ຂ່າວຄາວ​ສະບັບ​ທີ​ໜຶ່ງ 7:1-40

  • ລູກ​ຫຼານ​ຂອງ​ອິດຊາຄາ (1-​5) ລູກ​ຫຼານ​ຂອງ​ເບັນຢາມິນ (6-​12) ລູກ​ຫຼານ​ຂອງ​ນັບທາລີ (13) ລູກ​ຫຼານ​ຂອງ​ມານາເຊ (14-​19) ລູກ​ຫຼານ​ຂອງ​ເອຟຣາຢິມ (20-​29) ລູກ​ຫຼານ​ຂອງ​ອາເຊ (30-​40)

7  ອິດຊາຄາ​ມີ​ລູກຊາຍ 4 ຄົນ​ຊື່​ໂຕລາ ປູອາ ຢາຊຸບ ແລະ​ຊິມໂຣນ.+  ໂຕລາ​ມີ​ລູກຊາຍ​ຊື່​ອຸດຊີ ເຣຟາຢາ ເຢຣີເອນ ຢາຮະມາຍ ອິບສາມ ແລະ​ເຊມູເອນ. ເຂົາເຈົ້າ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ໂຕເອງ. ລູກຫຼານ​ຂອງ​ໂຕລາ 22.600 ຄົນ​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ​ໃນ​ສະໄໝ​ທີ່​ດາວິດ​ປົກຄອງ.  ອຸດຊີ​ມີ​ລູກຫຼານ*​ຜູ້​ໜຶ່ງ​ຊື່​ອິດຊະຣາຢາ. ອິດຊະຣາຢາ​ມີ​ລູກຊາຍ​ຊື່​ມີກາເອນ ໂອບາດີຢາ ໂຢເອນ ແລະ​ອິດຊີຢາ. ທັງ​ຫ້າ​ຄົນ​ນີ້​ເປັນ​ຫົວໜ້າ.  ເຂົາເຈົ້າ​ກັບ​ພວກ​ລູກຫຼານ​ມີ​ເມຍ​ແລະ​ລູກຊາຍ​ຫຼາຍ​ຄົນ. ດັ່ງນັ້ນ ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ເຂົາເຈົ້າ​ຈຶ່ງ​ມີ​ທະຫານ 36.000 ຄົນ​ທີ່​ພ້ອມ​ຈະ​ຕໍ່ສູ້​ໃນ​ສົງຄາມ.  ພວກ​ພີ່ນ້ອງ​ຂອງ​ເຂົາເຈົ້າ​ໃນ​ຕະກູນ​ອິດຊາຄາ​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ. ຕະກູນ​ນີ້​ມີ​ທະຫານ​ທັງໝົດ 87.000 ຄົນ​ຕາມ​ລາຍ​ຊື່​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ລາຍ​ຊື່​ຜູ້​ທີ່​ລົງ​ທະບຽນ.+  ເບັນຢາມິນ+​ມີ​ລູກຊາຍ 3 ຄົນ​ຊື່​ເບລາ+ ເບເຄ+ ແລະ​ເຢດີອາເອນ.+  ເບລາ​ມີ​ລູກຊາຍ​ຊື່​ເອັດຊະໂບນ ອຸດຊີ ອຸດຊີເອນ ເຢຣີໂມດ ແລະ​ອີຣີ. ທັງ​ຫ້າ​ຄົນ​ນີ້​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ເຂົາເຈົ້າ ແລະ​ເຂົາເຈົ້າ​ມີ​ລູກຫຼານ​ທີ່​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍລວມ​ທັງ​ໝົດ 22.034 ຄົນ​ຕາມ​ລາຍ​ຊື່​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ລາຍ​ຊື່​ຜູ້​ທີ່​ລົງ​ທະບຽນ.+  ເບເຄ​ມີ​ລູກຊາຍ​ຊື່​ເຊມີຣາ ໂຢອາດ ເອລີເອເຊ ເອລີໂອນາຍ ອົມຣີ ເຢເຣໂມດ ອາບີຢາ ອານາໂທດ ແລະ​ອາເລເມດ. ທັງໝົດ​ນີ້​ເປັນ​ລູກຊາຍ​ຂອງ​ເບເຄ.  