ຂ່າວຄາວ​ສະບັບ​ທີ​ໜຶ່ງ 8:1-40

  • ລູກ​ຫຼານ​ຂອງ​ເບັນຢາມິນ (1-​40)

    • ລູກ​ຫຼານ​ຂອງ​ຊາອູນ (33-​40)

8  ເບັນຢາມິນ+​ມີ​ລູກຊາຍ​ກົກ​ຊື່​ເບລາ+ ຜູ້​ທີ 2 ຊື່​ອາຊະເບັນ+ ຜູ້​ທີ 3 ຊື່​ອາຮາຣາ  ຜູ້​ທີ 4 ຊື່​ໂນຮາ ແລະ​ຜູ້​ທີ 5 ຊື່​ຣາຟາ.  ເບລາ​ມີ​ລູກຊາຍ​ຊື່​ອັດດາ ເກຣາ+ ອາບີຮູດ  ອາບີຊູອາ ນາອາມານ ອາໂຮອາ  ເກຣາ ເຊຟູຟານ ແລະ​ຮູຣາມ.  ລູກຫຼານ​ຂອງ​ເອຮຸດ​ບາງ​ຄົນ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ຄົນ​ທີ່​ຢູ່​ເມືອງ​ເຄບາ+ ແລະ​ຢູ່​ໃນ​ພວກ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ມານາຮາດ.  ເຂົາເຈົ້າ​ຊື່​ນາອາມານ ອາຮີຢາ ແລະ​ເກຣາ. ຕອນ​ທີ່​ເຂົາເຈົ້າ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ເກຣາ​ເປັນ​ຫົວໜ້າ. ລາວ​ເປັນ​ພໍ່​ຂອງ​ອຸດຊາ​ແລະ​ອາຮີຮູດ.  ຫຼັງຈາກ​ຊາຮາຣາຢິມ​ໄລ່​ພວກ​ໂມອາບ​ອອກ​ຈາກ​ເຂດ​ຂອງ​ເຂົາເຈົ້າ​ແລ້ວ ລາວ​ກໍ​ໄດ້​ລູກ​ຫຼາຍ​ຄົນ​ຢູ່​ຫັ້ນ. ເມຍ​ຂອງ​ລາວ​ຊື່​ຮູຊີມ​ແລະ​ບາອາຣາ.*  ລາວ​ກັບ​ໂຮເດັດ​ເມຍ​ຂອງ​ລາວ​ໄດ້​ລູກ​ນຳ​ກັນ​ຊື່​ໂຢບັບ ຊີບີຢາ ເມຊາ ມັນກາມ 10  ເຢອູດ ຊາເຄຍ ແລະ​ມິຣະມາ. ທັງໝົດ​ນີ້​ແມ່ນ​ລູກຊາຍ​ຂອງ​ລາວ. ເຂົາເຈົ້າ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​. 11  ຊາຮາຣາຢິມ​ໄດ້​ລູກ​ກັບ​ຮູຊີມ​ຊື່​ອາບີຕຸບ​ແລະ​ເອນປາອານ. 12  ເອນປາອານ​ມີ​ລູກຊາຍ​ຊື່​ເອເບ ມີຊາມ ເຊເມັດ (ເຊເມັດສ້າງ​ເມືອງ​ໂອໂນ+​ແລະ​ເມືອງ​ໂລດ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນີ້.) 13  ເບຣິອາ ແລະ​ເຊມາ. ເບຣິອາ​ແລະ​ເຊມາເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ທີ່​ຢູ່​ເມືອງ​ອາຢາໂລນ.+ ເຂົາເຈົ້າ​ໄດ້​ໄລ່​ຄົນ​ເມືອງ​ກັດ​ໜີ. 14  ເບຣິອາມີ​ລູກຊາຍ​ຊື່ອາຮີໂອ ຊາຊັກ ເຢເຣໂມດ 15  ເຊບາດີຢາ ອາຣັດ ເອເດ 16  ມີກາເອນ ອິຊະປາ ແລະ​ໂຢຮາ. ທັງໝົດ​ນີ້​ແມ່ນລູກຫຼານ​ຂອງ​ເບຣິອາ. 17  ເອນປາອານ​ມີ​ລູກຊາຍ​ຊື່​ເຊບາດີຢາ ເມຊຸນລຳ ຮິດຊະກີ ເຮເບ 18  ອີຊະເມຣາຍ ອິດຊະລີຢາ ແລະ​ໂຢບັບ. ທັງໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ເອນປາອານ. 19  ຊິເມອີ​ມີ​ລູກຊາຍ​ຊື່​ຢາກີມ ຊິກຣີ ຊັບດີ 20  ເອລີເອນາຍ ຊິນເລທາຍ ເອລີເອນ 21  ອາດາຢາ ເບຣາຢາ ແລະ​ຊິມຣາດ. ທັງໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ຊິເມອີ. 22  ຊາຊັກ​ມີ​ລູກຊາຍ​ຊື່​ອີຊະປັນ ເອເບ ເອລີເອນ 23  ອັບໂດນ ຊິກຣີ ຮານານ 24  ຮານານີຢາ ເອລາມ ອັນໂທທີຢາ 25  ອິບເດຢາ ແລະ​ເປນູເອນ. ທັງໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ຊາຊັກ. 26  ເຢໂຣຮາມ​ມີ​ລູກຊາຍ​ຊື່​ຊາມເຊຣາຍ ເຊຮາຣິຢາ ອາທາລີຢາ 27  ຢາອາເຣຊີຢາ ເອລີຢາ ແລະ​ຊິກຣີ. ທັງໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ເຢໂຣຮາມ. 28  ເຂົາເຈົ້າ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ທີ່​ມີ​ຊື່​ຢູ່​ໃນປຶ້ມ​ລາຍຊື່​ຜູ້​ທີ່​ລົງ​ທະບຽນ. ເຂົາເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ. 29  ເຢອີເອນ​ຢູ່​ເມືອງ​ກິເບໂອນ+ ແລະ​ລາວ​ເປັນ​ຜູ້​ສ້າງຕັ້ງ​ເມືອງ​ນີ້. ເມຍ​ຂອງ​ລາວ​ຊື່​ມາອາກາ.+ 30  ລູກກົກ​ຂອງ​ລາວ​ຊື່​ອັບໂດນ ຜູ້​ຕໍ່ມາ​ຊື່​ຊູເຣ ກີເຊ ບາອານ ນາດາບ 31  ເກໂດເຣ ອາຮີໂອ ແລະ​ເຊເກ. 32  ມິກໂລດ​ມີ​ລູກຊາຍ​ຊື່​ຊິເມອາ. ເຂົາເຈົ້າຢູ່ເມືອງ​ເຢຣູຊາເລັມ​ໃກ້​ກັບ​ພວກ​ພີ່ນ້ອງ​ຂອງ​ເຂົາເຈົ້າ.* 33  ເນ+​ມີ​ລູກຊາຍ​ຊື່​ກີເຊ ກີເຊ​ມີ​ລູກຊາຍ​ຊື່​ຊາອູນ+ ຊາອູນ​ມີ​ລູກຊາຍ​ຊື່​ໂຢນາທານ+ ມັນກີຊົວ+ ອາບີນາດາບ+ ແລະ​ເອຊະບາອານ.*+ 34  ໂຢນາທານ​ມີ​ລູກຊາຍ​ຊື່​ເມຣິບບາອານ*+ ເມຣິບບາອານ​ມີ​ລູກຊາຍ​ຊື່​ມີກາ.+ 35  ມີກາ​ມີ​ລູກຊາຍ​ຊື່​ປີໂທນ ເມເລັກ ຕາເຣອາ ແລະ​ອາຮາດ. 36  ອາຮາດ​ມີ​ລູກຊາຍ​ຊື່​ເຢໂຮອາດດາ ເຢໂຮອາດດາ​ມີ​ລູກຊາຍ​ຊື່​ອາເລເມດ ອາຊະມາເວດ ແລະ​ຊິມຣີ. ຊິມຣີ​ມີ​ລູກຊາຍ​ຊື່​ໂມຊາ 37  ໂມຊາ​ມີ​ລູກຊາຍ​ຊື່​ບິເນອາ ບິເນອາ​ມີ​ລູກຊາຍ​ຊື່​ລາພາ ລາພາ​ມີ​ລູກຊາຍ​ຊື່​ເອເລອາສາ ເອເລອາສາ​ມີ​ລູກຊາຍ​ຊື່​ອາເຊນ. 38  ອາເຊນ​ມີ​ລູກຊາຍ 6 ຄົນ​ຊື່​ອັດຊະຣິກາມ ໂບເກຣູ ອິດຊະມາເອນ ເຊອາຣິຢາ ໂອບາດີຢາ ແລະ​ຮານານ. ທັງໝົດ​ນີ້​ແມ່ນ​ລູກຊາຍ​ຂອງ​ອາເຊນ. 39  ອາເຊນ​ມີ​ນ້ອງຊາຍ​ຊື່​ເອເຊັກ. ລູກກົກ​ຂອງ​ເອເຊັກ​ຊື່​ອຸລາມ ຜູ້​ທີ 2 ຊື່​ເຢອຸດ ແລະ​ຜູ້​ທີ 3 ຊື່​ເອລີເຟເລັດ. 40  ພວກ​ລູກຊາຍ​ຂອງ​ອຸລາມ​ເປັນ​ທະຫານ​ທີ່​ເກັ່ງ​ແລະ​ຍິງ​ທະນູ​ເກັ່ງ​ຫຼາຍ. ເຂົາເຈົ້າ​ມີ​ລູກຫຼານ​ທັງໝົດ 150 ຄົນ. ທັງໝົດ​ນີ້​ແມ່ນ​ລູກຫຼານ​ຂອງ​ເບັນຢາມິນ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ຫຼັງ​ຈາກ​ຊາຮາຣາຢິມ​ໄລ່​ເມຍ​ຂອງ​ລາວ​ທີ່​ຊື່​ຮູຊີມ​ແລະ​ບາອາຣາ​ອອກ​ຈາກ​ເຂດ​ຂອງ​ພວກ​ໂມອາບ ລາວ​ກໍ​ໄດ້​ລູກ​ຫຼາຍ​ຄົນ​ຢູ່​ຫັ້ນ”
ໝາຍເຖິງ​ພວກ​ເບັນຢາມິນ
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອິດໂບເຊດ
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເມຟີໂບເຊັດ