ຊາມູເອນ​ສະບັບ​ທີ​ໜຶ່ງ 13:1-23

  • ຊາອູນ​ເລືອກ​ທະຫານ​ໄປ​ຕໍ່ສູ້ (1-​4)

  • ຊາອູນ​ເຮັດ​ເກີນ​ສິດ (5-​9)

  • ຊາມູເອນ​ຕຳໜິ​ຊາອູນ (10-​14)

  • ພວກ​ອິດສະຣາເອນ​ບໍ່​ມີ​ອາວຸດ (15-​23)

13  ຊາອູນອາຍຸ . . .* ປີ​ຕອນ​ທີ່​ລາວ​ເປັນ​ກະສັດ.+ ຫຼັງ​ຈາກ​ທີ່​ຊາອູນ​ປົກຄອງ​ອິດສະຣາເອນ​ໄດ້ 2 ປີ  ລາວ​ໄດ້​ເລືອກ​ເອົາ​ຜູ້​ຊາຍ​ອິດສະຣາເອນ 3.000 ຄົນ ແລ້ວ​ໃຫ້ 2.000 ຄົນ​ຢູ່​ກັບ​ລາວ​ໃນ​ມິກມາດ​ແລະ​ໃນ​ເຂດ​ພູ​ຂອງ​ເມືອງ​ເບເທນ. ແຕ່​ອີກ 1.000 ຄົນ​ໃຫ້ຢູ່​ກັບ​ໂຢນາທານ+ໃນ​ເມືອງ​ກີເບອາ+ໃນ​ເຂດ​ຂອງ​ຕະກູນ​ເບັນຢາມິນ. ສ່ວນ​ຄົນ​ທີ່​ບໍ່ຖືກເລືອກ ຊາອູນ​ກໍ​ໃຫ້​ກັບ​ໄປ​ເຕັ້ນ​ຂອງ​ໂຕເອງ.  ໂຢນາທານ​ໄປ​ບຸກ​ໂຈມຕີ​ກອງທະຫານຂອງ​ຟີລິດສະຕີນ+ຢູ່​ເມືອງ​ເຄບາ+ ແລະ​ພວກ​ຟີລິດສະຕີນ​ກໍ​ຮູ້​ເລື່ອງ​ນີ້. ແລ້ວ​ຊາອູນ​ກໍ​ສົ່ງ​ຜູ້​ສົ່ງ​ຂ່າວ​ໄປ​ທົ່ວປະເທດອິດສະຣາເອນ​ເພື່ອ​ໃຫ້​ເປົ່າ​ແກ​ເຂົາ​ສັດ+ແລະ​ປະກາດ​ວ່າ: “ພວກ​ເຮັບເຣີ​ເອີ້ຍ ຂໍ​ໃຫ້​ຟັງ​ເດີ້!”  ພວກ​ອິດສະຣາເອນ​ຈຶ່ງ​ຮູ້​ຂ່າວ​ວ່າ: “ຊາອູນ​ໄປຕໍ່ສູ້ແລະ​ຊະນະ​ກອງ​ທະຫານ​ຂອງ​ຟີລິດສະຕີນ ແລະ​ຕອນ​ນີ້​ພວກ​ຟີລິດສະຕີນ​ຊັງ​ພວກ​ອິດສະຣາເອນ​ຫຼາຍ.” ພວກຜູ້ສົ່ງ​ຂ່າວ​ຈຶ່ງ​ບອກ​ພວກ​ຜູ້ຊາຍໄປ​ຫາ​ຊາອູນ​ຢູ່​ເມືອງ​ກິນການ.+  ພວກ​ຟີລິດສະຕີນ​ຈຶ່ງ​ລວບລວມ​ທະຫານ​ໄປ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ. ເຂົາ​ເຈົ້າ​ມີ​ລົດ​ມ້າ 30.000 ຄັນ​ແລະ​ທະຫານ​ມ້າ 6.000 ຄົນ ແລະ​ຍັງ​ມີ​ທະຫານ​ອີກ​ບັກ​ຫຼາຍ​ໆ​ຄື​ກັບດິນ​ຊາຍຢູ່​ແຄມ​ທະເລ.+ ເຂົາ​ເຈົ້າ​ຂຶ້ນ​ໄປ​ຕັ້ງ​ຄ້າຍ​ຢູ່​ມິກມາດ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ເມືອງ​ເບັດອາເວນ.+  ເມື່ອ​ພວກ​ອິດສະຣາເອນ​ເຫັນ​ແບບ​ນັ້ນ​ກໍ​ຮູ້ສຶກຈົນ​ຕາ​ແຈ. ເຂົາ​ເຈົ້າ​ຈຶ່ງ​ໄປ​ລີ້​ຢູ່​ໃນ​ຖ້ຳ​ໃນໂກນ+ແລະ​ໃນ​ປ່າ​ໃນ​ຂຸມ.  ພວກ​ເຮັບເຣີ​ບາງຄົນ​ຢ້ານ​ຫຼາຍ​ຈົນ​ຂ້າມແມ່​ນ້ຳຈໍແດນ​ເຂົ້າ​ໄປ​ໃນ​ເຂດ​ຂອງ​ຕະກູນ​ຄາດ​ແລະ​ເຂດ​ຂອງ​ກິລຽດ.+ ແຕ່​ຊາອູນ​ຍັງ​ຢູ່​ເມືອງ​ກິນການ​ແລະ​ຄົນ​ທີ່​ຢູ່​ນຳ​ລາວ​ກໍ​ພາກັນຢ້ານຫຼາຍ.  ຊາອູນ​ຖ້າ 7 ມື້​ຈົນ​ຮອດເວລາທີ່​ຊາມູເອນ​ນັດ​ໄວ້ ແຕ່​ຊາມູເອນ​ກໍຍັງ​ບໍ່​ມາເມືອງ​ກິນການ ແລະ​ພວກ​ທະຫານ​ກໍ​ກຳລັງໜີປະຊາອູນ.  ໃນ​ທີ່​ສຸດ​ຊາອູນ​ກໍ​ບອກ​ວ່າ: “ເອົາ​ເຄື່ອງ​ບູຊາ​ເຜົາ​ກັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ມາ​ໃຫ້​ຂ້ອຍ.” ແລ້ວ​ຊາອູນ​ກໍເຜົາ​ເຄື່ອງ​ບູຊາ.+ 10  ທັນທີ​ທີ່​ຊາອູນ​ເຜົາ​ເຄື່ອງ​ບູຊາ​ແລ້ວ​ໆ​ ຊາມູເອນ​ກໍ​ມາ​ຮອດ. ຊາອູນ​ຈຶ່ງ​ອອກ​ໄປ​ຫາ​ຊາມູເອນ​ແລະຖາມສະບາຍ​ດີ​ລາວ. 11  ຊາມູເອນ​ເວົ້າ​ວ່າ: “ເປັນ​ຫຍັງ​ຄື​ເຮັດ​ຈັ່ງ​ຊີ້?” ຊາອູນ​ຕອບ​ວ່າ: “ທຸກ​ຄົນ​ໜີ​ປະ​ຂ້ອຍ+ແລະ​ເຈົ້າ​ກໍ​ບໍ່​ມາ​ຕາມ​ນັດ ແລະ​ພວກ​ຟີລິດສະຕີນ​ກໍ​ກຳລັງ​ລວມ​ກັນ​ຢູ່​ມິກມາດ.+ 12  ຂ້ອຍ​ຈຶ່ງ​ຄິດ​ວ່າ​ຈັກ​ໜ້ອຍ​ພວກ​ຟີລິດສະຕີນ​ຈະ​ລົງ​ມາ​ຕໍ່ສູ້​ຂ້ອຍ​ຢູ່​ກິນການ ແລະ​ຂ້ອຍ​ຍັງ​ບໍ່​ໄດ້​ຂໍໃຫ້​ພະ​ເຢໂຫວາ​ຊ່ວຍ ຂ້ອຍ​ກໍ​ເລີຍເຜົາເຄື່ອງ​ບູຊາ.” 13  ຊາມູເອນ​ຈຶ່ງ​ບອກ​ຊາອູນ​ວ່າ: “ເຈົ້າ​ຄື​ໂງ່​ແທ້​ທີ່​ເຮັດ​ແບບ​ນີ້. ເຈົ້າ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ບອກ​ໄວ້.+ ຖ້າ​ເຈົ້າ​ເຊື່ອ​ຟັງ ພະ​ເຢໂຫວາ​ຈະ​ໃຫ້​ເຈົ້າ​ແລະ​ລູກ​ຫຼານ​ຂອງ​ເຈົ້າ​ປົກຄອງ​ອິດສະຣາເອນ​ຕະຫຼອດໄປ. 14  ແຕ່​ຕອນ​ນີ້​ການ​ປົກຄອງ​ຂອງ​ເຈົ້າ​ຈະ​ບໍ່​ໄດ້​ຢູ່​ຕະຫຼອດໄປ.+ ພະ​ເຢໂຫວາ​ຈະເລືອກຜູ້​ທີ່​ເພິ່ນພໍ​ໃຈ+ ແລະ​ພະ​ເຢໂຫວາ​ຈະ​ຕັ້ງ​ລາວ​ໃຫ້​ເປັນ​ຜູ້​ນຳ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ+ ຍ້ອນ​ເຈົ້າ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ.”+ 15  ຈາກນັ້ນ ຊາມູເອນ​ກໍ​ອອກ​ຈາກ​ເມືອງ​ກິນການ​ໄປ​ເມືອງ​ກີເບອາ​ໃນ​ເຂດ​ຂອງ​ຕະກູນ​ເບັນຢາມິນ. ຊາອູນ​ນັບ​ຈຳນວນ​ຄົນ​ຂອງ​ລາວ ແລະ​ພວກ​ຜູ້​ຊາຍ​ທີ່​ຍັງ​ຢູ່​ກັບ​ລາວ​ມີ​ປະມານ 600 ຄົນ.+ 16  ຕອນ​ນັ້ນ ຊາອູນ​ແລະ​ໂຢນາທານ​ລູກ​ຊາຍ​ຂອງ​ລາວ ລວມ​ທັງ​ຄົນ​ທີ່​ຍັງ​ຢູ່​ນຳ​ເຂົາ​ເຈົ້າ​ພັກ​ຢູ່​ເມືອງ​ເຄບາ+ໃນ​ເຂດ​ຂອງ​ຕະກູນ​ເບັນຢາມິນ. ສ່ວນ​ພວກ​ຟີລິດສະຕີນ​ຕັ້ງ​ຄ້າຍ​ຢູ່​ມິກມາດ.+ 17  ພວກ​ຟີລິດສະຕີນ​ແບ່ງ​ທະຫານ​ອອກ​ເປັນ 3 ກອງແລ້ວ​ຍົກ​ໄປ​ໂຈມຕີ. ທະຫານ​ກອງ​ທີ 1 ໄປ​ຕາມ​ເສັ້ນ​ທາງ​ທີ່​ໄປ​ເມືອງ​ໂອຟຣາ​ເພື່ອ​ຈະ​ໄປ​ເຂດ​ເມືອງ​ຊູອານ. 18  ທະຫານ​ກອງ​ທີ 2 ໄປ​ຕາມ​ເສັ້ນ​ທາງ​ທີ່​ຈະ​ໄປ​ເມືອງ​ເບັດໂຮໂຣນ+ ແລະ​ທະຫານ​ກອງ​ທີ 3 ໄປ​ຕາມ​ເສັ້ນ​ທາງ​ທີ່​ຈະ​ໄປ​ຮອດ​ເຂດ​ແດນ​ທີ່​ແນມ​ເຫັນ​ຮ່ອມພູ​ເຊໂບຢິມ​ແລະ​ບ່ອນ​ກັນດານ. 19  ຕອນ​ນັ້ນ ໃນ​ທົ່ວ​ປະເທດ​ອິດສະຣາເອນ​ບໍ່​ມີ​ຊ່າງ​ຕີ​ເຫຼັກ​ເລີຍ ຍ້ອນ​ພວກ​ຟີລິດສະຕີນ​ໄດ້​ເວົ້າ​ວ່າ: “ພວກ​ເຮັບເຣີ​ຈະບໍ່​ໄດ້​ເຮັດດາບ​ເຮັດ​ຫອກ.” 20  ພວກ​ອິດສະຣາເອນ​ທຸກ​ຄົນ​ຈຶ່ງ​ຕ້ອງ​ລົງ​ໄປ​ຫາ​ພວກ​ຟີລິດສະຕີນ​ເມື່ອ​ຢາກ​ຝົນໝາກສົບ​ໄຖ* ຈົກ ຂວານ ຫຼື​ກ່ຽວ. 21  ຄ່າ​ຝົນ​ໝາກສົບ​ໄຖ ຈົກ ເຄື່ອງ​ມື​ສາມ​ງ່າມ ຂວານ ຫຼື​ແປງ​ເຫຼັກກະຕັກ* ແມ່ນ 1 ພິມ.* 22  ໃນ​ໄລຍະ​ທີ່​ເຮັດ​ສົງຄາມ​ນັ້ນ ຄົນ​ທີ່​ຢູ່​ກັບ​ຊາອູນ​ແລະ​ໂຢນາທານ​ບໍ່​ມີ​ໃຜ​ມີ​ດາບ​ຫຼື​ຫອກ.+ ມີ​ແຕ່​ຊາອູນ​ກັບ​ໂຢນາທານ​ເທົ່າ​ນັ້ນ​ທີ່​ມີ​ອາວຸດ. 23  ສ່ວນ​ທະຫານ​ຂອງ​ຟີລິດສະຕີນ​ກອງ​ໜຶ່ງ​ກໍອອກ​ໄປຢູ່​ທາງ​ໄປ​ຮ່ອມພູ​ມິກມາດ.+

ຂໍຄວາມໄຂເງື່ອນ

ສຳເນົາ​ເກົ່າ​ແກ່​ຂອງ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ບໍ່​ມີ​ໂຕ​ເລກ​ຢູ່​ນີ້
ເຫຼັກ​ທີ່​ໃຊ້​ປີ້ນ​ດິນ​ຕອນ​ໄຖ​ນາ
ໄມ້​ທີ່​ມີ​ເຫຼັກ​ປາຍ​ແຫຼມ​ໆ​ຢູ່​ສົ້ນ​ໜຶ່ງ​ທີ່​ໃຊ້​ແທງ​ເພື່ອ​ບັງຄັບ​ສັດ
ນ້ຳ​ໜັກ​ໃນ​ສະໄໝ​ບູຮານ​ເຊິ່ງ​ໜັກ​ປະມານ 8 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.