ຂ່າວຄາວ​ສະບັບ​ທີ​ໜຶ່ງ 24:1-31

  • ດາວິດ​ແບ່ງ​ພວກ​ປະໂລຫິດ​ເປັນ 24 ກຸ່ມ (1-​19)

  • ແບ່ງ​ວຽກ​ໃຫ້​ພວກເລວີ​ຄົນ​ອື່ນ​​ໆ​ (20-​31)

24  ລູກຫຼານ​ຂອງ​ອາໂຣນ​ໄດ້​ຖືກ​ແບ່ງ​ເປັນ​ກຸ່ມ​ຕາມ​ນີ້: ອາໂຣນ​ມີ​ລູກ​ຊາຍ​ຊື່​ນາດາບ ອາບີຮູ+ ເອເລອາຊາ ແລະ​ອີທາມາ.+  ນາດາບ​ກັບ​ອາບີຮູ​ຕາຍ​ກ່ອນ​ພໍ່​ຂອງ​ເຂົາເຈົ້າ+ ແລະ​ທັງ​ສອງ​ຄົນ​ກໍ​ບໍ່​ມີ​ລູກ​ຊາຍ. ແຕ່​ເອເລອາຊາ+​ກັບ​ອີທາມາ​ຍັງ​ເປັນ​ປະໂລຫິດ​ຕໍ່​ໄປ.  ດາວິດ​ກັບ​ຊາໂດກ+​ທີ່​ເປັນ​ລູກຫຼານ​ຂອງ​ເອເລອາຊາ ແລະ​ອາຮີເມເລັກ​ທີ່​ເປັນ​ລູກຫຼານ​ຂອງ​ອີທາມາ​ໄດ້​ຊ່ວຍ​ກັນ​ແບ່ງ​ລູກຫຼານ​ຂອງ​ອາໂຣນ​ເປັນ​ກຸ່ມ​ເພື່ອ​ເຮັດ​ໜ້າ​ທີ່​ຕ່າງ​ໆ​.  ຍ້ອນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ທີ່​ເປັນ​ລູກຫຼານ​ຂອງ​ເອເລອາຊາມີ​ຫຼາຍ​ກວ່າ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ທີ່​ເປັນ​ລູກຫຼານ​ຂອງ​ອີທາມາ ເຂົາເຈົ້າ​ຈຶ່ງ​ເລືອກ​ເອົາລູກຫຼານ​ຂອງ​ເອເລອາຊາ 16 ຄົນ ແລະ​ລູກຫຼານ​ຂອງ​ອີທາມາ 8 ຄົນ.  ເຂົາເຈົ້າ​ແບ່ງ​ຄົນ​ເຫຼົ່ານີ້​ໂດຍ​ການ​ຈົກ​ສະຫຼາກ+ ຍ້ອນ​ວ່າ​ພວກ​ຫົວໜ້າ​ທີ່​ເບິ່ງແຍງ​ບ່ອນ​ບໍລິສຸດ​ແລະ​ພວກ​ຫົວໜ້າ​ທີ່​ຮັບໃຊ້​ພະເຈົ້າ​ທ່ຽງແທ້​ມາ​ຈາກ​ລູກຫຼານ​ຂອງ​ເອເລອາຊາ​ແລະ​ອີທາມາ.  ແລ້ວ​ເຊມາຢາ​ລູກ​ຊາຍ​ຂອງ​ເນທາເນນ​ທີ່​ເປັນ​ເລຂາ​ຂອງ​ພວກເລວີ​ກໍ​ໄດ້​ຈົດ​ຊື່​ເຂົາເຈົ້າ​ຕໍ່​ໜ້າ​ກະສັດ ພວກ​ເຈົ້ານາຍ ປະໂລຫິດ​ຊາໂດກ+ ອາຮີເມເລັກ+​ລູກ​ຊາຍ​ຂອງ​ອາບີອາທາ+ ແລະ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ພວກ​ປະໂລຫິດ​ແລະ​ພວກເລວີ. ເຂົາເຈົ້າ​ຈົກ​ສະຫຼາກ​ເພື່ອ​ໃຫ້​ລູກຫຼານ​ຂອງ​ເອເລອາຊາເຮັດ​ວຽກສະຫຼັບກັບ​ລູກຫຼານ​ຂອງ​ອີທາມາ.  ສະຫຼາກ​ອັນ​ທີ 1 ເປັນ​ຂອງ​ເຢໂຮຢາຣິບ. ອັນ​ທີ 2 ເປັນ​ຂອງ​ເຢດາຢາ.  ອັນ​ທີ 3 ເປັນ​ຂອງ​ຮາຣີມ. ອັນ​ທີ 4 ເປັນ​ຂອງ​ເສໂອຣີມ.  ອັນ​ທີ 5 ເປັນ​ຂອງ​ມັນກີຢາ. ອັນ​ທີ 6 ເປັນ​ຂອງ​ມິຢາມິນ. 10  ອັນ​ທີ 7 ເປັນ​ຂອງ​ຮັກກົດ. ອັນ​ທີ 8 ເປັນ​ຂອງ​ອາບີຢາ.+ 11  ອັນ​ທີ 9 ເປັນ​ຂອງ​ເຢຊູອາ. ອັນ​ທີ 10 ເປັນ​ຂອງ​ເຊການີອາ. 12  ອັນ​ທີ 11 ເປັນ​ຂອງ​ເອລີຢາຊິບ. ອັນ​ທີ 12 ເປັນ​ຂອງ​ຢາກີມ. 13  ອັນ​ທີ 13 ເປັນ​ຂອງ​ຮຸບປາ. ອັນ​ທີ 14 ເປັນ​ຂອງ​ເຢເຊເບອາບ. 