ຂ່າວຄາວ​ສະບັບ​ທີ​ໜຶ່ງ 5:1-26

  • ລູກ​ຫຼານ​ຂອງ​ຣູເບັນ (1-​10)

  • ລູກ​ຫຼານ​ຂອງ​ຄາດ (11-​17)

  • ຊະນະ​ພວກ​ຮັກກິດ (18-​22)

  • ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ (23-​26)

5  ຣູເບັນ+​ເປັນ​ລູກ​ກົກ​ຂອງ​ອິດສະຣາເອນ ແລະຊື່​ຂອງ​ພວກ​ລູກ​ຊາຍລາວ​ຂຽນ​ໄວ້​ທາງ​ລຸ່ມ​ນີ້. ຣູເບັນ​ເປັນ​ລູກ​ກົກ ແຕ່​ຍ້ອນ​ລາວ​ໄປ​ນອນ​ນຳເມຍ​ນ້ອຍຂອງ​ພໍ່*+ ສິດ​ລູກ​ກົກ​ຈຶ່ງ​ເປັນ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂຢເຊັບ+​ທີ່​ເປັນ​ລູກ​ຊາຍ​ຂອງ​ອິດສະຣາເອນ. ດັ່ງນັ້ນ ໃນ​ປຶ້ມ​ລາຍ​ຊື່​ຂອງ​ຕະກູນ​ຈຶ່ງ​ບໍ່​ມີ​ຊື່​ຣູເບັນ​ວ່າ​ເປັນ​ລູກ​ກົກ.  ເຖິງ​ວ່າ​ຢູດາ+​ດີ​ກວ່າ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ແລະ​ຄົນ​ທີ່​ເປັນຜູ້​ນຳ​ຈະ​ມາ​ຈາກ​ຕະກູນ​ຂອງ​ລາວ+ ແຕ່​ສິດ​ລູກ​ກົກ​ກໍ​ເປັນ​ຂອງ​ໂຢເຊັບ.  ຣູເບັນ​ລູກ​ຊາຍ​ກົກ​ຂອງ​ອິດສະຣາເອນ​ມີ​ລູກ​ຊາຍ​ຊື່​ຮາໂນກ ປານລູ ເຮຊະໂຣນ ແລະ​ກາມີ.+  ຕໍ່​ໄປ​ນີ້​ແມ່ນ​ລູກຫຼານ​ຂອງ​ໂຢເອນ. ໂຢເອນ​ມີ​ລູກ​ຊາຍ​ຊື່​ເຊມາຢາ ເຊມາຢາ​ມີ​ລູກ​ຊາຍ​ຊື່​ໂຄກ ໂຄກ​ມີ​ລູກ​ຊາຍ​ຊື່​ຊິເມອີ  ຊິເມອີ​ມີ​ລູກ​ຊາຍ​ຊື່​ມີກາ ມີກາ​ມີ​ລູກ​ຊາຍ​ຊື່​ເຣອາຢາ ເຣອາຢາ​ມີ​ລູກ​ຊາຍ​ຊື່​ບາອານ  ແລະ​ບາອານ​ມີ​ລູກ​ຊາຍ​ຊື່​ເບເອຣາ​ທີ່​ຕິກລັດປິເລເສ+​ກະສັດ​ຂອງ​ອັດຊີເຣຍ​ຈັບ​ໄປ​ເປັນ​ຊະເລີຍ. ເບເອຣາ​ເປັນ​ຫົວໜ້າ​ຄົນ​ໜຶ່ງ​ໃນ​ຕະກູນ​ຣູເບັນ.  ອ້າຍ​ນ້ອງ​ຂອງ​ເບເອຣາ​ຕາມ​ປຶ້ມ​ລາຍ​ຊື່​ຜູ້​ທີ່​ລົງ​ທະບຽນ​ມີ ເຢອີເອນ​ທີ່​ເປັນ​ຫົວ​ໜ້າ ເຊຄາຣີຢາ  ແລະ​ເບລາ​ທີ່​ເປັນ​ລູກ​ຊາຍ​ຂອງ​ອາດຊາດ. ອາດຊາດ​ເປັນ​ລູກ​ຊາຍ​ຂອງ​ເຊມາ ເຊມາ​ເປັນ​ລູກ​ຊາຍ​ຂອງ​ໂຢເອນ. ລູກ​ຫຼານຂອງ​ເບລາ​ຢູ່​ເມືອງ​ອາໂຣເອ+​ຈົນ​ຮອດ​ເມືອງ​ເນໂບ​ແລະ​ເມືອງ​ບາອານເມໂອນ.+  ຢູ່​ທາງ​ທິດ​ຕາເວັນ​ອອກ ບ່ອນ​ຢູ່​ຂອງ​ເຂົາເຈົ້າ​ຂະຫຍາຍ​ໄປ​ໄກ​ຈົນຮອດ​ທາງ​ເຂົ້າ​ບ່ອນ​ກັນ​ດານ​ທີ່​ຢູ່​ໃກ້​ກັບ​ແມ່​ນ້ຳ​ເອິຟາຣາດ+ ຍ້ອນ​ເຂົາເຈົ້າ​ມີ​ສັດ​ລ້ຽງ​ຫຼາຍ​ຂຶ້ນ​ໃນ​ແຜ່ນດິນ​ກິລຽດ.+ 10  ໃນ​ສະໄໝ​ຂອງ​ກະສັດ​ຊາອູນ ເຂົາເຈົ້າ​ໄດ້​ຕໍ່ສູ້​ຊະນະ​ພວກ​ຮັກກິດ ແລ້ວ​ກໍ​ເຂົ້າ​ໄປ​ຢູ່​ແທນ​ພວກ​ນີ້​ໃນ​ທົ່ວ​ເຂດ​ທາງ​ທິດ​ຕາເວັນອອກ​ຂອງ​ກິລຽດ. 11  ພວກ​ລູກຫຼານ​ຂອງ​ຄາດ​ຢູ່​ຕິດ​ກັບ​ເຂດ​ຂອງລູກຫຼານ​ຣູເບັນ​ໃນ​ແຜ່ນດິນ​ບາຊານ​ຈົນຮອດ​ເມືອງ​ສາເລກາ.+ 12  ຢູ່​ບາຊານ ໂຢເອນ​ເປັນ​ຫົວໜ້າ ຊາຟາມ​ເປັນ​ຮອງ​ຫົວໜ້າ ແລະ​ຢານາຍ​ກັບ​ຊາຟາດ​ກໍເປັນ​ຫົວໜ້າ​ຄື​ກັນ. 13  ພີ່ນ້ອງ​ຂອງ​ເຂົາເຈົ້າ 7 ຄົນ​ຊື່​ມີກາເອນ ເມຊຸນລຳ ເຊບາ ໂຢຣາຍ ຢາການ ຊີອາ ແລະ​ເອເບ. 14  ທັງ​ໝົດ​ນີ້​ແມ່ນ​ລູກ​ຊາຍ​ຂອງ​ອາບີຮາຍ​ລູກ​ຊາຍ​ຂອງ​ຮູຣິ. ຮູຣິ​ເປັນ​ລູກ​ຊາຍ​ຂອງ​ຢາໂຣອາ ຢາໂຣອາ​ເປັນ​ລູກ​ຊາຍ​ຂອງ​ກິລຽດ ກິລຽດ​ເປັນ​ລູກ​ຊາຍ​ຂອງ​ມີກາເອນ ມີກາເອນ​ເປັນ​ລູກ​ຊາຍ​ຂອງ​ເຢຊີຊາຍ ເຢຊີຊາຍ​ເປັນ​ລູກ​ຊາຍ​ຂອງ​ຢາໂດ ຢາໂດ​ເປັນ​ລູກ​ຊາຍ​ຂອງ​ບູເຊ. 15  ອາຮີ​ເປັນ​ລູກ​ຊາຍ​ຂອງ​ອັບດີເອນ​ແລະ​ເປັນ​ຫຼານ​ຂອງ​ກູນີ. ລາວ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ຄົນ​ເຫຼົ່ານີ້. 16  ເຂົາເຈົ້າ​ຢູ່​ກິລຽດ+ ບາຊານ+ ຢູ່​ຕາມ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເຂດ​ເຫຼົ່ານັ້ນ ແລະ​ຢູ່​ທົ່ວ​ເຂດ​ທົ່ງ​ຫຍ້າ​ທັງ​ໝົດ​ຂອງ​ຊາໂຣນ. 17  ທຸກ​ຄົນ​ມີ​ຊື່​ໃນ​ປຶ້ມ​ລາຍ​ຊື່​ຜູ້​ທີ່​ລົງ​ທະບຽນ​ໃນ​ສະໄໝ​ທີ່​ໂຢທາມ+​ເປັນ​ກະສັດ​ປົກຄອງ​ຢູດາ​ແລະ​ໃນ​ສະໄໝ​ທີ່​ເຢໂຣໂບອາມ*+​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. 18  ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ມີ​ທະຫານ​ທີ່​ເກັ່ງ​ໆ​ 44.760 ຄົນ​ໃນ​ກອງທັບ. ເຂົາເຈົ້າ​ມີ​ໂລ້ ມີ​ດາບ ມີ​ທະນູ ແລະ​ສູ້​ຮົບ​ເກັ່ງ. 19  ເຂົາເຈົ້າ​ເຮັດ​ສົງຄາມ​ຕໍ່ສູ້​ກັບ​ພວກ​ຮັກກິດ+ ພວກ​ເຢຕູເຣ ພວກ​ນາຟິດ+ ແລະ​ພວກ​ໂນດາບ. 20  ຍ້ອນ​ເຂົາເຈົ້າ​ໄວ້​ວາງໃຈ​ພະເຈົ້າ​ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ ເພິ່ນ​ຈຶ່ງ​ຕອບ​ຄຳ​ຂໍ​ນັ້ນ​ໂດຍ​ໃຫ້​ເຂົາເຈົ້າ​ຊະນະ​ພວກ​ຮັກກິດ​ແລະ​ພວກ​ທີ່​ຢູ່​ນຳ​ພວກ​ຮັກກິດ.+ 21  ເຂົາເຈົ້າ​ໄດ້​ເອົາ​ອູດ 50.000 ໂຕ ແກະ 250.000 ໂຕ ແລະ​ລາ 2.000 ໂຕ​ຂອງ​ພວກ​ສັດຕູ ແລະ​ຈັບ 100.000 ຄົນ​ໄປ​ເປັນ​ຊະເລີຍ. 22  ເຂົາເຈົ້າ​ຂ້າ​ສັດຕູ​ຕາຍ​ຫຼາຍ​ຄົນ ຍ້ອນພະເຈົ້າ​ທ່ຽງ​ແທ້​ຊ່ວຍ.+ ເຂົາເຈົ້າ​ຢູ່​ບ່ອນ​ທີ່​ເຂົາເຈົ້າ​ຢູ່​ຈົນ​ຮອດ​ຕອນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+ 23  ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ+​ຢູ່​ຕັ້ງ​ແຕ່​ບາຊານ​ຈົນຮອດ​ບາອານເຮີໂມນ ເສນີ ແລະ​ພູ​ເຮີໂມນ.+ ເຂົາເຈົ້າ​ມີ​ລູກຫຼານ​ຫຼາຍ​ຄົນ. 24  ພວກ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ເຂົາເຈົ້າ​ມີ: ເອເຟ ອີຊີ ເອລີເອນ ອັດຊະຣີເອນ ເຢເຣມີຢາ ໂຮດາວີຢາ ແລະ​ຢາດີເອນ. ເຂົາເຈົ້າ​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ ມີ​ຊື່ສຽງ ແລະ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​. 25  ແຕ່​ເຂົາເຈົ້າ*​ບໍ່​ສັດ​ຊື່​ຕໍ່​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ​ແລະ​ໄປ​ນະມັດສະການ​ພະເຈົ້າ​ຂອງ​ຊາດ​ຕ່າງ​ໆ​*​ທີ່​ເຄີຍ​ຢູ່​ໃນ​ແຜ່ນດິນ​ນັ້ນ+ ເຊິ່ງ​ພະເຈົ້າ​ໄດ້​ກວາດລ້າງ​ຕອນ​ທີ່​ເຂົາເຈົ້າ​ເຂົ້າ​ມາ​ຢູ່. 26  ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ກະຕຸ້ນ​ຄວາມຄິດ​ຂອງ​ກະສັດ​ປູນ​ທີ່​ເປັນ​ກະສັດ​ຂອງ​ອັດຊີເຣຍ+ (ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ຕິກລັດປິເລເສ)+ ໃຫ້​ຈັບ​ຄົນ​ໃນ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ໄປ​ເປັນ​ຊະເລີຍ. ຈາກ​ນັ້ນ​ກໍ​ໃຫ້​ເຂົາເຈົ້າ​ໄປ​ຢູ່​ຮາລາ ຮາໂບ ແລະ​ຮາຣາ​ທີ່​ຢູ່​ໃກ້​ແມ່ນ້ຳ​ໂກຊານ.+ ເຂົາເຈົ້າ​ຢູ່​ຫັ້ນ​ຈົນຮອດ​ທຸກ​ມື້​ນີ້.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ບ່ອນ​ນອນ​ຂອງ​ພໍ່​ເປື້ອນ”
ໝາຍເຖິງ​ເຢໂຣໂບອາມ​ທີ 2
ໝາຍເຖິງ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ
ຫຼື “ຂາຍ​ໂຕ​ໃຫ້​ພະເຈົ້າ​ຂອງ​ຊາດ​ຕ່າງ​ໆ​.” ສຳນວນ​ນີ້​ໝາຍເຖິງ​ການ​ນະມັດສະການ​ພະເຈົ້າ​ຂອງ​ຄົນ​ຕ່າງ​ຊາດ​ໂດຍ​ໃຊ້​ຮູບ​ບູຊາ.