ຊາມູເອນ​ສະບັບ​ທີ​ໜຶ່ງ 12:1-25

  • ຊາມູເອນ​ເວົ້າ​ກັບ​ປະຊາຊົນ​ເປັນ​ເທື່ອ​ສຸດທ້າຍ (1-​25)

    • ‘ຢ່າ​ນະມັດສະການ​ຮູບ​ບູຊາ​ທີ່​ບໍ່​ມີ​ຄ່າ​ຫຍັງ’ (21)

    • ພະ​ເຢໂຫວາ​ຈະ​ບໍ່​ຖິ້ມ​ປະຊາຊົນ​ຂອງ​ເພິ່ນ (22)

12  ແລ້ວ​ຊາມູເອນ​ກໍ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ຂ້ອຍ​ໄດ້​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ພວກ​ເຈົ້າ​ຂໍ​ແລ້ວ ແລະ​ຂ້ອຍ​ໄດ້​ແຕ່ງຕັ້ງ​ກະສັດ​ໃຫ້​ປົກຄອງ​ພວກ​ເຈົ້າ.+  ຕອນ​ນີ້ ພວກ​ເຈົ້າ​ມີ​ກະສັດ​ທີ່​ຈະ​ເປັນ​ຜູ້​ນຳ​ພວກ​ເຈົ້າ​ແລ້ວ.+ ຂ້ອຍ​ເອງ​ກໍ​ເຖົ້າ​ຫຼາຍ​ຈົນ​ຜົມ​ຫງອກເຕັມ​ຫົວແລະ​ລູກ​ຊາຍ​ຂ້ອຍ​ກໍ​ຢູ່​ນຳພວກເຈົ້າ+ ແລະ​ຂ້ອຍ​ໄດ້​ເປັນ​ຜູ້​ນຳ​ຂອງ​ພວກ​ເຈົ້າ​ຕັ້ງ​ແຕ່​ຍັງ​ໜຸ່ມ​ຈົນ​ຮອດ​ຕອນ​ນີ້.+  ຖ້າ​ພວກ​ເຈົ້າ​ມີ​ເລື່ອງ​ຈະ​ເວົ້າໃຫ້ຂ້ອຍ​ກໍ​ໃຫ້​ເວົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ແລະ​ຕໍ່​ໜ້າ​ຜູ້​ທີ່​ເພິ່ນ​ເລືອກ.+ ຂ້ອຍ​ເຄີຍ​ເອົາ​ງົວ​ຫຼື​ລາ​ຂອງ​ຜູ້​ໃດ​ບໍ?+ ຂ້ອຍ​ເຄີຍ​ສໍ້​ໂກງ​ຫຼື​ກົດ​ຂີ່​ຂົ່ມເຫງ​ຜູ້ໃດ​ບໍ? ຂ້ອຍ​ເຄີຍ​ຮັບ​ເອົາ​ເງິນ​ຈາກ​ຜູ້​ໃດ​ເພື່ອ​ຕັດສິນ​ຢ່າງ​ບໍ່ຖືກຕ້ອງບໍ?+ ຖ້າ​ຂ້ອຍ​ເຄີຍ​ເຮັດ​ແບບ​ນັ້ນ ຂ້ອຍ​ຈະ​ໄຊ້​ຄືນ​ໃຫ້.”+  ເຂົາ​ເຈົ້າ​ຕອບ​ລາວ​ວ່າ: “ເຈົ້າ​ບໍ່​ເຄີຍ​ສໍ້​ໂກງ​ຫຼື​ກົດ​ຂີ່​ຂົ່ມເຫງ​ພວກ​ເຮົາ ແລະ​ບໍ່ເຄີຍ​ເອົາ​ເງິນ​ຈາກ​ຜູ້​ໃດ​ແບບ​ບໍ່​ສັດຊື່.”  ຊາມູເອນ​ບອກ​ເຂົາ​ເຈົ້າ​ວ່າ: “ມື້​ນີ້​ຂໍ​ໃຫ້​ພະ​ເຢໂຫວາ​ແລະ​ຜູ້​ທີ່​ເພິ່ນ​ເລືອກ​ເປັນພະຍານວ່າ ຂ້ອຍ​ບໍ່​ໄດ້​ເອົາ​ຫຍັງ​ຈາກ​ພວກ​ເຈົ້າ.” ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ: “ເພິ່ນ​ເປັນ​ພະຍານ​ໃຫ້​ພວກ​ເຮົາ.”  