14  ອັນ​ທີ 15 ເປັນ​ຂອງ​ບິນກາ. ອັນ​ທີ 16 ເປັນ​ຂອງ​ອິມເມ. 15  ອັນ​ທີ 17 ເປັນ​ຂອງ​ເຮຊີ. ອັນ​ທີ 18 ເປັນ​ຂອງ​ຮາບປິດເຊັດ. 16  ອັນ​ທີ 19 ເປັນ​ຂອງ​ເປທາຮີຢາ. ອັນ​ທີ 20 ເປັນ​ຂອງ​ເຢເຮັດຊະເກັນ. 17  ອັນ​ທີ 21 ເປັນ​ຂອງ​ຢາກິນ. ອັນ​ທີ 22 ເປັນ​ຂອງ​ກາມູນ. 18  ອັນ​ທີ 23 ເປັນ​ຂອງ​ເດລາຢາ ແລະ​ອັນ​ທີ 24 ເປັນ​ຂອງ​ມາອາຊີຢາ. 19  ຄົນ​ເຫຼົ່ານີ້​ໄດ້​ຮັບ​ວຽກ​ມອບ​ໝາຍ​ຂອງ​ໂຕເອງ+​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຕາມ​ທີ່​ອາໂຣນ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ​ໄດ້​ກຳນົດ​ໄວ້ ເຊິ່ງ​ເປັນ​ວິທີ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ສັ່ງ​ລາວ. 20  ນອກ​ຈາກ​ພວກ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ທີ່​ຈົກ​ສະຫຼາກ​ໄປ​ແລ້ວ ລູກຫຼານ​ຂອງ​ພວກເລວີ​ທີ່​ຍັງ​ເຫຼືອ​ຢູ່​ມີ: ຊູບາເອນ+​ທີ່​ເປັນ​ລູກຫຼານ​ຂອງ​ອຳຣາມ+ ເຢເດຢາ​ທີ່​ເປັນ​ລູກຫຼານ​ຂອງ​ຊູບາເອນ; 21  ອິດຊີຢາ​ທີ່​ເປັນ​ຫົວໜ້າ​ແລະ​ເປັນ​ລູກຫຼານ​ຂອງເຣຮາບີຢາ;+ 22  ເຊໂລໂມດ+​ທີ່​ເປັນ​ລູກຫຼານ​ຂອງ​ອິດຊະຣາ; ຢາຮາດ​ທີ່​ເປັນ​ລູກຫຼານ​ຂອງ​ເຊໂລໂມດ; 23  ເຢເຣຍ​ທີ່​ເປັນ​ຫົວໜ້າ ອາມາຣີຢາ​ທີ່​ປັນ​ຜູ້​ທີ 2 ຢາຮາຊີເອນ​ທີ່​ເປັນ​ຜູ້​ທີ 3 ແລະ​ເຢກາເມອາມ​ທີ່​ເປັນ​ຜູ້​ທີ 4 ທີ່​ເປັນ​ລູກຫຼານ​ຂອງ​ເຮັບໂຣນ; 24  ມີກາ​ທີ່​ເປັນ​ລູກຫຼານ​ຂອງ​ອຸດຊີເອນ; ຊາມີ​ທີ່​ເປັນ​ລູກຫຼານ​ຂອງ​ມີກາ; 25  ນ້ອງຊາຍຂອງ​ມີກາ​ທີ່​ຊື່​ອິດຊີຢາ; ເຊຄາຣີຢາ​ທີ່​ເປັນ​ລູກຫຼານ​ຂອງ​ອິດຊີຢາ. 26  ລູກ​ຊາຍ​ຂອງ​ເມຣາຣີ+​ທີ່​ຊື່​ມາລີ​ແລະ​ມູຊີ; ເບໂນ​ທີ່​ເປັນ​ລູກຫຼານ​ຂອງ​ຢາອາຊີຢາ; 27  ຢາອາຊີຢາ ເບໂນ ໂຊຮາມ ຊາກູເຣ ແລະ​ອິບຣີ​ທີ່​ເປັນ​ລູກຫຼານ​ຂອງ​ເມຣາຣີ; 28  ເອເລອາຊາ​ຜູ້​ທີ່​ບໍ່​ມີ​ລູກ​ຊາຍ+​ທີ່​ເປັນ​ລູກຫຼານ​ຂອງ​ມາລີ; 29  ເຢຣາເມເອນ​ທີ່​ເປັນ​ລູກຫຼານ​ຂອງ​ກີເຊ; 30  ມາລີ ເອເດ ແລະ​ເຢຣີໂມດ​ທີ່​ເປັນລູກຫຼານຂອງ​ມູຊີ. ທັງ​ໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ເລວີ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາເຈົ້າ. 31  ເຂົາເຈົ້າ​ຈົກ​ສະຫຼາກ+​ຄື​ກັບ​ພວກ​ລູກຫຼານ​ຂອງ​ອາໂຣນ​ທີ່​ເປັນ​ພີ່ນ້ອງ​ຂອງ​ເຂົາເຈົ້າ. ເຂົາເຈົ້າ​ຈົກ​ສະຫຼາກ​ຕໍ່​ໜ້າ​ກະສັດ​ດາວິດ ຊາໂດກ ອາຮີເມເລັກ ແລະ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ພວກ​ປະໂລຫິດ​ແລະ​ພວກເລວີ. ບໍ່​ວ່າ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ເຂົາເຈົ້າ​ຈະອາຍຸ​ຫຼາຍ​ຫຼື​ໜ້ອຍກໍ​ໄດ້​ຈົກ​ສະຫຼາກ​ຄື​ກັນ.

ຂໍຄວາມໄຂເງື່ອນ