ຊາມູເອນ​ສະບັບ​ທີ​ໜຶ່ງ 2:1-36

  • ຄຳ​ອະທິດຖານ​ຂອງ​ຮັນນາ (1-​11)

  • ລູກ​ຊາຍ 2 ຄົນ​ຂອງ​ເອລີ​ເຮັດ​ຜິດ (12-​26)

  • ພະ​ເຢໂຫວາ​ຕັດສິນ​ຄອບຄົວ​ຂອງ​ເອລີ (27-​36)

2  ຈາກນັ້ນ ຮັນນາ​ກໍ​ອະທິດຖານ​ວ່າ: “ລູກ​ມີ​ຄວາມ​ສຸກ​ຍ້ອນ​ພະ​ເຢໂຫວາ.+ພະ​ເຢໂຫວາ​ເຮັດ​ໃຫ້​ລູກ​ມີ​ກຳລັງ.* ລູກ​ຕອບ​ສັດຕູ​ດ້ວຍ​ຄວາມ​ກ້າຫານຍ້ອນ​ດີ​ໃຈ​ທີ່​ພະອົງ​ມາ​ຊ່ວຍ​ລູກ​ໃຫ້​ລອດ.   ບໍ່​ມີ​ໃຜ​ບໍລິສຸດ​ຄື​ກັບ​ພະ​ເຢໂຫວາແລະ​ບໍ່​ມີ​ໃຜ​ທຽບ​ພະອົງ​ໄດ້.+ພະເຈົ້າ​ຂອງ​ພວກ​ເຮົາ​ເປັນ​ຄື​ກັບ​ຫີນຜາ.+   ຢ່າ​ເວົ້າ​ອວດ​ອົ່ງ​ອີກ.ຢ່າ​ໃຫ້​ຄຳເວົ້າ​ຈອງຫອງ​ອອກ​ມາ​ຈາກ​ປາກ​ຂອງ​ເຈົ້າ.ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຮູ້​ທຸກຢ່າງ+ແລະ​ເພິ່ນ​ຕັດສິນ​ການ​ກະທຳ​ຂອງ​ມະນຸດ​ຢ່າງ​ຍຸຕິທຳ.   ຄັນ​ທະນູ​ຂອງ​ຄົນ​ທີ່​ແຂງແຮງ​ຈະ​ຫັກ​ເປັນທ່ອນ​ໆ​ແຕ່​ຄົນ​ທີ່​ສະດຸດ​ແລະ​ລົ້ມລົງ​ຈະ​ກັບ​ມາ​ມີ​ແຮງອີກ.+   ຄົນ​ທີ່​ເຄີຍ​ຢູ່​ດີ​ກິນ​ດີ​ຈະ​ຕ້ອງ​ໄປ​ເຮັດ​ວຽກ​ຮັບຈ້າງ​ເພື່ອ​ຈະ​ມີ​ເຂົ້າ​ກິນແຕ່​ຄົນ​ທີ່​ອຶດຢາກ​ຈະ​ບໍ່​ອຶດຢາກ​ອີກ​ຕໍ່​ໄປ.+ ຜູ້ຍິງ​ທີ່​ເປັນ​ໝັນ​ໄດ້​ລູກຊາຍ​ຮອດ 7 ຄົນ+ແຕ່​ຜູ້ຍິງ​ທີ່​ມີ​ລູກຊາຍ​ຫຼາຍ​ຄົນ​ພັດ​ບໍ່​ມີ​ລູກ​ອີກ​ເລີຍ.*   ພະ​ເຢໂຫວາ​ຂ້າ​ຄົນ​ໃຫ້​ຕາຍ​ໄດ້​ແລະ​ປົກປ້ອງ​ຊີວິດ​ໄດ້.*ເພິ່ນ​ເອົາ​ມະນຸດ​ລົງ​ໄປ​ໃນ​ບ່ອນ​ຝັງສົບ*​ໄດ້​ແລະ​ກໍ​ເອົາ​ຂຶ້ນ​ມາ​ໄດ້.+   ພະ​ເຢໂຫວາ​ເຮັດ​ໃຫ້​ທຸກຍາກ​ແລະ​ເຮັດ​ໃຫ້​ຮັ່ງມີ​ໄດ້.+ເພິ່ນ​ເຮັດ​ໃຫ້​ຕົກຕ່ຳ​ແລະ​ຍົກ​ໃຫ້​ສູງ​ຂຶ້ນ​ໄດ້.+   ເພິ່ນ​ຍົກ​ຄົນ​ທີ່​ຕ່ຳຕ້ອຍ​ຂຶ້ນ​ຈາກ​ດິນ.