ຂ່າວຄາວ​ສະບັບ​ທີ​ໜຶ່ງ 21:1-30

  • ດາວິດ​ເຮັດ​ຜິດ​ໂດຍ​ນັບ​ຈຳນວນ​ພວກ​ອິດສະຣາເອນ (1-​6)

  • ພະ​ເຢໂຫວາ​ລົງໂທດ (7-​17)

  • ດາວິດ​ສ້າງ​ແທ່ນ​ບູຊາ (18-​30)

21  ຕໍ່ມາ ຊາຕານ*​ໄດ້​ໂຈມຕີ​ອິດສະຣາເອນ​ແລະ​ກະຕຸ້ນ​ດາວິດ​ໃຫ້​ນັບ​ຈຳນວນ​ພວກ​ອິດສະຣາເອນ.+  ດາວິດ​ຈຶ່ງ​ບອກ​ໂຢອາບ+​ກັບ​ພວກ​ຫົວໜ້າ​ວ່າ: “ໃຫ້​ໄປ​ນັບ​ຈຳນວນ​ພວກ​ອິດສະຣາເອນ​ຕັ້ງ​ແຕ່​ເມືອງເບເອເຊບາ​ຈົນ​ຮອດ​ເມືອງ​ດານ+​ແລ້ວ​ມາ​ບອກ​ຂ້ອຍ ເພາະ​ຂ້ອຍ​ຢາກ​ຮູ້​ວ່າ​ມີ​ຈັກ​ຄົນ.”*  ແຕ່​ໂຢອາບ​ຕອບ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ເພີ່ມ​ຈຳນວນ​ຄົນ​ຂຶ້ນ​ອີກ 100 ເທົ່າ. ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ປະຊາຊົນ​ທຸກ​ຄົນ​ກໍ​ຮັບໃຊ້​ທ່ານ​ຢູ່​ແລ້ວ ທ່ານ​ຊິ​ນັບ​ເຮັດ​ຫຍັງ? ທ່ານ​ເຮັດ​ແບບ​ນີ້ ພວກ​ອິດສະຣາເອນ​ຈະ​ເດືອດຮ້ອນ​ໄດ໋.”  ແຕ່​ກະສັດ​ດາວິດ​ບໍ່​ຍອມ​ຟັງ​ໂຢອາບ. ໂຢອາບ​ຈຶ່ງ​ໄປ​ນັບ​ຈຳນວນ​ຄົນ​ຢູ່​ທົ່ວ​ອິດສະຣາເອນ ແລ້ວ​ລາວ​ກໍ​ກັບ​ມາ​ເມືອງ​ເຢຣູຊາເລັມ.+  ໂຢອາບ​ລາຍງານ​ຈຳນວນ​ຄົນ​ທີ່​ລາວ​ນັບ​ໃຫ້​ດາວິດ​ຮູ້. ພວກ​ອິດສະຣາເອນ​ຈາກຕະກູນ​ຕ່າງ​ໆ​ທີ່​ເປັນ​ທະຫານ​ໄດ້​ມີ 1.100.000 ຄົນ​ແລະ​ພວກ​ຢູດາ​ມີ 470.000 ຄົນ.+  ແຕ່​ໂຢອາບ​ບໍ່​ໄດ້​ນັບ​ຄົນ​ໃນ​ຕະກູນ​ເລວີ​ກັບ​ຕະກູນ​ເບັນຢາມິນ+ ຍ້ອນ​ລາວ​ບໍ່​ພໍ​ໃຈ​ທີ່​ກະສັດ​ສັ່ງ​ໃຫ້​ເຮັດ​ແບບ​ນັ້ນ.+  ພະເຈົ້າ​ທ່ຽງແທ້​ໃຈ​ຮ້າຍ​ໃຫ້​ດາວິດ​ຫຼາຍ ເພິ່ນ​ຈຶ່ງ​ລົງໂທດ​ອິດສະຣາເອນ.  ດາວິດ​ເວົ້າ​ກັບ​ພະເຈົ້າ​ທ່ຽງແທ້​ວ່າ: “ລູກ​ເຮັດ​ຜິດ+​ຫຼາຍ​ແທ້​ໆ​. ຂໍ​ຍົກ​ໂທດ​ໃຫ້​ລູກ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະອົງ.+ ລູກ​ໄດ້​ເຮັດ​ສິ່ງ​ທີ່​ໂງ່​ຫຼາຍ.”