ໃນ​ຈຸ້ມເຈື້ອ​ເຫຼົ່ານີ້​ມີ​ທະຫານ​ທີ່​ເກັ່ງ​ຫຼາຍ​ລວມ​ທັງໝົດ 20.200 ຄົນ​ຕາມ​ລາຍ​ຊື່​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ລາຍ​ຊື່​ຜູ້​ທີ່​ລົງ​ທະບຽນ. ລາຍ​ຊື່​ນີ້​ແບ່ງ​ຕາມ​ລາຍ​ຊື່​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ເຂົາເຈົ້າ. 10  ເຢດີອາເອນ+​ມີ​ລູກຊາຍ​ຊື່​ບິນຮານ. ບິນຮານ​ມີ​ລູກຊາຍ​ຊື່​ເຢອຸດ ເບັນຢາມິນ ເອຮຸດ ເຄນາອານາ ເຊທານ ຕາຊິດ ແລະ​ອາຮີຊາຮາ. 11  ທັງໝົດ​ນີ້​ແມ່ນ​ລູກຊາຍ​ຂອງ​ເຢດີອາເອນ​ທີ່​ຢູ່​ໃນ​ລາຍ​ຊື່​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​. ເຂົາເຈົ້າ​ມີ​ທະຫານ​ທີ່​ເກັ່ງ​ຫຼາຍ​ລວມ​ທັງໝົດ 17.200 ຄົນ​ທີ່​ພ້ອມ​ຈະ​ຕໍ່ສູ້​ໃນ​ສົງຄາມ. 12  ພວກ​ຊຸບປີມ​ແລະ​ພວກ​ຮຸບປີມ​ເປັນລູກຫຼານ​ຂອງ​ອີ.+ ພວກ​ຮູຊີມ​ເປັນ​ລູກຫຼານ​ຂອງ​ອາເຮ. 13  ນັບທາລີ+​ມີ​ລູກຊາຍ​ຊື່​ຢາຊີເອນ ກູນີ ເຢດເຊ ແລະ​ຊາລຶມ. ທັງໝົດ​ນີ້​ແມ່ນ​ລູກຫຼານ*​ຂອງ​ບິນຮາ.+ 14  ມານາເຊ+​ມີ​ລູກຊາຍ​ຊື່​ອາຊະຣີເອນ. ລາວ​ໄດ້​ລູກ​ຜູ້​ນີ້​ກັບ​ເມຍ​ນ້ອຍ*​ຄົນ​ຊີເຣຍ. (ເມຍ​ນ້ອຍ​ຜູ້​ນີ້​ເປັນ​ແມ່​ຂອງ​ມາກີ+​ທີ່​ເປັນ​ພໍ່​ຂອງ​ກິລຽດ. 15  ມາກີ​ຊອກ​ເມຍ​ໃຫ້​ຮຸບປີມ​ແລະ​ຊຸບປີມ. ນ້ອງ​ສາວ​ຂອງ​ເຂົາເຈົ້າ​ຊື່​ມາອາກາ.) ມານາເຊ​ມີ​ລູກຊາຍ​ຜູ້​ທີ 2 ຊື່​ເຊໂລເຟຂາດ.+ ເຊໂລເຟຂາດ​ມີ​ແຕ່​ລູກສາວ.+ 16  ມາອາກາ​ໄດ້​ລູກຊາຍ​ກັບ​ມາກີ​ຊື່​ເປເຣັດ. ເປເຣັດ​ມີນ້ອງຊາຍຊື່​ເຊເຫຼັດ. ເຊເຫຼັດ​ມີ​ລູກຊາຍ​ຊື່​ອຸລາມ​ແລະ​ເຣເກັມ. 17  ອຸລາມ​ມີ​ລູກຊາຍ​ຊື່​ເບດານ. ທັງໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ກິລຽດ. ກິລຽດ​ເປັນ​ລູກຊາຍ​ຂອງ​ມາກີ​ແລະ​ເປັນ​ຫຼານ​ຂອງ​ມານາເຊ. 18  ລູກສາວ​ຂອງ​ມາກີ​ຊື່​ຮຳໂມເລເກັດ. ລາວ​ມີ​ລູກຊາຍ​ຊື່​ອີຊະໂຮດ ອາບີເອເຊ ແລະ​ມາລາ. 19  ເຊມີດາ​ມີ​ລູກຊາຍ​ຊື່​ອາຮີອານ ເຊເຄັມ ລີຄີ ແລະ​ອານີອາມ. 20  ເອຟຣາຢິມ+​ມີ​ລູກຊາຍ​ຊື່​ຊູເທລາ+ ຊູເທລາມີ​ລູກຊາຍ​ຊື່​ເບເຣັດ ເບເຣັດ​ມີ​ລູກຊາຍ​ຊື່​ທາຄາດ ທາຄາດ​ມີ​ລູກຊາຍ​ຊື່​ເອເລອາດາ ເອເລອາດາ​ມີ​ລູກຊາຍ​ຊື່​ທາຄາດ 21  ທາຄາດ​ມີ​ລູກຊາຍ​ຊື່​ຊາບາດ ຊາບາດ​ມີ​ລູກຊາຍ​ຊື່​ຊູເທລາ ຊູເທລາມີ​ລູກຊາຍ​ຊື່​ເອເຊ​ແລະ​ເອເລອາດ. ຄົນ​ເມືອງ​ກັດ+​ໄດ້ໄປ​ລັກຝູງ​ສັດ​ຂອງ​ພວກ​ລູກຊາຍ​ເອຟຣາຢິມ​ແລະ​ໄດ້​ຂ້າ​ເອເຊ​ກັບ​ເອເລອາດ. 22  ເອຟຣາຢິມ​ພໍ່​ຂອງ​ເຂົາເຈົ້າ​ໂສກເສົ້າ​ເສຍໃຈ​ເປັນ​ເວລາ​ດົນ ແລະ​ພວກ​ພີ່ນ້ອງ​ຂອງ​ລາວ​ໄດ້​ມາ​ປອບ​ໃຈ​ລາວ. 23  ຕໍ່ມາ ເອຟຣາຢິມ​ກໍ​ນອນ​ນຳ​ເມຍ ແລ້ວ​ເມຍ​ຂອງ​ລາວ​ກໍ​ຖື​ພາ​ແລະ​ເກີດ​ລູກຊາຍ. ລາວ​ຕັ້ງ​ຊື່​ວ່າ​ເບຣິອາ* ເພາະຕອນ​ທີ່​ເມຍ​ຂອງ​ລາວ​ເກີດ​ລູກ​ຜູ້​ນີ້​ຄອບຄົວ​ມີ​ຄວາມ​ໂສກເສົ້າ. 24  ລູກສາວ​ຂອງ​ລາວ​ຊື່​ເຊເອຣາ​ເປັນ​ຜູ້​ສ້າງ​ເມືອງ​ເບັດໂຮໂຣນ​ທົ່ງ+ ເມືອງ​ເບັດໂຮໂຣນ​ທ່າ+ ແລະ​ເມືອງ​ອຸດເຊັນເຊເອຣາ. 25  ເອຟຣາຢິມ​ມີ​ລູກຊາຍຊື່​ເຣຟາ​ແລະ​ເຣເຊັບ* ເຣເຊັບ​ມີ​ລູກຊາຍ​ຊື່​ເຕລາ ເຕລາ​ມີ​ລູກຊາຍ​ຊື່​ຕາຮານ 26  ຕາຮານ​ມີ​ລູກຊາຍ​ຊື່​ລາດານ ລາດານ​ມີ​ລູກຊາຍ​ຊື່​ອຳມີຮຸດ ອຳມີຮຸດ​ມີ​ລູກຊາຍ​ຊື່​ເອລີຊາມາ 27  ເອລີຊາມາ​ມີ​ລູກຊາຍ​ຊື່​ນູນ ແລະ​ນູນ​ມີ​ລູກຊາຍ​ຊື່​ໂຢຊວຍ.*+ 28  ເຂດ​ຕ່າງ​ໆ​ທີ່​ພວກ​ລູກຫຼານ​ຂອງ​ເອຟຣາຢິມ​ຢູ່​ແມ່ນ​ເມືອງ​ເບເທນ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນີ້. ທາງ​ທິດຕາເວັນອອກ ເຂົາເຈົ້າ​ຢູ່ຈົນ​ຮອດ​ເມືອງ​ນາອາລານ. ທາງ​ທິດຕາເວັນຕົກ ເຂົາເຈົ້າ​ຢູ່​ເມືອງ​ເກເຊ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນີ້ ເມືອງ​ເຊເຄັມ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນີ້ ແລະ​ໄກ​ຈົນ​ຮອດ​ເມືອງ​ອັດຊາ*​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນີ້. 29  ພວກ​ລູກຫຼານ​ຂອງ​ມານາເຊ​ມີ​ເມືອງ​ຕ່າງ​ໆ​ທີ່​ຢູ່​ນອກ​ເຂດ​ແດນ​ຂອງ​ເຂົາເຈົ້າ. ເມືອງ​ເຫຼົ່ານັ້ນ​ແມ່ນ​ເມືອງ​ເບັດເຊອານ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນີ້ ເມືອງ​ຕາອານັກ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນີ້ ເມືອງ​ເມກິດໂດ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນີ້ ແລະ​ເມືອງ​ໂດເຣ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນີ້. ພວກ​ລູກຫຼານ​ຂອງ​ໂຢເຊັບ​ລູກຊາຍ​ຂອງ​ອິດສະຣາເອນ​ຢູ່​ໃນ​ເມືອງ​ທັງໝົດ​ນີ້. 