ຂ່າວຄາວ​ສະບັບ​ທີ​ໜຶ່ງ 4:1-43

  • ລູກ​ຫຼານ​ຄົນ​ອື່ນ​​ໆ​ຂອງ​ຢູດາ (1-​23)

    • ຢາເບດ​ແລະ​ຄຳ​ອະທິດຖານ​ຂອງ​ລາວ (9, 10)

  • ລູກ​ຫຼານ​ຂອງ​ຊີເມໂອນ (24-​43)

4  ຢູດາ​ມີ​ລູກ​ຊາຍ​ຊື່​ເປເຣດ+ ເຮຊະໂຣນ+ ກາມີ ຮູເຣ+ ແລະ​ໂຊບານ.+  ເຣອາຢາ​ລູກ​ຊາຍ​ຂອງ​ໂຊບານ​ເປັນ​ພໍ່​ຂອງ​ຢາຮາດ. ຢາຮາດ​ເປັນ​ພໍ່​ຂອງ​ອາຮຸມາຍ​ແລະ​ລາຮາດ. ເຂົາ​ເຈົ້າເປັນ​ຕົ້ນ​ຕະກູນ​ຂອງ​ພວກ​ໂຊຣາດ.+  ພໍ່​ຂອງ​ເອຕາມ+​ມີ​ລູກ​ຊາຍ​ຊື່​ເຢດຊະເຣເອນ ອີຊະມາ ແລະ​ອິດບັດ. ເຂົາ​ເຈົ້າ​ມີນ້ອງ​ສາວຊື່​ຮັດເຊເລເລນໂປນີ.  ເປນູເອນ​ເປັນ​ພໍ່​ຂອງ​ເກໂດເຣ ແລະ​ເອເຊ​ເປັນ​ພໍ່​ຂອງ​ຮູຊາ. ທັງ​ໝົດ​ນີ້​ແມ່ນ​ລູກ​ຫຼານ​ຂອງ​ຮູເຣ+​ທີ່​ເປັນ​ລູກ​ກົກ​ຂອງ​ເອຟຣາທາ​ແລະ​ເປັນ​ພໍ່​ຂອງ​ເບັດເລເຮັມ.+  ອາຊະຮູ+​ພໍ່​ຂອງ​ເຕໂກອາ+​ມີ​ເມຍ 2 ຄົນ​ຊື່​ເຮລາ​ແລະ​ນະອາຣາ.  ລູກ​ຊາຍ​ທີ່​ເກີດ​ຈາກ​ນະອາຣາ​ຊື່​ອາຮູດຊຳ ເຮເຟ ເຕເມນີ ແລະ​ຮາຮັດສະຕາຣີ. ທັງ​ໝົດ​ນີ້​ແມ່ນ​ລູກ​ຊາຍ​ຂອງ​ນະອາຣາ.  ລູກ​ຊາຍ​ທີ່​ເກີດ​ຈາກ​ເຮລາ​ຊື່​ເຊເຣັດ ອິດຊະຮາ ແລະ​ເອທານ.  ໂກເສ​ເປັນ​ພໍ່​ຂອງ​ອານຸບ​ແລະ​ໂຊເບບາ. ໂກເສ​ເປັນປູ່​ຍ່າ​ຕາ​ນາຍຂອງ​ພວກ​ລູກ​ຫຼານ​ອາຮາລະເຮນ​ທີ່​ເປັນ​ລູກ​ຊາຍ​ຂອງ​ຮາຣຸມ.  ຢາເບດ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ກວ່າ​ອ້າຍ​ນ້ອງ​ຂອງ​ລາວ. ແມ່​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ຢາເບດ*​ແລະ​ເວົ້າ​ວ່າ: “ຂ້ອຍ​ເກີດ​ລູກ​ຜູ້​ນີ້​ເຈັບ​ແທ້​ເຈັບ​ວ່າ.” 10  ຢາເບດ​ຮ້ອງ​ຫາ​ພະເຈົ້າ​ຂອງ​ອິດສະຣາເອນ​ວ່າ: “ຂໍ​ໃຫ້​ພະອົງ​ອວຍພອນຂ້ອຍ. ຂໍ​ໃຫ້​ເຂດ​ແດນ​ຂອງ​ຂ້ອຍ​ກວ້າງ​ອອກ​ໄປ. ຂໍ​ໃຫ້​ພະອົງ​ຢູ່​ກັບ​ຂ້ອຍ​ສະເໝີ ແລະ​ຂໍ​ໃຫ້​ພະອົງ​ປົກປ້ອງ​ຂ້ອຍ​ຈາກ​ສິ່ງ​ທີ່​ບໍ່​ດີ​ຕ່າງ​ໆ​.” ແລ້ວ​ພະເຈົ້າ​ກໍ​ໃຫ້​ຕາມ​ທີ່​ລາວ​ຂໍ. 11  ເກລຸບ​ເປັນ​ອ້າຍ​ຂອງ​ຊູຮາ​ແລະ​ເປັນ​ພໍ່​ຂອງ​ເມຮີ. ເມຮີ​ເປັນ​ພໍ່​ຂອງ​ເອຊະໂຕນ. 12  ເອຊະໂຕນ​ເປັນ​ພໍ່​ຂອງ​ເບັດຣາຟາ ປາເສອາ ແລະ​ເຕຮິນນາ. ເຕຮິນນາ​ເປັນ​ພໍ່​ຂອງ​ອີນາຮາດ. ທັງ​ໝົດ​ນີ້​ແມ່ນ​ຄົນ​ເຣກາ. 13  ເກນັດ​ມີ​ລູກ​ຊາຍ​ຊື່​ໂອດນີເອນ+​ແລະ​ເສຣາຢາ. ໂອດນີເອນ​ມີ​ລູກ​ຊາຍ​ຊື່​ຮາທັດ. 14  ເມໂອໂນທາຍ​ເປັນ​ພໍ່​ຂອງ​ໂອຟຣາ. ເສຣາຢາ​ເປັນ​ພໍ່​ຂອງ​ໂຢອາບ. ໂຢອາບ​ເປັນ​ພໍ່​ຂອງ​ຄົນ​ທີ່​ຢູ່​ເກຫະຣາຊິມ.* ບ່ອນ​ນີ້​ຖືກ​ເອີ້ນ​ວ່າ​ເກຫະຣາຊິມ​ກໍ​ຍ້ອນ​ເຂົາ​ເຈົ້າ​ເຮັດ​ວຽກ​ດ້ານ​ສີ​ໄມ້​ລາຍ​ມື​ເກັ່ງ​ທຸກ​ຢ່າງ. 15  ເຢຟຸນເນ​ມີ​ລູກ​ຊາຍ​ຊື່​ກາເລັບ.+ ກາເລັບ​ມີ​ລູກ​ຊາຍ​ຊື່​ອີຣູ ເອລາ ແລະ​ນາອາມ. ເອລາ​ມີ​ລູກ​ຊາຍ​ຊື່​ເກນັດ. 16  ເຢຮັນເລເລນ​ມີ​ລູກ​ຊາຍ​ຊື່​ຊິເຟ ຊີຟາ ຕີເຣຍ ແລະ​ອາສາເຣນ. 17  ເອຊະຣາ​ມີ​ລູກ​ຊາຍ​ຊື່​ເຢເທ ເມເຣດ ເອເຟ ແລະ​ຢາໂລນ. ເມຍ*​ຜູ້​ໜຶ່ງຂອງ​ເມເຣດ​ໄດ້​ເກີດ​ມີຣີອາມ ຊາມມາຍ ແລະ​ອິຊະບາ​ທີ່​ເປັນ​ພໍ່​ຂອງ​ເອຊະເຕມົວ. 18  (ເມຍ​ຂອງ​ເມເຣດ​ທີ່​ເປັນ​ຄົນ​ຢິວ​ໄດ້​ເກີດ​ລູກ​ຊື່ເຢເຣັດ ເຮເບ ແລະ​ເຢກູທີເອນ. ເຢເຣັດ​ເປັນ​ພໍ່​ຂອງ​ເກໂດເຣ. ເຮເບ​ເປັນ​ພໍ່​ຂອງ​ໂສໂກ ແລະ​ເຢກູທີເອນ​ເປັນ​ພໍ່​ຂອງ​ຊາໂນອາ.) ທັງ​ໝົດ​ນີ້​ແມ່ນ​ລູກ​ຂອງ​ບີທີຢາ​ລູກ​ສາວ​ຂອງ​ຟາໂຣ*​ທີ່​ເມເຣດ​ແຕ່ງ​ດອງ​ນຳ. 19  ເມຍ​ຂອງ​ໂຮດີຢາ​ເປັນ​ເອື້ອຍ​ນ້ອງ​ກັບ​ນາຮາມ. ລູກ​ຊາຍ​ຂອງ​ລາວ​ເປັນ​ພໍ່​ຂອງ​ເກອີລາ​ຄົນ​ຄາເຣມຽນ​ແລະ​ເອຊະເຕມົວ​ຄົນ​ມາອາກາ. 20  ຊີມອນ​ມີ​ລູກ​ຊາຍ​ຊື່​ອຳໂນນ ຣິນນາ ເບັນຮານັນ ແລະ​ຕີໂລນ. ອີຊີ​ມີ​ລູກ​ຊາຍ​ຊື່​ໂຊເຮັດ​ແລະ​ເບັນໂຊເຮັດ. 21  ເຊລາ+​ລູກ​ຊາຍ​ຂອງ​ຢູດາ​ມີ​ລູກ​ຊາຍ​ຊື່​ເອຣະ​ທີ່​ເປັນ​ພໍ່​ຂອງ​ເລກາ ແລະ​ລາອາດາ​ທີ່​ເປັນ​ພໍ່​ຂອງ​ມາເຣຊາ. ລູກຫຼານ​ຂອງ​ອາຊະເບອາ​ທີ່​ເປັນ​ລູກຫຼານ​ຂອງ​ເຊລາ​ເປັນ​ຊ່າງ​ຕ່ຳ​ຜ້າ​ເນື້ອ​ດີ. 22  ເຊລາ​ຍັງ​ມີ​ລູກຫຼານ​ຊື່​ໂຢກີມ ໂຢອາດ ສາຣາບ ແລະ​ຢາຊູບີເລເຮັມ. ພວກ​ທີ່​ຢູ່​ໂກເຊບາ​ກໍ​ເປັນ​ລູກຫຼານ​ຂອງ​ເຊລາ​ຄື​ກັນ. ລູກຫຼານ​ຂອງ​ລາວບາງ​ຄົນ​ເອົາ​ເມຍຄົນ​ໂມອາບ. ຂໍ້​ມູນ​ເຫຼົ່ານີ້​ມາ​ຈາກ​ບັນທຶກ​ທີ່​ເກົ່າ​ແກ່​ຫຼາຍ.* 23  ເຂົາ​ເຈົ້າ​ເປັນ​ຊ່າງ​ປັ້ນ​ໝໍ້​ຢູ່​ເນຕາຢິມ​ແລະ​ເມືອງ​ເກເດຣາ. ເຂົາ​ເຈົ້າ​ຢູ່​ບ່ອນ​ນັ້ນ​ແລະ​ເຮັດ​ວຽກ​ໃຫ້​ກະສັດ. 24  ຊີເມໂອນ+​ມີລູກ​ຊາຍ*​ຊື່​ເນມູເອນ ຢາມິນ ຢາຣິບ ເຊຣາ ແລະ​ຊາອູນ.+ 25  ຊາອູນ​ມີ​ລູກ​ຊາຍ​ຊື່​ຊາລຶມ ຊາລຶມ​ມີ​ລູກ​ຊາຍ​ຊື່​ມິບສາມ ມິບສາມ​ມີ​ລູກ​ຊາຍ​ຊື່​ມິຊະມາ 26  ມິຊະມາ​ມີລູກ​ຊາຍຊື່​ຮາມມູເອນ ຮາມມູເອນ​ມີ​ລູກ​ຊາຍ​ຊື່​ຊາກູເຣ ຊາກູເຣ​ມີ​ລູກ​ຊາຍ​ຊື່​ຊິເມອີ. 27  ຊິເມອີ​ມີ​ລູກ​ຊາຍ 16 ຄົນ​ແລະ​ມີ​ລູກ​ສາວ 6 ຄົນ ແຕ່​ອ້າຍ​ນ້ອງ​ຂອງ​ລາວ​ບໍ່​ມີ​ລູກ​ຊາຍ​ຫຼາຍ​ສ່ຳ​ລາວ. ຄອບຄົວ​ຂອງ​ພວກ​ອ້າຍ​ນ້ອງ​ຊິເມອີບໍ່​ໃຫຍ່​ສ່ຳ​ກັບຄອບຄົວ​ຕ່າງ​ໆ​ໃນ​ຕະກູນ​ຢູດາ.+ 28  ເຂົາ​ເຈົ້າ​ຢູ່​ເມືອງ​ເບເອເຊບາ+ ເມືອງ​ໂມລາດາ+ ເມືອງ​ຮາຊາຊູອານ+ 29  ເມືອງ​ບິນຮາ ເມືອງ​ອີຢິມ+ ເມືອງ​ໂຕລາດ 30  ເມືອງ​ເບທູເອນ+ ເມືອງ​ໂຮມາ+ ເມືອງ​ຊິກລັກ+ 31  ເມືອງ​ເບັດມັກກາໂບດ ເມືອງ​ຮາຊາສູສີມ+ ເມືອງ​ເບັດບີຣີ ແລະ​ເມືອງ​ຊະອາຣາຢິມ. ເມືອງ​ທັງ​ໝົດ​ນີ້​ເປັນ​ຂອງ​ເຂົາ​ເຈົ້າ​ຈົນ​ຮອດ​ຕອນ​ທີ່​ດາວິດ​ປົກຄອງ. 32  ເຂົາ​ເຈົ້າ​ຍັງ​ຢູ່​ອີກ 5 ເມືອງ​ຄື: ເມືອງ​ເອຕາມ ເມືອງ​ອາອິນ ເມືອງ​ຣິມໂມນ ເມືອງ​ໂຕເກນ ແລະ​ເມືອງ​ອາຊານ.+ 33  ນອກຈາກນັ້ນ ເຂົາ​ເຈົ້າ​ຍັງ​ຢູ່​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ແອ້ມ​ເມືອງ​ເຫຼົ່ານັ້ນ​ໄກ​ຈົນ​ຮອດ​ເມືອງ​ບາອານ. ນີ້​ແມ່ນລາຍ​ຊື່ຜູ້​ທີ່​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ແລະ​ເມືອງ​ທີ່​ເຂົາ​ເຈົ້າ​ຢູ່. 34  ລູກຫຼານ​ຄົນ​ອື່ນ​ໆ​ຂອງ​ຊີເມໂອນ​ມີ: ເມໂຊບັບ ຢາມເລກ ໂຢຊາ​ລູກ​ຊາຍ​ຂອງ​ອາມາຊີຢາ 35  ໂຢເອນ ເຢຮູ (ເຢຮູ​ເປັນລູກ​ຊາຍ​ຂອງໂຢຊີບີອາ ໂຢຊີບີອາ​ເປັນ​ລູກ​ຊາຍ​ຂອງ​ເສຣາຢາ ເສຣາຢາ​ເປັນ​ລູກ​ຊາຍ​ຂອງ​ອາຊີເອນ) 36  ເອລີໂອນາຍ ຢາອາໂກບາ ເຢໂຊຮາຢາ ອາສາຢາ ອາດີເອນ ເຢສີມີເອນ ເບນາຢາ 37  ແລະ​ຊີຊາ​ລູກ​ຊາຍ​ຂອງ​ຊິບຟີ. ຊິບຟີ​ເປັນ​ລູກ​ຊາຍ​ຂອງ​ອັນໂລນ ອັນໂລນ​ເປັນ​ລູກ​ຊາຍ​ຂອງ​ເຢດາຢາ ເຢດາຢາ​ເປັນ​ລູກ​ຊາຍ​ຂອງ​ຊິມລີ ແລະ​ຊິມລີ​ເປັນ​ລູກ​ຊາຍ​ຂອງ​ເຊມາຢາ. 38  ທັງ​ໝົດ​ນີ້​ແມ່ນ​ລາຍ​ຊື່​ຂອງ​ຫົວ​ໜ້າໃນ​ຈຸ້ມເຈື້ອ​ຕ່າງ​ໆ​ແລະຈຸ້ມເຈື້ອ​ເຫຼົ່ານີ້ກໍ​ມີ​ຄົນ​ເພີ່ມ​ຂຶ້ນ​ຫຼາຍ. 39  ເຂົາ​ເຈົ້າ​ໄປໃກ້​ໆ​ເມືອງ​ເກໂດເຣ​ທີ່​ຢູ່​ທາງ​ທິດຕາເວັນອອກ​ຂອງ​ຮ່ອມ​ພູ​ເພື່ອ​ຊອກ​ທົ່ງ​ຫຍ້າ​ໃຫ້​ຝູງ​ສັດ. 40  ໃນ​ທີ່​ສຸດ ເຂົາ​ເຈົ້າ​ກໍ​ເຫັນ​ທົ່ງ​ຫຍ້າ​ທີ່​ກວ້າງ​ໆ​ແລະ​ຂຽວ​ງາມ ທັງ​ມິດ​ງຽບ​ແລະ​ບໍ່​ມີ​ສັດຕູ​ມາ​ໂຈມຕີ. ພວກ​ຮາມ+​ເຄີຍ​ຢູ່​ຫັ້ນ​ມາ​ກ່ອນ. 41  ໃນ​ສະໄໝ​ຂອງ​ເຮເຊກີຢາ+​ກະສັດ​ຂອງ​ຢູດາ ຄົນ​ທີ່​ມີ​ລາຍ​ຊື່​ທາງ​ເທິງ​ນີ້​ໄດ້​ທຳລາຍ​ເຕັ້ນ​ຂອງ​ພວກ​ຮາມ​ແລະ​ພວກ​ເມອູນີມ​ທີ່​ຢູ່​ຫັ້ນ. ເຂົາ​ເຈົ້າ​ໄດ້​ຂ້າ​ພວກ​ນີ້​ແລ້ວ​ກໍ​ເຂົ້າ​ມາ​ຢູ່​ແທນ ຍ້ອນ​ວ່າ​ມີ​ທົ່ງ​ຫຍ້າ​ສຳລັບ​ລ້ຽງ​ສັດ. 42  ເປລາຕີຢາ ນາອາຣີຢາ ເຣຟາຢາ ແລະ​ອຸດຊີເອນ​ລູກ​ຊາຍ​ຂອງ​ອີຊີ​ເປັນ​ຫົວ​ໜ້າ​ພາ​ພວກ​ຊີເມໂອນ 500 ຄົນ​ໄປ​ພູ​ເສອີ.+ 43  ເຂົາ​ເຈົ້າ​ໄດ້​ຂ້າ​ພວກ​ອາມາເລັກ+​ທີ່​ຍັງ​ເຫຼືອເຊິ່ງ​ໜີ​ມາ​ຢູ່​ຫັ້ນ ແລ້ວ​ເຂົາ​ເຈົ້າ​ກໍ​ຢູ່​ຫັ້ນ​ຈົນ​ຮອດ​ທຸກ​ມື້​ນີ້.

ຂໍຄວາມໄຂເງື່ອນ

ຊື່​ຢາເບດ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ເຈັບ​ປວດ”
ແປ​ວ່າ “ຮ່ອມພູ​ຂອງ​ຄົນ​ທີ່​ເຮັດ​ວຽກ​ດ້ານ​ສີໄມ້ລາຍມື​ເກັ່ງ​ທຸກ​ຢ່າງ”
ອາດ​ໝາຍເຖິງ​ບີທີຢາ​ໃນ​ຂໍ້ 18
ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ
ຫຼື “ຂໍ້ມູນ​ເຫຼົ່ານີ້​ມາ​ຈາກ​ການ​ເລົ່າ​ປາກ​ຕໍ່​ປາກ​ທີ່​ເກົ່າ​ແກ່​ຫຼາຍ”
ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ໝາຍເຖິງ​ລູກ​ຊາຍ ຫຼານ​ຊາຍ ຫຼື​ລູກ​ຫຼານ