+  ແລ້ວ​ພະ​ເຢໂຫວາ​ກໍ​ບອກ​ຜູ້​ພະຍາກອນ​ຄາດ+​ທາງ​ນິມິດ​ວ່າ: 10  “ໃຫ້​ໄປ​ບອກ​ດາວິດ​ວ່າ ‘ພະ​ເຢໂຫວາ​ເວົ້າ​ແບບ​ນີ້ “ຂ້ອຍ​ຈະ​ລົງໂທດ​ເຈົ້າ. ແຕ່​ຂ້ອຍ​ມີ 3 ທາງ​ໃຫ້​ເຈົ້າ​ເລືອກ ໃຫ້​ເຈົ້າ​ເລືອກ​ເອົາ​ອັນ​ໃດ​ອັນ​ໜຶ່ງ.”’” 11  ຜູ້​ພະຍາກອນ​ຄາດ​ກໍ​ໄປ​ຫາ​ດາວິດ​ແລະ​ບອກ​ລາວ​ວ່າ: “ພະ​ເຢໂຫວາ​ເວົ້າ​ຈັ່ງ​ຊີ້ ‘ໃຫ້​ເຈົ້າ​ເລືອກ​ເອົາ​ວ່າ 12  ຈະ​ໃຫ້​ມີ​ຄວາມ​ອຶດຢາກ 3 ປີ+ ຫຼື​ຈະ​ໃຫ້​ພວກ​ສັດຕູ​ຊະນະ​ແລະ​ຂ້າ​ຄົນ​ຂອງ​ພວກ​ເຈົ້າ​ດ້ວຍ​ດາບ 3 ເດືອນ+ ຫຼື​ຈະ​ໃຫ້​ພະ​ເຢໂຫວາ​ລົງໂທດ​ດ້ວຍ​ດາບ 3 ມື້ ເຊິ່ງ​ໝາຍ​ຄວາມ​ວ່າ​ໃນ 3 ມື້​ນັ້ນທູດສະຫວັນຂອງ​ພະ​ເຢໂຫວາ+​ຈະ​ເຮັດ​ໃຫ້​ເກີດ​ໂລກລະບາດ​ທົ່ວ​ອິດສະຣາເອນ.’+ ຕອນ​ນີ້ ຂໍ​ໃຫ້​ທ່ານ​ຄິດ​ດີ​ໆ​ວ່າ​ທ່ານ​ຢາກ​ໃຫ້​ຂ້ອຍ​ຕອບ​ພະເຈົ້າ​ແນວໃດ.” 13  ດາວິດ​ຕອບ​ລາວ​ວ່າ: “ຂ້ອຍ​ຮູ້ສຶກ​ເສຍໃຈ​ຫຼາຍ. ຂໍ​ໃຫ້​ພະ​ເຢໂຫວາ​ລົງໂທດ​ຂ້ອຍ​ຕາມ​ທີ່​ເພິ່ນ​ເລືອກ​ເພາະ​ເພິ່ນ​ຈະ​ອີ່ຕົນ​ຂ້ອຍ+ ແຕ່​ຂໍ​ຢ່າ​ໃຫ້​ມະນຸດ​ລົງໂທດ​ຂ້ອຍ​ເລີຍ.”+ 14  ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ເກີດ​ໂລກລະບາດ+​ທົ່ວ​ອິດສະຣາເອນ ເຊິ່ງ​ເຮັດ​ໃຫ້​ປະຊາຊົນ​ຕາຍ 70.000 ຄົນ.+ 15  ພະເຈົ້າ​ທ່ຽງແທ້​ຍັງ​ໄດ້​ສົ່ງ​ທູດສະຫວັນ​ອົງ​ໜຶ່ງ​ໄປ​ທຳລາຍ​ເມືອງ​ເຢຣູຊາເລັມ. ແຕ່​ຕອນ​ທີ່​ທູດສະຫວັນ​ກຳລັງ​ຈະ​ທຳລາຍ​ເມືອງ​ນັ້ນ ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ​ແລ້ວ​ກໍ​ຮູ້ສຶກ​ເສຍໃຈ.+ ເພິ່ນ​ຈຶ່ງ​ເວົ້າ​ກັບ​ທູດສະຫວັນ​ອົງ​ນັ້ນ​ວ່າ: “ພໍ​ແລ້ວ!+ ບໍ່​ຕ້ອງ​ເຮັດ​ແລ້ວ.” ຕອນ​ນັ້ນ ທູດສະຫວັນ​ຂອງ​ພະ​ເຢໂຫວາ​ຢູ່​ໃກ້​ລານ​ຟາດ​ເຂົ້າ​ຂອງໂອເຣນານ*+​ຄົນ​ເຢບຸດ.+ 16  ເມື່ອ​ດາວິດ​ແນມ​ຂຶ້ນ​ໄປ​ເທິງ​ຟ້າ ລາວ​ກໍ​ເຫັນທູດສະຫວັນຂອງ​ພະ​ເຢໂຫວາ*​ຈັບ​ດາບ+​ຊີ້​ໃສ່​ເມືອງ​ເຢຣູຊາເລັມ. ດາວິດ​ກັບ​ພວກ​ຜູ້​ນຳ​ທີ່​ນຸ່ງ​ຜ້າ​ເນື້ອ​ຫຍາບ+​ກໍ​ຟ້າວ​ໝູບ​ໜ້າ​ລົງ​ພື້ນ.+ 17  ດາວິດ​ເວົ້າ​ກັບພະເຈົ້າ​ທ່ຽງແທ້ວ່າ: “ລູກ​ເປັນ​ຜູ້​ສັ່ງ​ໃຫ້​ນັບ​ຈຳນວນ​ຄົນ. ຄົນ​ທີ່​ເຮັດ​ຜິດ​ແມ່ນ​ລູກ.