ຂ່າວຄາວ​ສະບັບ​ທີ​ໜຶ່ງ 22:1-19

  • ດາວິດ​ກຽມ​ສ້າງ​ວິຫານ (1-​5)

  • ດາວິດ​ສອນ​ໂຊໂລໂມນ (6-​16)

  • ດາວິດ​ບອກ​ພວກ​ເຈົ້າ​ນາຍ​ໃຫ້​ຊ່ວຍ​ໂຊໂລໂມນ (17-​19)

22  ດາວິດ​ເວົ້າ​ວ່າ: “ບ່ອນນີ້​ຈະ​ເປັນ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້ ແລະ​ບ່ອນ​ນີ້​ຈະ​ເປັນ​ແທ່ນ​ບູຊາ​ທີ່ພວກ​ອິດສະຣາເອນເອົາ​ເຄື່ອງ​ບູຊາ​ເຜົາ​ມາ​ເຜົາ​ໃຫ້​ເພິ່ນ.”+  ດາວິດ​ສັ່ງ​ໃຫ້​ລວບລວມ​ຄົນ​ຕ່າງ​ຊາດ+​ທີ່​ຢູ່​ອິດສະຣາເອນ ແລ້ວ​ລາວ​ກໍ​ໃຫ້​ເຂົາເຈົ້າ​ເຮັດ​ວຽກ​ຕັດ​ຫີນ​ເປັນ​ຮູບ​ຊົງ​ເພື່ອ​ກຽມ​ໄວ້​ສຳລັບ​ສ້າງ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້.+  ດາວິດ​ຍັງ​ກຽມ​ເຫຼັກ​ບັກຫຼາຍ​ໆ​ເພື່ອ​ເຮັດ​ຕະປູ​ສຳລັບ​ປະຕູ​ທາງ​ເຂົ້າ​ວິຫານ​ແລະ​ແນວຕໍ່​ແບບ​ອື່ນ​ໆ​ ແລະ​ໄດ້​ກຽມ​ທອງແດງ​ຫຼາຍ​ຈົນ​ຊັ່ງ​ນ້ຳ​ໜັກບໍ່​ໄດ້.+  ນອກຈາກນັ້ນ​ຍັງ​ມີ​ໄມ້​ຊີດ້າ*+​ຫຼາຍຈົນ​ນັບ​ບໍ່​ໄດ້​ທີ່​ພວກ​ຊີໂດນ+​ແລະ​ພວກ​ຕີເຣ+​ເອົາ​ມາ​ໃຫ້​ດາວິດ.  ດາວິດ​ເວົ້າ​ວ່າ: “ໂຊໂລໂມນ​ລູກ​ຊາຍ​ຂອງ​ຂ້ອຍ​ຍັງ​ນ້ອຍ​ແລະ​ບໍ່​ມີ​ປະສົບການ.+ ວິຫານ​ທີ່​ຈະ​ສ້າງ​ໃຫ້​ພະ​ເຢໂຫວາ​ຕ້ອງ​ຍິ່ງໃຫຍ່​ແລະ​ງົດງາມ+ ເພື່ອ​ທຸກ​ປະເທດ+​ຈະ​ຮູ້ຈັກ​ຊື່ສຽງ​ແລະ​ຄວາມ​ງາມ+​ຂອງ​ປະເທດ​ນີ້. ດັ່ງນັ້ນ ຂ້ອຍ​ຈະ​ກຽມ​ທຸກ​ຢ່າງ​ໄວ້​ໃຫ້​ລາວ.” ດາວິດ​ຈຶ່ງ​ກຽມ​ວັດຖຸ​ຕ່າງ​ໆ​ໄວ້ຫຼາຍ​ແທ້​ຫຼາຍ​ວ່າ​ກ່ອນ​ລາວ​ຕາຍ.  ດາວິດ​ໄດ້​ເອີ້ນ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ໃຫ້​ມາ​ຫາ ແລະ​ສັ່ງ​ໂຊໂລໂມນ​ໃຫ້​ສ້າງ​ວິຫານ​ສຳລັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ.  ດາວິດ​ເວົ້າ​ກັບ​ໂຊໂລໂມນ​ວ່າ: “ໃຈ​ແທ້​ໆ​ຂອງ​ພໍ່​ກໍ​ຢາກ​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພໍ່.