ຂ່າວຄາວ​ສະບັບ​ທີ​ໜຶ່ງ 26:1-32

  • ການ​ແບ່ງ​ກຸ່ມ​ຄົນຍາມ​ປະຕູ (1-​19)

  • ຜູ້​ທີ່​ເບິ່ງ​ແຍງ​ຄັງ​ຊັບສິນ​ແລະ​ພວກ​ຫົວ​ໜ້າ​ຄົນ​ອື່ນ​​ໆ​ (20-​32)

26  ຕໍ່​ໄປ​ນີ້​ແມ່ນ​ລາຍ​ຊື່​ຄົນ​ຍາມ​ປະຕູ​ທີ່​ຖືກ​ແບ່ງ​ເປັນ​ກຸ່ມ.+ ໃນ​ພວກ​ລູກຫຼານ​ຂອງໂກຣາ​ມີ ເມເຊເລມີຢາ+​ລູກ​ຊາຍ​ຂອງ​ໂກເຣ​ທີ່​ເປັນ​ລູກຫຼານ​ຂອງ​ອາສັບ.  ເມເຊເລມີຢາ​ມີ​ລູກ​ຊາຍ​ກົກ​ຊື່​ເຊຄາຣີຢາ ຜູ້​ທີ 2 ຊື່​ເຢດີອາເອນ ຜູ້​ທີ 3 ຊື່​ເຊບາດີຢາ ຜູ້​ທີ 4 ຊື່​ຢາດນີເອນ  ຜູ້​ທີ 5 ຊື່​ເອລາມ ຜູ້​ທີ 6 ຊື່​ເຢໂຮຮານັນ ແລະ​ຜູ້​ທີ 7 ຊື່​ເອລີເອໂຮນາຍ.  ໂອເບັດເອໂດມ​ມີ​ລູກ​ຊາຍ​ກົກ​ຊື່​ເຊມາຢາ ຜູ້​ທີ 2 ຊື່​ເຢໂຮຊາບັດ ຜູ້​ທີ 3 ຊື່​ໂຢອາ ຜູ້​ທີ 4 ຊື່​ສາກາ ຜູ້​ທີ 5 ຊື່​ເນທາເນນ  ຜູ້​ທີ 6 ຊື່​ອຳມີເອນ ຜູ້​ທີ 7 ຊື່​ອິດຊາຄາ ແລະ​ຜູ້​ທີ 8 ຊື່​ເປອູເລທາຍ. ພະເຈົ້າ​ໄດ້​ອວຍພອນ​ໂອເບັດເອໂດມໃຫ້​ມີ​ລູກທັງ​ໝົດ​ນີ້.  ເຊມາຢາ​ລູກ​ຊາຍ​ຂອງ​ໂອເບັດເອໂດມ​ມີ​ລູກ​ຊາຍ​ຫຼາຍ​ຄົນ​ທີ່​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ໂຕເອງ ຍ້ອນ​ເຂົາເຈົ້າ​ເປັນ​ຄົນແຂງແຮງແລະ​ມີ​ຄວາມ​ສາມາດ.  ເຊມາຢາ​ມີ​ລູກ​ຊາຍ​ຊື່​ໂອທະນີ ເຣຟາເອນ ໂອເບັດ ແລະ​ເອນຊາບັດ. ເອລີຮູ​ແລະ​ເຊມາກີຢາ​ພີ່ນ້ອງ​ຂອງເອນຊາບັດກໍ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ​ຄື​ກັນ.  ໂອເບັດເອໂດມ​ມີ​ລູກຫຼານ​ທັງ​ໝົດ 62 ຄົນ. ເຂົາເຈົ້າ​ກັບ​ພວກ​ລູກ​ຊາຍ​ແລະ​ພວກພີ່ນ້ອງຂອງ​ເຂົາເຈົ້າ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ​ແລະເໝາະສົມທີ່​ຈະ​ເຮັດ​ວຽກ​ຮັບໃຊ້​ແບບ​ນີ້.  