ຊາມູເອນສະບັບທີໜຶ່ງ 14:1-52
14 ມື້ໜຶ່ງ ໂຢນາທານ+ລູກຊາຍຂອງຊາອູນໄດ້ເວົ້າກັບຜູ້ທີ່ຖືອາວຸດໃຫ້ລາວວ່າ: “ໄປ໋ ໃຫ້ພວກເຮົາຂ້າມໄປຟາກນັ້ນທີ່ກອງທະຫານຟີລິດສະຕີນຕັ້ງຄ້າຍຢູ່.” ແຕ່ໂຢນາທານບໍ່ໄດ້ບອກໃຫ້ພໍ່ຮູ້.
2 ຕອນນັ້ນຊາອູນຕັ້ງຄ້າຍຢູ່ກ້ອງຕົ້ນໝາກພິລາໃນມິກໂຣນທີ່ຢູ່ໃກ້ຊາຍແດນເມືອງກີເບອາ+ ແລະມີ 600 ຄົນຢູ່ກັບລາວ+
3 (ລວມທັງປະໂລຫິດອາຮີຢາທີ່ນຸ່ງເອໂຟດ.*+ ລາວເປັນລູກຊາຍຂອງອາຮີຕຸບ+ ອາຮີຕຸບເປັນອ້າຍຂອງອີຄາບົດ+ ອີຄາບົດເປັນລູກຊາຍຂອງຟີເນຮາດ+ ຟີເນຮາດເປັນລູກຊາຍຂອງເອລີ.+ ເອລີເຄີຍເປັນປະໂລຫິດຂອງພະເຢໂຫວາຢູ່ເມືອງຊີໂລ.)+ ພວກທະຫານບໍ່ຮູ້ວ່າໂຢນາທານລັກອອກໄປ.
4 ໃນເສັ້ນທາງທີ່ໂຢນາທານພະຍາຍາມຂ້າມໄປຫາກອງທະຫານຟີລິດສະຕີນ ມີໂງ່ນຫີນທີ່ສູງໆ 2 ກ້ອນ ຟາກລະກ້ອນ. ກ້ອນໜຶ່ງຊື່ໂບເຊັດ ແລະອີກກ້ອນໜຶ່ງຊື່ເສເນ.
5 ກ້ອນຫີນທີ່ຢູ່ທາງທິດເໜືອມີຮູບຮ່າງຄືກັບເສົາປິ່ນໜ້າໄປທາງມິກມາດ ແລະອີກກ້ອນໜຶ່ງຢູ່ທາງທິດໃຕ້ປິ່ນໜ້າໄປເມືອງເຄບາ.+
6 ໂຢນາທານເວົ້າກັບຜູ້ທີ່ຖືອາວຸດວ່າ: “ໄປ໋ ຂ້າມໄປຫາຄ້າຍຂອງພວກທີ່ບໍ່ໄດ້ຮັບສິນຕັດ.*+ ພະເຢໂຫວາອາດຈະຊ່ວຍພວກເຮົາ. ຖ້າພະເຢໂຫວາຢາກໃຫ້ຊະນະກໍບໍ່ມີຫຍັງມາຂັດຂວາງເພິ່ນໄດ້ ເຖິງວ່າຈະມີຄົນຫຼາຍຫຼືໜ້ອຍກໍຕາມ.”+
7 ຜູ້ທີ່ຖືອາວຸດເວົ້າກັບໂຢນາທານວ່າ: “ເຮັດຕາມທີ່ທ່ານເຫັນວ່າຖືກຕ້ອງ. ທ່ານຢາກໄປທາງໃດກໍໄປໂລດ ຂ້ອຍຈະໄປນຳທ່ານທຸກບ່ອນ.”
8 ໂຢນາທານຈຶ່ງເວົ້າວ່າ: “ພວກເຮົາຈະຂ້າມໄປພຸ້ນເພື່ອໃຫ້ພວກນັ້ນເຫັນພວກເຮົາ.
9 ຖ້າພວກນັ້ນເວົ້າກັບພວກເຮົາວ່າ ‘ຢືນຢູ່ຫັ້ນແຫຼະ ພວກເຮົາຊິລົງໄປຫາ!’ ພວກເຮົາກໍຈະຢືນຢູ່ຫັ້ນ ບໍ່ຂຶ້ນໄປຫາເຂົາເຈົ້າ.
10 ແຕ່ຖ້າພວກນັ້ນເວົ້າວ່າ ‘ຂຶ້ນມາຫາພວກເຮົາໂລດ!’ ພວກເຮົາກໍຈະຂຶ້ນໄປ ເພາະນີ້ເປັນສັນຍານ+ທີ່ບອກວ່າພະເຢໂຫວາຈະໃຫ້ພວກເຮົາຊະນະພວກນັ້ນ.”
11 ທັງສອງຄົນຈຶ່ງອອກໄປໃຫ້ພວກຟີລິດສະຕີນທີ່ຢູ່ໃນຄ້າຍເຫັນ. ພວກຟີລິດສະຕີນເວົ້າວ່າ: “ເບິ່ງແມ້! ພວກເຮັບເຣີອອກມາຈາກຖ້ຳຈາກໂກນແລ້ວ.”+
12 ພວກທະຫານຈຶ່ງເວົ້າກັບໂຢນາທານແລະຜູ້ທີ່ຖືອາວຸດໃຫ້ລາວວ່າ: “ຂຶ້ນມາໂລດ ພວກຂ້ອຍຈະສອນບົດຮຽນໃຫ້ພວກເຈົ້າ!”+ ໂຢນາທານຈຶ່ງບອກຜູ້ທີ່ຖືອາວຸດວ່າ: “ນຳຂ້ອຍມາ ເພາະພະເຢໂຫວາຈະຊ່ວຍອິດສະຣາເອນໃຫ້ຊະນະພວກນີ້.”+
13 ແລ້ວໂຢນາທານກໍປີນຂຶ້ນໄປ ຜູ້ທີ່ຖືອາວຸດໃຫ້ລາວກໍນຳຫຼັງລາວໄປ. ໂຢນາທານຂ້າທະຫານຟີລິດສະຕີນຕາຍຫຼາຍຄົນແລະຜູ້ທີ່ຖືອາວຸດກໍຂ້າພວກທະຫານຟີລິດສະຕີນນຳຫຼັງລາວ.
14 ເທື່ອທຳອິດທີ່ໂຢນາທານກັບຜູ້ທີ່ຖືອາວຸດໃຫ້ລາວໄປຕໍ່ສູ້ ເຂົາເຈົ້າຂ້າທະຫານຕາຍປະມານ 20 ຄົນ ພາຍໃນໄລຍະທາງທີ່ບໍ່ໄກປານໃດ.*
15 ພວກທະຫານທີ່ຢູ່ໃນຄ້າຍແລະກອງທະຫານທີ່ຍາມຢູ່ເທິງພູກໍຢ້ານ ແລະແມ່ນແຕ່ກອງທະຫານທີ່ຖືກສົ່ງໄປໂຈມຕີ+ພວກອິດສະຣາເອນກໍຢ້ານຫຼາຍຄືກັນ. ແລ້ວແຜ່ນດິນກໍໄຫວແລະພະເຈົ້າໄດ້ເຮັດໃຫ້ພວກນັ້ນຢ້ານ.
16 ພວກຄົນຍາມຂອງຊາອູນທີ່ຢູ່ເມືອງກີເບອາ+ໃນເຂດຂອງຕະກູນເບັນຢາມິນກໍເຫັນຄວາມວຸ່ນວາຍເກີດຂຶ້ນຢູ່ທຸກທິດທຸກທາງໃນຄ້າຍຂອງພວກຟີລິດສະຕີນ.+
17 ຊາອູນເວົ້າກັບພວກທະຫານວ່າ: “ນັບຈຳນວນຄົນເບິ່ງດຸເພື່ອຈະຮູ້ວ່າມີໃຜແດ່ທີ່ບໍ່ຢູ່ນີ້.” ເມື່ອນັບແລ້ວກໍເຫັນວ່າໂຢນາທານແລະຜູ້ທີ່ຖືອາວຸດໃຫ້ລາວບໍ່ຢູ່ຫັ້ນ.
