ຂ່າວຄາວ​ສະບັບ​ທີ​ໜຶ່ງ 29:1-30

  • ການ​ບໍລິຈາກ​ໃຫ້​ວິຫານ (1-​9)

  • ຄຳ​ອະທິດຖານ​ຂອງ​ດາວິດ (10-​19)

  • ປະຊາຊົນ​ມີ​ຄວາມ​ສຸກ; ໂຊໂລໂມນ​ເປັນ​ກະສັດ (20-​25)

  • ດາວິດ​ຕາຍ (26-​30)

29  ກະສັດ​ດາວິດ​ເວົ້າ​ກັບ​ທຸກ​ຄົນ​ທີ່​ລາວ​ເອີ້ນ​ມາ​ວ່າ: “ພະເຈົ້າ​ໄດ້​ເລືອກ​ໂຊໂລໂມນ​ລູກຊາຍ​ຂອງ​ຂ້ອຍ+ ແຕ່​ລາວ​ຍັງ​ນ້ອຍ​ແລະ​ບໍ່​ມີ​ປະສົບການ.+ ວຽກ​ນີ້​ເປັນ​ວຽກ​ທີ່​ໃຫຍ່​ຫຼາຍ ຍ້ອນ​ເປັນ​ການ​ສ້າງ​ວິຫານ​ໃຫ້​ພະ​ເຢໂຫວາ​ພະເຈົ້າ+ ບໍ່​ແມ່ນ​ສ້າງ​ໃຫ້​ມະນຸດ.  ຂ້ອຍ​ໄດ້​ພະຍາຍາມ​ກຽມ​ທຸກ​ຢ່າງ​ເພື່ອ​ສ້າງ​ວິຫານ​ພະເຈົ້າ​ຂອງ​ຂ້ອຍ. ຂ້ອຍ​ໄດ້​ກຽມ​ເງິນ ຄຳ ທອງແດງ ເຫຼັກ+ ໄມ້+ ຫີນໂອນິກ ຫີນ​ພິເສດ​ທີ່​ຕິດ​ໃສ່​ປູນ​ໄດ້ ຫີນ​ກ້ອນ​ນ້ອຍ​ໆ​ທີ່​ເອົາ​ມາ​ເຮັດ​ເປັນ​ລວດລາຍ​ໄດ້ ເພັດນິນຈິນດາ​ທຸກ​ຊະນິດ ແລະ​ຫີນ​ອ່ອນ​ຈຳນວນ​ຫຼາຍ.  ຍ້ອນ​ຂ້ອຍ​ຮັກ​ວິຫານ​ພະເຈົ້າ​ຂອງ​ຂ້ອຍ​ຫຼາຍ+ ຂ້ອຍ​ບໍ່​ພຽງ​ແຕ່​ກຽມ​ສິ່ງ​ຕ່າງ​ໆ​ໄວ້​ເພື່ອ​ສ້າງ​ວິຫານ​ທີ່​ບໍລິສຸດ​ຫຼັງ​ນີ້ ແຕ່​ຂ້ອຍ​ຈະ​ບໍລິຈາກ​ເງິນ​ຄຳ​ທີ່​ເປັນ​ຂອງ​ຂ້ອຍ​ເອງ+​ໃຫ້​ວິຫານ​ພະເຈົ້າ​ຂອງ​ຂ້ອຍ​ນຳ.  ຂ້ອຍຈະເອົາ​ຄຳ​ຈາກ​ໂອຟີ+​ໜັກ 3.000 ຕະລັນ* ແລະ​ເງິນ​ແທ້​ໜັກ 7.000 ຕະລັນ*​ໃຫ້​ເພື່ອ​ໂອບຝາຂອງ​ຫ້ອງ​ຕ່າງ​ໆ​ໃນ​ວິຫານ  ແລະ​ເພື່ອ​ເຮັດ​ເຄື່ອງ​ໃຊ້​ທີ່​ເປັນ​ເງິນ​ເປັນ​ຄຳ​ກັບ​ເຄື່ອງ​ໃຊ້​ທຸກ​ຢ່າງ​ທີ່​ພວກ​ຊ່າງ​ຈະ​ເຮັດ. ຕອນ​ນີ້​ມີ​ໃຜ​ອີກ​ບໍ​ທີ່ຢາກບໍລິຈາກ​ໃຫ້​ພະ​ເຢໂຫວາ?”+  ພວກ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ ພວກ​ຫົວໜ້າ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ ພວກ​ຫົວໜ້າ​ກອງ​ພັນ ພວກ​ຫົວໜ້າ​ກອງ​ຮ້ອຍ+ ແລະ​ພວກ​ຫົວໜ້າ​ທີ່​ເບິ່ງແຍງ​ວຽກ​ຕ່າງ​ໆ​ຂອງ​ກະສັດ+​ກໍ​ເອົາ​ຊັບສິນ​ຂອງ​ເຂົາເຈົ້າ​ມາ​ບໍລິຈາກ​ດ້ວຍ​ຄວາມ​ເຕັມ​ໃຈ.  ສິ່ງ​ທີ່ເຂົາເຈົ້າບໍລິຈາກ​ໃຫ້​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ມີ: ຄຳ​ໜັກ 5.000 ຕະລັນ* ຫຼຽນ​ດາຣິກ 10.000 ຫຼຽນ* ເງິນ​ໜັກ 10.000 ຕະລັນ* ທອງແດງ​ໜັກ 18.000 ຕະລັນ* ແລະ​ເຫຼັກ​ໜັກ 100.000 ຕະລັນ.*  ຜູ້​ທີ່​ມີ​ເພັດນິນຈິນດາ​ກໍ​ເອົາ​ມາ​ບໍລິຈາກ​ໃຫ້​ຄັງ​ຊັບສິນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. ເຢຮີເອນ+​ລູກຫຼານ​ຂອງ​ເກໂຊນ+​ເປັນ​ຜູ້​ເບິ່ງແຍງ​ຄັງ​ຊັບສິນ​ນີ້.  ເຂົາເຈົ້າ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ບໍລິຈາກ​ສິ່ງ​ຂອງ​ໃຫ້​ພະ​ເຢໂຫວາ​ດ້ວຍ​ສຸດ​ຫົວໃຈ.+ ກະສັດ​ດາວິດ​ກໍ​ມີ​ຄວາມສຸກ​ຫຼາຍ​ຄື​ກັນ. 10  ດາວິດ​ສັນລະເສີນ​ພະ​ເຢໂຫວາ​ຕໍ່​ໜ້າ​ທຸກ​ຄົນ​ທີ່​ລາວ​ເອີ້ນ​ມາ​ວ່າ: “ຂໍ​ໃຫ້ພະ​ເຢໂຫວາ ພະເຈົ້າ​ຂອງ​ອິດສະຣາເອນ​ທີ່​ເປັນປູ່ຍ່າຕານາຍຂອງ​ພວກ​ເຮົາໄດ້​ຮັບ​ການ​ສັນລະເສີນ​ຕະຫຼອດ​ໄປ. 11  ພະ​ເຢໂຫວາ ພະອົງ​ຍິ່ງໃຫຍ່+ ມີ​ລິດເດດ+ ມີກຽດຕິຍົດແລະ​ສະຫງ່າ​ລາສີ+ ຍ້ອນ​ວ່າ​ທຸກ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ​ເປັນ​ຂອງ​ພະອົງ.+ ພະ​ເຢໂຫວາ ພະອົງ​ເປັນກະສັດ+​ແລະຢູ່​ເໜືອທຸກ​ຄົນ. 12  ຄວາມ​ຮັ່ງມີ​ແລະ​ກຽດຕິຍົດ​ມາ​ຈາກ​ພະອົງ.+ ພະອົງ​ປົກຄອງ​ທຸກ​ສິ່ງ.+ ພະອົງ​ມີພະລັງອຳນາດ.+ ພະອົງ​ສາມາດ​ເຮັດ​ໃຫ້​ໃຜ​ກໍ​ໄດ້ຍິ່ງໃຫຍ່+​ແລະ​ເຂັ້ມແຂງ​ຂຶ້ນ.+ 13  ພະເຈົ້າ​ຂອງ​ພວກ​ເຮົາ ຕອນ​ນີ້​ພວກ​ເຮົາ​ຂໍ​ຂອບໃຈ​ແລະ​ຂໍ​ສັນລະເສີນຊື່ທີ່​ມີ​ກຽດ​ຂອງ​ພະອົງ. 14  ລູກ​ກັບ​ປະຊາຊົນ​ຂອງ​ລູກ​ບໍ່​ມີ​ຄວາມສຳຄັນຫຍັງ​ເລີຍ. ພວກ​ເຮົາ​ຊິ​ເອົາ​ສິ່ງ​ຂອງ​ທັງໝົດ​ນີ້​ມາ​ໃຫ້​ພະອົງ​ໄດ້​ແນວໃດ ເພາະ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ກໍ​ເປັນ​ຂອງ​ພະອົງ​ຢູ່​ແລ້ວ. ອັນ​ໃດ​ກໍ​ຕາມ​ທີ່​ພວກ​ເຮົາ​ເອົາ​ມາ​ໃຫ້​ກໍ​ມາ​ຈາກ​ພະອົງ. 15  ສຳລັບ​ພະອົງແລ້ວ ພວກ​ເຮົາ​ເປັນ​ຄື​ກັບ​ຄົນ​ຕ່າງ​ຊາດ​ທີ່​ຍ້າຍ​ມາ​ຢູ່​ຊົ່ວຄາວ ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ກໍ​ເປັນ​ແບບ​ນັ້ນ​ຄື​ກັນ.+ ຊີວິດຂອງ​ພວກ​ເຮົາ​ເປັນ​ຄື​ກັບ​ເງົາ+​ທີ່​ຢູ່ໄດ້​ບໍ່​ດົນ. 16  ພະ​ເຢໂຫວາ ພະເຈົ້າ​ຂອງ​ພວກ​ເຮົາ ສິ່ງ​ຂອງ​ທີ່​ມີ​ຄ່າ​ທັງ​ໝົດ​ນີ້​ທີ່​ພວກ​ເຮົາ​ໄດ້​ກຽມ​ໄວ້ສ້າງວິຫານ​ເພື່ອສັນລະເສີນຊື່​ທີ່​ບໍລິສຸດ​ຂອງ​ພະອົງ​ກໍ​ມາ​ຈາກ​ພະອົງ. ທັງໝົດ​ນີ້​ເປັນ​ຂອງ​ພະອົງ. 17  ພະເຈົ້າ​ຂອງ​ລູກ ລູກ​ຮູ້​ດີ​ວ່າ​ພະອົງ​ກວດ​ເບິ່ງ​ຫົວໃຈ+​ແລະ​ພໍ​ໃຈ​ຄົນ​ທີ່​ສັດ​ຊື່.+ ລູກ​ຂໍ​ມອບ​ສິ່ງ​ຂອງ​ທັງໝົດ​ນີ້​ໃຫ້​ພະອົງ​ຈາກ​ໃຈ ແລະ​ລູກ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ປະຊາຊົນ​ຂອງ​ພະອົງ​ທີ່​ຢູ່​ນີ້​ເອົາ​ສິ່ງ​ຂອງ​ມາ​ມອບ​ໃຫ້​ພະອົງ​ດ້ວຍ​ຄວາມ​ເຕັມ​ໃຈ. 18  ພະ​ເຢໂຫວາ ພະເຈົ້າ​ຂອງ​ອັບຣາຮາມ ອີຊາກ ແລະ​ອິດສະຣາເອນ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ ຂໍ​ພະອົງຊ່ວຍປະຊາຊົນ​ເຫຼົ່ານີ້​ໃຫ້​ມີ​ນ້ຳໃຈ​ທີ່​ຈະ​ໃຫ້​ດ້ວຍ​ຄວາມ​ເຕັມ​ໃຈ​ແບບ​ນີ້​ຕະຫຼອດ​ໄປ ແລະ​ໃຫ້​ເຂົາເຈົ້າ​ຮັບໃຊ້​ພະອົງ​ດ້ວຍ​ສຸດ​ຫົວໃຈ.+ 19  ຂໍ​ພະອົງ​ຊ່ວຍ​ໂຊໂລໂມນ​ລູກຊາຍ​ຂອງ​ລູກ​ໃຫ້​ເຊື່ອ​ຟັງ​ພະອົງ​ດ້ວຍສຸດຫົວໃຈ.+ ຂໍ​ພະອົງ​ຊ່ວຍ​ລາວ​ໃຫ້ເຮັດຕາມ​ຄຳ​ສັ່ງ+ ຂໍ້​ເຕືອນ​ໃຈ ແລະ​ກົດໝາຍ​ຂອງ​ພະອົງ. ຂໍ​ພະອົງ​ຊ່ວຍ​ລາວ​ໃຫ້​ສ້າງ​ວິຫານ​ທີ່​ລູກ​ໄດ້​ກຽມ​ທຸກ​ຢ່າງ​ໄວ້​ແລ້ວ.”+ 20  ຈາກ​ນັ້ນ ດາວິດ​ກໍ​ເວົ້າ​ກັບ​ທຸກ​ຄົນ​ທີ່​ລາວ​ເອີ້ນ​ມາ​ວ່າ: “ຕອນ​ນີ້ ຂໍ​ໃຫ້​ສັນລະເສີນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.” ແລ້ວ​ເຂົາເຈົ້າ​ກໍ​ສັນລະເສີນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ​ແລະ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບຖື​ຕໍ່​ພະ​ເຢໂຫວາ​ແລະ​ກະສັດ. 21  ເຂົາເຈົ້າ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາຫຼາຍ​ແທ້​ຫຼາຍ​ວ່າ ແລະ​ເຜົາ​ເຄື່ອງ​ບູຊາ+​ໃຫ້​ພະ​ເຢໂຫວາ​ຈົນຮອດ​ມື້​ຕໍ່​ໄປ. ເຄື່ອງ​ບູຊາ​ເຫຼົ່ານັ້ນ​ມີ: ງົວ​ໂຕ​ຜູ້ 1.000 ໂຕ ແກະ​ໂຕ​ຜູ້ 1.000 ໂຕ ແກະ​ນ້ອຍ​ໂຕ​ຜູ້ 1.000 ໂຕ ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ຕ້ອງ​ເອົາມາ​ພ້ອມ​ກັບ​ສັດ​ເຫຼົ່ານັ້ນ.+ ເຂົາເຈົ້າ​ເຜົາ​ເຄື່ອງ​ບູຊາ​ທັງໝົດ​ນີ້​ແທນ​ພວກ​ອິດສະຣາເອນ​ທຸກ​ຄົນ.+ 22  ໃນ​ມື້​ນັ້ນ​ເຂົາເຈົ້າ​ກິນ​ແລະ​ດື່ມ​ຢ່າງ​ມີ​ຄວາມສຸກ​ຕໍ່​ໜ້າ​ພະ​ເຢໂຫວາ.+ ເຂົາເຈົ້າ​ໄດ້​ແຕ່ງ​ຕັ້ງ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ເປັນ​ເທື່ອ​ທີ 2 ຕໍ່​ໜ້າ​ພະ​ເຢໂຫວາ+ ແລະ​ໄດ້​ແຕ່ງ​ຕັ້ງ​ຊາໂດກ​ໃຫ້​ເປັນ​ປະໂລຫິດ.+ 23  ໂຊໂລໂມນ​ນັ່ງ​ເທິງ​ບັນລັງ​ກະສັດ​ທີ່​ພະ​ເຢໂຫວາ​ຈັດ​ໃຫ້+​ແທນ​ດາວິດ​ພໍ່​ຂອງ​ລາວ. ໂຊໂລໂມນ​ປະສົບ​ຜົນ​ສຳເລັດ​ຫຼາຍ​ຢ່າງ​ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ກໍ​ເຊື່ອ​ຟັງ​ລາວ. 24  ພວກ​ເຈົ້ານາຍ+ ພວກ​ທະຫານທີ່​ເກັ່ງ​ໆ​+ ແລະ​ພວກ​ລູກຊາຍ​ທຸກ​ຄົນ​ຂອງ​ກະສັດ​ດາວິດ+​ກໍ​ຍອມ​ໃຫ້​ໂຊໂລໂມນ​ເປັນ​ກະສັດ​ປົກຄອງ​ເຂົາເຈົ້າ. 25  ພວກ​ອິດສະຣາເອນ​ທຸກ​ຄົນ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ໂຊໂລໂມນ​ໃຫ້​ເປັນ​ກະສັດ​ທີ່​ຍິ່ງໃຫຍ່​ກວ່າ​ກະສັດ​ທຸກ​ອົງ​ທີ່​ປົກຄອງ​ກ່ອນ​ລາວ.+ 26  ດາວິດ​ລູກຊາຍ​ຂອງ​ເຢຊີ​ເປັນ​ກະສັດ​ປົກຄອງ​ທົ່ວ​ອິດສະຣາເອນ. 27  ດາວິດ​ປົກຄອງ​ອິດສະຣາເອນ​ລວມ​ທັງໝົດ 40 ປີ. ລາວ​ປົກຄອງ​ຢູ່​ເມືອງ​ເຮັບໂຣນ 7 ປີ+ ແລະ​ຢູ່​ເມືອງ​ເຢຣູຊາເລັມ 33 ປີ.+ 28  ດາວິດ​ຕາຍ​ຕອນ​ທີ່​ເຖົ້າ​ຫຼາຍ​ແລ້ວ.+ ລາວ​ມີ​ຄວາມສຸກ​ຫຼາຍ ຮັ່ງ​ຫຼາຍ ແລະ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ. ຫຼັງຈາກ​ທີ່​ລາວ​ຕາຍ ໂຊໂລໂມນ​ລູກຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+ 29  ຊາມູເອນ​ຜູ້​ເຫັນ​ນິມິດ ຜູ້ພະຍາກອນ​ນາທານ+ ແລະ​ຄາດ+​ຜູ້​ເຫັນ​ນິມິດ​ໄດ້​ຂຽນ​ປະຫວັດ​ທັງໝົດ​ຂອງ​ກະສັດ​ດາວິດ. 30  ເຂົາເຈົ້າ​ໄດ້​ຂຽນ​ກ່ຽວ​ກັບ​ການ​ປົກຄອງ​ຂອງ​ດາວິດ ຄວາມ​ສຳເລັດ​ຂອງ​ລາວ ແລະ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ອິດສະຣາເອນ​ກັບ​ປະເທດ​ທີ່​ຢູ່​ອ້ອມ​ຂ້າງ​ໃນ​ສະໄໝ​ຂອງ​ລາວ.

ຂໍຄວາມໄຂເງື່ອນ

239.400 ກິໂລ​ກຣາມ
102.600 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ດາຣິກ​ແມ່ນ​ຫຼຽນ​ຄຳ​ຂອງ​ເປີເຊຍ. ເບິ່ງ​ພາກ​ຜະໜວກ ຂ14.
3.420.000 ກິໂລ​ກຣາມ
615.600 ກິໂລ​ກຣາມ
342.000 ກິໂລ​ກຣາມ
171.000 ກິໂລ​ກຣາມ