+ ຄົນ*​ເຫຼົ່ານີ້​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ ຂໍ​ພະອົງ​ລົງໂທດ​ລູກ​ແລະ​ຄົນ​ໃນ​ຄອບຄົວ​ຂອງ​ພໍ່​ລູກ​ກໍ​ພໍ​ແລ້ວ ແຕ່​ຢ່າ​ລົງໂທດ​ປະຊາຊົນ​ຂອງ​ພະອົງ​ດ້ວຍ​ໂລກລະບາດ​ນີ້​ເລີຍ.”+ 18  ທູດສະຫວັນ​ຂອງ​ພະ​ເຢໂຫວາ​ຈຶ່ງ​ບອກ​ຜູ້​ພະຍາກອນ​ຄາດ+​ໃຫ້​ໄປ​ບອກ​ດາວິດ​ໄປ​ລານ​ຟາດ​ເຂົ້າ​ຂອງ​ໂອເຣນານ​ຄົນ​ເຢບຸດ​ແລະ​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ເຢໂຫວາ​ຢູ່​ຫັ້ນ.+ 19  ດາວິດ​ຈຶ່ງ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ລາວ​ຜ່ານ​ທາງ​ຜູ້​ພະຍາກອນ​ຄາດ. 20  ຕອນ​ທີ່​ໂອເຣນານ​ກຳລັງ​ຟາດ​ເຂົ້າ​ວີດ*​ຢູ່ ລາວ​ກໍ​ຫຼຽວ​ເຫັນ​ທູດສະຫວັນ ສ່ວນ​ລູກ​ຊາຍ 4 ຄົນ​ທີ່​ຢູ່​ນຳ​ລາວ​ກໍ​ແລ່ນ​ໄປ​ລີ້. 21  ດາວິດ​ໄດ້​ໄປ​ຫາ​ໂອເຣນານ. ເມື່ອ​ໂອເຣນານ​ເຫັນ​ດາວິດ ລາວ​ກໍ​ຟ້າວ​ແລ່ນ​ອອກ​ຈາກ​ລານ​ຟາດ​ເຂົ້າ​ມາ​ຫາ​ດາວິດ​ແລະ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບຖື. 22  ດາວິດ​ເວົ້າ​ກັບ​ໂອເຣນານ​ວ່າ: “ຂາຍ*​ລານ​ຟາດ​ເຂົ້າ​ນີ້​ໃຫ້​ຂ້ອຍ​ສະ. ບໍ່​ຕ້ອງ​ຫຼຸດ​ລາຄາ​ໃຫ້​ຂ້ອຍ ຂາຍ​ລາຄາ​ເຕັມ​ໂລດ. ຂ້ອຍ​ຈະ​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ເຢໂຫວາ​ຢູ່​ນີ້​ເພື່ອ​ເພິ່ນ​ຈະ​ເຊົາ​ລົງໂທດ​ປະຊາຊົນ.”+ 23  ແຕ່​ໂອເຣນານ​ບອກ​ດາວິດ​ວ່າ: “ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ຂໍ​ໃຫ້​ທ່ານ​ເອົາ​ດິນ​ຕອນ​ນີ້​ໄປ​ໂລດ. ໃຫ້​ທ່ານ​ເຮັດ​ໃນ​ສິ່ງ​ທີ່​ທ່ານ​ຢາກ​ເຮັດ. ຂ້ອຍ​ຈະ​ເອົາ​ງົວ​ໃຫ້​ທ່ານ​ໃຊ້​ເປັນ​ເປັນ​ເຄື່ອງ​ບູຊາ​ເຜົາ ເອົາໄມ້​ແປ້ນ*+​ໃຫ້​ທ່ານ​ໃຊ້​ເປັນ​ຟືນ ແລະ​ເອົາ​ເຂົ້າ​ວີດ​ໃຫ້​ທ່ານ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ. ທັງ​ໝົດ​ນີ້​ຂ້ອຍ​ຈະ​ເອົາ​ໃຫ້​ທ່ານ.” 24  ແຕ່​ກະສັດ​ດາວິດ​ບອກ​ໂອເຣນານ​ວ່າ: “ບໍ່​ໄດ້ ຂ້ອຍ​ຈະ​ຊື້​ເອົາ​ໃນ​ລາຄາ​ເຕັມ. ຂ້ອຍ​ຈະ​ເອົາ​ເຄື່ອງ​ຂອງ​ເຈົ້າ​ລ້າ​ໆ​ແລ້ວ​ເອົາ​ໄປ​ໃຫ້​ພະ​ເຢໂຫວາ​ຫຼື​ໄປ​ເຜົາ​ເປັນ​ເຄື່ອງ​ບູຊາ​ບໍ່​ໄດ້​ດອກ.”+ 25  ດາວິດ​ຈຶ່ງ​ຈ່າຍ​ຄ່າ​ດິນ​ຕອນ​ນັ້ນ​ໃຫ້​ໂອເຣນານ​ເປັນ​ຄຳ​ໜັກ 600 ເຊເກນ.* 26  ດາວິດ​ໄດ້​ສ້າງ​ແທ່ນ​ບູຊາ+​ໃຫ້​ພະ​ເຢໂຫວາ​ຢູ່​ຫັ້ນ​ແລະ​ເຜົາ​ເຄື່ອງ​ບູຊາ​ເຜົາ​ກັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ໃຫ້​ເພິ່ນ. ແລ້ວ​ດາວິດ​ກໍ​ອະທິດຖານ​ຫາ​ພະ​ເຢໂຫວາ​ແລະ​ເພິ່ນ​ໄດ້​ຕອບ​ລາວ​ໂດຍ​ໃຫ້​ໄຟ+​ຕົກ​ລົງ​ມາ​ຈາກ​ຟ້າ​ເພື່ອ​ເຜົາເຄື່ອງ​ບູຊາ​ທີ່​ຢູ່​ເທິງ​ແທ່ນ​ນັ້ນ. 27  ຈາກ​ນັ້ນ ພະ​ເຢໂຫວາ​ໄດ້​ສັ່ງ​ທູດສະຫວັນ+​ໃຫ້​ເອົາ​ດາບ​ໃສ່​ຝັກ​ໄວ້. 28  ເມື່ອ​ດາວິດ​ເຫັນ​ວ່າ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ຢູ່​ລານ​ຟາດ​ເຂົ້າ​ຂອງ​ໂອເຣນານ​ຄົນ​ເຢບຸດ ລາວ​ກໍ​ເຜົາ​ເຄື່ອງ​ບູຊາ​ໃຫ້​ເພິ່ນ​ຢູ່​ຫັ້ນ​ຕໍ່​ໆ​ໄປ. 29  ຕອນ​ນັ້ນ ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ​ທີ່​ໂມເຊ​ໄດ້​ສ້າງ​ຢູ່​ບ່ອນ​ກັນດານ​ແລະ​ແທ່ນ​ສຳລັບ​ເຄື່ອງ​ບູຊາ​ເຜົາ​ກໍ​ຢູ່​ບ່ອນນະມັດສະການໃນ​ເມືອງ​ກິເບໂອນ+ 30  ແຕ່​ດາວິດ​ບໍ່​ກ້າ​ໄປ​ປຶກສາ​ພະເຈົ້າ​ຢູ່​ບ່ອນ​ນັ້ນ ຍ້ອນ​ລາວ​ຢ້ານ​ດາບ​ຂອງ​ທູດສະຫວັນ​ຂອງ​ພະ​ເຢໂຫວາ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ຜູ້​ຕໍ່ຕ້ານ”
ອາດ​ໝາຍເຖິງ​ຜູ້​ຊາຍ​ທີ່​ມີ​ອາຍຸ​ຈະ​ເປັນ​ທະຫານ​ໄດ້
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອະຣາວນາ​ໃນ 2ຊມ 24:16, 18, 20-24
ແປ​ຕາມ​ໂຕ​ວ່າ “ທູດສະຫວັນ​ຂອງ​ພະ​ເຢໂຫວາ​ຢືນ​ຢູ່​ລະຫວ່າງ​ດິນ​ກັບ​ຟ້າ”
ແປ​ຕາມ​ໂຕ​ວ່າ “ແກະ​ນ້ອຍ”
ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
ແປ​ຕາມ​ໂຕ​ວ່າ “ໃຫ້”
ໄມ້​ແປ້ນ​ທີ່​ໃຊ້​ງົວ​ລາກ​ເພື່ອ​ໃຫ້​ເມັດ​ເຂົ້າ​ຫຼົ່ນ​ອອກ​ຈາກ​ຮວງ
6,8 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.