ຂ່າວຄາວ​ສະບັບ​ທີ​ໜຶ່ງ 9:1-44

  • ລາຍຊື່​ຄົນ​ທີ່​ກັບ​ຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ (1-​34)

  • ເວົ້າ​ຄືນ​ເລື່ອງ​ລູກ​ຫຼານ​ຂອງ​ຊາອູນ (35-​44)

9  ພວກ​ອິດສະຣາເອນ​ທຸກ​ຄົນ​ໄດ້​ລົງ​ທະບຽນ​ແລະ​ມີ​ຊື່​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ກະສັດ​ອິດສະຣາເອນ. ຫຼັງຈາກນັ້ນ ພວກ​ຢູດາ​ກໍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ຍ້ອນ​ເຂົາເຈົ້າ​ບໍ່​ສັດຊື່.+  ພວກ​ທຳອິດ​ທີ່​ກັບ​ຄືນ​ມາ​ຢູ່​ເມືອງ​ຕ່າງ​ໆ​ຂອງ​ເຂົາເຈົ້າ​ມີ: ພວກ​ອິດສະຣາເອນ​ບາງຄົນ ພວກ​ປະໂລຫິດ ພວກ​ເລວີ ແລະ​ພວກ​ທີ່​ຮັບໃຊ້​ໃນ​ວິຫານ.*+  ລູກຫຼານ​ບາງຄົນ​ຂອງ​ຢູດາ+ ເບັນຢາມິນ+ ເອຟຣາຢິມ ແລະ​ມານາເຊ​ກໍ​ໄດ້​ກັບ​ຄືນ​ມາ​ຢູ່​ເມືອງ​ເຢຣູຊາເລັມ​ຄືກັນ.  ຜູ້​ໜຶ່ງ​ທີ່​ກັບ​ຄືນ​ມາ​ແມ່ນ​ອຸທາຍ​ລູກຊາຍ​ຂອງ​ອຳມີຮຸດ. ອຳມີຮຸດ​ເປັນ​ລູກຊາຍ​ຂອງ​ອົມຣີ ອົມຣີ​ເປັນ​ລູກຊາຍ​ຂອງ​ອິມຣີ ອິມຣີ​ເປັນ​ລູກຊາຍ​ຂອງ​ບານີ ບານີ​ເປັນ​ລູກຫຼານ​ຂອງ​ເປເຣດ+​ລູກຊາຍ​ຂອງ​ຢູດາ.  ພວກ​ລູກຫຼານ​ຂອງ​ຊີໂລ*​ທີ່​ກັບ​ຄືນ​ມາ​ມີ: ອາສາຢາ​ທີ່​ເປັນ​ລູກກົກ​ໃນ​ຄອບຄົວ​ຂອງ​ລາວ​ກັບ​ພວກ​ລູກຊາຍ.  ພວກລູກຫຼານ*​ຂອງ​ເຊຣາ+​ທີ່​ກັບ​ຄືນ​ມາ​ມີ: ເຢອູເອນ​ແລະ​ພີ່ນ້ອງ​ຂອງ​ເຂົາເຈົ້າ 690 ຄົນ.  ຄົນ​ໃນ​ຕະກູນ​ເບັນຢາມິນ​ທີ່​ກັບ​ຄືນ​ມາ​ມີ: ສັນລູ​ລູກຊາຍ​ຂອງ​ເມຊຸນລຳ​ຫຼານ​ຂອງ​ໂຮດາວີຢາ​ເຫຼນ​ຂອງ​ຮັດເສນູອາ  ອິບເນຢາ​ລູກຊາຍ​ຂອງ​ເຢໂຣຮາມ ເອລາ​ລູກຊາຍ​ຂອງ​ອຸດຊີ​ຫຼານ​ຂອງ​ມິກຣີ ແລະ​ເມຊຸນລຳ​ລູກຊາຍ​ຂອງ​ເຊຟາຕີຢາ​ຫຼານ​ຂອງ​ເຣອູເອນ​ເຫຼນ​ຂອງ​ອິບນີຢາ.  ຄົນ​ເຫຼົ່ານີ້​ກັບ​ຄອບຄົວ​ຂອງ​ເຂົາເຈົ້າ​ທີ່​ກັບ​ມາ​ມີ​ທັງໝົດ 956 ຄົນ. ເຂົາເຈົ້າ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​. 10  ພວກ​ປະໂລຫິດ​ທີ່​ກັບ​ຄືນ​ມາ​ມີ: ເຢດາຢາ ເຢໂຮຢາຣິບ ຢາກິນ+ 11  ແລະ​ອາຊາຣີຢາ​ລູກຊາຍ​ຂອງ​ຮິນກີຢາ. ຮິນກີຢາ​ເປັນ​ລູກຊາຍ​ຂອງ​ເມຊຸນລຳ ເມຊຸນລຳ​ເປັນ​ລູກຊາຍ​ຂອງ​ຊາໂດກ ຊາໂດກ​ເປັນ​ລູກຊາຍ​ຂອງ​ເມຣາໂຢດ ເມຣາໂຢດ​ເປັນ​ລູກຊາຍ​ຂອງ​ອາຮີຕຸບ​ທີ່​ເປັນ​ຫົວໜ້າ​ຢູ່​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. 12  ນອກຈາກນັ້ນ​ກໍ​ຍັງ​ມີ​ອາດາຢາ​ລູກຊາຍ​ຂອງ​ເຢໂຣຮາມ​ຫຼານ​ຂອງ​ປັດ​ຊູ​ເຫຼນ​ຂອງ​ມັນກີຢາ ແລະ​ມາອາສາຍ​ລູກຊາຍ​ຂອງ​ອາດີເອນ. ອາດີເອນ​ເປັນ​ລູກຊາຍ​ຂອງ​ຢາເຊຣາ ຢາເຊຣາ​ເປັນ​ລູກຊາຍ​ຂອງ​ເມຊຸນລຳ ເມຊຸນລຳ​ເປັນ​ລູກຊາຍ​ຂອງ​ເມຊິນເລມິດ ເມຊິນເລມິດ​ເປັນ​ລູກຊາຍ​ຂອງ​ອິມເມ. 13  ຄົນ​ເຫຼົ່ານີ້​ກັບ​ພວກ​ພີ່ນ້ອງ​ຂອງ​ເຂົາເຈົ້າ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​. ຄົນ​ທີ່​ກັບ​ມາ​ເຊິ່ງ​ເປັນ​ຄົນ​ກ້າຫານ ມີ​ຄວາມ​ສາມາດ​ແລະ​ພ້ອມ​ທີ່​ຈະ​ເຮັດ​ວຽກ​ຮັບໃຊ້​ຢູ່​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ມີ​ທັງໝົດ 1.760 ຄົນ. 14  ພວກ​ເລວີ​ທີ່​ກັບ​ຄືນ​ມາ​ມີ: ເຊມາຢາ+​ລູກຊາຍ​ຂອງ​ຮັດຊຸບ​ຫຼານ​ຂອງ​ອັດຊະຣິກາມ​ເຫຼນ​ຂອງ​ຮາຊາບີຢາ​ທີ່​ເປັນ​ລູກຫຼານ​ຂອງ​ເມຣາຣີ. 15  ນອກຈາກນັ້ນ​ຍັງ​ມີ: ບັກບັກກາ ເຮເຣັດ ກາລັນ ມັດຕານີຢາ​ລູກຊາຍ​ຂອງ​ມິກາ​ຫຼານ​ຂອງ​ຊິກຣີ​ເຫຼນ​ຂອງ​ອາສັບ 16  ໂອບາດີຢາ​ລູກຊາຍ​ຂອງ​ເຊມາຢາ​ຫຼານ​ຂອງ​ກາລັນ​ເຫຼນ​ຂອງ​ເຢດູທູນ ແລະ​ເບເຣກີຢາ​ລູກຊາຍ​ຂອງ​ອາຊາ​ຫຼານ​ຂອງ​ເອນການາ. ລາວເຄີຍ​ຢູ່​ນຳ​ພວກ​ເນໂຕຟາ.+ 17  ພວກ​ຄົນຍາມ​ປະຕູ+​ທີ່​ກັບ​ມາ​ມີ: ຊາລຶມ ອັກກຸບ ຕັນໂມນ ແລະ​ອາຮີມານ. ຊາລຶມ​ທີ່​ເປັນ​ພີ່ນ້ອງ​ຂອງ​ເຂົາເຈົ້າ​ເປັນ​ຫົວໜ້າ 18  ແລະ​ລາວ​ເຄີຍ​ເປັນ​ຄົນຍາມ​ປະຕູ​ທີ່​ຢູ່​ທາງ​ທິດຕາເວັນອອກ+​ຂອງ​ວັງ​ກະສັດ. ທັງໝົດ​ນີ້​ແມ່ນ​ຄົນຍາມ​ປະຕູ​ຢູ່​ບ່ອນ​ທີ່​ພວກ​ເລວີ​ຢູ່. 19  ຊາລຶມ​ລູກຊາຍ​ຂອງ​ໂກເຣ​ຫຼານ​ຂອງ​ເອບີອາສັບ​ເຫຼນ​ຂອງ​ໂກຣາ​ກັບ​ພວກ​ພີ່ນ້ອງ​ຂອງ​ລາວ​ທີ່​ເປັນລູກຫຼານ​ຂອງ​ໂກຣາ​ຄືກັນ​ໄດ້​ເບິ່ງແຍງ​ວຽກ​ແລະ​ເປັນ​ຄົນຍາມ​ປະຕູ​ທາງເຂົ້າ​ວິຫານ.* ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ​ເຄີຍ​ຍາມ​ທາງເຂົ້າ​ເຕັ້ນ​ຂອງ​ພະ​ເຢໂຫວາ. 20  ຕອນນັ້ນ ຟີເນຮາດ+​ລູກຊາຍ​ຂອງ​ເອເລອາຊາ+​ເປັນ​ຫົວໜ້າ​ເຂົາເຈົ້າ ແລະ​ພະ​ເຢໂຫວາ​ຢູ່​ນຳ​ລາວ. 21  ເຊຄາຣີຢາ+​ລູກຊາຍ​ຂອງ​ເມເຊເລມີຢາ​ເຄີຍ​ເປັນ​ຄົນຍາມ​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ.* 22  ຄົນ​ທີ່​ຖືກ​ເລືອກ​ໃຫ້​ຍາມ​ປະຕູ​ທາງເຂົ້າ​ມີ 212 ຄົນ. ເຂົາເຈົ້າ​ກັບ​ໄປ​ຢູ່​ບ່ອນ​ຕ່າງ​ໆ​ຕາມ​ທີ່​ຂຽນ​ໄວ້ໃນ​ປຶ້ມ​ລາຍຊື່​ຜູ້​ທີ່​ລົງ​ທະບຽນ.+ ດາວິດ​ແລະ​ຊາມູເອນ​ຜູ້​ເຫັນ​ນິມິດ+​ໄດ້​ແຕ່ງຕັ້ງ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ​ໃຫ້​ເຮັດ​ວຽກ​ນີ້ຍ້ອນ​ເຂົາເຈົ້າ​ເຊື່ອໃຈ​ໄດ້. 23  ເຂົາເຈົ້າ​ກັບ​ພວກ​ລູກຊາຍ​ເຮັດ​ວຽກ​ຍາມ​ປະຕູ​ທາງເຂົ້າ​ວິຫານ​ຂອງ​ພະ​ເຢໂຫວາ.+ 24  ຄົນຍາມ​ປະຕູ​ຍາມ​ຢູ່​ທັງ​ສີ່​ທິດ​ຄື: ທິດຕາເວັນອອກ ທິດຕາເວັນຕົກ ທິດເໜືອ ແລະ​ທິດ​ໃຕ້.+ 25  ບາງເທື່ອ​ພວກ​ອ້າຍນ້ອງ​ຂອງ​ເຂົາເຈົ້າ​ກໍ​ມາຈາກ​ບ່ອນ​ທີ່​ເຂົາເຈົ້າ​ຢູ່​ເພື່ອ​ເຮັດ​ວຽກ​ນຳ​ກັນ 7 ມື້. 26  ໃນ​ຈຳນວນ​ຄົນ​ທີ່​ຍາມ​ປະຕູ​ມີ 4 ຄົນ​ເປັນ​ຫົວໜ້າ​ທີ່​ເຊື່ອໃຈ​ໄດ້. ເຂົາເຈົ້າ​ເປັນ​ຄົນ​ເລວີ​ເຊິ່ງ​ມີ​ໜ້າ​ທີ່​ເບິ່ງແຍງ​ຫ້ອງ​ຕ່າງ​ໆ​*​ແລະ​ຄັງ​ຊັບສິນ​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້.+ 27  ເຂົາເຈົ້າ​ຢືນ​ຍາມ​ໝົດ​ຄືນ​ຢູ່​ອ້ອມ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. ເຂົາເຈົ້າ​ເບິ່ງແຍງ​ວຽກ​ຍາມ​ທັງໝົດ​ແລະ​ຮັບຜິດຊອບ​ກະແຈ​ເພື່ອ​ເປີດ​ປະຕູ​ວິຫານ​ທຸກ​ໆ​ເຊົ້າ. 28  ບາງຄົນ​ມີ​ໜ້າ​ທີ່​ເບິ່ງແຍງ​ເຄື່ອງໃຊ້+​ໃນ​ການນະມັດສະການ​ພະເຈົ້າ. ເຂົາເຈົ້າ​ຈະ​ນັບ​ເຄື່ອງໃຊ້​ກ່ອນ​ເອົາ​ອອກ​ໄປ​ແລະ​ຕອນ​ເອົາ​ມາ​ໄວ້​ຄືນ. 29  ບາງຄົນ​ມີ​ໜ້າ​ທີ່​ເບິ່ງແຍງ​ເຄື່ອງໃຊ້ອື່ນ​ໆ​ ເຄື່ອງໃຊ້​ທຸກຢ່າງ​ທີ່​ບໍລິສຸດ ແປ້ງ​ທີ່​ລະອຽດ+ ເຫຼົ້າແວງ+ ນ້ຳມັນ​ໝາກກອກ+ ກຳຍານ*+ ແລະ​ນ້ຳມັນ​ຫອມ.+ 30  ລູກຊາຍ​ບາງຄົນ​ຂອງ​ພວກ​ປະໂລຫິດ​ເຮັດ​ໜ້າ​ທີ່​ປະສົມ​ນ້ຳມັນ​ຫອມ. 31  ມັດຕີທີຢາ​ຈາກ​ຕະກູນ​ເລວີ​ທີ່​ເປັນ​ລູກກົກ​ຂອງ​ຊາລຶມ​ລູກຫຼານ​ຂອງ​ໂກຣາ​ມີ​ໜ້າ​ທີ່​ຂາງ​ເຂົ້າຈີ່​ຢູ່​ເທິງ​ໝໍ້.+ 32  ອ້າຍນ້ອງ​ຂອງ​ເຂົາເຈົ້າ​ບາງຄົນ​ທີ່​ເປັນ​ລູກຫຼານ​ຂອງ​ໂກຮາດ​ມີ​ໜ້າ​ທີ່​ເບິ່ງແຍງ​ເຂົ້າຈີ່​ທີ່​ຢອງຊ້ອນ​ກັນ*+​ທຸກ​ວັນ​ຊະບາໂຕ.+ 33  ສຳລັບ​ພວກ​ນັກຮ້ອງ​ທີ່​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ພວກເລວີ​ທີ່​ຮ້ອງເພງ​ຢູ່​ຫ້ອງ​ກິນ​ເຂົ້າ ເຂົາເຈົ້າ​ບໍ່​ໄດ້​ເຮັດ​ວຽກ​ອື່ນ ຍ້ອນ​ວ່າ​ຕ້ອງ​ເຮັດ​ວຽກ​ມອບໝາຍ​ຂອງ​ໂຕເອງ​ທັງ​ກາງເວັນ​ແລະ​ກາງຄືນ. 34  ທັງໝົດ​ນີ້​ແມ່ນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ພວກ​ເລວີ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາເຈົ້າ. ຄົນ​ເຫຼົ່ານີ້​ຍ້າຍ​ກັບ​ມາ​ຢູ່​ເມືອງ​ເຢຣູຊາເລັມ. 35  ເຢອີເອນ​ຢູ່​ເມືອງ​ກິເບໂອນ+ ແລະ​ລາວ​ເປັນຜູ້​ສ້າງ​ຕັ້ງ​ເມືອງ​ນີ້. ເມຍ​ຂອງ​ລາວ​ຊື່​ມາອາກາ. 36  ລູກກົກ​ຂອງ​ລາວ​ຊື່​ອັບໂດນ ຜູ້​ຕໍ່ມາ​ຊື່​ຊູເຣ ກີເຊ ບາອານ ເນ ນາດາບ 37  ເກໂດເຣ ອາຮີໂອ ເຊຄາຣີຢາ ແລະ​ມິກໂລດ. 38  ມິກໂລດ​ມີ​ລູກຊາຍ​ຊື່​ຊິເມອາ. ເຂົາເຈົ້າ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ໃກ້​ກັບ​ພີ່ນ້ອງ​ຂອງ​ເຂົາເຈົ້າ.* 39  ເນ+​ມີ​ລູກຊາຍ​ຊື່​ກີເຊ ກີເຊ​ມີ​ລູກຊາຍ​ຊື່​ຊາອູນ+ ຊາອູນ​ມີ​ລູກຊາຍ​ຊື່​ໂຢນາທານ+ ມັນກີຊົວ+ ອາບີນາດາບ+ ແລະ​ເອຊະບາອານ. 40  ໂຢນາທານ​ມີ​ລູກຊາຍ​ຊື່​ເມຣິບບາອານ+ ເມຣິບບາອານ​ມີ​ລູກຊາຍ​ຊື່​ມີກາ.+ 41  ມີກາ​ມີ​ລູກຊາຍ​ຊື່​ປີໂທນ ເມເລັກ ຕາເຣອາ ແລະ​ອາຮາດ. 42  ອາຮາດ​ມີ​ລູກຊາຍ​ຊື່​ຢາຣາ ຢາຣາ​ມີ​ລູກຊາຍ​ຊື່​ອາເລເມດ ອາຊະມາເວດ ແລະ​ຊິມຣີ. ຊິມຣີ​ມີ​ລູກຊາຍ​ຊື່​ໂມຊາ 43  ໂມຊາ​ມີ​ລູກຊາຍ​ຊື່​ບິເນອາ ບິເນອາ​ມີ​ລູກຊາຍ​ຊື່​ເຣຟາຢາ ເຣຟາຢາ​ມີ​ລູກຊາຍ​ຊື່​ເອເລອາສາ ເອເລອາສາ​ມີ​ລູກຊາຍ​ຊື່​ອາເຊນ. 44  ອາເຊນ​ມີ​ລູກຊາຍ 6 ຄົນ​ຊື່​ອັດຊະຣິກາມ ໂບເກຣູ ອິດຊະມາເອນ ເຊອາຣິຢາ ໂອບາດີຢາ ແລະ​ຮານານ. ທັງໝົດ​ນີ້​ແມ່ນ​ລູກຊາຍ​ຂອງ​ອາເຊນ.

ຂໍຄວາມໄຂເງື່ອນ

ຫຼື “ພວກ​ເນທິນິມ.” ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ມອບ​ໄວ້.”
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຊລາ​ໃນ ປຖກ 38:5
ແປ​ຕາມ​ໂຕ​ວ່າ “ລູກ​ຊາຍ”
ແປ​ຕາມ​ໂຕ​ວ່າ “ເຕັ້ນ”
ຫຼື “ເຕັ້ນ​ສັກສິດ”
ຫຼື “ຫ້ອງ​ກິນ​ເຂົ້າ”
ໝາຍເຖິງ​ເຂົ້າຈີ່​ທີ່​ຕັ້ງ​ໄວ້. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ພວກ​ເບັນຢາມິນ