ຊາມູເອນ​ເວົ້າ​ກັບ​ປະຊາຊົນ​ວ່າ: “ພະ​ເຢໂຫວາ​ເປັນ​ພະຍານ. ເພິ່ນ​ເປັນ​ຜູ້ເລືອກໂມເຊ​ກັບ​ອາໂຣນ ແລະ​ເປັນ​ຜູ້​ທີ່​ພາ​ປູ່​ຍ່າ​ຕານາຍຂອງ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+  ຕອນ​ນີ້​ໃຫ້​ພວກ​ເຈົ້າ​ຢືນ​ຟັງ. ຂ້ອຍ​ຈະ​ຕັດສິນ​ພວກ​ເຈົ້າ​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຈື່​ສິ່ງດີ​ໆ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ເພື່ອ​ພວກ​ເຈົ້າ​ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ.  ຕອນ​ທີ່​ຢາໂຄບ​ມາ​ຮອດ​ເອຢິບ+ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ໄດ້​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ+ ພະ​ເຢໂຫວາ​ໄດ້​ສົ່ງ​ໂມເຊ+ກັບ​ອາໂຣນ​ໄປ​ພາ​ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ​ແລະ​ໃຫ້​ມາ​ຢູ່​ນີ້.+  ແຕ່​ເຂົາ​ເຈົ້າ​ລືມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ ແລະ​ເພິ່ນ​ໄດ້​ປ່ອຍ​ໃຫ້​ເຂົາ​ເຈົ້າ​+ຕົກ​ຢູ່​ໃນ​ມື​ຂອງ​ຫົວ​ໜ້າ​ກອງ​ທັບ​ທີ່​ຊື່​ຊີເຊຣາ​+ຈາກ​ເມືອງ​ຮາໂສ ແລະ​ຕົກ​ຢູ່​ໃນ​ມື​ຂອງ​ພວກ​ຟີລິດສະຕີນ+ ແລະ​ຕົກ​ຢູ່​ໃນ​ມື​ກະສັດ​ໂມອາບ+ ແລະ​ພວກ​ນີ້​ກໍ​ມາ​ຕໍ່ສູ້​ເຂົາ​ເຈົ້າ. 10  ເຂົາ​ເຈົ້າ​ຈຶ່ງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ+ແລະ​ເວົ້າ​ວ່າ: ‘ພວກ​ເຮົາ​ເຮັດ​ຜິດ​ແລ້ວ​+ທີ່​ປະຖິ້ມ​ພະ​ເຢໂຫວາ ແລ້ວ​ໄປ​ນະມັດສະການພະ​ບາອານ+ແລະ​ຮູບ​ພະ​ອັດຊະໂຕເຣດ.*+ ຕອນ​ນີ້​ຂໍ​ຊ່ວຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ພວກ​ສັດຕູ​ແດ່ ແລ້ວ​ພວກ​ເຮົາ​ຈະ​ຮັບ​ໃຊ້​ພະອົງ.’ 11  ພະ​ເຢໂຫວາ​ຈຶ່ງ​ສົ່ງ​ເຢຣຸບບາອານ+ ເບດານ ເຢັບທາ+ ແລະ​ຊາມູເອນ+ມາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ພວກສັດຕູເພື່ອ​ພວກ​ເຈົ້າ​ຈະ​ຢູ່​ຢ່າງ​ປອດໄພ.+ 12  ເມື່ອ​ພວກ​ເຈົ້າ​ເຫັນ​ນາຮາດ+ກະສັດ​ອຳໂມນ​ມາ​ຕໍ່ສູ້​ພວກ​ເຈົ້າ ພວກ​ເຈົ້າ​ກໍ​ຂໍແລ້ວຂໍ​ອີກ​ກັບ​ຂ້ອຍ​ວ່າ ‘ພວກ​ເຮົາ​ຢາກ​ໄດ້​ກະສັດ​ປົກຄອງ!’+ ທັງ​ໆ​ທີ່​ພວກ​ເຈົ້າ​ກໍ​ມີ​ພະ​ເຢໂຫວາ​ພະເຈົ້າ​ເປັນ​ກະສັດ​ຂອງ​ພວກ​ເຈົ້າ​ຢູ່​ແລ້ວ.+ 13  ຕອນ​ນີ້ ພວກ​ເຈົ້າ​ມີ​ກະສັດ​ທີ່​ພວກ​ເຈົ້າ​ຢາກ​ໄດ້​ແລະ​ຕາມ​ທີ່​ພວກ​ເຈົ້າຂໍ. ພະ​ເຢໂຫວາ​ໄດ້​ແຕ່ງຕັ້ງ​ກະສັດ​ປົກຄອງ​ພວກ​ເຈົ້າ​ແລ້ວ.+ 14  ຖ້າ​ພວກ​ເຈົ້າ​ຢ້ານຢຳ​ພະ​ເຢໂຫວາ+ ຮັບ​ໃຊ້​ເພິ່ນ+ ເຮັດ​ຕາມ​ທີ່​ເພິ່ນ​ບອກ​+ແລະ​ບໍ່​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຫ້າມ ແລະ​ຖ້າ​ພວກ​ເຈົ້າ​ກັບ​ກະສັດ​ທີ່​ປົກຄອງ​ພວກ​ເຈົ້າ​ເຊື່ອຟັງ​ພະ​ເຢໂຫວາ ເພິ່ນ​ກໍ​ຈະ​ພໍ​ໃຈ​ແລະ​ພວກ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ. 15  ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ແລະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຫ້າມ ພະ​ເຢໂຫວາ​ຈະລົງໂທດພວກ​ເຈົ້າ​ແລະພໍ່ຂອງ​ພວກ​ເຈົ້າ.+ 16  ຕອນ​ນີ້​ໃຫ້​ພວກ​ເຈົ້າ​ຢືນ​ເບິ່ງ​ສິ່ງອັດສະຈັນທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຫັນ. 17  ມື້​ນີ້​ແມ່ນ​ລະດູກ່ຽວເຂົ້າວີດ*ແມ່ນ​ບໍ? ຂ້ອຍ​ຈະ​ຂໍ​ພະ​ເຢໂຫວາ​ເຮັດ​ໃຫ້​ມີ​ຟ້າ​ຮ້ອງ​ແລະ​ຝົນ​ຕົກ ເພື່ອ​ພວກ​ເຈົ້າ​ຈະ​ຮູ້​ແລະ​ເຂົ້າໃຈ​ວ່າ​ການ​ທີ່​ພວກ​ເຈົ້າ​ຂໍ​ໃຫ້​ມີ​ກະສັດ​ເປັນ​ເລື່ອງ​ຊົ່ວ​ຮ້າຍ​ແທ້​ໆ​ສຳລັບ​ພະ​ເຢໂຫວາ.”+ 18  ຊາມູເອນ​ໄດ້​ຂໍ​ພະ​ເຢໂຫວາ ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ມີ​ຟ້າ​ຮ້ອງ​ແລະ​ຝົນ​ຕົກ​ໃນ​ມື້​ນັ້ນ. ທຸກ​ຄົນ​ຈຶ່ງ​ຢ້ານ​ພະ​ເຢໂຫວາ​ແລະ​ຊາມູເອນ​ຫຼາຍ. 19  ເຂົາ​ເຈົ້າ​ບອກ​ຊາມູເອນ​ວ່າ: “ຂໍ​ໃຫ້​ເຈົ້າອະທິດຖານ​ຫາພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ສຳລັບ​ພວກ​ເຮົາ​ແດ່+ ເພາະ​ພວກ​ເຮົາ​ບໍ່​ຢາກ​ຕາຍ. ພວກ​ເຮົາ​ເຮັດ​ຜິດ​ມາ​ຫຼາຍ​ແລ້ວ ແລະ​ຍັງ​ມາ​ເຮັດ​ຜິດ​ຊ້ຳ​ອີກ​ເລື່ອງຂໍ​ໃຫ້​ມີ​ກະສັດ.” 20  ຊາມູເອນ​ບອກ​ປະຊາຊົນ​ວ່າ: “ບໍ່​ຕ້ອງ​ຢ້ານ ກະ​ແມ່ນ​ຢູ່​ວ່າ​ພວກ​ເຈົ້າ​ເຮັດ​ສິ່ງທີ່ບໍ່​ດີ​ຫຼາຍ​ຢ່າງ. ຂໍ​ພຽງ​ແຕ່​ພວກ​ເຈົ້າ​ບໍ່​ປະຖິ້ມ​ພະ​ເຢໂຫວາ+ແລະ​ຮັບ​ໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ.+ 21  ຢ່າ​ປະ​ຖິ້ມ​ເພິ່ນ​ແລະ​ໄປ​ນະມັດສະການ​ພະເຈົ້າ​ປອມ+ທີ່​ຊ່ວຍ​ຊີວິດ​ພວກເຈົ້າ​ບໍ່​ໄດ້+ ເພາະ​ພວກ​ມັນ​ເປັນ​ພຽງ​ແຕ່​ຮູບ​ບູຊາ​ທີ່​ບໍ່​ມີ​ຄ່າ​ຫຍັງ. 22  ພະ​ເຢໂຫວາ​ຈະ​ບໍ່​ຖິ້ມປະຊາຊົນຂອງ​ເພິ່ນ+ ຍ້ອນ​ເຫັນ​ແກ່​ຊື່​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ+ ແລະ​ຍ້ອນ​ພະ​ເຢໂຫວາ​ຕັ້ງ​ໃຈ​ເລືອກ​ພວກ​ເຈົ້າ​ໃຫ້​ເປັນ​ປະຊາຊົນ​ຂອງ​ເພິ່ນ.+ 23  ຂ້ອຍ​ຈະ​ບໍ່​ເຊົາ​ອະທິດຖານ​ເພື່ອ​ພວກ​ເຈົ້າ ເພາະ​ຖ້າ​ຂ້ອຍ​ເຊົາ​ກໍ​ຈະ​ເປັນ​ການ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ. ຂ້ອຍ​ຈະ​ສອນ​ພວກ​ເຈົ້າ​ຕໍ່​ໆ​ໄປ​ໃຫ້​ຮູ້ຈັກ​ໃຊ້​ຊີວິດ​ໃນ​ທາງ​ທີ່​ດີ​ແລະຖືກຕ້ອງ 24  ໃຫ້​ຢ້ານຢຳ​ພະ​ເຢໂຫວາ​ຜູ້​ດຽວ+ ແລະ​ຮັບ​ໃຊ້​ເພິ່ນ​ຢ່າງ​ສັດຊື່ແລະດ້ວຍ​ສຸດ​ຫົວໃຈ ເພາະ​ເພິ່ນ​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ເພື່ອ​ພວກ​ເຈົ້າ.+ 25  ແຕ່​ຖ້າ​ພວກ​ເຈົ້າ​ຍັງ​ຕັ້ງ​ໃຈ​ເຮັດຜິດຢູ່ ທັງ​ພວກ​ເຈົ້າ​ແລະ​ກະສັດ​ຂອງ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ.”+

ຂໍຄວາມໄຂເງື່ອນ

ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້