18 ຊາອູນຈຶ່ງເວົ້າກັບອາຮີຢາ+ວ່າ: “ໄປເອົາຫີບສັນຍາຂອງພະເຈົ້າທ່ຽງແທ້ມານີ້!” (ຕອນນັ້ນຫີບສັນຍາຂອງພະເຈົ້າທ່ຽງແທ້ຢູ່ກັບພວກອິດສະຣາເອນ.)
19 ຕອນທີ່ຊາອູນກຳລັງບອກປະໂລຫິດອາຮີຢາໃຫ້ຖາມພະເຈົ້າ ຄ້າຍຂອງພວກຟີລິດສະຕີນກໍວຸ່ນວາຍຫຼາຍຂຶ້ນເລື້ອຍໆ. ຊາອູນຈຶ່ງບອກປະໂລຫິດອາຮີຢາວ່າ: “ບໍ່ຕ້ອງຖາມແລ້ວ.”
20 ຊາອູນກັບທະຫານທຸກຄົນທີ່ຢູ່ນຳລາວກໍມາລວມກັນເພື່ອຈະໄປຕໍ່ສູ້. ແຕ່ເມື່ອໄປຮອດ ເຂົາເຈົ້າກໍເຫັນພວກຟີລິດສະຕີນຂ້າຟັນກັນເອງແລະມີຄວາມສັບສົນວຸ່ນວາຍຫຼາຍ.
21 ພວກເຮັບເຣີທີ່ເຄີຍໄປຢູ່ຝ່າຍພວກຟີລິດສະຕີນແລະໄປຢູ່ຄ້າຍຂອງພວກນັ້ນກໍກັບມາຢູ່ຝ່າຍອິດສະຣາເອນແລະມາຢູ່ກັບຊາອູນແລະໂຢນາທານ.
22 ເມື່ອພວກອິດສະຣາເອນທີ່ໄປລີ້+ຢູ່ເຂດພູເອຟຣາຢິມໄດ້ຍິນວ່າພວກຟີລິດສະຕີນໜີໄປແລ້ວ ເຂົາເຈົ້າກໍມາຊ່ວຍນຳຂ້າພວກຟີລິດສະຕີນຄືກັນ.
23 ມື້ນັ້ນພະເຢໂຫວາໄດ້ຊ່ວຍພວກອິດສະຣາເອນ+ ແລະເຂົາເຈົ້າໄດ້ສູ້ກັບພວກຟີລິດສະຕີນຈົນຮອດເມືອງເບັດອາເວນ.+
24 ແຕ່ໃນມື້ນັ້ນພວກທະຫານອິດສະຣາເອນເມື່ອຍຫຼາຍ ຍ້ອນຊາອູນໃຫ້ເຂົາເຈົ້າສາບານໂດຍເວົ້າວ່າ: “ຖ້າໃຜກິນຫຍັງກ່ອນຕາເວັນຕົກດິນແລະກ່ອນທີ່ຂ້ອຍຈະແກ້ແຄ້ນພວກສັດຕູໄດ້ ຜູ້ນັ້ນຈະຕ້ອງຖືກສາບແຊ່ງ!” ດັ່ງນັ້ນຈຶ່ງບໍ່ມີໃຜກ້າກິນຫຍັງ.+
25 ແລ້ວພວກທະຫານກໍເຂົ້າໄປໃນປ່າ ແລະຢູ່ຫັ້ນມີນ້ຳເຜີ້ງຢູ່ພື້ນ.
26 ຕອນທີ່ຢູ່ໃນປ່າ ເຂົາເຈົ້າເຫັນນ້ຳເຜີ້ງກຳລັງຍ້ອຍລົງມາ ແຕ່ບໍ່ມີໃຜກ້າເອົາມາກິນ ຍ້ອນຢ້ານຜິດຄຳສາບານ.
