ຂ່າວຄາວ​ສະບັບ​ທີ​ໜຶ່ງ 27:1-34

  • ພວກ​ທະຫານ​ທີ່​ຮັບ​ໃຊ້​ກະສັດ (1-​34)

27  ຕໍ່​ໄປ​ນີ້​ແມ່ນ​ຈຳນວນ​ພວກ​ອິດສະຣາເອນ​ທີ່​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ ພວກ​ຫົວໜ້າ​ກອງ​ພັນ ພວກ​ຫົວໜ້າ​ກອງ​ຮ້ອຍ+ ແລະ​ພວກ​ຫົວໜ້າ​ກອງ​ທະຫານຂອງ​ກະສັດ.+ ໃນ​ປີ​ໜຶ່ງ​ກອງ​ທະຫານ​ເຫຼົ່ານີ້​ຈະ​ປ່ຽນ​ກັນ​ເຮັດ​ວຽກ​ກອງ​ລະ 1 ເດືອນ. ແຕ່​ລະ​ກອງ​ມີ 24.000 ຄົນ.  ຫົວໜ້າ​ກອງ​ທະຫານ​ທີ 1 ທີ່​ເຮັດ​ວຽກ​ເດືອນ​ທຳອິດ​ແມ່ນ​ຢາໂຊເບອາມ+​ລູກຊາຍ​ຂອງ​ຊັບດີເອນ. ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ.  ລາວ​ເປັນລູກຫຼານຂອງ​ເປເຣດ+​ແລະ​ເປັນ​ຫົວໜ້າ​ເບິ່ງແຍງ​ກຸ່ມ​ຕ່າງ​ໆ​ທີ່​ເຮັດ​ວຽກ​ໃນ​ເດືອນ​ທຳອິດ.  ຫົວໜ້າ​ກອງ​ທະຫານ​ທີ 2 ທີ່​ເຮັດ​ວຽກ​ເດືອນ​ທີ 2 ແມ່ນ​ໂດດາຍ+​ຄົນ​ອາ​ໂຮ​ອາ.+ ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ ແລະ​ມິກໂລດ​ເປັນ​ຜູ້ຮອງຈາກ​ລາວ.  ຫົວໜ້າ​ກອງ​ທະຫານ​ທີ 3 ທີ່​ເຮັດ​ວຽກ​ເດືອນ​ທີ 3 ແມ່ນ​ເບນາຢາ+​ລູກຊາຍ​ຂອງ​ເຢໂຮຢາດາ+​ທີ່​ເປັນ​ປະໂລຫິດ​ໃຫຍ່. ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ.  ເບນາຢາ​ເປັນ​ທະຫານ​ທີ່​ເກັ່ງ​ໃນກຸ່ມ​ພິເສດທີ່​ມີ​ຈຳນວນ 30 ຄົນ​ແລະ​ລາວ​ເປັນ​ຫົວໜ້າ​ຂອງ 30 ຄົນ​ນັ້ນ. ອຳມິດຊາບັດ​ລູກຊາຍ​ຂອງ​ລາວ​ເປັນ​ຜູ້ຮອງຈາກ​ລາວ​ໃນ​ກອງ​ທະຫານ.  ຫົວໜ້າ​ກອງ​ທະຫານ​ທີ 4 ທີ່​ເຮັດ​ວຽກ​ເດືອນ​ທີ 4 ແມ່ນ​ອາສາເຮນ+​ນ້ອງຊາຍຂອງ​ໂຢອາບ.+ ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ. ເຊບາດີຢາ​ລູກຊາຍ​ຂອງ​ລາວ​ເບິ່ງແຍງ​ກອງທັບຕໍ່​ຈາກລາວ.  