ເພິ່ນ​ຍົກ​ຄົນ​ທີ່​ທຸກຍາກ​ຂຶ້ນ​ຈາກ​ກອງຂີ້ເທົ່າ*+ເພື່ອ​ໃຫ້​ເຂົາເຈົ້າ​ນັ່ງ​ກັບ​ພວກ​ເຈົ້າ​ນາຍແລະ​ໃຫ້​ເຂົາເຈົ້າ​ນັ່ງ​ໃນ​ບ່ອນ​ທີ່​ມີ​ກຽດ. ຮາກຖານ​ຂອງ​ໂລກ​ເປັນ​ຂອງ​ພະ​ເຢໂຫວາ+ແລະເພິ່ນ​ໄດ້​ວາງ​ແຜ່ນດິນ​ໄວ້​ເທິງ​ຫັ້ນ.   ເພິ່ນ​ປົກປ້ອງ​ຜູ້​ທີ່​ພັກດີ​ຕໍ່​ເພິ່ນ​ທຸກ​ບາດ​ຍ່າງ+ແຕ່​ຄົນ​ຊົ່ວ​ຈະ​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ​ທີ່​ມືດ​ໆ​.+ຄົນ​ເຮົາບໍ່​ສາມາດ​ເອົາ​ຊະນະ​ດ້ວຍ​ກຳລັງ​ຂອງ​ໂຕ​ເອງ​ໄດ້.+ 10  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄົນ​ທີ່​ຕໍ່ສູ້​ເພິ່ນ​ມຸ່ນອຸ້ຍປຸ້ຍ.*+ເພິ່ນ​ຈະ​ສະແດງ​ຄວາມ​ໃຈຮ້າຍ​ໃສ່​ເຂົາເຈົ້າ​ຄື​ກັບ​ສຽງ​ຟ້າຮ້ອງ​ທີ່ຢູ່ເທິງຟ້າ.+ ພະ​ເຢໂຫວາ​ຈະ​ຕັດສິນ​ທົ່ວໂລກ.+ເພິ່ນ​ຈະ​ໃຫ້​ອຳນາດ​ກະສັດ​ທີ່​ເພິ່ນ​ແຕ່ງຕັ້ງ+ແລະ​ເຮັດ​ໃຫ້ຜູ້ທີ່​ເພິ່ນ​ເລືອກ​ໄວ້​ມີ​ກຳລັງ​ເພີ່ມຂຶ້ນ.”*+ 11  ຈາກ​ນັ້ນ ເອນການາ​ກໍ​ກັບ​ເມືອ​ເຮືອນ​ຂອງ​ລາວ​ທີ່​ຢູ່​ເມືອງ​ຣາມາ ແຕ່​ຊາມູເອນ​ຢູ່​ຮັບໃຊ້​ພະ​ເຢໂຫວາ​+ໂດຍ​ມີ​ປະໂລຫິດ​ເອລີ​ເປັນ​ຜູ້​ເບິ່ງແຍງ. 12  ລູກຊາຍ​ຂອງ​ເອລີ​ເປັນ​ຄົນ​ຊົ່ວ​ຫຼາຍ.+ ເຂົາເຈົ້າ​ບໍ່​ນັບຖື​ພະ​ເຢໂຫວາ. 13  ທຸກ​ເທື່ອ​ທີ່​ປະຊາຊົນ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້ພະເຈົ້າ ເຂົາເຈົ້າ​ຈະ​ບໍ່​ຍອມ​ເອົາ​ສ່ວນ​ທີ່​ປະໂລຫິດ​ມີ​ສິດ​ຈະ​ໄດ້ຈາກ​ເຄື່ອງບູຊາ+ ແຕ່​ຜູ້​ຊ່ວຍ​ຄົນ​ໜຶ່ງ​ຂອງ​ປະໂລຫິດ​ຈະ​ເອົາ​ສ້ອມ​ໃຫຍ່​ທີ່​ມີ​ສາມງ່າມ​ມາ​ບ່ອນ​ທີ່​ກຳລັງ​ຕົ້ມ​ຊີ້ນ 14  ແລ້ວ​ລາວ​ຈະ​ສັກສ້ອມ​ນັ້ນ​ລົງ​ໄປ​ໃນ​ໝໍ້​ຕົ້ມ​ຊີ້ນ ຫຼື​ໝໍ້​ທີ່​ມີ​ຫູ ຫຼື​ໝໍ້​ໃຫຍ່ ຫຼື​ໝໍ້​ທີ່​ມີ​ດ້າມຈັບ. ຖ້າ​ສຽບ​ຖືກ​ຊີ້ນ​ຕ່ອນ​ໃດ ຊີ້ນ​ຕ່ອນ​ນັ້ນ​ກໍ​ຈະ​ເປັນ​ຂອງ​ປະໂລຫິດ. ເຂົາເຈົ້າ​ເຮັດ​ແບບ​ນີ້​ກັບ​ຄົນ​ອິດສະຣາເອນ​ທຸກຄົນ​ທີ່​ມາ​ເມືອງ​ຊີໂລ. 15  ນອກຈາກນັ້ນ ກ່ອນ​ທີ່​ຜູ້​ໃດ​ຜູ້​ໜຶ່ງ​ຈະ​ເອົາ​ນ້ຳມັນ​ສັດ​ໄປເຜົາ+ ຜູ້​ຊ່ວຍ​ຂອງ​ປະໂລຫິດ​ຈະ​ມາ​ບອກ​ລາວ​ວ່າ: “ເອົາ​ຊີ້ນ​ມາ​ນີ້ ປະໂລຫິດ​ຈະ​ເອົາ​ໄປ​ປີ້ງ​ເອງ. ລາວ​ບໍ່​ຢາກ​ໄດ້​ຊີ້ນ​ຕົ້ມ ລາວ​ຢາກ​ໄດ້​ແຕ່​ຊີ້ນ​ດິບ.” 16  ຖ້າ​ຄົນ​ນັ້ນ​ເວົ້າ​ກັບ​ຜູ້​ຊ່ວຍ​ວ່າ: “ຂໍ​ເຜົາ​ນ້ຳມັນ​ສັດ+ໃຫ້​ພະເຈົ້າ​ກ່ອນ​ໄດ້​ບໍ? ຖ້າ​ເຈົ້າ​ຢາກ​ໄດ້​ຫຍັງ​ແລ້ວ​ຈຶ່ງ​ເອົາ​ໄປ.” ຜູ້​ຊ່ວຍ​ກໍ​ຈະ​ເວົ້າ​ວ່າ: “ບໍ່​ໄດ້ ຕ້ອງ​ເອົາ​ມາ​ໃຫ້​ຂ້ອຍ​ດຽວ​ນີ້. ຖ້າ​ບໍ່​ໃຫ້ ຂ້ອຍ​ກໍ​ຈະ​ຍາດ​ເອົາ.” 17  ພວກ​ຜູ້​ຊ່ວຍ​ຂອງ​ປະໂລຫິດ​ເຮັດ​ຜິດ​ຮ້າຍແຮງ​ຕໍ່​ພະ​ເຢໂຫວາ+ ຍ້ອນ​ເຂົາເຈົ້າ*​ບໍ່​ນັບຖື​ເຄື່ອງ​ບູຊາ​ທີ່​ເອົາ​ມາ​ໃຫ້​ພະ​ເຢໂຫວາ. 18  ຊາມູເອນ​ເຮັດ​ວຽກ​ຮັບໃຊ້​+ພະ​ເຢໂຫວາ​ແລະ​ນຸ່ງ​ເອໂຟດ*​ທີ່​ເຮັດ​ຈາກ​ຜ້າ​ລີນິນ+ເຖິງ​ວ່າ​ລາວ​ຈະ​ເປັນ​ເດັກນ້ອຍ. 19  ແມ່​ຂອງ​ລາວ​ຈະ​ເຮັດ​ເສື້ອ​ແຂນ​ກິ້ນ​ໂຕ​ນ້ອຍ​ໆ​ແລະ​ເອົາ​ໄປ​ໃຫ້​ຊາມູເອນ​ທຸກ​ປີ​ຕອນ​ທີ່​ລາວ​ກັບ​ຜົວ​ເອົາ​ເຄື່ອງ​ບູຊາ​ປະຈຳປີ​ໄປ​ເຜົາ​ໃຫ້​ພະເຈົ້າ.+ 20  ເອລີ​ອວຍພອນ​ໃຫ້​ເອນການາ​ແລະ​ເມຍ​ຂອງ​ລາວ​ວ່າ: “ຂໍ​ພະ​ເຢໂຫວາ​ໃຫ້​ເຈົ້າ​ມີ​ລູກ​ກັບ​ເມຍ​ຜູ້​ນີ້​ອີກ ເພື່ອ​ແທນ​ລູກ​ທີ່​ເຈົ້າ​ເອົາ​ໃຫ້​ພະ​ເຢໂຫວາ.”+ ແລ້ວ​ເຂົາເຈົ້າ​ກໍ​ເມືອ​ເຮືອນ. 21  ພະ​ເຢໂຫວາ​ອີ່ຕົນ​ຮັນນາ ເພິ່ນ​ຈຶ່ງ​ໃຫ້​ລາວ​ຖືພາ.+ ລາວ​ໄດ້​ລູກ​ຊາຍ​ອີກ 3 ຄົນ​ແລະ​ລູກສາວ 2 ຄົນ. ຊາມູເອນ​ກໍ​ໃຫຍ່​ຂຶ້ນ​ລະຫວ່າງ​ທີ່​ຮັບໃຊ້​ພະ​ເຢໂຫວາ.*+ 22  ຕອນ​ນີ້​ເອລີ​ກໍ​ເຖົ້າ​ຫຼາຍ​ແລ້ວ ລາວ​ຮູ້​ທຸກ​ເລື່ອງ​ທີ່​ພວກ​ລູກຊາຍ​ເຮັດ+ຕໍ່​ພວກ​ອິດສະຣາເອນ ແລະ​ເລື່ອງ​ທີ່​ເຂົາເຈົ້າ​ໄປ​ນອນ​ນຳ​ພວກ​ຜູ້ຍິງ​ທີ່​ເຮັດ​ວຽກ​ຮັບໃຊ້​ຢູ່​ໜ້າ​ເຕັ້ນ​ສັກສິດ.