27 ແຕ່ໂຢນາທານບໍ່ຮູ້ວ່າພໍ່ຂອງລາວໃຫ້ພວກທະຫານສາບານຫຍັງ+ ລາວຈຶ່ງເອົາໄມ້ຄ້ອນເທົ້າທີ່ຈັບຢູ່ແຍ່ເຂົ້າໄປໃນຮັງເຜີ້ງເພື່ອເອົານ້ຳເຜີ້ງມາກິນ. ເມື່ອລາວຊີມນ້ຳເຜີ້ງໜ້ອຍໜຶ່ງ ລາວກໍຮູ້ສຶກມີແຮງ.*
28 ທະຫານຜູ້ໜຶ່ງຈຶ່ງບອກລາວວ່າ: “ພໍ່ຂອງເຈົ້າໄດ້ໃຫ້ພວກທະຫານສາບານຢ່າງໜັກແໜ້ນວ່າ ‘ຜູ້ທີ່ກິນຫຍັງໃນມື້ນີ້ຈະຖືກສາບແຊ່ງ!’+ ຍ້ອນແນວນີ້ພວກເຮົາທຸກຄົນຈຶ່ງເມື່ອຍຫຼາຍ.”
29 ໂຢນາທານເວົ້າວ່າ: “ພໍ່ຂ້ອຍສ້າງຄວາມເດືອດຮ້ອນໃຫ້ພວກເຈົ້າໂດຍໃຫ້ສາບານແບບນີ້. ເບິ່ງແມ້ ຂ້ອຍຊີມນ້ຳເຜີ້ງແຕ່ໜ້ອຍດຽວກໍຍັງມີແຮງຫຼາຍປານນີ້
30 ຖ້າມື້ນີ້ພວກເຈົ້າທຸກຄົນໄດ້ກິນເຄື່ອງທີ່ຍຶດມາຈາກສັດຕູຈົນອີ່ມ+ກໍແຮ່ງດີແມ່ນບໍ ເພາະພວກເຮົາຈະຂ້າພວກຟີລິດສະຕີນໄດ້ຫຼາຍກວ່ານີ້ອີກ.”
31 ມື້ນັ້ນ ເຂົາເຈົ້ານຳຂ້າພວກຟີລິດສະຕີນຕັ້ງແຕ່ມິກມາດຈົນຮອດອາຢາໂລນ+ ແລະພວກທະຫານກໍເມື່ອຍຫຼາຍ.
32 ເຂົາເຈົ້າຈຶ່ງຟ້າວແລ່ນໄປເອົາເຄື່ອງຂອງພວກສັດຕູແບບໂລບມາກໂລພາ ແລະຂ້າແກະ ງົວ ແລະງົວນ້ອຍຢູ່ພື້ນ ແລ້ວກໍກິນຊີ້ນທີ່ຍັງບໍ່ໄດ້ເອົາເລືອດອອກ.+
33 ມີຄົນໄປບອກຊາອູນວ່າ: “ພວກທະຫານເຮັດຜິດຮ້າຍແຮງຕໍ່ພະເຢໂຫວາແລ້ວ ເຂົາເຈົ້າກິນຊີ້ນທີ່ຍັງບໍ່ໄດ້ເອົາເລືອດອອກ.”+ ຊາອູນເວົ້າວ່າ: “ພວກເຈົ້າເຮັດຜິດຮ້າຍແຮງ. ກິ້ງຫີນກ້ອນໃຫຍ່ໆມາໃຫ້ຂ້ອຍດຽວນີ້.”
34 ແລ້ວຊາອູນກໍສັ່ງວ່າ: “ໃຫ້ບອກພວກນັ້ນວ່າ ‘ທຸກຄົນຕ້ອງເອົາງົວກັບແກະມາຂ້າຢູ່ນີ້ແລ້ວຈຶ່ງຄ່ອຍກິນ. ຢ່າເຮັດຜິດຕໍ່ພະເຢໂຫວາໂດຍກິນຊີ້ນທີ່ຍັງບໍ່ໄດ້ເອົາເລືອດອອກ.’”+ ໃນຕອນຄ່ຳມື້ນັ້ນ ທຸກຄົນກໍເອົາງົວໄປຂ້າຢູ່ຫັ້ນ.
35 ຊາອູນໄດ້ສ້າງແທ່ນບູຊາໃຫ້ພະເຢໂຫວາ.+ ນີ້ເປັນແທ່ນບູຊາທຳອິດທີ່ລາວສ້າງໃຫ້ພະເຢໂຫວາ.
36 ຕໍ່ມາ ຊາອູນເວົ້າວ່າ: “ໃຫ້ພວກເຮົາໄປນຳຂ້າພວກຟີລິດສະຕີນຕອນກາງຄືນນີ້ເລີຍ ແລະໄປຍຶດເອົາເຄື່ອງພວກມັນຈົນຮອດຕອນເຊົ້າ. ພວກເຮົາຈະຂ້າທຸກຄົນບໍ່ໃຫ້ເຫຼືອ.” ພວກທະຫານຕອບວ່າ: “ເຮັດຕາມທີ່ກະສັດຕ້ອງການໂລດ.” ປະໂລຫິດຈຶ່ງບອກວ່າ: “ໃຫ້ພວກເຮົາຖາມພະເຈົ້າທ່ຽງແທ້ຢູ່ນີ້ກ່ອນ.”+
37 ຊາອູນຖາມພະເຈົ້າວ່າ: “ລູກຄວນໄປນຳຂ້າພວກຟີລິດສະຕີນບໍ?+ ພະອົງຈະຊ່ວຍພວກເຮົາແລະພວກອິດສະຣາເອນໃຫ້ຊະນະບໍ?” ແຕ່ມື້ນັ້ນພະເຈົ້າບໍ່ໄດ້ຕອບລາວ.
38 ຊາອູນຈຶ່ງເວົ້າກັບພວກຜູ້ນຳອິດສະຣາເອນວ່າ: “ຫຍັບເຂົ້າມາໃກ້ໆເພື່ອຈະຮູ້ວ່າມື້ນີ້ຜູ້ໃດໄດ້ເຮັດຜິດ.
39 ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ແລະເປັນຜູ້ຊ່ວຍອິດສະຣາເອນໃຫ້ລອດວ່າ ຖ້າຂ້ອຍຮູ້ວ່າຜູ້ໃດເຮັດຜິດ ເຖິງວ່າຈະແມ່ນໂຢນາທານລູກຊາຍຂອງຂ້ອຍ ລາວກໍຕ້ອງຕາຍຄືກັນ.” ແຕ່ບໍ່ມີໃຜເວົ້າຫຍັງ.
40 ຊາອູນບອກພວກທະຫານວ່າ: “ພວກເຈົ້າທຸກຄົນເປັນຝ່າຍໜຶ່ງ ຂ້ອຍກັບໂຢນາທານຈະເປັນອີກຝ່າຍໜຶ່ງ.” ພວກທະຫານຕອບວ່າ: “ເຮັດຕາມທີ່ກະສັດຕ້ອງການໂລດ.”
41 ຊາອູນອະທິດຖານຫາພະເຢໂຫວາວ່າ: “ໂອ້ພະເຈົ້າຂອງອິດສະຣາເອນ ຂໍຕອບພວກເຮົາໂດຍທາງທູມມີມ*+ນີ້!” ແລ້ວໂຢນາທານກັບຊາອູນກໍຖືກເລືອກ ສ່ວນພວກທະຫານກໍພົ້ນຈາກຄວາມຜິດ.
42 ຊາອູນຈຶ່ງບອກວ່າ: “ໃຫ້ຈົກສະຫຼາກອີກເທື່ອໜຶ່ງ+ເພື່ອຈະຮູ້ວ່າແມ່ນຂ້ອຍຫຼືໂຢນາທານທີ່ເຮັດຜິດ.” ແລ້ວໂຢນາທານກໍຖືກເລືອກ.
43 ຊາອູນຈຶ່ງຖາມໂຢນາທານວ່າ: “ບອກພໍ່ໄດ້ບໍ່ວ່າລູກໄດ້ເຮັດຫຍັງ?” ໂຢນາທານຕອບວ່າ: “ລູກມີແຕ່ຊີມນ້ຳເຜີ້ງທີ່ຕິດຢູ່ປາຍໄມ້ຄ້ອນເທົ້າໜ້ອຍດຽວໜຶ່ງ.+ ຖ້າລູກຕ້ອງຕາຍລູກກໍຍອມ.”
