ຂ່າວຄາວ​ສະບັບ​ທີ​ໜຶ່ງ 28:1-21

  • ດາວິດ​ເວົ້າ​ເລື່ອງ​ການ​ສ້າງ​ວິຫານ (1-​8)

  • ດາວິດ​ສອນ​ໂຊໂລໂມນ​ແລະ​ເອົາ​ແບບ​ກໍ່​ສ້າງ​ໃຫ້​ລາວ (9-​21)

28  ດາວິດ​ໄດ້​ເອີ້ນ​ພວກ​ເຈົ້ານາຍ​ທຸກ​ຄົນ​ໃນ​ອິດສະຣາເອນ​ມາ​ເມືອງ​ເຢຣູຊາເລັມ. ຄົນ​ເຫຼົ່ານັ້ນ​ມີ: ພວກ​ຫົວໜ້າ​ຕະກູນ ພວກຫົວໜ້າກອງ​ທະຫານ​ຂອງ​ກະສັດ+ ພວກ​ຫົວໜ້າ​ກອງ​ພັນ ພວກ​ຫົວໜ້າ​ກອງ​ຮ້ອຍ+ ພວກ​ຫົວໜ້າ​ທີ່​ເບິ່ງແຍງ​ຊັບສິນ​ແລະ​ຝູງ​ສັດ​ທັງໝົດ​ຂອງ​ກະສັດ+​ກັບ​ຂອງພວກລູກຊາຍ​ກະສັດ+ ພວກ​ທີ່​ເຮັດ​ວຽກ​ຢູ່​ໃນ​ວັງ ຄົນ​ທີ່​ກ້າຫານ​ແລະ​ຄົນ​ທີ່​ມີ​ຄວາມ​ສາມາດ.+  ກະສັດ​ດາວິດ​ຢືນ​ຂຶ້ນ​ແລ້ວ​ເວົ້າ​ວ່າ: “ພີ່ນ້ອງ​ຂອງ​ຂ້ອຍ​ແລະ​ປະຊາຊົນ​ຂອງ​ຂ້ອຍ ຂໍ​ໃຫ້​ຟັງ​ຂ້ອຍ. ໃຈ​ແທ້​ໆ​ຂ້ອຍ​ຢາກ​ສ້າງ​ວິຫານ​ເພື່ອ​ເປັນ​ບ່ອນ​ໄວ້​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ແລະ​ເປັນ​ບ່ອນ​ວາງ​ຕີນ​ສຳລັບ​ພະເຈົ້າ​ຂອງ​ເຮົາ+ ແລະ​ຂ້ອຍ​ກໍ​ກຽມ​ທີ່​ຈະ​ສ້າງ​ແລ້ວ.+  ແຕ່​ພະເຈົ້າ​ທ່ຽງແທ້​ບອກ​ຂ້ອຍ​ວ່າ ‘ເຈົ້າ​ຈະ​ບໍ່​ໄດ້​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ເຮົາ+ ຍ້ອນ​ເຈົ້າ​ເຮັດ​ສົງຄາມ​ແລະ​ຂ້າ​ຄົນຕາຍຫຼາຍ.’+  ແຕ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ເລືອກ​ຂ້ອຍ​ຈາກ​ຕະກູນ​ຂອງ​ພໍ່​ຂ້ອຍ​ໃຫ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ຕະຫຼອດ​ໄປ.+ ເພິ່ນ​ໄດ້​ເລືອກ​ຢູດາ​ໃຫ້​ເປັນ​ຜູ້​ນຳ.+ ໃນ​ຕະກູນ​ຢູດາ ເພິ່ນ​ໄດ້ເລືອກຕະກູນ​ຂອງ​ພໍ່​ຂ້ອຍ+ ແລະ​ໃນ​ພວກ​ລູກຊາຍ​ຂອງ​ພໍ່​ຂ້ອຍ ເພິ່ນ​ໄດ້​ເລືອກ​ຂ້ອຍ​ໃຫ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ.+  ພະ​ເຢໂຫວາ​ໄດ້​ໃຫ້​ຂ້ອຍ​ມີ​ລູກຊາຍ​ຫຼາຍ​ຄົນ+ ແລະ​ໃນ​ພວກ​ລູກຊາຍ​ຂອງ​ຂ້ອຍ ພະ​ເຢໂຫວາ​ໄດ້​ເລືອກ​ໂຊໂລໂມນ+​ໃຫ້​ນັ່ງ​ເທິງ​ບັນລັງ​ທີ່​ເພິ່ນ​ຈັດ​ໃຫ້​ເພື່ອ​ປົກຄອງ​ອິດສະຣາເອນ.+  ເພິ່ນ​ບອກ​ຂ້ອຍ​ວ່າ ‘ໂຊໂລໂມນ​ລູກຊາຍ​ຂອງ​ເຈົ້າ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ແລະ​ເດີ່ນ​ວິຫານ​ໃຫ້​ເຮົາ ຍ້ອນ​ເຮົາ​ເລືອກ​ລາວ​ໃຫ້​ເປັນ​ລູກຊາຍ​ຂອງ​ເຮົາ​ແລະ​ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ.+  ເຮົາ​ຈະ​ໃຫ້​ລາວ​ປົກຄອງ​ຢ່າງ​ໝັ້ນຄົງ​ຕະຫຼອດ​ໄປ+ ຖ້າ​ລາວ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ​ແລະ​ເຮັດ​ຕາມ​ການ​ຕັດສິນ​ຂອງ​ເຮົາ+​ຄື​ກັບ​ທີ່​ລາວ​ເຮັດ​ຢູ່​ໃນ​ຕອນ​ນີ້.’  ຂ້ອຍ​ຂໍ​ເວົ້າ​ຕໍ່​ໜ້າປະຊາຊົນຂອງ​ພະ​ເຢໂຫວາ​ທຸກ​ຄົນ​ແລະຕໍ່ໜ້າ​ພະເຈົ້າ​ຂອງ​ພວກ​ເຮົາ​ວ່າ ໃຫ້​ພວກ​ເຈົ້າເຊື່ອຟັງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຢູ່​ແຜ່ນດິນ​ທີ່​ດີ​ນີ້​ຕໍ່​ໄປ+ ແລະ​ເອົາ​ແຜ່ນດິນ​ນີ້​ເປັນ​ມູນ​ມໍລະດົກ​ໃຫ້​ລູກຫຼານ​ຂອງ​ພວກ​ເຈົ້າຕໍ່​ໆ​ໄປ.  ໂຊໂລໂມນ​ລູກ​ພໍ່ ລູກ​ຕ້ອງ​ຮູ້ຈັກ​ພະເຈົ້າ​ຂອງ​ພໍ່. ໃຫ້​ລູກ​ຮັບໃຊ້​ເພິ່ນ​ດ້ວຍ​ສຸດ​ຫົວໃຈ+​ແລະ​ຢ່າງ​ມີ​ຄວາມສຸກ* ຍ້ອນ​ພະ​ເຢໂຫວາ​ກວດ​ເບິ່ງ​ຫົວໃຈ​ຂອງ​ທຸກ​ຄົນ+​ແລະ​ຮູ້​ຄວາມຄິດ​ທຸກ​ຢ່າງ.+ ຖ້າ​ລູກ​ຊອກ​ຫາ​ເພິ່ນ ລູກ​ກໍ​ຈະ​ພົບ​ເພິ່ນ+ ແຕ່​ຖ້າ​ລູກ​ຖິ້ມ​ເພິ່ນ ເພິ່ນ​ກໍ​ຈະ​ຖິ້ມ​ລູກ​ຕະຫຼອດ​ໄປ.