ຊາມູເອນ​ສະບັບ​ທີ​ໜຶ່ງ 11:1-15

  • ຊາອູນ​ຕໍ່ສູ້​ຊະນະ​ພວກ​ອຳໂມນ (1-​11)

  • ປະກາດ​ອີກ​ເທື່ອ​ໜຶ່ງ​ເລື່ອງ​ການ​ແຕ່ງຕັ້ງ​ຊາອູນ​ເປັນ​ກະສັດ (12-​15)

11  ນາຮາດກະສັດ​ຂອງ​ອຳໂມນ+ໄດ້​ມາ​ຕັ້ງ​ຄ້າຍ​ຕໍ່ສູ້​ພວກ​ຢາເບັດ+ຢູ່​ເມືອງ​ກິລຽດ. ພວກ​ຢາເບັດ​ຈຶ່ງ​ເວົ້າ​ກັບ​ນາຮາດ​ວ່າ: “ຂໍ​ເຮັດ​ສັນຍາ​ກັບ​ພວກ​ເຮົາ ແລ້ວ​ພວກ​ເຮົາ​ຈະ​ຮັບ​ໃຊ້​ເຈົ້າ.”  ນາຮາດ​ກະສັດ​ອຳໂມນ​ຈຶ່ງ​ເວົ້າ​ວ່າ: “ຂ້ອຍ​ເຮັດ​ສັນຍາ​ກັບ​ພວກ​ເຈົ້າ​ກະ​ໄດ້ ແຕ່​ຕ້ອງ​ມີ​ເງື່ອນ​ໄຂ. ຂ້ອຍ​ຈະ​ຈົກ​ຕາ​ເບື້ອງ​ຂວາ​ຂອງ​ພວກ​ເຈົ້າ​ທຸກ​ຄົນ​ອອກ. ຂ້ອຍ​ຈະ​ເຮັດ​ແບບ​ນີ້​ເພື່ອ​ໃຫ້​ພວກ​ອິດສະຣາເອນ​ທຸກ​ຄົນ​ເສຍສັກສີ.”  ພວກ​ຜູ້​ນຳ​ຂອງ​ຢາເບັດ​ຕອບ​ລາວ​ວ່າ: “ພວກ​ເຮົາ​ຂໍ​ເວລາ 7 ມື້​ເພື່ອ​ຈະ​ສົ່ງ​ຄົນ​ໄປ​ແຈ້ງ​ຂ່າວ​ທົ່ວ​ເຂດ​ອິດສະຣາເອນ. ຖ້າ​ບໍ່​ມີ​ຜູ້​ໃດ​ມາ​ຊ່ວຍ ພວກ​ເຮົາ​ຈະ​ຍອມ​ແພ້​ເຈົ້າ.”  ເມື່ອ​ຄົນ​ສົ່ງ​ຂ່າວ​ໄປ​ຮອດ​ເມືອງ​ກີເບອາ​+ທີ່​ຊາອູນ​ຢູ່​ແລະ​ແຈ້ງ​ຂ່າວ​ໃຫ້​ປະຊາຊົນ​ຮູ້ ປະຊາຊົນ​ກໍ​ຮ້ອງໄຫ້ສຽງ​ດັງ.  ຕອນ​ທີ່​ຊາອູນ​ຍ່າງ​ນຳ​ຫຼັງ​ຝູງ​ສັດ​ກັບ​ມາ​ຈາກ​ທົ່ງ​ຫຍ້າ ລາວ​ຖາມ​ວ່າ: “ເກີດ​ຫຍັງ​ຂຶ້ນ? ເປັນ​ຫຍັງ​ທຸກ​ຄົນ​ຈຶ່ງໄຫ້?” ເຂົາ​ເຈົ້າ​ຈຶ່ງ​ເລົ່າ​ໃຫ້​ລາວ​ຟັງ​ເລື່ອງ​ທີ່​ຄົນ​ຈາກ​ເມືອງ​ຢາເບັດ​ມາ​ບອກ.  ເມື່ອ​ຊາອູນ​ໄດ້​ຍິນ​ເລື່ອງ​ນັ້ນ ລາວ​ກໍ​ໄດ້​ຮັບ​ພະລັງ​ຈາກ​ພະເຈົ້າ+ ລາວ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ.  ຊາອູນ​ໄດ້​ເອົາ​ງົວ​ໂຕ​ຜູ້ 2 ໂຕມາ​ຂ້າ​ແລະ​ຕັດ​ເປັນ​ຕ່ອນ ແລ້ວໃຫ້​ຜູ້​ສົ່ງ​ຂ່າວ​ເອົາ​ໄປ​ຢາຍ​ທົ່ວ​ເຂດ​ອິດສະຣາເອນ. ຜູ້​ສົ່ງ​ຂ່າວ​ເວົ້າ​ວ່າ: “ຖ້າ​ໃຜ​ບໍ່​ເຮັດ​ຕາມ​ທີ່​ຊາອູນ​ແລະ​ຊາມູເອນ​ບອກ ຝູງ​ງົວ​ຂອງ​ລາວ​ກໍ​ຈະ​ເປັນ​ແບບ​ນີ້!” ພວກ​ອິດສະຣາເອນ​ມີ​ຄວາມ​ນັບ​ຖື​ຕໍ່​ພະ​ເຢໂຫວາ​ຫຼາຍ ເຂົາ​ເຈົ້າ​ຈຶ່ງພ້ອມໃຈ​ກັນ​ອອກ​ໄປ​ຕໍ່ສູ້.  ຊາອູນ​ນັບ​ຈຳນວນ​ຄົນ​ຢູ່​ເບເຊັກ ມີ 30.000 ຄົນ​ຈາກ​ຕະກູນ​ຢູດາແລະ​ມີ 300.000 ຄົນ​ຈາກ​ຕະກູນ​ອື່ນ​ໆ​ຂອງ​ອິດສະຣາເອນ.  ຊາອູນ​ແລະທະຫານຈຶ່ງ​ບອກ​ພວກ​ຜູ້​ສົ່ງ​ຂ່າວ​ວ່າ: “ໃຫ້​ໄປ​ບອກ​ພວກ​ຢາເບັດ​ໃນ​ກິລຽດ​ວ່າ ‘ມື້​ອື່ນຕອນສວາຍພວກ​ເຈົ້າຈະ​ລອດ.’” ພວກ​ຜູ້​ສົ່ງ​ຂ່າວ​ກໍ​ໄປ​ບອກ​ພວກ​ຢາເບັດ​ຕາມ​ນັ້ນ​ແລະ​ເຂົາ​ເຈົ້າ​ກໍ​ດີ​ໃຈ​ຫຼາຍ. 10  ພວກ​ຢາເບັດ​ຈຶ່ງ​ໄປ​ບອກ​ນາຮາດ​ວ່າ: “ມື້​ອື່ນ​ພວກ​ເຮົາ​ຈະ​ຍອມ​ແພ້​ເຈົ້າ ເຈົ້າ​ຢາກ​ເຮັດ​ຫຍັງ​ກັບ​ພວກ​ເຮົາ​ກໍ​ເຮັດ​ໂລດ.”+ 11  ມື້​ຕໍ່ມາ ຊາອູນ​ໄດ້​ແບ່ງທະຫານອອກ​ເປັນ 3 ກອງ. ເຂົາ​ເຈົ້າ​ບຸກ​ເຂົ້າ​ໄປ​ໃນ​ຄ້າຍ​ຕອນ​ເດິກ​ໆ​* ແລະ​ນຳ​ຂ້າ​ພວກ​ອຳໂມນ+ຈົນ​ຮອດຕອນ​ສວາຍ. ພວກ​ທີ່​ຍັງ​ເຫຼືອ​ກໍ​ແຕກຊະໄປ​ໃຜ​ໄປ​ມັນ. 12  ປະຊາຊົນ​ຈຶ່ງ​ບອກ​ຊາມູເອນ​ວ່າ: “ແມ່ນ​ໃຜ​ທີ່​ເຄີຍ​ເວົ້າ​ວ່າ ‘ຊາອູນ​ນິ​ຫວະ​ຈະ​ເປັນ​ກະສັດ​ປົກຄອງ​ພວກ​ເຮົາ?’+ ໄປ​ຈັບ​ພວກ​ມັນ​ມາ​ນີ້ ພວກ​ເຮົາ​ຊິ​ຂ້າ​ຖິ້ມ.” 13  ແຕ່​ຊາອູນ​ບອກ​ວ່າ: “ມື້​ນີ້​ບໍ່​ຕ້ອງ​ຂ້າ​ໃຜ+ ເພາະ​ມື້​ນີ້​ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ລອດ.” 14  ຕໍ່ມາ ຊາມູເອນ​ບອກ​ປະຊາຊົນ​ວ່າ: “ໃຫ້​ພວກ​ເຮົາ​ໄປ​ເມືອງ​ກິນການ+ເພື່ອ​ປະກາດ​ອີກ​ເທື່ອ​ໜຶ່ງ​ເລື່ອງ​ການ​ແຕ່ງຕັ້ງ​ຊາອູນ ໃຫ້​ເປັນກະສັດ.”+ 15  ທຸກ​ຄົນ​ກໍ​ໄປ​ເມືອງ​ກິນການ. ຢູ່​ຫັ້ນ​ເຂົາ​ເຈົ້າ​ໄດ້​ແຕ່ງຕັ້ງ​ຊາອູນ​ໃຫ້​ເປັນ​ກະສັດ​ຕໍ່​ໜ້າ​ພະ​ເຢໂຫວາ. ຫຼັງ​ຈາກ​ນັ້ນ ເຂົາ​ເຈົ້າ​ໄດ້​ເຜົາ​ເຄື່ອງ​ບູຊາສ້າງຄວາມ​ສະຫງົບ​ສຸກໃຫ້ພະ​ເຢໂຫວາ.+ ຊາອູນ​ກັບ​ປະຊາຊົນ​ກໍ​ພາກັນ​ສະຫຼອງ​ຢ່າງ​ມ່ວນ​ຊື່ນ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ປະມານ 2 ໂມງ​ເຊົ້າ​ຈົນ​ຮອດ 6 ໂມງ​ເຊົ້າ