44 ຊາອູນເວົ້າວ່າ: “ຂໍໃຫ້ພະເຈົ້າລົງໂທດພໍ່ໜັກໆຖ້າລູກບໍ່ຕາຍ.”+
45 ແຕ່ພວກທະຫານເວົ້າກັບຊາອູນວ່າ: “ໂຢນາທານສົມຄວນຕາຍບໍ? ລາວເປັນຜູ້ທີ່ເຮັດໃຫ້ອິດສະຣາເອນໄດ້ຮັບໄຊຊະນະທີ່ຍິ່ງໃຫຍ່*+ນີ້ບໍ່ແມ່ນບໍ? ຢ່າຂ້າລາວ! ພວກເຮົາຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ວ່າ ແມ່ນແຕ່ຜົມເສັ້ນດຽວຂອງລາວ ພວກເຮົາກໍຈະບໍ່ໃຫ້ຕົກລົງພື້ນ ເພາະສິ່ງທີ່ລາວເຮັດໃນມື້ນີ້ກໍຍ້ອນວ່າພະເຈົ້າຊ່ວຍ.”+ ພວກທະຫານໄດ້ຊ່ວຍຊີວິດໂຢນາທານໄວ້ ລາວຈຶ່ງບໍ່ຖືກຂ້າ.
46 ຊາອູນກໍເຊົາໄລ່ນຳຂ້າພວກຟີລິດສະຕີນ. ແລ້ວພວກຟີລິດສະຕີນກໍກັບເມືອແຜ່ນດິນຂອງເຂົາເຈົ້າ.
47 ຊາອູນແຜ່ຂະຫຍາຍອຳນາດໄປທົ່ວອິດສະຣາເອນແລະຕໍ່ສູ້ກັບພວກສັດຕູໃນທຸກທິດທຸກທາງ ທັງກັບພວກໂມອາບ+ ພວກອຳໂມນ+ ພວກເອໂດມ+ ພວກກະສັດຂອງໂຊບາ+ ແລະພວກຟີລິດສະຕີນ.+ ບໍ່ວ່າຊາອູນຈະຕໍ່ສູ້ກັບໃຜ ລາວກໍຊະນະໝົດ.
48 ຊາອູນຕໍ່ສູ້ຢ່າງກ້າຫານແລະເອົາຊະນະພວກອາມາເລັກ+ໄດ້. ລາວຊ່ວຍອິດສະຣາເອນຈາກພວກສັດຕູ.
49 ຊາອູນມີລູກຊາຍ 3 ຄົນຊື່ ໂຢນາທານ ອີຊະວີ ແລະມັນກີຊົວ+ ແລະລາວມີລູກສາວ 2 ຄົນ. ຜູ້ເອື້ອຍຊື່ເມຣັບ+ແລະຜູ້ນ້ອງຊື່ມີການ.+
50 ເມຍຂອງຊາອູນຊື່ອາຮີໂນອາມ. ລາວເປັນລູກຂອງອາຮີມາອາດ. ຫົວໜ້າກອງທັບຂອງຊາອູນຊື່ອັບເນ.+ ອັບເນເປັນລູກຂອງເນ ແລະອັບເນເປັນອາວຂອງຊາອູນ.
51 ກີເຊ+ເປັນພໍ່ຂອງຊາອູນ ເນ+ເປັນພໍ່ຂອງອັບເນ ແລະອາບີເອນເປັນພໍ່ຂອງເນ.
52 ໃນໄລຍະທີ່ຊາອູນປົກຄອງເປັນກະສັດ+ ລາວໄດ້ເຮັດສົງຄາມກັບພວກຟີລິດສະຕີນຢ່າງດຸເດືອດ. ເມື່ອຊາອູນເຫັນຜູ້ຊາຍທີ່ແຂງແຮງແລະກ້າຫານ ລາວກໍຈະໃຫ້ມາເປັນທະຫານ.+
ຂໍ ຄວາມ ໄຂ ເງື່ອນ
^ ເບິ່ງສ່ວນອະທິບາຍຄຳສັບ
^ ຕັດໜັງຫຸ້ມປາຍອະໄວຍະວະເພດຊາຍ
^ ໝາຍເຖິງເນື້ອທີ່ທີ່ງົວຄູ່ໜຶ່ງສາມາດໄຖໄດ້ໃນມື້ໜຶ່ງ. ປະມານ 0,4 ເຮັກຕາ.
^ ແປຕາມໂຕວ່າ “ຕາຂອງລາວກໍແຈ້ງຂຶ້ນ”
^ ເບິ່ງສ່ວນອະທິບາຍຄຳສັບ
^ ຫຼື “ຄວາມລອດ”