ເມເຊເລມີຢາ+​ມີ​ລູກ​ຊາຍ​ແລະ​ພີ່ນ້ອງ​ທັງ​ໝົດ 18 ຄົນ. ເຂົາເຈົ້າ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ. 10  ໂຮສາ​ລູກຫຼານ​ຂອງ​ເມຣາຣີ​ມີ​ລູກ​ຊາຍ​ຫຼາຍ​ຄົນ. ຊິມລີ​ບໍ່​ໄດ້​ເປັນ​ລູກ​ກົກ ແຕ່​ພໍ່​ກໍ​ໃຫ້​ລາວ​ເປັນຫົວໜ້າໃນ​ຈຸ້ມເຈື້ອ. 11  ລູກ​ຊາຍ​ຜູ້​ທີ 2 ຂອງ​ໂຮສາ​ຊື່​ຮິນກີຢາ ຜູ້​ທີ 3 ຊື່​ເຕບາລີຢາ ແລະ​ຜູ້​ທີ 4 ຊື່​ເຊຄາຣີຢາ. ໂຮສາມີ​ລູກ​ຊາຍ​ແລະ​ພີ່ນ້ອງ​ທັງ​ໝົດ 13 ຄົນ. 12  ໃນ​ແຕ່​ລະ​ກຸ່ມ​ທີ່​ເຮັດ​ໜ້າ​ທີ່​ຍາມ​ປະຕູ ຜູ້​ທີ່​ເປັນ​ຫົວໜ້າ​ກໍ​ຕ້ອງ​ເຮັດ​ວຽກ​ຄື​ກັບພວກ​ພີ່ນ້ອງຂອງ​ເຂົາເຈົ້າ​ໃນ​ການ​ຮັບໃຊ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. 13  ທັງ​ຈຸ້ມເຈື້ອ​ນ້ອຍ​ແລະ​ຈຸ້ມເຈື້ອ​ໃຫຍ່​ກໍ​ໄດ້​ຈົກ​ສະຫຼາກ+​ເພື່ອ​ຈະ​ຮູ້​ວ່າ​ໃຜ​ຈະ​ໄດ້​ຍາມ​ຢູ່​ທາງ​ໃດ. 14  ເຊເລມີຢາ​ເບິ່ງແຍງ​ທາງ​ທິດຕາເວັນອອກ. ເຊຄາຣີຢາ​ລູກ​ຊາຍ​ຂອງ​ລາວ​ເຊິ່ງ​ເປັນ​ທີ່​ປຶກສາ​ທີ່ສຸຂຸມຮອບຄອບ​ໄດ້​ເບິ່ງແຍງ​ທາງ​ທິດ​ເໜືອ. 15  ໂອເບັດເອໂດມ​ໄດ້ເບິ່ງແຍງທາງ​ທິດ​ໃຕ້. ພວກ​ລູກ​ຊາຍ​ຂອງ​ລາວ+​ຖືກ​ມອບ​ໝາຍ​ໃຫ້​ເບິ່ງແຍງ​ຫ້ອງ​ມ້ຽນ​ເຄື່ອງ​ນຳ. 16  ຊຸບປີມ​ແລະ​ໂຮສາ+​ໄດ້​ເບິ່ງແຍງ​ທາງ​ທິດ​ຕາເວັນ​ຕົກ​ໃກ້​ກັບ​ປະຕູ​ຊັນເລເກັດ​ທີ່​ມີ​ຫົນ​ທາງ​ຂຶ້ນ​ໄປເທິງ​ໂນນ. ຄົນ​ຍາມ​ແຕ່​ລະ​ກຸ່ມ​ຈະ​ຢືນ​ຍາມ​ຢູ່ຂ້າງ​ກັນ. 17  ໃນ​ແຕ່​ລະ​ມື້ ມີ​ພວກເລວີ 6 ຄົນ​ຍາມ​ຢູ່​ທາງ​ທິດຕາເວັນອອກ ມີ 4 ຄົນ​ຍາມ​ຢູ່​ທາງ​ທິດ​ເໜືອ ແລະ​ມີ 4 ຄົນ​ຍາມ​ຢູ່​ທາງ​ທິດ​ໃຕ້ ກັບ​ອີກ 4 ຄົນ​ທີ່​ຍາມ​ຫ້ອງ​ມ້ຽນ​ເຄື່ອງ+​ເບື້ອງ​ລະ 2 ຄົນ. 18  ຢູ່​ທາງ​ທິດ​ຕາເວັນ​ຕົກ​ມີ 4 ຄົນ​ຍາມ​ຢູ່​ຫົນ​ທາງ​ຂຶ້ນ​ໄປ​ເທິງ​ໂນນ+ ແລະ​ມີ 2 ຄົນ​ຍາມ​ຢູ່​ສາລາ. 19  ທັງ​ໝົດ​ນີ້​ແມ່ນ​ກຸ່ມ​ຕ່າງ​ໆ​ທີ່​ຍາມ​ປະຕູ​ເຊິ່ງ​ແມ່ນ​ລູກຫຼານ​ຂອງ​ໂກຣາ​ແລະ​ເມຣາຣີ. 