ 20:1-8

  • ຍຶດ​ເມືອງ​ຣັບບາ​ໄດ້ (1-​3)

  • ພວກ​ຟີລິດສະຕີນ​ທີ່​ໂຕ​ໃຫຍ່​​ໆ​ຖືກ​ຂ້າ (4-​8)

20  ໃນ​ໄລຍະ​ຕົ້ນ​ປີ* ຕອນ​ທີ່​ກະສັດ​ຕ່າງ​ໆ​ກຳລັງ​ຕໍ່ສູ້​ກັນ ໂຢອາບ+​ໄດ້​ພາ​ກອງທັບ​ໄປ​ໂຈມຕີ​ແລະ​ທຳລາຍ​ພວກ​ອຳໂມນ. ຕອນ​ທີ່​ດາວິດ​ຍັງ​ຢູ່​ເມືອງ​ເຢຣູຊາເລັມ+ ໂຢອາບ​ລ້ອມ​ເມືອງ​ຣັບບາ+​ໄດ້​ແລະ​ທຳລາຍ​ເມືອງ​ນັ້ນ.+  ຈາກ​ນັ້ນ ດາວິດ​ກໍ​ມາ​ເມືອງ​ຣັບບາ. ລາວ​ປົດ​ມົງກຸດ​ອອກ​ຈາກ​ຫົວ​ຂອງ​ຮູບ​ພະ​ມັນກາມ*​ແລ້ວ​ເອົາ​ມາ​ສຸບ​ໃສ່​ຫົວ​ໂຕເອງ. ມົງກຸດ​ນັ້ນ​ເຮັດ​ດ້ວຍ​ຄຳ​ໜັກ 1 ຕະລັນ*​ແລະປະດັບ​ດ້ວຍເພັດນິນຈິນດາ​ຫຼາຍ. ດາວິດ​ກັບ​ພວກ​ທະຫານ​ໄດ້​ຍຶດ​ເອົາ​ເຄື່ອງ​ຫຼາຍ​ແທ້​ຫຼາຍ​ວ່າຈາກ​ເມືອງ​ນັ້ນ.+  ດາວິດ​ໃຫ້​ຄົນ​ໃນ​ເມືອງ​ນັ້ນ​ມາ​ເຮັດ​ວຽກ​ໃຫ້​ລາວ.+ ລາວ​ໃຫ້​ເຂົາເຈົ້າ​ເອົາ​ເລື່ອຍ​ຕັດ​ຫີນ​ແລະ​ໃຫ້​ເຮັດ​ວຽກ​ໂດຍ​ໃຊ້​ພ້າ​ກັບ​ຂວານ. ດາວິດ​ເຮັດ​ແບບ​ນີ້​ກັບ​ທຸກ​ເມືອງ​ຂອງ​ພວກ​ອຳໂມນ. ໃນ​ທີ່​ສຸດ​ດາວິດ​ກັບ​ພວກ​ທະຫານ​ທັງ​ໝົດ​ກໍ​ກັບ​ເມືອ​ເມືອງ​ເຢຣູຊາເລັມ.  ຕໍ່ມາ ພວກ​ອິດສະຣາເອນ​ໄປ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ​ຢູ່​ເກເຊ. ຕອນ​ນັ້ນ​ສິບເບກາຍ+​ຄົນ​ຮູຊາ​ໄດ້​ຂ້າ​ສິບປາຍ*​ທີ່​ເປັນ​ລູກຫຼານ​ຂອງ​ພວກ​ເຣຟາຢິມ+ ແລະ​ພວກອິດສະຣາເອນກໍ​ຊະນະ.  ຫຼັງ​ຈາກ​ນັ້ນ ພວກ​ອິດສະຣາເອນ​ກັບ​ພວກ​ຟີລິດສະຕີນ​ໄດ້​ຕໍ່ສູ້​ກັນ​ອີກ. ເອນຮະນັນ​ລູກ​ຊາຍ​ຂອງ​ຢາອີ​ໄດ້​ຂ້າ​ລາມີນ້ອງຊາຍຂອງ​ໂກລີອາດ+​ຄົນ​ເມືອງ​ກັດເຊິ່ງ​ຖື​ຫອກ​ທີ່​ມີ​ດ້າມ​ເປັນ​ໄມ້​ທີ່​ໃຫຍ່​ສ່ຳ​ກັບ​ໄມ້​ຄານ​ກີ່​ຕ່ຳຫູກ.+  ແລ້ວ​ກໍ​ມີ​ການ​ຕໍ່ສູ້​ອີກ​ຢູ່​ເມືອງ​ກັດ.+ ຢູ່​ຫັ້ນ​ມີ​ລູກຫຼານ​ຂອງ​ຄົນ​ເຣຟາຢິມ​ອີກ​ຜູ້​ໜຶ່ງ+​ທີ່​ໂຕ​ໃຫຍ່​ຫຼາຍ.+ ລາວ​ມີ​ນິ້ວ​ມື​ເບື້ອງ​ລະ 6 ນິ້ວ​ແລະ​ນິ້ວ​ຕີນ​ເບື້ອງ​ລະ 6 ນິ້ວ ລວມ​ທັງ​ໝົດ​ເປັນ 24 ນິ້ວ.  ລາວເວົ້າ​ເຍາະເຍີ້ຍ+​ພວກ​ອິດສະຣາເອນ​ຕະຫຼອດ ໂຢນາທານ​ລູກ​ຊາຍ​ຂອງ​ຊິເມອາ+​ທີ່​ເປັນ​ອ້າຍ​ຂອງ​ດາວິດ​ຈຶ່ງ​ຂ້າ​ລາວ.  ທັງ​ໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ພວກ​ເຣຟາຢິມ+​ໃນ​ເມືອງ​ກັດ.+ ດາວິດ​ແລະ​ພວກ​ທະຫານ​ຂອງ​ລາວ​ໄດ້​ຂ້າ​ເຂົາເຈົ້າ​ຕາຍ.

ຂໍຄວາມໄຂເງື່ອນ

ໝາຍເຖິງ​ລະດູ​ໃບ​ໄມ້​ປົ່ງ​ໃນ​ອິດສະຣາເອນ (ເລີ່ມ​ຕົ້ນ​ໃນ​ເດືອນ​ມີນາ​ຫຼື​ເມສາ). ເບິ່ງ​ພາກ​ຜະໜວກ ຂ15.
ອາດ​ເປັນ​ຮູບ​ພະ​ຂອງ​ພວກ​ອຳໂມນ. ຢູ່​ຂໍ້​ອື່ນ​ເອີ້ນ​ວ່າ​ພະ​ໂມເລັກ​ຫຼື​ພະ​ມີເລກອມ.
34,2 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ສາເຟ​ໃນ 2ຊມ 21:18