ຫົວໜ້າ​ກອງ​ທະຫານ​ທີ 5 ທີ່​ເຮັດ​ວຽກ​ເດືອນ​ທີ 5 ແມ່ນ​ຊາມຮູດ​ຄົນ​ອິດຊະຣາ. ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ.  ຫົວໜ້າ​ກອງ​ທະຫານ​ທີ 6 ທີ່​ເຮັດ​ວຽກ​ເດືອນ​ທີ 6 ແມ່ນ​ອີຣາ+​ລູກຊາຍ​ຂອງ​ອິກເກດ​ຄົນ​ເຕໂກອາ.+ ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ. 10  ຫົວໜ້າ​ກອງ​ທະຫານ​ທີ 7 ທີ່​ເຮັດ​ວຽກ​ເດືອນ​ທີ 7 ແມ່ນ​ເຮເລັດ+​ຄົນ​ເປໂລນ​ທີ່​ເປັນລູກຫຼານຂອງ​ເອຟຣາຢິມ. ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ. 11  ຫົວໜ້າ​ກອງ​ທະຫານ​ທີ 8 ທີ່​ເຮັດ​ວຽກ​ເດືອນ​ທີ 8 ແມ່ນ​ສິບເບກາຍ+​ຄົນ​ຮູຊາ​ທີ່​ເປັນ​ລູກຫຼານ​ຂອງ​ເຊຣາ.+ ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ. 12  ຫົວໜ້າ​ກອງ​ທະຫານ​ທີ 9 ທີ່​ເຮັດ​ວຽກ​ເດືອນ​ທີ 9 ແມ່ນ​ອາບີເອເຊ+​ຄົນ​ອານາໂທດ+​ທີ່​ເປັນ​ລູກຫຼານ​ຂອງ​ເບັນຢາມິນ. ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ. 13  ຫົວໜ້າ​ກອງ​ທະຫານ​ທີ 10 ທີ່​ເຮັດ​ວຽກ​ເດືອນ​ທີ 10 ແມ່ນ​ມາຮາຣາຍ+​ຄົນ​ເນໂຕຟາ​ທີ່​ເປັນ​ລູກຫຼານ​ຂອງ​ເຊຣາ.+ ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ. 14  ຫົວໜ້າ​ກອງ​ທະຫານ​ທີ 11 ທີ່​ເຮັດ​ວຽກ​ເດືອນ​ທີ 11 ແມ່ນ​ເບນາຢາ+​ຄົນ​ປີຣາໂທນ​ທີ່​ເປັນ​ລູກຫຼານ​ຂອງ​ເອຟຣາຢິມ. ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ. 15  ຫົວໜ້າ​ກອງ​ທະຫານ​ທີ 12 ທີ່​ເຮັດ​ວຽກ​ເດືອນ​ທີ 12 ແມ່ນ​ເຮນດາຍ​ຄົນ​ເນໂຕຟາ​ທີ່​ເປັນ​ລູກຫຼານ​ຂອງ​ໂອດນີເອນ. ກອງ​ທະຫານ​ຂອງ​ລາວ​ມີ 24.000 ຄົນ. 16  ຫົວໜ້າ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ​ມີ: ຫົວໜ້າ​ຂອງ​ຕະກູນ​ຣູເບັນ​ແມ່ນ​ເອລີເອເຊ​ລູກຊາຍ​ຂອງ​ຊິກຣີ ຫົວໜ້າ​ຂອງ​ຕະກູນ​ຊີເມໂອນ​ແມ່ນ​ເຊຟາຕີຢາ​ລູກຊາຍ​ຂອງ​ມາອາກາ 17  ຫົວໜ້າ​ຂອງ​ຕະກູນ​ເລວີ​ແມ່ນ​ຮາຊາບີຢາ​ລູກຊາຍ​ຂອງ​ເກມູເອນ ຫົວໜ້າ​ຂອງ​ລູກຫຼານ​ຂອງ​ອາໂຣນ​ແມ່ນ​ຊາໂດກ 18  ຫົວໜ້າ​ຂອງ​ຕະກູນ​ຢູດາ​ແມ່ນ​ເອລີຮູ+​ອ້າຍ​ຂອງ​ດາວິດ ຫົວໜ້າ​ຂອງ​ຕະກູນ​ອິດຊາຄາ​ແມ່ນ​ອົມຣີ​ລູກຊາຍ​ຂອງ​ມີກາເອນ 19  ຫົວໜ້າ​ຂອງ​ຕະກູນ​ເຊບູລູນ​ແມ່ນ​ອີຊະມາຢາ​ລູກຊາຍ​ຂອງ​ໂອບາດີຢາ ຫົວໜ້າ​ຂອງ​ຕະກູນ​ນັບທາລີ​ແມ່ນ​ເຢຣີໂມດ​ລູກຊາຍ​ຂອງ​ອັດຊະຣີເອນ 20  ຫົວໜ້າ​ຂອງ​ຕະກູນ​ເອຟຣາຢິມ​ແມ່ນ​ໂຮເຊຢາ​ລູກຊາຍ​ຂອງ​ອາຊາຊີຢາ ຫົວໜ້າ​ຂອງ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ແມ່ນ​ໂຢເອນ​ລູກຊາຍ​ຂອງ​ເປດາຢາ 21  ຫົວໜ້າ​ຂອງ​ອີກ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ທີ່​ຢູ່​ກິລຽດ​ແມ່ນ​ອິດໂດ​ລູກຊາຍ​ຂອງ​ເຊຄາຣີຢາ ຫົວໜ້າ​ຂອງ​ຕະກູນ​ເບັນຢາມິນ​ແມ່ນ​ຢາອາສີເອນ​ລູກຊາຍ​ຂອງ​ອັບເນ+ 22  ຫົວໜ້າ​ຂອງ​ຕະກູນ​ດານ​ແມ່ນ​ອັດຊາເຣນ​ລູກຊາຍ​ຂອງ​ເຢໂຣຮາມ. ທັງໝົດ​ນີ້​ແມ່ນ​ຫົວໜ້າ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ. 23  ດາວິດ​ບໍ່​ໄດ້​ນັບ​ຄົນ​ທີ່​ມີ​ອາຍຸ 20 ປີ​ລົງ​ມາ ຍ້ອນ​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ພວກ​ອິດສະຣາເອນ​ມີ​ຫຼາຍ​ຄື​ກັບ​ດວງ​ດາວ​ໃນ​ທ້ອງຟ້າ.+ 24  ໂຢອາບ​ລູກຊາຍ​ຂອງ​ເຊຣູຢາ​ໄດ້​ເລີ່ມ​ນັບ​ຈຳນວນ​ຄົນ ແຕ່​ລາວ​ຍັງ​ນັບ​ບໍ່​ທັນ​ແລ້ວ​ຊ້ຳ ພະເຈົ້າ​ກໍ​ໃຈ​ຮ້າຍ​ໃຫ້ພວກ​ອິດສະຣາເອນ.+ ດັ່ງນັ້ນ​ຈຶ່ງ​ບໍ່​ມີ​ການ​ບັນທຶກ​ຈຳນວນ​ຄົນ​ທີ່​ຖືກ​ນັບ​ໃນປຶ້ມ​ປະຫວັດ​ຂອງ​ກະສັດ​ດາວິດ. 25  ອາຊະມາເວດ​ລູກຊາຍ​ຂອງ​ອາດີເອນ​ເບິ່ງແຍງ​ຄັງ​ຊັບສິນ​ຂອງ​ກະສັດ.+ ໂຢນາທານ​ລູກຊາຍ​ຂອງ​ອຸດຊີຢາ​ເບິ່ງແຍງບ່ອນ​ມ້ຽນ​ອາຫານທີ່​ຢູ່​ນອກ​ເມືອງ​ເຢຣູຊາເລັມ ຕາມ​ບ້ານ ຕາມ​ເມືອງ ແລະ​ຕາມ​ປ້ອມ​ຕ່າງ​ໆ​. 26  ເອຊະຣີ​ລູກຊາຍ​ຂອງ​ເກລຸບ​ເບິ່ງແຍງ​ຄົນ​ທີ່​ເຮັດ​ວຽກ​ຢູ່​ທົ່ງ​ນາ. 27  ຊິເມອີ​ຄົນ​ຣາມາ​ເບິ່ງແຍງ​ສວນ​ໝາກ​ລະແຊັງ. ຊັບດີ​ຄົນ​ຊິບມີ​ເບິ່ງແຍງບ່ອນ​ມ້ຽນ​ເຫຼົ້າ​ແວງ. 28  ບາອານຮານານ​ຄົນເກເດ​ເບິ່ງແຍງ​ສວນ​ໝາກ​ກອກ​ແລະຕົ້ນ​ຊີ​ກາ​ມົນ*+​ຢູ່​ເຊເຟລາ.+ ໂຢອາດ​ເບິ່ງແຍງບ່ອນ​ມ້ຽນນ້ຳມັນ​ໝາກ​ກອກ. 29  ຊິດຣາຍ​ຄົນ​ຊາໂຣນ​ເບິ່ງແຍງຝູງ​ງົວທີ່​ຢູ່​ຊາໂຣນ.+ ຊາຟາດ​ລູກຊາຍ​ຂອງ​ອາດະລາຍ​ເບິ່ງແຍງ​ຝູງ​ງົວ​ທີ່​ຢູ່ທົ່ງພຽງ. 30  ໂອບິນ​ຄົນ​ອິດຊະມາເອນ​ເບິ່ງແຍງ​ຝູງ​ອູດ. ເຢເດຢາ​ຄົນ​ເມໂຣໂນດ​ເບິ່ງແຍງ​ຝູງ​ລາ.* 31  ຢາຊິດ​ຄົນ​ຮັກກິດ​ເບິ່ງແຍງຝູງ​ແກະ. ທັງໝົດ​ນີ້​ແມ່ນ​ພວກ​ຫົວໜ້າ​ທີ່​ເບິ່ງແຍງ​ຊັບສິນ​ຂອງ​ກະສັດ​ດາວິດ. 32  ໂຢນາທານ+​ຫຼານ​ຊາຍ​ຂອງ​ດາວິດ​ເປັນ​ທີ່​ປຶກສາ​ແລະ​ເປັນ​ເລຂາ​ຂອງ​ກະສັດ. ລາວ​ເປັນ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ. ເຢຮີເອນ​ລູກຊາຍ​ຂອງ​ຮັກໂມນີ​ເປັນ​ຜູ້​ເບິ່ງແຍງ​ພວກ​ລູກຊາຍ​ຂອງ​ກະສັດ.+ 33  ອາຮີໂທເຟັນ+​ເປັນ​ທີ່​ປຶກສາ​ຂອງ​ກະສັດ. ຮູຊາຍ+​ຄົນ​ອາຄີ​ເປັນ​ໝູ່​ສະໜິດ​ຂອງ​ກະສັດ. 34  ຫຼັງ​ຈາກ​ອາຮີໂທເຟັນ​ບໍ່​ໄດ້​ເປັນທີ່​ປຶກສາ​ແລ້ວ ເຢໂຮຢາດາ​ລູກຊາຍ​ຂອງ​ເບນາຢາ+​ແລະ​ອາບີອາທາ+​ກໍ​ເປັນ​ແທນ. ໂຢອາບ+​ເປັນ​ຫົວໜ້າ​ກອງທັບ​ຂອງ​ກະສັດ.

ຂໍຄວາມໄຂເງື່ອນ

ຕົ້ນ​ໝາກເດື່ອ​ຊະນິດໜຶ່ງ
ແປ​ຕາມ​ໂຕ​ວ່າ “ລາ​ໂຕ​ແມ່”