ຂ່າວຄາວ​ສະບັບ​ທີ​ໜຶ່ງ 25:1-31

  • ພວກ​ນັກ​ດົນຕີ​ກັບ​ພວກ​ນັກຮ້ອງ​ທີ່​ຢູ່​ວິຫານ​ຂອງ​ພະເຈົ້າ (1-​31)

25  ຫຼັງ​ຈາກ​ນັ້ນ ດາວິດ​ກັບ​ພວກ​ຫົວໜ້າ​ໄດ້​ແບ່ງ​ລູກຫຼານ​ບາງ​ຄົນ​ຂອງ​ອາສັບ ເຮມານ ແລະເຢດູທູນ+​ເພື່ອ​ໃຫ້​ພະຍາກອນ​ແລະ​ສັນລະເສີນ​ພະເຈົ້າ ພ້ອມ​ທັງ​ດີດ​ພິນ ຫຼິ້ນ​ເຄື່ອງ​ດົນຕີ​ທີ່ມີ​ສາຍ+ ແລະ​ຕີ​ແສ່ງ.+ ຕໍ່​ໄປ​ນີ້​ແມ່ນ​ລາຍ​ຊື່​ຂອງ​ຄົນ​ທີ່​ເຮັດ​ໜ້າ​ທີ່​ເຫຼົ່ານີ້.  ໃນ​ພວກ​ລູກຫຼານ​ຂອງ​ອາສັບ​ມີ: ຊາກູເຣ ໂຢເຊັບ ເນທານີອາ ແລະ​ອາຊາເຣລາ. ເຂົາເຈົ້າ​ເຮັດ​ວຽກ​ຕາມ​ທີ່​ອາສັບ​ບອກ​ແລະ​ພະຍາກອນ​ສິ່ງ​ທີ່​ກະສັດ​ຢາກ​ຮູ້.  ໃນ​ພວກ​ລູກຫຼານ​ຂອງເຢດູທູນ+​ມີ: ເກດາລີຢາ ເຊຣີ ເຢຊາຢາ ຊິເມອີ ຮາຊາບີຢາ ແລະ​ມັດຕີທີຢາ.+ ທັງ​ຫົກຄົນ​ນີ້​ເຮັດ​ຕາມ​ທີ່ເຢດູທູນ​ພໍ່​ຂອງ​ເຂົາເຈົ້າ​ບອກ ແລະ​ພະຍາກອນ​ພ້ອມ​ທັງ​ດີດ​ພິນ​ໄປ​ນຳ​ເພື່ອ​ຂອບໃຈ​ແລະ​ສັນລະເສີນ​ພະ​ເຢໂຫວາ.+  ໃນ​ພວກ​ລູກ​ຊາຍ​ຂອງ​ເຮມານ+​ມີ: ບຸກກີຢາ ມັດຕານີຢາ ອຸດຊີເອນ ເຊບູເອນ ເຢຣີໂມດ ຮານານີຢາ ຮານານີ ເອລີອາທາ ກິດດັນຕີ ໂຣມາມຕີເອເຊີ ໂຢຊະເບກາຊາ ມັນໂລທີ ໂຮທີ ແລະ​ມາຮາຊີໂອດ.  ທັງ​ໝົດ​ນີ້​ແມ່ນ​ລູກ​ຊາຍ​ຂອງ​ເຮມານ. ເຮມານ​ໄດ້​ສັນລະເສີນ​ພະເຈົ້າ​ທ່ຽງແທ້*​ໂດຍ​ອະທິບາຍ​ນິມິດ​ຂອງ​ເພິ່ນ​ໃຫ້​ກະສັດ​ຟັງ. ພະເຈົ້າ​ທ່ຽງແທ້​ໃຫ້​ເຮມານ​ມີ​ລູກ​ຊາຍ 14 ຄົນ​ແລະ​ລູກ​ສາວ 3 ຄົນ.  ຄົນ​ເຫຼົ່ານີ້​ເຮັດ​ວຽກ​ຕາມ​ທີ່​ພໍ່​ຂອງ​ເຂົາເຈົ້າ​ບອກ. ເຂົາເຈົ້າ​ຮ້ອງເພງ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ພ້ອມ​ທັງ​ຕີ​ແສ່ງ ຫຼິ້ນ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ ແລະ​ດີດ​ພິນ.+ ວຽກ​ເຫຼົ່ານີ້​ເປັນ​ວຽກ​ຮັບໃຊ້​ຢູ່​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. ອາສັບ ເຢດູທູນ ແລະ​ເຮມານ​ເຮັດ​ວຽກ​ຕາມ​ທີ່​ກະສັດ​ບອກ.  ຄົນ​ເຫຼົ່ານີ້​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ເຂົາເຈົ້າ​ທີ່​ຝຶກ​ຮ້ອງເພງ​ສັນລະເສີນ​ພະ​ເຢໂຫວາ​ຈົນ​ເກັ່ງ​ມີ 288 ຄົນ.  ທຸກ​ຄົນ​ທັງຄົນ​ໜຸ່ມແລະ​ຜູ້​ເຖົ້າ ທັງ​ຄົນ​ທີ່​ເກັ່ງ​ແລ້ວ​ແລະ​ຄົນ​ທີ່​ກຳລັງ​ຝຶກ​ຢູ່​ກໍ​ໄດ້​ຈົກ​ສະຫຼາກ+​ເພື່ອ​ແບ່ງ​ໜ້າ​ທີ່​ກັນ.  ສະຫຼາກ​ອັນ​ທີ 1 ເປັນ​ຂອງ​ໂຢເຊັບລູກ​ຊາຍ​ຂອງ​ອາສັບ.+ ອັນ​ທີ 2 ເປັນ​ຂອງ​ເກດາລີຢາ.