*+ 23  ເອລີ​ເວົ້າ​ກັບ​ເຂົາເຈົ້າ​ເລື້ອຍ​ໆ​ວ່າ: “ເປັນ​ຫຍັງ​ພວກ​ລູກ​ເຮັດ​ແບບ​ນີ້​ອີກ​ແລ້ວ? ພໍ່​ໄດ້​ຍິນ​ແຕ່​ເລື່ອງ​ທີ່​ບໍ່​ດີ​ກ່ຽວ​ກັບ​ພວກ​ລູກ. 24  ເຊົາເຮັດເດີ້​ລູກ. ເລື່ອງ​ທີ່​ພໍ່​ໄດ້​ຍິນ​ຈາກ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ແມ່ນ​ບໍ່​ດີ​ເລີຍ. 25  ຖ້າ​ຜູ້​ໜຶ່ງ​ເຮັດ​ຜິດ​ຕໍ່​ອີກ​ຜູ້​ໜຶ່ງ​ກໍ​ຍັງ​ມີ​ຄົນ​ອ້ອນວອນ​ຂໍ​ພະ​ເຢໂຫວາ​ເພື່ອ​ລາວ​ໄດ້.* ແຕ່​ຖ້າຜູ້​ໜຶ່ງ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ+ ໃຜ​ຈະ​ອະທິດຖານ​ຂໍ​ເພື່ອ​ລາວ​ໄດ້?” ແຕ່​ພວກ​ລູກ​ຊາຍ​ຂອງ​ເອລີ​ບໍ່​ຟັງ​ສິ່ງ​ທີ່​ພໍ່​ບອກ ຍ້ອນ​ພະ​ເຢໂຫວາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ​ຈະ​ໃຫ້​ເຂົາເຈົ້າ​ຕາຍ.+ 26  ໃນ​ລະຫວ່າງ​ນັ້ນ ຊາມູເອນ​ກໍ​ໃຫຍ່​ຂຶ້ນ​ແລະ​ພະ​ເຢໂຫວາ​ກັບ​ປະຊາຊົນ​ກໍ​ຮັກ​ລາວ​ຫຼາຍ.+ 27  ຄົນ​ຂອງ​ພະເຈົ້າ​ມາ​ຫາ​ເອລີ​ແລະ​ເວົ້າ​ກັບ​ລາວ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ຕອນ​ທີ່​ປູ່ຍ່າຕານາຍຂອງ​ເຈົ້າ​ເປັນ​ທາດ​ຂອງຟາໂຣ*​ໃນ​ເອຢິບ ເຮົາ​ໄດ້​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ເຮົາ​ເປັນ​ຢ່າງ​ດີ​ບໍ່​ແມ່ນ​ບໍ?+ 28  ເຮົາ​ໄດ້​ເລືອກ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ອອກ​ຈາກ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ+ເພື່ອ​ໃຫ້​ເປັນ​ປະໂລຫິດ. ເຂົາເຈົ້າ​ຈະ​ເຜົາ​ເຄື່ອງ​ບູຊາ ເຜົາ​ເຄື່ອງຫອມ*ຢູ່​ເທິງ​ແທ່ນ​ບູຊາ​ຂອງ​ເຮົາ+ ແລະ​ນຸ່ງ​ເອໂຟດ​ຮັບໃຊ້​ເຮົາ. ເຮົາ​ໄດ້​ຍົກ​ເຄື່ອງ​ບູຊາ​ເຜົາ​ທັງ​ໝົດ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ນັ້ນ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຈົ້າ​ກັບ​ພວກ​ລູກ​ຫຼານ.