+  ແຕ່​ພະ​ເຢໂຫວາ​ເວົ້າ​ກັບ​ພໍ່​ວ່າ ‘ເຈົ້າ​ເຮັດ​ສົງຄາມ​ແລະ​ຂ້າ​ຄົນ​ຕາຍຫຼາຍ. ເຈົ້າ​ຈະ​ບໍ່​ໄດ້​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ເຮົາ+ ຍ້ອນ​ເຮົາ​ໄດ້ເຫັນເຈົ້າ​ຂ້າ​ຄົນ​ຕາຍຫຼາຍ.  ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ເຈົ້າ+​ຈະ​ເປັນ​ຄົນຮັກ​ຄວາມ​ສະຫງົບ​ສຸກ. ເຮົາ​ຈະ​ບໍ່​ໃຫ້​ພວກ​ສັດຕູ​ທີ່​ຢູ່​ອ້ອມແອ້ມ​ມາ​ຕໍ່ສູ້​ລາວ.+ ລາວ​ຈະ​ຊື່​ວ່າ​ໂຊໂລໂມນ*+​ແລະ​ຕອນ​ທີ່​ລາວ​ປົກຄອງ ເຮົາ​ຈະ​ເຮັດ​ໃຫ້​ອິດສະຣາເອນ​ມີ​ຄວາມ​ສະຫງົບ​ສຸກ.+ 10  ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ເຮົາ.+ ລາວ​ຈະ​ເປັນ​ລູກ​ຊາຍ​ຂອງ​ເຮົາ​ແລະ​ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ.+ ເຮົາ​ຈະ​ໃຫ້​ລາວ​ປົກຄອງ​ອິດສະຣາເອນ​ຢ່າງ​ໝັ້ນ​ຄົງ​ຕະຫຼອດ​ໄປ.’+ 11  ລູກ​ເອີ້ຍ ຂໍ​ໃຫ້​ພະ​ເຢໂຫວາ​ຢູ່​ກັບ​ລູກເພື່ອ​ລູກ​ຈະ​ປະສົບຜົນ​ສຳເລັດ​ໃນ​ການ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ຄື​ກັບ​ທີ່​ເພິ່ນ​ໄດ້​ບອກ​ໄວ້.+ 12  ຕອນ​ທີ່​ພະ​ເຢໂຫວາ​ໃຫ້​ລູກ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ຂໍໃຫ້​ເພິ່ນ​ຊ່ວຍ​ລູກ​ໃຫ້​ເປັນ​ຄົນ​ຮອບຄອບ​ແລະ​ມີ​ຄວາມ​ເຂົ້າ​ໃຈ+​ເພື່ອ​ລູກ​ຈະ​ເຮັດ​ຕາມ​ກົດໝາຍ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ຕໍ່​ໆ​ໄປ.+ 13  ລູກ​ຈະ​ປະສົບ​ຜົນ​ສຳເລັດ​ຖ້າ​ລູກ​ເຮັດ​ຕາມ​ກົດໝາຍ+​ແລະ​ການ​ຕັດສິນ​ທີ່​ພະ​ເຢໂຫວາ​ສັ່ງ​ພວກ​ອິດສະຣາເອນ​ໃຫ້​ເຮັດ​ຜ່ານ​ທາງ​ໂມເຊ.+ ໃຫ້​ລູກ​ກ້າຫານ ເຂັ້ມແຂງ ແລະບໍ່​ຕ້ອງ​ຢ້ານ.