20  ໃນ​ພວກເລວີ ອາຮີຢາ​ເປັນ​ຜູ້​ເບິ່ງແຍງຄັງຊັບສິນ​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ແລະ​ຄັງ​ຊັບສິນ​ສຳລັບ​ເຄື່ອງ​ຕ່າງ​ໆ​ທີ່​ບໍລິສຸດ.*+ 21  ໃນ​ພວກ​ລູກຫຼານ​ຂອງ​ລາດານ​ທີ່​ເປັນ​ລູກຫຼານ​ຂອງ​ເກໂຊນ​ມີ ເຢຮີເອລີ+​ທີ່​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ລາດານ. 22  ລູກຫຼານ​ຂອງ​ເຢຮີເອລີ​ມີ ເຊທາມ​ແລະ​ໂຢເອນ​ທີ່​ເປັນ​ອ້າຍ​ນ້ອງ​ຂອງ​ລາວ. ເຂົາເຈົ້າ​ເປັນ​ຜູ້​ເບິ່ງແຍງ​ຄັງ​ຊັບສິນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ 23  ພວກ​ລູກຫຼານ​ອຳຣາມ ພວກ​ລູກຫຼານ​ອິດຊະຮາ ພວກ​ລູກຫຼານ​ເຮັບໂຣນ ພວກ​ລູກຫຼານ​ອຸດຊີເອນ+ 24  ແລະພວກ​ລູກຫຼານ​ຂອງ​ເຊບູເອນທີ່​ເປັນ​ລູກ​ຊາຍ​ຂອງ​ເກໂຊມ​ແລະ​ເປັນ​ຫຼານ​ຂອງ​ໂມເຊ ເຂົາເຈົ້າ​ເປັນ​ຫົວໜ້າ​ເບິ່ງແຍງ​ຫ້ອງ​ມ້ຽນ​ເຄື່ອງ. 25  ພວກພີ່ນ້ອງຂອງ​ເຊບູເອນ​ທີ່​ເປັນລູກຫຼານຂອງ​ເອລີເອເຊ+​ມີ: ເຣຮາບີຢາ+ ເຢຊາຢາ ໂຢຣາມ ຊິກຣີ ແລະ​ເຊໂລໂມດ. 26  ເຊໂລໂມດ​ກັບ​ພວກ​ພີ່ນ້ອງ​ຂອງ​ລາວ​ເບິ່ງແຍງ​ຄັງ​ຊັບສິນ​ທັງ​ໝົດ​ສຳລັບ​ເຄື່ອງ​ຕ່າງ​ໆ​ທີ່​ບໍລິສຸດ+​ທີ່​ກະສັດ​ດາວິດ+ ພວກ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​+ ພວກ​ຫົວໜ້າ​ກອງ​ພັນ ພວກ​ຫົວໜ້າ​ກອງ​ຮ້ອຍ ແລະ​ພວກ​ຫົວໜ້າ​ກອງທັບ​ໄດ້ແຍກ​ໄວ້​ຕ່າງ​ຫາກໃຫ້​ບໍລິສຸດ. 27  ເຄື່ອງ​ທີ່​ຍຶດ​ມາ​ຈາກ​ສົງຄາມ+ ເຂົາເຈົ້າ​ໄດ້​ແຍກ​ໄວ້​ຕ່າງ​ຫາກ​ໃຫ້​ບໍລິສຸດ​ເພື່ອ​ເອົາ​ໄວ້​ແປງ​ວິຫານ​ຂອງ​ພະ​ເຢໂຫວາ 28  ລວມ​ທັງ​ເຄື່ອງ​ຕ່າງ​ໆ​ທີ່ຊາມູເອນ​ຜູ້​ເຫັນ​ນິມິດ+ ຊາອູນ​ລູກ​ຊາຍ​ຂອງ​ກີເຊ ອັບເນ+​ລູກ​ຊາຍ​ຂອງ​ເນ ແລະ​ໂຢອາບ+​ລູກ​ຊາຍ​ຂອງ​ເຊຣູຢາ+​ໄດ້​ແຍກ​ໄວ້​ຕ່າງ​ຫາກ​ໃຫ້​ບໍລິສຸດ. ເຄື່ອງ​ອັນ​ໃດກໍ​ຕາມທີ່​ຖືກ​ແຍກ​ໄວ້​ຕ່າງ​ຫາກ​ໃຫ້​ບໍລິສຸດ ເຊໂລມິດ​ກັບ​ພວກ​ພີ່ນ້ອງ​ຂອງ​ລາວ​ຈະ​ເປັນ​ຜູ້​ເບິ່ງແຍງ. 29  ໃນ​ພວກ​ລູກຫຼານ​ຂອງ​ອິດຊະຮາ+ ເກນານີຢາ​ກັບ​ພວກ​ລູກຫຼານ​ຂອງ​ລາວ​ຖືກ​ມອບ​ໝາຍ​ໃຫ້​ເບິ່ງແຍງ​ວຽກ​ຕ່າງ​ໆ​ຢູ່​ນອກ​ວິຫານ​ຂອງ​ພະເຈົ້າ. ເຂົາເຈົ້າ​ເປັນ​ຫົວໜ້າແລະ​ຜູ້ຕັດສິນ+​ພວກ​ອິດສະຣາເອນ. 30  ໃນ​ພວກ​ລູກຫຼານ​ເຮັບໂຣນ+ ຮາຊາບີຢາ​ກັບ​ພວກພີ່ນ້ອງຂອງ​ລາວ 1.700 ຄົນ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ. ເຂົາເຈົ້າ​ເບິ່ງແຍງ​ພວກ​ອິດສະຣາເອນ​ທີ່​ຢູ່​ທາງ​ທິດຕາເວັນອອກ​ຂອງ​ແມ່ນ້ຳ​ຈໍແດນ​ແລະ​ເຮັດ​ວຽກ​ທຸກ​ຢ່າງ​ເພື່ອ​ຮັບໃຊ້​ພະ​ເຢໂຫວາແລະ​ກະສັດ. 31  ພວກ​ລູກຫຼານ​ທີ່​ຢູ່​ໃນ​ຈຸ້ມເຈື້ອ​ເຮັບໂຣນ​ມີເຢຣີຢາ+​ເປັນ​ຫົວໜ້າ. ໃນ​ປີ​ທີ 40 ທີ່​ດາວິດ​ເປັນ​ກະສັດ​ປົກຄອງ+ ຄົນ​ຂອງ​ດາວິດໄດ້​ໄປ​ຊອກ​ຫາ​ຄົນ​ທີ່​ເກັ່ງ​ແລະ​ມີ​ຄວາມ​ສາມາດ​ໃນ​ຕະກູນ​ເຮັບໂຣນ​ແລະ​ພົບ​ຄົນ​ເຫຼົ່ານີ້​ຢູ່​ເມືອງ​ຢາເຊ+​ໃນ​ເຂດ​ກິລຽດ. 32  ພີ່ນ້ອງ​ຂອງ​ເຢຣີຢາ​ທີ່​ມີ​ຄວາມ​ສາມາດ​ແລະ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ມີ 2.700 ຄົນ. ກະສັດ​ດາວິດ​ຈຶ່ງ​ໃຫ້​ເຂົາເຈົ້າ​ເບິ່ງແຍງ​ຄົນ​ໃນ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ໃນ​ທຸກ​ເລື່ອງ​ທີ່​ກ່ຽວ​ກັບ​ວຽກ​ຮັບໃຊ້​ພະເຈົ້າ​ທ່ຽງແທ້​ແລະ​ກະສັດ.

ຂໍຄວາມໄຂເງື່ອນ

ຫຼື “ສິ່ງ​ຕ່າງ​ໆ​ທີ່​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ”