ຂ່າວຄາວ​ສະບັບ​ທີ​ໜຶ່ງ 6:1-81

  • ລູກ​ຫຼານ​ຂອງ​ເລວີ (1-​30)

  • ພວກ​ນັກຮ້ອງ​ຢູ່​ວິຫານ (31-​47)

  • ລູກ​ຫຼານ​ຂອງ​ອາໂຣນ (48-​53)

  • ບ່ອນ​ຕ່າງ​​ໆ​ທີ່​ພວກ​ເລວີ​ອາໄສ​ຢູ່ (54-​81)

6  ເລວີ+​ມີ​ລູກ​ຊາຍ​ຊື່​ເກໂຊນ ໂກຮາດ+ ແລະ​ເມຣາຣີ.+  ໂກຮາດ​ມີ​ລູກ​ຊາຍ​ຊື່​ອຳຣາມ ອິດຊະຮາ+ ເຮັບໂຣນ ແລະ​ອຸດຊີເອນ.+  ອຳຣາມ+​ມີ​ລູກ*​ຊື່​ອາໂຣນ+ ໂມເຊ+ ແລະ​ມີຣີອາມ.+ ອາໂຣນ​ມີ​ລູກ​ຊາຍ​ຊື່​ນາດາບ ອາບີຮູ+ ເອເລອາຊາ+ ແລະ​ອີທາມາ.+  ເອເລອາຊາ​ເປັນ​ພໍ່​ຂອງ​ຟີເນຮາດ+ ຟີເນຮາດ​ເປັນ​ພໍ່​ຂອງ​ອາບີຊູອາ  ອາບີຊູອາ​ເປັນ​ພໍ່​ຂອງ​ບຸກກີ ບຸກກີ​ເປັນ​ພໍ່​ຂອງ​ອຸດຊີ  ອຸດຊີ​ເປັນ​ພໍ່​ຂອງ​ເຊຣາຮີຢາ ເຊຣາຮີຢາ​ເປັນ​ພໍ່​ຂອງ​ເມຣາໂຢດ  ເມຣາໂຢດ​ເປັນ​ພໍ່​ຂອງ​ອາມາຣີຢາ ອາມາຣີຢາ​ເປັນ​ພໍ່​ຂອງ​ອາຮີຕຸບ+  ອາຮີຕຸບ​ເປັນ​ພໍ່​ຂອງ​ຊາໂດກ+ ຊາໂດກ​ເປັນ​ພໍ່​ຂອງ​ອາຮີມາອາດ+  ອາຮີມາອາດ​ເປັນ​ພໍ່​ຂອງ​ອາຊາຣີຢາ ອາຊາຣີຢາ​ເປັນ​ພໍ່​ຂອງ​ໂຢຮານານ 10  ໂຢຮານານ​ເປັນ​ພໍ່​ຂອງ​ອາຊາຣີຢາ. ອາຊາຣີຢາ​ເປັນ​ປະໂລຫິດ​ຢູ່​ວິຫານ​ທີ່​ໂຊໂລໂມນ​ສ້າງ​ຢູ່​ເມືອງ​ເຢຣູຊາເລັມ. 11  ອາຊາຣີຢາ​ເປັນ​ພໍ່​ຂອງ​ອາມາຣີຢາ ອາມາຣີຢາ​ເປັນ​ພໍ່​ຂອງ​ອາຮີຕຸບ 12  ອາຮີຕຸບ​ເປັນ​ພໍ່​ຂອງ​ຊາໂດກ+ ຊາໂດກ​ເປັນ​ພໍ່​ຂອງ​ຊາລຶມ 13  ຊາລຶມ​ເປັນ​ພໍ່​ຂອງ​ຮິນກີຢາ+ ຮິນກີຢາ​ເປັນ​ພໍ່​ຂອງ​ອາຊາຣີຢາ 14  ອາຊາຣີຢາ​ເປັນ​ພໍ່​ຂອງ​ເສຣາຢາ+ ເສຣາຢາ​ເປັນ​ພໍ່​ຂອງ​ເຢໂຮຊາດັກ.+ 15  ເຢໂຮຊາດັກ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຕອນ​ທີ່​ພະ​ເຢໂຫວາ​ໃຫ້​ເນບູກາດເນັດຊາ​ຈັບ​ຄົນ​ຈາກ​ຢູດາ​ແລະ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ. 16  ເລວີ​ມີ​ລູກ​ຊາຍ​ຊື່​ເກໂຊມ* ໂກຮາດ ແລະ​ເມຣາຣີ. 17  ເກໂຊມ​ມີ​ລູກ​ຊາຍ​ຊື່​ລິບນີ​ແລະ​ຊິເມອີ.+ 18  ໂກຮາດ​ມີ​ລູກ​ຊາຍ​ຊື່​ອຳຣາມ ອິດຊະຮາ ເຮັບໂຣນ ແລະ​ອຸດຊີເອນ.+ 19  ເມຣາຣີ​ມີ​ລູກ​ຊາຍ​ຊື່​ມາລີ​ແລະ​ມູຊີ. ຕໍ່​ໄປ​ນີ້​ແມ່ນ​ລູກຫຼານ​ຂອງ​ພວກ​ເລວີຕາມ​ຊື່​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ.+ 20  ເກໂຊມ+​ມີ​ລູກຊາຍ*​ຊື່​ລິບນີ ລິບນີ​ມີ​ລູກ​ຊາຍ​ຊື່​ຢາຮາດ ຢາຮາດ​ມີ​ລູກ​ຊາຍ​ຊື່​ຊິມມາ 21  ຊິມມາ​ມີ​ລູກ​ຊາຍ​ຊື່​ໂຢອາ ໂຢອາມີ​ລູກ​ຊາຍ​ຊື່​ອິດໂດ ອິດໂດ​ມີ​ລູກ​ຊາຍ​ຊື່​ເຊຣາ ເຊຣາ​ມີ​ລູກ​ຊາຍ​ຊື່​ເຢອາເທຣາຍ. 22  ໂກຮາດ​ມີ​ລູກ​ຊາຍ*​ຊື່​ອຳມີນາດາບ ອຳມີນາດາບ​ມີ​ລູກ​ຊາຍ​ຊື່​ໂກຣາ+ ໂກຣາ​ມີ​ລູກ​ຊາຍ​ຊື່​ອັດສີ 23  ອັດສີ​ມີ​ລູກ​ຊາຍ​ຊື່​ເອນການາ ເອນການາ​ມີ​ລູກ​ຊາຍ​ຊື່​ເອບີອາສັບ+ ເອບີອາສັບ​ມີ​ລູກ​ຊາຍ​ຊື່​ອັດສີ 24  ອັດສີ​ມີ​ລູກ​ຊາຍ​ຊື່​ທາຄາດ ທາຄາດ​ມີ​ລູກ​ຊາຍ​ຊື່​ອຸຣີເອນ ອຸຣີເອນ​ມີ​ລູກ​ຊາຍ​ຊື່​ອຸດຊີຢາ ແລະ​ອຸດຊີຢາ​ມີ​ລູກ​ຊາຍ​ຊື່​ຊາອູນ. 25  ເອນການາ​ມີ​ລູກ​ຊາຍ​ຊື່​ອາມາຊາຍ​ແລະ​ອາຮີໂມດ. 26  ເອນການາ​ອີກ​ຜູ້​ໜຶ່ງມີ​ລູກ​ຊາຍ​ຊື່​ໂຊຟາຍ ໂຊຟາຍ​ມີ​ລູກ​ຊາຍ​ຊື່​ນາຄາດ 27  ນາຄາດ​ມີ​ລູກ​ຊາຍ​ຊື່​ເອລີອາບ ເອລີອາບ​ມີ​ລູກ​ຊາຍ​ຊື່​ເຢໂຣຮາມ ເຢໂຣຮາມ​ມີ​ລູກ​ຊາຍ​ຊື່​ເອນການາ.+ 28  ລູກ​ຊາຍ​ກົກ​ຂອງ​ຊາມູເອນ+​ຊື່​ໂຢເອນ​ແລະ​ຜູ້​ທີ 2 ຊື່​ອາບີຢາ.+ 29  ເມຣາຣີ​ມີ​ລູກ​ຊາຍ*​ຊື່​ມາລີ+ ມາລີ​ມີ​ລູກ​ຊາຍ​ຊື່​ລິບນີ ລິບນີ​ມີ​ລູກ​ຊາຍ​ຊື່​ຊິເມອີ ຊິເມອີ​ມີ​ລູກ​ຊາຍ​ຊື່​ອຸດຊາ 30  ອຸດຊາ​ມີ​ລູກ​ຊາຍ​ຊື່​ຊິເມອາ ຊິເມອາ​ມີ​ລູກ​ຊາຍ​ຊື່​ຮັກກີຢາ ຮັກກີຢາ​ມີ​ລູກ​ຊາຍ​ຊື່​ອາສາຢາ. 31  ຕໍ່​ໄປ​ນີ້​ແມ່ນ​ລາຍ​ຊື່​ຂອງ​ຄົນ​ທີ່​ດາວິດ​ແຕ່ງ​ຕັ້ງ​ໃຫ້​ເບິ່ງແຍງ​ການ​ຮ້ອງ​ເພງ​ຢູ່​ເຕັ້ນ​ສັກສິດ*​ຂອງ​ພະ​ເຢໂຫວາ ຫຼັງ​ຈາກ​ເອົາ​ຫີບ​ສັນຍາ​ມາ​ໄວ້​ຢູ່​ຫັ້ນ​ແລ້ວ.+ 32  ເຂົາເຈົ້າ​ຮັບຜິດຊອບ​ເບິ່ງແຍງ​ການ​ຮ້ອງ​ເພງ​ຢູ່​ເຕັ້ນ​ສັກສິດ*​ຈົນ​ໂຊໂລໂມນ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຢູ່​ເມືອງ​ເຢຣູຊາເລັມ​ແລ້ວ+ ແລະ​ເຂົາເຈົ້າ​ເຮັດ​ຕາມ​ທີ່​ໄດ້​ຮັບ​ມອບ​ໝາຍ.+ 33  ຄົນ​ທີ່​ໄດ້​ວຽກ​ມອບ​ໝາຍ​ນີ້​ຮັບໃຊ້​ນຳ​ກັນ​ກັບ​ພວກ​ລູກ​ຊາຍ​ຂອງ​ເຂົາເຈົ້າ. ຈາກ​ລູກຫຼານ​ຂອງ​ໂກຮາດ​ມີ​ເຮມານ+​ທີ່​ເປັນ​ນັກຮ້ອງ. ເຮມານ​ເປັນ​ລູກ​ຊາຍ​ຂອງ​ໂຢເອນ+ ໂຢເອນ​ເປັນ​ລູກ​ຊາຍ​ຂອງ​ຊາມູເອນ 34  ຊາມູເອນ​ເປັນ​ລູກ​ຊາຍ​ຂອງ​ເອນການາ+ ເອນການາ​ເປັນ​ລູກ​ຊາຍ​ຂອງ​ເຢໂຣຮາມ ເຢໂຣຮາມ​ເປັນ​ລູກ​ຊາຍ​ຂອງ​ເອລີເອນ ເອລີເອນ​ເປັນ​ລູກ​ຊາຍ​ຂອງ​ໂຕອາ 35  ໂຕອາ​ເປັນ​ລູກ​ຊາຍ​ຂອງ​ຊູບ ຊູບ​ເປັນ​ລູກ​ຊາຍ​ຂອງ​ເອນການາ ເອນການາ​ເປັນ​ລູກ​ຊາຍ​ຂອງ​ມາຮາດ ມາຮາດ​ເປັນ​ລູກ​ຊາຍ​ຂອງ​ອາມາຊາຍ 36  ອາມາຊາຍ​ເປັນ​ລູກ​ຊາຍ​ຂອງ​ເອນການາ ເອນການາ​ເປັນ​ລູກ​ຊາຍ​ຂອງ​ໂຢເອນ ໂຢເອນ​ເປັນ​ລູກ​ຊາຍ​ຂອງ​ອາຊາຣີຢາ ອາຊາຣີຢາ​ເປັນ​ລູກ​ຊາຍ​ຂອງ​ເຊຟານີຢາ 37  ເຊຟານີຢາ​ເປັນ​ລູກ​ຊາຍ​ຂອງ​ທາຄາດ ທາຄາດ​ເປັນ​ລູກ​ຊາຍ​ຂອງ​ອັດສີ ອັດສີ​ເປັນ​ລູກ​ຊາຍ​ຂອງ​ເອບີອາສັບ ເອບີອາສັບ​ເປັນ​ລູກ​ຊາຍ​ຂອງ​ໂກຣາ 38  ໂກຣາ​ເປັນ​ລູກ​ຊາຍ​ຂອງ​ອິດຊະຮາ ອິດຊະຮາ​ເປັນ​ລູກ​ຊາຍ​ຂອງ​ໂກຮາດ ໂກຮາດ​ເປັນ​ລູກ​ຊາຍ​ຂອງ​ເລວີ ເລວີ​ເປັນ​ລູກ​ຊາຍ​ຂອງ​ອິດສະຣາເອນ. 39  ຄົນ​ເລວີ​ອີກ​ຜູ້​ໜຶ່ງ​ຊື່​ອາສັບ+​ຢືນ​ຢູ່​ເບື້ອງ​ຂວາ​ຂອງ​ເຮມານ. ອາສັບ​ເປັນ​ລູກ​ຊາຍ​ຂອງ​ເບເຣກີຢາ ເບເຣກີຢາ​ເປັນ​ລູກ​ຊາຍ​ຂອງ​ຊິເມອາ 40  ຊິເມອາ​ເປັນ​ລູກ​ຊາຍ​ຂອງ​ມີກາເອນ ມີກາເອນ​ເປັນ​ລູກ​ຊາຍ​ຂອງ​ບາອາເສຢາ ບາອາເສຢາ​ເປັນ​ລູກ​ຊາຍ​ຂອງ​ມັນກີຢາ 41  ມັນກີຢາ​ເປັນ​ລູກ​ຊາຍ​ຂອງ​ເອທະນີ ເອທະນີ​ເປັນ​ລູກ​ຊາຍ​ຂອງ​ເຊຣາ ເຊຣາ​ເປັນ​ລູກ​ຊາຍ​ຂອງ​ອາດາຢາ 42  ອາດາຢາ​ເປັນ​ລູກ​ຊາຍ​ຂອງ​ເອທານ ເອທານ​ເປັນ​ລູກ​ຊາຍ​ຂອງ​ຊິມມາ ຊິມມາ​ເປັນ​ລູກ​ຊາຍ​ຂອງ​ຊິເມອີ 43  ຊິເມອີ​ເປັນ​ລູກ​ຊາຍ​ຂອງ​ຢາຮາດ ຢາຮາດ​ເປັນ​ລູກ​ຊາຍ​ຂອງ​ເກໂຊມ ເກໂຊມ​ເປັນ​ລູກ​ຊາຍ​ຂອງ​ເລວີ. 44  ຄົນ​ເລວີ​ອີກ​ຜູ້​ໜຶ່ງ​ຊື່​ເອທານ​ທີ່​ເປັນ​ລູກຫຼານ​ຂອງ​ເມຣາຣີ+​ຢືນ​ຢູ່​ເບື້ອງ​ຊ້າຍ​ຂອງ​ເຮມານ. ເອທານ+​ເປັນ​ລູກ​ຊາຍ​ຂອງ​ກີຊີ ກີຊີ​ເປັນ​ລູກ​ຊາຍ​ຂອງ​ອັບດີ ອັບດີ​ເປັນ​ລູກ​ຊາຍ​ຂອງ​ມັນລຸກ 45  ມັນລຸກ​ເປັນ​ລູກ​ຊາຍ​ຂອງ​ຮາຊາບີຢາ ຮາຊາບີຢາ​ເປັນ​ລູກ​ຊາຍ​ຂອງ​ອາມາຊີຢາ ອາມາຊີຢາ​ເປັນ​ລູກ​ຊາຍ​ຂອງ​ຮິນກີຢາ 46  ຮິນກີຢາ​ເປັນ​ລູກ​ຊາຍ​ຂອງ​ອາມຊີ ອາມຊີ​ເປັນ​ລູກ​ຊາຍ​ຂອງ​ບານີ ບານີ​ເປັນ​ລູກ​ຊາຍ​ຂອງ​ເຊເມ 47  ເຊເມ​ເປັນ​ລູກ​ຊາຍ​ຂອງ​ມາລີ ມາລີ​ເປັນ​ລູກ​ຊາຍ​ຂອງ​ມູຊີ ມູຊີ​ເປັນ​ລູກ​ຊາຍ​ຂອງ​ເມຣາຣີ ເມຣາຣີ​ເປັນ​ລູກ​ຊາຍ​ຂອງ​ເລວີ. 48  ພວກ​ເລວີ​ອີກ​ພວກ​ໜຶ່ງທີ່​ເປັນ​ອ້າຍ​ນ້ອງ​ຂອງ​ເຂົາເຈົ້າ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເຮັດ​ວຽກ​ທຸກ​ຢ່າງ​ໃນ​ເຕັ້ນ​ສັກສິດ​ຂອງ​ພະເຈົ້າ​ທ່ຽງແທ້.+ 49  ອາໂຣນ​ກັບ​ພວກ​ລູກ​ຊາຍ+​ເຜົາ​ເຄື່ອງ​ບູຊາ​ເຜົາ​ຢູ່​ເທິງ​ແທ່ນ​ບູຊາ​ເຜົາ+ ແລະ​ເຜົາ​ເຄື່ອງ​ຫອມ​ຢູ່​ເທິງ​ແທ່ນ​ເຜົາ​ເຄື່ອງ​ຫອມ.+ ເຂົາເຈົ້າ​ເຮັດ​ວຽກ​ທຸກ​ຢ່າງ​ທີ່ກ່ຽວຂ້ອງກັບ​ສິ່ງ​ທີ່​ບໍລິສຸດ​ທີ່​ສຸດ​ເພື່ອ​ໄຖ່​ບາບ​ຂອງ​ພວກ​ອິດສະຣາເອນ+​ຕາມ​ທີ່​ໂມເຊ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທ່ຽງແທ້​ໄດ້​ສັ່ງ​ໄວ້. 50  ຕໍ່​ໄປ​ນີ້​ແມ່ນ​ລູກຫຼານ​ຂອງ​ອາໂຣນ.+ ອາໂຣນ​ມີ​ລູກ​ຊາຍ​ຊື່​ເອເລອາຊາ+ ເອເລອາຊາ​ມີ​ລູກ​ຊາຍ​ຊື່​ຟີເນຮາດ ຟີເນຮາດ​ມີ​ລູກ​ຊາຍ​ຊື່​ອາບີຊູອາ 51  ອາບີຊູອາ​ມີ​ລູກ​ຊາຍ​ຊື່​ບຸກກີ ບຸກກີ​ມີ​ລູກ​ຊາຍ​ຊື່​ອຸດຊີ ອຸດຊີມີ​ລູກ​ຊາຍ​ຊື່​ເຊຣາຮີຢາ 52  ເຊຣາຮີຢາ​ມີ​ລູກ​ຊາຍ​ຊື່​ເມຣາໂຢດ ເມຣາໂຢດ​ມີ​ລູກ​ຊາຍ​ຊື່​ອາມາຣີຢາ ອາມາຣີຢາ​ມີ​ລູກ​ຊາຍ​ຊື່​ອາຮີຕຸບ+ 53  ອາຮີຕຸບ​ມີ​ລູກ​ຊາຍ​ຊື່​ຊາໂດກ+ ຊາໂດກ​ມີ​ລູກ​ຊາຍ​ຊື່​ອາຮີມາອາດ. 54  ຕໍ່​ໄປ​ນີ້​ແມ່ນ​ບ່ອນ​ຕ່າງ​ໆ​ທີ່ພວກ​ເລວີ​ອາໄສ​ຢູ່​ໃນ​ເຂດ​ຂອງ​ເຂົາເຈົ້າຕອນ​ທີ່​ມີ​ການ​ຈົກ​ສະຫຼາກ. ສະຫຼາກ​ທຳອິດ​ເປັນ​ຂອງ​ລູກຫຼານ​ອາໂຣນ​ທີ່​ເປັນ​ລູກຫຼານ​ຂອງ​ໂກຮາດ. 55  ເຂົາເຈົ້າ​ໄດ້​ເມືອງ​ເຮັບໂຣນ+​ໃນ​ເຂດ​ຢູດາ​ກັບ​ທົ່ງ​ຫຍ້າ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ. 56  ແຕ່​ໄຮ່​ກັບ​ສວນ​ແລະ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຮັບໂຣນ ເຂົາເຈົ້າ​ເອົາ​ໃຫ້​ກາເລັບ+​ລູກ​ຊາຍ​ຂອງ​ເຢຟຸນເນ. 57  ລູກຫຼານ​ຂອງ​ອາໂຣນ​ໄດ້​ເມືອງ​ເຮັບໂຣນ+​ທີ່​ເປັນ​ເມືອງ​ລີ້ໄພ.*+ ເຂົາ​ເຈົ້າ​ຍັງ​ໄດ້​ເມືອງ​ລິບນາ+​ກັບ​ທົ່ງ​ຫຍ້າ​ຂອງ​ເມືອງ​ນີ້ ເມືອງ​ຢັດຕີ+ ເມືອງ​ເອຊະເຕມົວ​ກັບ​ທົ່ງ​ຫຍ້າ​ຂອງ​ເມືອງ​ນີ້+ 58  ເມືອງ​ຮິເລນ​ກັບ​ທົ່ງ​ຫຍ້າ​ຂອງ​ເມືອງ​ນີ້ ເມືອງ​ເດບີ+​ກັບ​ທົ່ງ​ຫຍ້າ​ຂອງ​ເມືອງ​ນີ້ 59  ເມືອງ​ອາຊານ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ແລະ​ເມືອງ​ເບັດເຊເມັດ+​ກັບ​ທົ່ງ​ຫຍ້າ​ຂອງ​ເມືອງ​ນີ້. 60  ຈາກ​ຕະກູນ​ເບັນຢາມິນ ເຂົາເຈົ້າ​ໄດ້​ເມືອງ​ເຄບາ+​ກັບ​ທົ່ງ​ຫຍ້າ​ຂອງ​ເມືອງ​ນີ້ ເມືອງ​ອາເລເມດ​ກັບ​ທົ່ງ​ຫຍ້າ​ຂອງ​ເມືອງ​ນີ້ ແລະ​ເມືອງ​ອານາໂທດ+​ກັບ​ທົ່ງ​ຫຍ້າ​ຂອງ​ເມືອງ​ນີ້. ຕະກູນ​ຂອງ​ເຂົາ​ເຈົ້າ​ໄດ້​ທັງ​ໝົດ 13 ເມືອງ.+ 61  ລູກ​ຫຼານ​ຂອງ​ໂກຮາດ​ທີ່​ເຫຼືອ​ໄດ້ 10 ເມືອງ.* ເຂົາເຈົ້າ​ໄດ້​ເມືອງ​ຕ່າງ​ໆ​ຈາກ​ຕະກູນ​ອື່ນ​ໆ​ແລະ​ຈາກ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ.+ 62  ພວກ​ລູກຫຼານ​ຂອງ​ເກໂຊມ​ກັບ​ຄອບຄົວ​ເຂົາເຈົ້າ​ໄດ້ 13 ເມືອງ​ຈາກ​ຕະກູນ​ອິດຊາຄາ ຕະກູນ​ອາເຊ ຕະກູນ​ນັບທາລີ ແລະ​ຕະກູນ​ມານາເຊ​ໃນ​ບາຊານ.+ 63  ພວກ​ລູກຫຼານ​ຂອງ​ເມຣາຣີ​ກັບ​ຄອບຄົວ​ເຂົາເຈົ້າ​ໄດ້ 12 ເມືອງ​ຈາກ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ຕະກູນ​ເຊບູລູນ.+ 64  ພວກ​ອິດສະຣາເອນ​ເອົາ​ເມືອງ​ເຫຼົ່ານີ້​ກັບ​ທົ່ງ​ຫຍ້າ​ຂອງ​ເມືອງ​ເຫຼົ່ານີ້​ໃຫ້ຕະກູນ​ເລວີ.+ 65  ເຂົາເຈົ້າ​ຈົກ​ສະຫຼາກ​ແລະ​ໄດ້​ເມືອງ​ຕ່າງ​ໆ​ຈາກ​ຕະກູນ​ຢູດາ ຕະກູນ​ຊີເມໂອນ ແລະ​ຕະກູນ​ເບັນຢາມິນຕາມ​ຊື່​ເມືອງ​ທີ່​ໄດ້​ເວົ້າ​ມາ. 66  ລູກຫຼານ​ຂອງ​ໂກຮາດ​ຄົນ​ອື່ນ​ໆ​ໄດ້​ເມືອງ​ຕ່າງ​ໆ​ຈາກ​ຕະກູນ​ເອຟຣາຢິມ​ມາ​ເປັນ​ເຂດ​ຂອງ​ເຂົາເຈົ້າ.+ 67  ເຂົາເຈົ້າ​ໄດ້​ເມືອງ​ເຊເຄັມ+​ທີ່​ເປັນ​ເມືອງ​ລີ້ໄພ*​ກັບ​ທົ່ງ​ຫຍ້າ​ຂອງ​ເມືອງ​ນີ້. ເມືອງ​ເຊເຄັມ​ຢູ່​ແຖວ​ພູ​ໃນ​ເຂດ​ເອຟຣາຢິມ. ເຂົາເຈົ້າ​ຍັງ​ໄດ້​ເມືອງ​ເກເຊ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ 68  ເມືອງ​ໂຢກເມອາມ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ເມືອງ​ເບັດໂຮໂຣນ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ 69  ເມືອງ​ອາຢາໂລນ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ແລະ​ເມືອງ​ກັດຣິມໂມນ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້. 70  ນອກຈາກນັ້ນ ເຂົາເຈົ້າ​ຍັງ​ໄດ້​ເມືອງ​ອາເນ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ແລະ​ເມືອງ​ບິເລອາມ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້​ຈາກ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ. 71  ເມືອງ​ຕ່າງ​ໆ​ທີ່​ພວກ​ລູກຫຼານ​ຂອງ​ເກໂຊມ​ໄດ້​ຈາກ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ມີ: ເມືອງ​ໂກ​ລານ+​ໃນ​ບາຊານ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ແລະ​ເມືອງ​ອັດຊະເຕຣາດ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້.+ 72  ເມືອງ​ຕ່າງ​ໆ​ທີ່​ເຂົາເຈົ້າ​ໄດ້​ຈາກ​ຕະກູນ​ອິດຊາຄາ​ມີ ເມືອງ​ເກເດັດ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ເມືອງ​ດາເບຣາດ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້+ 73  ເມືອງ​ຣາໂມດ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ແລະ​ເມືອງ​ອາເນມ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້. 74  ເມືອງ​ຕ່າງ​ໆ​ທີ່​ເຂົາເຈົ້າ​ໄດ້​ຈາກ​ຕະກູນ​ອາເຊ​ມີ: ເມືອງ​ມາຊັນ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ເມືອງ​ອັບ​ໂດນ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້+ 75  ເມືອງ​ຮູກົກ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ແລະ​ເມືອງ​ເຣໂຮບ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້. 76  ເມືອງ​ຕ່າງ​ໆ​ທີ່​ເຂົາເຈົ້າ​ໄດ້​ຈາກ​ຕະກູນ​ນັບທາລີ​ມີ: ເມືອງ​ເກເດັດ+​ໃນ​ຄາລີເລ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ເມືອງ​ຮຳໂມນ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ແລະ​ເມືອງ​ກີຣິອາດທາຢິມ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້. 77  ເມືອງ​ຕ່າງ​ໆ​ທີ່​ພວກ​ລູກຫຼານ​ຂອງ​ເມຣາຣີ​ໄດ້​ຈາກ​ຕະກູນ​ເຊບູລູນ+​ມີ: ເມືອງ​ຣິມໂມໂນ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ແລະ​ເມືອງ​ຕາໂບ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້. 78  ໃນ​ເຂດ​ແມ່​ນ້ຳ​ຈໍແດນ​ໃກ້​ກັບ​ເມືອງ​ເຢຣິໂກ​ແລະ​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ ເມືອງ​ຕ່າງ​ໆ​ທີ່​ເຂົາເຈົ້າ​ໄດ້​ຈາກ​ຕະກູນ​ຣູເບັນ​ມີ: ເມືອງ​ເບເຊ​ທີ່​ຢູ່​ບ່ອນ​ກັນດານ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ເມືອງ​ຢາຮາດ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ 79  ເມືອງ​ເກເດໂມດ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ແລະ​ເມືອງ​ເມຟະອາດ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້. 80  ເມືອງ​ຕ່າງ​ໆ​ທີ່​ເຂົາເຈົ້າ​ໄດ້​ຈາກ​ຕະກູນ​ຄາດ​ມີ: ເມືອງ​ຣາໂມດ​ໃນ​ກິລຽດ​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ເມືອງ​ມາຮານາຢິມ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ 81  ເມືອງ​ເຮັດຊະໂບນ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້ ແລະ​ເມືອງ​ຢາເຊ+​ກັບ​ທົ່ງຫຍ້າ​ຂອງ​ເມືອງ​ນີ້.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ລູກ​ຊາຍ”
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເກໂຊນ​ໃນ​ຂໍ້ 1
ຫຼື “ລູກ​ຫຼານ”
ຫຼື “ລູກ​ຫຼານ”
ຫຼື “ລູກ​ຫຼານ”
ຫຼື “ວິຫານ”
ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ເມືອງ​ລີ້ໄພ​ຕ່າງ​ໆ​.” ເບິ່ງ ຢຊ 21:13.
ຫຼື “ໄດ້ 10 ເມືອງ​ຈາກ​ການ​ຈົກ​ສະຫຼາກ”
ແປ​ຕາມ​ໂຕ​ວ່າ “ເມືອງ​ລີ້ໄພ​ຕ່າງ​ໆ​.” ເບິ່ງ ຢຊ 21:21.