+ 10  ພະ​ເຢໂຫວາ​ເລືອກ​ລູກ​ໃຫ້​ສ້າງ​ວິຫານ​ທີ່​ສັກສິດ​ຂອງ​ເພິ່ນ. ໃຫ້​ລູກ​ກ້າຫານ​ແລະ​ເລີ່ມ​ເຮັດ​ໂລດ.” 11  ຈາກ​ນັ້ນ ດາວິດ​ໄດ້​ເອົາ​ແບບ​ກໍ່​ສ້າງ+​ໃຫ້​ໂຊໂລໂມນ​ລູກຊາຍ​ຂອງ​ລາວ. ໃນ​ແບບ​ນັ້ນ​ມີ: ຫ້ອງ​ທີ່​ຢູ່​ທາງ​ເຂົ້າ​ທາງ​ໜ້າ+ ຫ້ອງ​ມ້ຽນ​ເຄື່ອງ ຫ້ອງ​ຊັ້ນ​ເທິງ ຫ້ອງ​ຕ່າງ​ໆ​ທີ່​ຢູ່​ທາງ​ໃນ ຫ້ອງ​ທີ່​ພະເຈົ້າ​ຍົກ​ໂທດ​ຄວາມ​ຜິດ*​ກັບຫ້ອງ​ອື່ນ​ໆ​+ 12  ເດີ່ນ​ວິຫານ​ຂອງ​ພະ​ເຢໂຫວາ+ ຫ້ອງ​ກິນ​ເຂົ້າ​ອ້ອມ​ວິຫານ ຄັງ​ຊັບສິນ​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້ ແລະ​ຄັງ​ຊັບສິນ​ສຳລັບ​ເຄື່ອງ​ຕ່າງ​ໆ​ທີ່​ບໍລິສຸດ.*+ ພະເຈົ້າ​ໃຊ້​ພະລັງບໍລິສຸດ​ຂອງ​ເພິ່ນ​ເພື່ອ​ຊ່ວຍ​ດາວິດ​ໃຫ້​ຮູ້​ວ່າ*​ວິຫານ​ຕ້ອງ​ເປັນ​ແບບ​ໃດ. 13  ດາວິດສອນໂຊໂລໂມນ​ກ່ຽວ​ກັບ​ວິທີ​ແບ່ງ​ພວກ​ປະໂລຫິດ+​ແລະ​ພວກເລວີເປັນ​ກຸ່ມ ເລື່ອງ​ໜ້າ​ທີ່​ຕ່າງ​ໆ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ເລື່ອງ​ເຄື່ອງ​ໃຊ້​ຕ່າງ​ໆ​ທີ່​ໃຊ້​ໃນ​ການ​ນະມັດສະການ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. 14  ນອກຈາກນັ້ນ ດາວິດ​ຍັງ​ບອກ​ໂຊໂລໂມນ​ວ່າ​ຕ້ອງ​ໃຊ້​ຄຳ​ແລະ​ເງິນ​ໜັກ​ເທົ່າ​ໃດ​ເພື່ອ​ເຮັດ​ເຄື່ອງ​ໃຊ້​ທີ່​ເປັນ​ເງິນ​ເປັນ​ຄຳ​ໃນ​ການ​ນະມັດສະການ 15  ຕ້ອງ​ໃຊ້​ເງິນ​ແລະ​ຄຳ​ໜັກ​ເທົ່າ​ໃດ​ເພື່ອ​ເຮັດ​ຂາ​ຕະກຽງ​ເງິນ ຂາ​ຕະກຽງ​ຄຳ+ ຕະກຽງ​ເງິນ​ແລະ​ຕະກຽງ​ຄຳ 16  ຕ້ອງ​ໃຊ້​ຄຳ​ໜັກ​ເທົ່າ​ໃດ​ເພື່ອ​ເຮັດ​ໂຕະ​ຄຳ​ສຳລັບ​ວາງ​ເຂົ້າຈີ່​ທີ່ຢອງຊ້ອນ​ກັນ*+ ຕ້ອງ​ໃຊ້​ເງິນ​ໜັກ​ເທົ່າ​ໃດ​ເພື່ອ​ເຮັດ​ໂຕະ​ເງິນ 17  ແລະ​ຕ້ອງ​ໃຊ້​ຄຳ​ແທ້​ໜັກ​ເທົ່າ​ໃດ​ເພື່ອ​ເຮັດ​ສ້ອມ ຖ້ວຍ ໂຖ​ໃສ່​ນ້ຳ ແລະ​ຕ້ອງ​ໃຊ້​ເງິນ​ແລະ​ຄຳ​ໜັກ​ເທົ່າ​ໃດ​ເພື່ອ​ເຮັດ​ຖ້ວຍ​ນ້ອຍ​ເງິນ​ຖ້ວຍ​ນ້ອຍ​ຄຳ.+ 18  ດາວິດ​ຍັງ​ບອກ​ວ່າ​ຕ້ອງ​ໃຊ້​ຄຳ​ແທ້​ໜັກ​ເທົ່າ​ໃດ​ເພື່ອ​ເຮັດ​ແທ່ນ​ບູຊາ​ເຜົາ​ເຄື່ອງ​ຫອມ+​ແລະ​ເພື່ອ​ເຮັດ​ເຄຣູບ+​ເຊິ່ງ​ໝາຍ​ເຖິງ​ລາຊະລົດຂອງ​ພະເຈົ້າ.*+ ເຄຣູບ​ນີ້​ພື​ປີກ​ອອກ​ແລະ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ກໍ​ຢູ່​ກ້ອງ​ປີກ​ຂອງ​ເຄຣູບ. 19  ດາວິດ​ເວົ້າ​ກັບ​ໂຊໂລໂມນ​ວ່າ: “ພະ​ເຢໂຫວາ​ໄດ້​ຊີ້​ນຳ​ພໍ່​ແລະ​ຊ່ວຍ​ພໍ່​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ເພື່ອ​ຈະ​ແຕ້ມ​ແບບ​ກໍ່​ສ້າງ​ນີ້​ໄດ້.”+ 20  ດາວິດ​ເວົ້າ​ກັບ​ໂຊໂລໂມນ​ຕື່ມ​ອີກ​ວ່າ: “ໃຫ້​ລູກ​ກ້າຫານ ເຂັ້ມແຂງ ແລະ​ເລີ່ມ​ເຮັດ​ໂລດ. ລູກ​ບໍ່​ຕ້ອງ​ຢ້ານ​ເພາະ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພໍ່​ຢູ່​ກັບ​ລູກ+ ເພິ່ນ​ຈະ​ບໍ່​ປະ​ຖິ້ມ​ລູກ.+ ພະ​ເຢໂຫວາ​ຈະ​ຢູ່​ກັບ​ລູກ​ຈົນ​ລູກ​ສ້າງວິຫານຂອງ​ເພິ່ນ​ແລ້ວ. 21  ພວກ​ປະໂລຫິດ​ແລະ​ພວກເລວີ​ທີ່​ແບ່ງ​ເປັນ​ກຸ່ມ+​ກໍ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. ຄົນ​ທີ່​ເຮັດ​ວຽກ​ເກັ່ງ​ແລະ​ຄົນ​ທີ່​ເຕັມ​ໃຈ​ເຮັດ​ວຽກ​ກໍ​ຢູ່​ນຳ​ລູກ​ແລ້ວ+ ແລະ​ພວກ​ຫົວໜ້າ+​ກັບ​ປະຊາຊົນ​ຈະ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ລູກ​ບອກ.”

ຂໍຄວາມໄຂເງື່ອນ

ຫຼື “ແລະ​ດ້ວຍ​ຄວາມ​ເຕັມໃຈ”
ຫຼື “ຫ້ອງ​ທີ່​ເອົາ​ຝາ​ຫີບ​ໄວ້.” ໝາຍເຖິງ​ຝາ​ຂອງ​ຫີບ​ສັນຍາ.
ຫຼື “ສິ່ງ​ຕ່າງ​ໆ​ທີ່​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ”
ຫຼື “ພະເຈົ້າ​ດົນ​ໃຈ​ດາວິດ​ເພື່ອ​ຊ່ວຍ​ໃຫ້​ລາວ​ຮູ້​ວ່າ”
ໝາຍເຖິງ​ເຂົ້າຈີ່​ທີ່​ຕັ້ງ​ໄວ້. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ລົດ​ທີ່​ກະສັດ​ໃຊ້​ໃນ​ສະໄໝ​ບູຮານ