+ 14  ພໍ່​ໄດ້​ພະຍາຍາມ​ຫຼາຍ​ເພື່ອ​ກຽມ​ສິ່ງ​ຕ່າງ​ໆ​ສຳລັບ​ການ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ. ພໍ່​ໄດ້​ກຽມ​ຄຳ​ໜັກ 100.000 ຕະລັນ* ເງິນ​ໜັກ 1.000.000 ຕະລັນ* ແລະ​ທອງແດງ​ກັບ​ເຫຼັກ​ຈຳນວນ​ຫຼາຍ+​ຈົນ​ຊັ່ງ​ນ້ຳ​ໜັກບໍ່​ໄດ້. ພໍ່​ຍັງ​ໄດ້​ກຽມ​ໄມ້​ກັບ​ຫີນ​ນຳ+ ແຕ່​ລູກ​ຈະ​ຕ້ອງ​ຊອກ​ມາ​ຕື່ມ​ອີກ. 15  ນອກ​ຈາກ​ນັ້ນ ລູກ​ຍັງ​ມີ​ພວກ​ຊ່າງ​ຕັດ​ຫີນ ຊ່າງ​ກໍ່​ຫີນ+ ຊ່າງ​ໄມ້ ແລະ​ຊ່າງ​ທຸກ​ປະເພດ+​ອີກ​ຫຼາຍ​ຄົນ​ທີ່​ຊ່ວຍ​ລູກ​ໄດ້. 16  ຄຳ ເງິນ ທອງແດງ ແລະ​ເຫຼັກ ລູກ​ກໍ​ມີ​ຫຼາຍ​ແລ້ວ.+ ໃຫ້​ລູກ​ເລີ່ມ​ສ້າງ​ແລະ​ຂໍ​ໃຫ້​ພະ​ເຢໂຫວາ​ຢູ່​ກັບ​ລູກ.”+ 17  ດາວິດ​ໄດ້​ບອກ​ພວກ​ເຈົ້ານາຍ​ທຸກ​ຄົນ​ໃນ​ອິດສະຣາເອນ​ໃຫ້​ຊ່ວຍ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ. 18  ດາວິດ​ບອກ​ເຂົາເຈົ້າ​ວ່າ: “ພະ​ເຢໂຫວາ​ຢູ່​ກັບ​ພວກ​ເຈົ້າ. ເພິ່ນ​ປົກປ້ອງ​ພວກ​ເຈົ້າ​ຈາກ​ພວກ​ສັດຕູ​ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ຮູ້ສຶກ​ປອດໄພ. ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ເອົາ​ຊະນະຄົນ​ທີ່​ເຄີຍ​ຢູ່ໃນ​ແຜ່ນດິນ​ນີ້ ແລະ​ຕອນ​ນີ້​ພະ​ເຢໂຫວາ​ກັບ​ປະຊາຊົນ​ຂອງ​ເພິ່ນເປັນ​ເຈົ້າຂອງ​ແຜ່ນດິນ​ນີ້. 19  ໃຫ້​ພວກ​ເຈົ້າ​ທຸກ​ຄົນ​ຕັ້ງໃຈ​ນະມັດສະການ*​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ດ້ວຍ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ.+ ໃຫ້​ພວກ​ເຈົ້າ​ເລີ່ມ​ສ້າງ​ບ່ອນ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້+ ເພື່ອ​ຈະ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ແລະ​ເຄື່ອງ​ໃຊ້​ຕ່າງ​ໆ​ທີ່​ບໍລິສຸດ​ຂອງ​ພະເຈົ້າ​ທ່ຽງແທ້+​ມາ​ໄວ້​ໃນ​ວິຫານ​ທີ່​ສ້າງ​ສຳລັບ​ຊື່​ຂອງ​ພະ​ເຢໂຫວາ.”+

ຂໍຄວາມໄຂເງື່ອນ

ໄມ້​ແປກ​ຊະນິດໜຶ່ງ
ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ສະຫງົບສຸກ”
34.200.000 ກິໂລ​ກຣາມ
3.420.000 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “ຊອກຫາ”