ຂ່າວຄາວ​ສະບັບ​ທີ​ໜຶ່ງ 23:1-32

  • ດາວິດ​ຈັດ​ລະບຽບພວກເລວີ (1-​32)

    • ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຖືກ​ແຍກ​ໄວ້​ຕ່າງ​ຫາກ (13)

23  ເມື່ອ​ດາວິດ​ເຖົ້າ​ຫຼາຍ​ແລ້ວ​ແລະ​ໃກ້ຊິ​ຕາຍ ລາວ​ຈຶ່ງ​ແຕ່ງ​ຕັ້ງ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ໃຫ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ.+  ລາວ​ໄດ້​ເອີ້ນ​ພວກ​ເຈົ້ານາຍ​ຂອງ​ອິດສະຣາເອນ ພວກ​ປະໂລຫິດ+ ແລະ​ພວກເລວີ​ໃຫ້​ມາ​ຫາ.+  ລາວ​ນັບ​ຜູ້​ຊາຍ​ໃນ​ຕະກູນ​ເລວີ​ທີ່​ອາຍຸ 30 ປີ​ຂຶ້ນ​ໄປ+ ລວມ​ທັງ​ໝົດ​ມີ 38.000 ຄົນ.  ໃນ​ຈຳນວນ​ນີ້ 24.000 ຄົນ​ເບິ່ງແຍງ​ວຽກ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ 6.000 ຄົນ​ເປັນ​ຂ້າລາຊະການ​ແລະ​ຜູ້ຕັດສິນ+  4.000 ຄົນ​ເຮັດ​ວຽກ​ຍາມ​ປະຕູ+ ແລະ​ອີກ 4.000 ຄົນ​ຫຼິ້ນ​ດົນຕີ​ເພື່ອ​ສັນລະເສີນ+​ພະ​ເຢໂຫວາ. ດາວິດ​ເວົ້າ​ວ່າ: “ຂ້ອຍ​ເອົາເຄື່ອງ​ດົນຕີ​ເຫຼົ່ານີ້​ໃຫ້​ເຂົາເຈົ້າ​ຫຼິ້ນ​ເພື່ອ​ສັນລະເສີນ​ພະເຈົ້າ.”  ດາວິດ​ໄດ້​ແບ່ງ​ເຂົາເຈົ້າ​ອອກ​ເປັນ 3 ກຸ່ມ+​ຕາມ​ລູກ​ຊາຍ​ຂອງ​ເລວີ​ຄື: ລູກຫຼານ​ເກໂຊນ ລູກຫຼານ​ໂກຮາດ ແລະ​ລູກຫຼານ​ເມຣາຣີ.+  ລູກ​ຊາຍ​ຂອງ​ເກໂຊນ​ຊື່​ລາດານ​ແລະ​ຊິເມອີ.  ລາດານ​ມີ​ລູກ​ຊາຍ 3 ຄົນ​ຊື່​ເຢຮີເອນ ເຊທາມ ແລະ​ໂຢເອນ.+ ເຢຮີເອນ​ເປັນ​ຫົວໜ້າ​ຂອງ​ເຂົາເຈົ້າ.  ຊິເມອີ*​ມີ​ລູກ​ຊາຍ 3 ຄົນ​ຊື່​ເຊໂລໂມດ ຮາຊີເອນ ແລະ​ຮາຣານ. ທັງ​ໝົດ​ນີ້​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ລູກຫຼານ​ລາດານ. 10  ຊິເມອີ*​ມີ​ລູກ​ຊາຍ 4 ຄົນ​ຊື່​ຢາຮາດ ຊີນາ* ເຢອຸດ ແລະ​ເບຣິອາ. 11  ຢາຮາດ​ເປັນຫົວໜ້າ​ຂອງ​ເຂົາເຈົ້າ ແລະ​ຜູ້​ທີ 2 ແມ່ນຊິຊາ. ແຕ່​ເຢອຸດ​ກັບ​ເບຣິອາ​ບໍ່​ມີ​ລູກ​ຊາຍ​ຫຼາຍ​ຄົນ ເຂົາເຈົ້າ​ຈຶ່ງ​ຖືກ​ນັບ​ເປັນ​ຈຸ້ມເຈື້ອ​ດຽວ​ກັນ​ແລະ​ເຮັດ​ວຽກ​ອັນ​ດຽວ​ກັນ. 12  ໂກຮາດ​ມີ​ລູກ​ຊາຍ 4 ຄົນ​ຊື່​ອຳຣາມ ອິດຊະຮາ+ ເຮັບໂຣນ ແລະ​ອຸດຊີເອນ.+ 13  ອຳຣາມ​ມີ​ລູກ​ຊາຍ​ຊື່​ອາໂຣນ+​ແລະ​ໂມເຊ.+ ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຖືກ​ແຍກ​ໄວ້​ຖາວອນ+​ເພື່ອ​ຮັບໃຊ້​ໃນ​ບ່ອນ​ບໍລິສຸດ​ທີ່​ສຸດ ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ ຮັບໃຊ້​ເພິ່ນ ແລະ​ເປັນຕົວແທນຂອງ​ເພິ່ນ​ເພື່ອ​ອວຍພອນ​ປະຊາຊົນ​ຕະຫຼອດ​ໄປ.+ 14  ພວກ​ລູກ​ຊາຍ​ຂອງ​ໂມເຊຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທ່ຽງແທ້ກໍ​ມີ​ຊື່​ຢູ່​ໃນ​ຕະກູນ​ເລວີ. 15  ໂມເຊ​ມີ​ລູກ​ຊາຍ​ຊື່​ເກໂຊມ+​ແລະ​ເອລີເອເຊ.+ 16  ໃນ​ພວກ​ລູກຫຼານ​ຂອງ​ເກໂຊມ ເຊບູເອນ+​ເປັນ​ຫົວໜ້າ. 17  ໃນ​ພວກ​ລູກຫຼານ*​ຂອງ​ເອລີເອເຊ ເຣຮາບີຢາ+​ເປັນ​ຫົວໜ້າ. ເອລີເອເຊ​ມີ​ລູກ​ຊາຍ​ຄົນ​ດຽວ ແຕ່​ເຣຮາບີຢາ​ມີ​ລູກ​ຊາຍ​ຫຼາຍ​ຄົນ. 18  ໃນ​ພວກ​ລູກ​ຊາຍ​ຂອງ​ອິດຊະຮາ+ ເຊໂລມິດ+​ເປັນ​ຫົວໜ້າ. 19  ໃນ​ພວກ​ລູກ​ຊາຍ​ຂອງ​ເຮັບໂຣນ ເຢເຣຍ​ເປັນ​ຫົວໜ້າ ອາມາຣີຢາ​ເປັນ​ຜູ້​ທີ 2 ຢາຮາຊີເອນ​ເປັນ​ຜູ້​ທີ 3 ແລະ​ເຢກາເມອາມ+​ເປັນ​ຜູ້​ທີ 4. 20  ໃນ​ພວກ​ລູກ​ຊາຍ​ຂອງ​ອຸດຊີເອນ+ ມີກາ​ເປັນ​ຫົວໜ້າ ແລະ​ອິດຊີຢາ​ເປັນ​ຜູ້​ທີ 2. 21  ເມຣາຣີ​ມີ​ລູກ​ຊາຍ​ຊື່​ມາລີ​ແລະ​ມູຊີ.+ ມາລີ​ມີ​ລູກ​ຊາຍ​ຊື່​ເອເລອາຊາ​ແລະ​ກີເຊ. 22  ຕອນ​ທີ່​ເອເລອາຊາ​ຕາຍ ລາວ​ບໍ່​ມີ​ລູກ​ຊາຍ​ມີ​ແຕ່​ລູກ​ສາວ. ພວກ​ລູກ​ຊາຍ​ຂອງ​ກີເຊ​ທີ່​ເປັນ​ພີ່ນ້ອງ*​ກັນ​ຈຶ່ງ​ເອົາ​ພວກ​ລູກ​ສາວ​ຂອງ​ລາວ​ໄປ​ເປັນ​ເມຍ. 23  ມູຊີ​ມີ​ລູກ​ຊາຍ 3 ຄົນ​ຊື່​ມາລີ ເອເດ ແລະ​ເຢເຣໂມດ. 24  ທັງ​ໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ເລວີ​ຕາມ​ຈຸ້ມເຈື້ອ​ຕ່າງ​ໆ​ແລະ​ຕາມ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ເຂົາເຈົ້າ. ທຸກ​ຄົນ​ທີ່​ອາຍຸ 20 ປີ​ຂຶ້ນ​ໄປ​ກໍຖືກ​ນັບແລະ​ຖືກ​ຈົດ​ຊື່​ໃຫ້​ເຮັດ​ວຽກ​ຮັບໃຊ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. 25  ດາວິດ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບໍ່​ໄດ້​ໃຫ້​ພວກ​ສັດຕູ​ມາ​ໂຈມຕີ​ປະຊາຊົນ​ຂອງ​ເພິ່ນ​ແລ້ວ+ ແລະ​ເພິ່ນ​ຈະ​ຢູ່​ເມືອງ​ເຢຣູຊາເລັມ​ຕະຫຼອດ​ໄປ.