30  ອາເຊ​ມີ​ລູກຊາຍ​ຊື່​ອິມນ້າ ອີຊະວາ ອີຊະວີ ເບຣິອາ+ ແລະ​ມີ​ລູກສາວ​ຊື່​ເຊຣາ.+ 31  ເບຣິອາ​ມີ​ລູກຊາຍ​ຊື່​ເຮເບ​ແລະ​ມັນກີເອນ. ມັນກີເອນ​ເປັນ​ພໍ່​ຂອງ​ບິຊາອິດ. 32  ເຮເບ​ມີ​ລູກຊາຍ​ຊື່​ຢາຟະເລດ ໂຊເມ ໂຮທາມ ແລະ​ມີ​ລູກສາວ​ຊື່​ຊູອ່າ. 33  ຢາຟະເລດ​ມີ​ລູກຊາຍ​ຊື່​ປາສັກ ບິມຮັນ ແລະ​ອາຊະວາດ. ທັງໝົດ​ນີ້​ແມ່ນ​ລູກຊາຍ​ຂອງ​ຢາຟະເລດ. 34  ເຊເມ*​ມີ​ລູກຊາຍ​ຊື່​ອາຮີ ໂຣຮະກາ ເຢຮຸບບາ ແລະ​ອາຣາມ. 35  ເຮເລັມ*​ນ້ອງຊາຍ​ຂອງ​ເຊເມ​ມີ​ລູກຊາຍ​ຊື່​ໂຊຟາ ອິມນາ ເຊເລັດ ແລະ​ອາມານ. 36  ໂຊຟາ​ມີ​ລູກຊາຍ​ຊື່​ສູອາ ຮາເນເຟ ຊູອານ ເບຣີ ອິມຣາ 37  ເບເຊ ໂຮດ ຊາມມາ ຊິນຊາ ອິດຣັນ ແລະ​ເບເອຣາ. 38  ເຢເທ​ມີ​ລູກຊາຍ​ຊື່​ເຢຟຸນເນ ປີຊະປາ ແລະ​ອາຣາ. 39  ອຸນລາ​ມີ​ລູກຊາຍ​ຊື່​ອາຣາກ ຮານນີເອນ ແລະ​ຣິຊີຢາ. 40  ທັງໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ອາເຊ. ເຂົາເຈົ້າ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ໂຕເອງ ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ ແລະ​ເປັນ​ຫົວໜ້າ​ຂອງ​ພວກ​ຫົວໜ້າ​ກອງທັບ. ໃນ​ປຶ້ມ​ລາຍ​ຊື່​ຜູ້​ທີ່​ລົງ​ທະບຽນ+​ເຂົາເຈົ້າ​ມີ​ທະຫານ 26.000 ຄົນ+​ທີ່​ພ້ອມ​ຈະ​ຕໍ່ສູ້​ໃນ​ສົງຄາມ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ລູກ​ຊາຍ”
ແປ​ຕາມ​ໂຕ​ວ່າ “ລູກ​ຊາຍ”
ແປ​ວ່າ “ມາ​ພ້ອມ​ກັບ​ຄວາມ​ໂສກເສົ້າ”
ອາດ​ເປັນ​ໄປ​ໄດ້​ວ່າ​ເຣຟາ​ແລະ​ເຣເຊັບ​ເປັນ​ລູກ​ຊາຍ​ຂອງ​ເບຣິອາ
ຫຼື “ເຢໂຮຊູອາ.” ແປ​ວ່າ “ພະ​ເຢໂຫວາ​ເປັນ​ຄວາມ​ລອດ.”
ຫຼື​ອາດ​ແປ​ວ່າ “ຄາຊາ.” ແຕ່​ບໍ່​ແມ່ນ​ເມືອງ​ຄາຊາ​ຂອງ​ພວກ​ຟີລິດສະຕີນ.
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ໂຊເມ​ໃນ​ຂໍ້ 32
ອາດ​ເປັນ​ຄົນ​ດຽວ​ກັບ “ໂຮທາມ” ໃນ​ຂໍ້ 32