+ 29  ເປັນ​ຫຍັງ​ເຈົ້າ​ບໍ່​ນັບຖື​ເຄື່ອງ​ບູຊາ​ທີ່​ເຮົາ​ສັ່ງ​ໃຫ້​ເອົາ​ມາ​ບ່ອນ​ຢູ່​ຂອງ​ເຮົາ?+ ເປັນ​ຫຍັງ​ເຈົ້າ​ໃຫ້​ກຽດ​ລູກ​ຊາຍ​ຂອງ​ເຈົ້າ​ຫຼາຍ​ກວ່າ​ເຮົາ​ແລະ​ເອົາ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ເຄື່ອງ​ບູຊາ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ​ໄປ​ກິນ​ຈົນ​ຕຸ້ຍ​ຈົນ​ພີ?+ 30  ຍ້ອນ​ແນວ​ນີ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຈຶ່ງ​ເວົ້າ​ວ່າ “ເຮົາ​ເຄີຍ​ເວົ້າ​ວ່າ ເຮົາ​ຈະ​ໃຫ້​ລູກຫຼານ​ຂອງ​ເຈົ້າ​ແລະ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ຮັບໃຊ້​ເຮົາ​ຕະຫຼອດໄປ.”+ ແຕ່​ຕອນ​ນີ້​ພະ​ເຢໂຫວາ​ບອກ​ວ່າ “ເຮົາ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ອີກ​ຕໍ່ໄປ ເພາະ​ວ່າ​ເຮົາ​ຈະ​ໃຫ້​ກຽດ​ຜູ້​ທີ່​ໃຫ້​ກຽດ​ເຮົາ+ ແຕ່​ເຮົາ​ຈະ​ບໍ່​ເຫັນ​ຄ່າ​ຜູ້​ທີ່​ບໍ່​ນັບຖື​ເຮົາ.” 31  ດັ່ງນັ້ນ ມື້​ໜຶ່ງ​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ແລະ​ປູ່ຍ່າຕານາຍ​ຂອງ​ເຈົ້າໝົດ​ແຮງ*ຈົນ​ບໍ່​ມີ​ໃຜ​ໃນ​ພວກ​ລູກ​ຫຼານ​ຂອງ​ເຈົ້າ​ໄດ້​ມີ​ຊີວິດ​ຢູ່​ຈົນ​ເຖົ້າ​ຈົນ​ແກ່.+ 32  ຕອນ​ທີ່​ອິດສະຣາເອນ​ຢູ່​ຢ່າງ​ສຸກສະບາຍ ເຈົ້າ​ຈະ​ເຫັນ​ສັດຕູ​ຂອງ​ເຈົ້າ​ຢູ່​ໃນ​ບ່ອນ​ຢູ່​ຂອງ​ເຮົາ+ ແລະ​ຈະ​ບໍ່​ມີ​ໃຜ​ໃນ​ພວກ​ລູກຫຼານ​ຂອງ​ເຈົ້າ​ໄດ້​ຢູ່​ຈົນ​ເຖົ້າ​ຈົນ​ແກ່​ອີກ​ເລີຍ. 33  ຈະ​ມີ​ລູກຫຼານ​ຄົນ​ໜຶ່ງ​ຂອງ​ເຈົ້າ​ທີ່​ເຮົາ​ບໍ່​ໄດ້​ປົດ​ອອກ​ຈາກ​ການ​ຮັບໃຊ້​ຢູ່​ແທ່ນບູຊາ ລາວ​ຈະ​ເຮັດ​ໃຫ້​ຕາ​ຂອງ​ເຈົ້າ​ມົວແລະ​ເຮັດ​ໃຫ້​ເຈົ້າ​ເສຍໃຈ ແລະ​ລູກຫຼານ​ຂອງ​ເຈົ້າ​ຫຼາຍ​ຄົນ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+ 34  ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ໂຮບນີ​ແລະ​ຟີເນຮາດ​ລູກ​ຊາຍ 2 ຄົນ​ຂອງ​ເຈົ້າ​ຈະ​ເປັນ​ສິ່ງ​ທີ່​ຢືນຢັນ​ຄຳເວົ້າ​ຂອງ​ເຮົາ. ທັງ​ສອງ​ຄົນ​ຈະ​ຕາຍ​ໃນ​ມື້​ດຽວ​ກັນ.+ 35  ແລ້ວ​ເຮົາ​ຈະ​ເລືອກ​ປະໂລຫິດ​ຄົນ​ໜຶ່ງ​ທີ່​ສັດຊື່.+ ລາວ​ຈະ​ເຮັດ​ຕາມ​ທີ່​ໃຈ​ເຮົາ​ຕ້ອງການ. ເຮົາ​ຈະ​ໃຫ້​ລູກ​ຫຼານ​ຂອງ​ລາວ​ຮັບໃຊ້​ເປັນ​ປະໂລຫິດ​ຕະຫຼອດ​ໄປ ແລະ​ລາວ​ຈະ​ຮັບໃຊ້​ເປັນ​ປະໂລຫິດ​ຂອງ​ຜູ້​ທີ່​ເຮົາ​ເລືອກ​ໄວ້​ຕະຫຼອດ​ໄປ. 36  ຄົນ​ໃນ​ຕະກູນ​ຂອງ​ເຈົ້າ​ທີ່​ຍັງ​ເຫຼືອ​ຢູ່​ຈະ​ມາ​ໝູບລົງ​ຕໍ່ໜ້າ​ລາວເພື່ອ​ຂໍ​ເງິນ​ກັບ​ເຂົ້າຈີ່​ກ້ອນ​ໜຶ່ງ​ເປັນ​ຄ່າຈ້າງ​ເຮັດ​ວຽກ ແລະ​ຈະ​ເວົ້າ​ວ່າ “ຂໍ​ແຕ່ງຕັ້ງ​ຂ້ອຍ​ໃຫ້​ເປັນ​ປະໂລຫິດ​ເພື່ອ​ຂ້ອຍ​ຈະ​ມີ​ແນວ​ກິນ.”’”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຍົກ​ເຂົາ​ຂອງ​ລູກ​ຂຶ້ນ”
ແປ​ຕາມ​ໂຕ​ວ່າ “ຫ່ຽວ​ແຫ້ງ”
ຫຼື “ເຮັດ​ໃຫ້​ມີ​ຊີວິດ​ໄດ້”
ຫຼື​ອາດ​ແປ​ວ່າ “ກອງ​ຂີ້ເຫຍື້ອ”
ຫຼື​ອາດ​ແປ​ວ່າ “ຜູ້​ທີ່​ຕໍ່ສູ້​ພະ​ເຢໂຫວາ​ຈະ​ຕ້ອງ​ຢ້ານ”
ແປ​ຕາມ​ໂຕ​ວ່າ “ຍົກ​ເຂົາ​ຂອງ​ຜູ້​ທີ່​ເພິ່ນ​ເລືອກ​ໄວ້”
ອາດ​ໝາຍເຖິງ​ລູກ​ຊາຍ 2 ຄົນ​ຂອງ​ເອລີ ແລະ​ອາດ​ລວມ​ເຖິງ​ພວກ​ຜູ້​ຊ່ວຍ​ນຳ
ຫຼື “ຕໍ່​ໜ້າ​ພະ​ເຢໂຫວາ”
ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື​ອາດ​ແປ​ວ່າ “ພະເຈົ້າ​ຈະ​ຊ່ວຍ​ໄກ່ເກ່ຍ​ໃຫ້​ລາວ​ໄດ້”
ແປ​ຕາມ​ໂຕ​ວ່າ “ໃນ​ເຮືອນ​ຂອງ​ຟາໂຣ”
ຫຼື​ອາດ​ແປ​ວ່າ “ເຮັດ​ໃຫ້​ຄວັນ​ຂອງ​ເຄື່ອງຫອມ​ລອຍ​ຂຶ້ນ​ໄປ”
ແປ​ຕາມ​ໂຕ​ວ່າ “ຕັດ​ແຂນ”