+ 26  ພວກເລວີ​ກໍ​ບໍ່​ຕ້ອງ​ຍ້າຍ​ເຕັ້ນ​ສັກສິດ​ແລະ​ອຸປະກອນ​ຕ່າງ​ໆ​ສຳລັບ​ການນະມັດສະການອີກ​ຕໍ່​ໄປ.”+ 27  ຄຳ​ສັ່ງ​ສຸດທ້າຍ​ຂອງ​ດາວິດ​ກໍ​ຄື ໃຫ້​ນັບ​ຈຳນວນ​ພວກເລວີ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ. 28  ເຂົາເຈົ້າ​ຈະ​ຊ່ວຍ​ລູກຫຼານ​ຂອງ​ອາໂຣນ+​ຮັບໃຊ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. ນອກຈາກນັ້ນ ເຂົາເຈົ້າ​ຍັງ​ມີ​ໜ້າ​ທີ່​ເບິ່ງແຍງ​ເດີ່ນ​ວິຫານ+ ເບິ່ງແຍງຫ້ອງ​ກິນ​ເຂົ້າ ເຮັດ​ໃຫ້​ເຄື່ອງ​ໃຊ້​ຕ່າງ​ໆ​ບໍລິສຸດ ແລະ​ເຮັດ​ວຽກ​ອື່ນ​ໆ​ທີ່​ກ່ຽວຂ້ອງ​ກັບ​ການ​ນະມັດສະການ​ຢູ່​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. 29  ເຂົາເຈົ້າ​ຊ່ວຍ​ກຽມ​ເຂົ້າຈີ່​ທີ່​ຢອງ​ຊ້ອນ​ກັນ*+ ແປ້ງ​ລະອຽດ​ສຳລັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ເຂົ້າຈີ່​ບໍ່​ມີ​ເຊື້ອ​ແຜ່ນ​ບາງ​ໆ​+ ແລະ​ເຂົ້າຈີ່​ທີ່​ຂາງ​ຢູ່​ເທິງ​ໝໍ້. ເຂົາເຈົ້າ​ນວດ​ແປ້ງ+ ຊັ່ງ​ນ້ຳ​ໜັກ ແລະ​ແທກ​ເຄື່ອງ​ຕ່າງ​ໆ​. 30  ທຸກ​ໆ​ຕອນ​ເຊົ້າ+​ແລະ​ຕອນ​ແລງ+ ເຂົາເຈົ້າ​ຈະ​ຢືນ​ຂອບໃຈ​ແລະ​ສັນລະເສີນ​ພະ​ເຢໂຫວາ. 31  ທຸກ​ໆ​ວັນ​ຊະບາໂຕ+ ມື້ເດືອນອອກໃໝ່+ ແລະ​ມື້​ເທດສະການ​ຕ່າງ​ໆ​+ ເຂົາເຈົ້າ​ຈະ​ຊ່ວຍ​ຕອນ​ທີ່​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ຕາມ​ທີ່​ກົດໝາຍ​ກຳນົດ​ໄວ້. ເຂົາເຈົ້າ​ເຮັດ​ແບບ​ນີ້​ເປັນ​ປະຈຳ​ຕໍ່​ໜ້າ​ພະ​ເຢໂຫວາ. 32  ເຂົາເຈົ້າ​ຮັບຜິດຊອບ​ວຽກ​ຢູ່​ເຕັ້ນ​ສັກສິດ*​ແລະ​ຢູ່​ບ່ອນ​ບໍລິສຸດ ລວມ​ທັງ​ຊ່ວຍ​ລູກຫຼານ​ຂອງ​ອາໂຣນ​ໃນ​ການ​ນະມັດສະການ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.

ຂໍຄວາມໄຂເງື່ອນ

ເບິ່ງ​ຄື​ວ່າ​ເປັນ​ຄົນ​ລະ​ຄົນ​ກັບ​ຂໍ້ 7
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ຊິຊາ​ໃນ​ຂໍ້ 11
ເບິ່ງ​ຄື​ວ່າ​ເປັນ​ຄົນ​ດຽວ​ກັນ​ກັບ​ຂໍ້ 7
ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ”
ແປ​ຕາມ​ໂຕ​ວ່າ “ອ້າຍນ້ອງ”
ໝາຍເຖິງ​ເຂົ້າຈີ່​ທີ່​ຕັ້ງ​ໄວ້. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.