+ (ລາວ​ກັບ​ພວກ​ອ້າຍ​ນ້ອງ​ແລະ​ພວກ​ລູກ​ຊາຍ​ຂອງ​ລາວ​ລວມ​ມີ 12 ຄົນ.) 10  ອັນ​ທີ 3 ເປັນ​ຂອງ​ຊາກູເຣ+​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 11  ອັນ​ທີ 4 ເປັນ​ຂອງ​ອິດຊະຣີ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 12  ອັນ​ທີ 5 ເປັນ​ຂອງ​ເນທານີອາ+​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 13  ອັນ​ທີ 6 ເປັນ​ຂອງ​ບຸກກີຢາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 14  ອັນ​ທີ 7 ເປັນ​ຂອງ​ເຢຊາເຣລາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 15  ອັນ​ທີ 8 ເປັນ​ຂອງ​ເຢຊາຢາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 16  ອັນ​ທີ 9 ເປັນ​ຂອງ​ມັດຕານີຢາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 17  ອັນ​ທີ 10 ເປັນ​ຂອງ​ຊິເມອີ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 18  ອັນ​ທີ 11 ເປັນ​ຂອງ​ອັດຊາເຣນ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 19  ອັນ​ທີ 12 ເປັນ​ຂອງ​ຮາຊາບີຢາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 20  ອັນ​ທີ 13 ເປັນ​ຂອງ​ຊູບາເອນ+​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 21  ອັນ​ທີ 14 ເປັນ​ຂອງ​ມັດຕີທີຢາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 22  ອັນ​ທີ 15 ເປັນ​ຂອງ​ເຢເຣໂມດ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 23  ອັນ​ທີ 16 ເປັນ​ຂອງ​ຮານານີຢາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 24  ອັນ​ທີ 17 ເປັນ​ຂອງ​ໂຢຊະເບກາຊາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 25  ອັນ​ທີ 18 ເປັນ​ຂອງ​ຮານານີ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 26  ອັນ​ທີ 19 ເປັນ​ຂອງ​ມັນໂລທີ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 27  ອັນ​ທີ 20 ເປັນ​ຂອງ​ເອລີອາທາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 28  ອັນ​ທີ 21 ເປັນ​ຂອງ​ໂຮທີ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 29  ອັນ​ທີ 22 ເປັນ​ຂອງ​ກິດດັນຕີ+​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 30  ອັນ​ທີ 23 ເປັນ​ຂອງ​ມາຮາຊີໂອດ+​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ. 31  ອັນ​ທີ 24 ເປັນ​ຂອງ​ໂຣມາມຕີເອເຊີ+​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ລວມ​ມີ 12 ຄົນ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຍົກ​ເຂົາ​ຂອງ​ພະເຈົ້າ”