ຊາມູເອນ​ສະບັບ​ທີ​ໜຶ່ງ 23:1-29

  • ດາວິດ​ຊ່ວຍ​ເມືອງ​ເກອີລາ (1-​12)

  • ຊາອູນ​ໄລ່ລ່າ​ດາວິດ (13-​15)

  • ໂຢນາທານ​ໃຫ້​ກຳລັງໃຈ​ດາວິດ (16-​18)

  • ດາວິດ​ໜີ​ລອດ​ຈາກ​ຊາອູນ​ຢ່າງ​ຫວຸດ​ຫວິດ (19-​29)

23  ຕໍ່ມາ ມີ​ຄົນ​ມາ​ບອກ​ດາວິດ​ວ່າ: “ພວກ​ຟີລິດສະຕີນ​ມາ​ໂຈມຕີ​ເມືອງ​ເກອີລາ+ແລະ​ເຂົາ​ເຈົ້າ​ກຳລັງປຸ້ນເອົາເຂົ້າ.”  ດາວິດ​ຈຶ່ງ​ຖາມ​ພະ​ເຢໂຫວາ​ວ່າ:+ “ລູກ​ຄວນ​ໄປ​ຕໍ່ສູ້​ພວກ​ຟີລິດສະຕີນ​ບໍ?” ພະ​ເຢໂຫວາ​ຕອບ​ວ່າ: “ໄປ​ໂລດ ແລະ​ຊ່ວຍ​ເມືອງ​ເກອີລາ​ໄວ້.”  ພວກທະຫານຂອງ​ດາວິດ​ເວົ້າ​ກັບ​ລາວ​ວ່າ: “ຂະໜາດ​ຢູ່​ຢູດາ​ພວກ​ເຮົາ​ກໍ​ຍັງ​ຮູ້ສຶກ​ຢ້ານ​ແລ້ວ+ ຄັນ​ໃຫ້​ໄປ​ເກອີລາ​ເພື່ອ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ ພວກ​ເຮົາ​ກໍ​ແຮ່ງ​ບໍ່​ກ້າ!”+  ດາວິດ​ຈຶ່ງ​ຖາມ​ພະ​ເຢໂຫວາ​ອີກ​ເທື່ອ​ໜຶ່ງ+ ພະ​ເຢໂຫວາ​ຕອບ​ລາວ​ວ່າ: “ໄປ​ເມືອງ​ເກອີລາ​ໂລດ ເພາະ​ເຮົາ​ຈະ​ໃຫ້​ເຈົ້າ​ຊະນະ​ພວກ​ຟີລິດສະຕີນ.”+  ແລ້ວ​ດາວິດ​ກໍ​ພາ​ພວກ​ທະຫານ​ໄປ​ເກອີລາ​ແລະ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ. ລາວ​ເອົາ​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ມາ​ແລະຂ້າເຂົາ​ເຈົ້າ​ຕາຍບັກ​ຫຼາຍ​ໆ​. ດາວິດ​ຊ່ວຍ​ຊີວິດ​ຄົນ​ໃນ​ເມືອງ​ເກອີລາ​ໄວ້.+  ອາບີອາທາ+ລູກ​ຊາຍ​ຂອງ​ອາຮີເມເລັກ​ໜີ​ໄປ​ຫາ​ດາວິດ​ຢູ່​ເມືອງ​ເກອີລາ. ລາວ​ເອົາ​ເອໂຟດ*ໄປ​ນຳ.  ມີ​ຄົນ​ບອກ​ຊາອູນ​ວ່າ: “ດາວິດ​ມາ​ເມືອງ​ເກອີລາ.” ຊາອູນ​ຈຶ່ງ​ເວົ້າ​ວ່າ: “ພະເຈົ້າ​ມອບ​ດາວິດ​ໃຫ້​ຂ້ອຍ​ແລ້ວ.+ ລາວ​ຖືກ​ແຮ້ວ​ຂອງ​ໂຕເອງ​ໂດຍ​ເຂົ້າ​ມາ​ໃນ​ເມືອງ​ທີ່​ມີ​ປະຕູ​ແລະ​ມີກອນປະຕູ.”  ຊາອູນ​ຈຶ່ງ​ເອີ້ນ​ທະຫານ​ທຸກ​ຄົນ​ມາ​ເພື່ອ​ໄປ​ຈັບ​ດາວິດ​ກັບ​ພວກ​ທະຫານ​ຂອງ​ລາວ​ຢູ່​ເມືອງ​ເກອີລາ.  ເມື່ອ​ດາວິດ​ຮູ້​ວ່າ​ຊາອູນ​ກຳລັງ​ວາງ​ແຜນ​ມາ​ຈັບ​ລາວ ດາວິດ​ຈຶ່ງ​ບອກ​ອາບີອາທາ​ວ່າ: “ເອົາ​ເອໂຟດ​ມາ​ໃຫ້​ຂ້ອຍ​ໄດ້​ບໍ່.”+ 10  ແລ້ວ​ດາວິດ​ກໍ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ ຜູ້​ຮັບ​ໃຊ້​ຜູ້​ນີ້​ຂອງ​ພະອົງ​ໄດ້ຍິນວ່າ​ຊາອູນ​ຕັ້ງ​ໃຈ​ຈະ​ມາ​ທຳລາຍ​ເມືອງ​ເກອີລາ​ຍ້ອນ​ລູກ.+ 11  ພວກ​ຜູ້​ນຳ​ຂອງ​ເກອີລາ​ຈະ​ມອບ​ລູກ​ໃຫ້​ຊາອູນ​ບໍ? ຊາອູນ​ຈະ​ມາ​ເມືອງ​ນີ້​ຕາມ​ທີ່​ລູກ​ໄດ້​ຍິນ​ບໍ? ຂໍ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ໃຫ້​ຮູ້​ແດ່.” ພະ​ເຢໂຫວາ​ຕອບ​ວ່າ: “ລາວ​ຈະ​ມາ.” 12  ດາວິດ​ຈຶ່ງ​ຖາມ​ວ່າ: “ພວກ​ຜູ້​ນຳ​ຂອງ​ເມືອງ​ເກອີລາ​ຈະ​ມອບ​ລູກ​ແລະ​ທະຫານ​ຂອງ​ລູກ​ໃຫ້​ຊາອູນ​ບໍ?” ພະ​ເຢໂຫວາ​ຕອບ​ວ່າ: “ເຂົາ​ເຈົ້າ​ຈະ​ມອບ​ພວກເຈົ້າໃຫ້​ລາວ.” 13  ດາວິດ​ກັບ​ທະຫານ 600 ຄົນ+ຈຶ່ງ​ຟ້າວ​ໜີ​ອອກ​ຈາກ​ເມືອງ​ເກອີລາ ແລະ​ໜີ​ໄປ​ເລື້ອຍ​ໆ​ເພື່ອ​ຊອກ​ຫາ​ບ່ອນ​ທີ່​ປອດໄພ. ເມື່ອ​ມີ​ຄົນ​ມາ​ບອກ​ຊາອູນ​ວ່າ​ດາວິດ​ໜີ​ອອກ​ຈາກ​ເມືອງ​ເກອີລາ​ແລ້ວ ລາວ​ກໍ​ເຊົາ​ໄລ່​ລ່າ​ດາວິດ. 14  ດາວິດ​ໄປ​ຢູ່​ບ່ອນ​ທີ່​ເຂົ້າ​ໄປ​ໄດ້​ຍາກ​ໃນ​ເຂດ​ພູ​ທີ່​ຢູ່​ບ່ອນ​ກັນດານ​ຊິເຟ.+ ຊາອູນ​ຊອກ​ຫາ​ດາວິດ​ບໍ່​ຢຸດບໍ່​ເຊົາ+ ແຕ່​ພະ​ເຢໂຫວາ​ບໍ່​ຍອມ​ໃຫ້​ຊາອູນ​ຈັບ​ດາວິດ​ໄດ້. 15  ດາວິດ​ຮູ້​ວ່າ​ຊາອູນ​ກຳລັງ​ຊອກ​ຂ້າ​ລາວ​ຢູ່​ບ່ອນ​ກັນດານ​ຊິເຟ​ຢູ່​ໂຮເຣັດ. 16  ຕອນ​ນັ້ນ ໂຢນາທານ​ລູກ​ຊາຍ​ຂອງ​ຊາອູນ​ໄດ້​ອອກ​ໄປ​ຫາ​ດາວິດ​ຢູ່​ໂຮເຣັດ​ເພື່ອ​ໃຫ້ກຳລັງໃຈ​ດາວິດ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ.+ 17  ໂຢນາທານ​ບອກ​ດາວິດ​ວ່າ: “ບໍ່​ຕ້ອງ​ຢ້ານ​ເດີ້. ພໍ່​ຂ້ອຍ​ຈະ​ບໍ່​ມີ​ທາງ​ຊອກ​ເຈົ້າ​ເຫັນ. ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ+ ແລະ​ຂ້ອຍ​ຈະ​ເປັນ​ຮອງ​ຕໍ່​ຈາກ​ເຈົ້າ. ພໍ່​ຂ້ອຍ​ກໍ​ຮູ້​ເລື່ອງ​ນີ້​ດີ.”+ 18  ແລ້ວ​ທັງ​ສອງ​ກໍ​ສັນຍາ​ກັນ​+ຕໍ່​ໜ້າ​ພະ​ເຢໂຫວາ. ດາວິດ​ກໍ​ຢູ່​ໂຮເຣັດ​ຕໍ່ ແລະ​ໂຢນາທານ​ກໍ​ກັບ​ເມືອ​ເຮືອນ. 19  ຕໍ່ມາ ຄົນ​ໃນ​ເມືອງ​ຊິເຟ​ໄດ້​ໄປ​ບອກ​ຊາອູນ​ຢູ່​ເມືອງ​ກີເບອາ+ວ່າ: “ດາວິດລີ້ຢູ່​ໃກ້​ໆ​ພວກ​ເຮົາ+ໃນ​ບ່ອນ​ທີ່​ເຂົ້າ​ໄປ​ຫາ​ໄດ້​ຍາກ​ຢູ່​ໂຮເຣັດ+ ແຖວ​ໂນນ​ພູ​ຮາກີລາ+ທີ່​ຢູ່​ທາງ​ໃຕ້*ຂອງ​ເຢຊີໂມນ.*+ 20  ຖ້າ​ກະສັດ​ສະດວກ​ຕອນ​ໃດ​ກໍ​ມາ​ໂລດ ແລ້ວ​ພວກ​ເຮົາ​ຈະ​ມອບ​ລາວ​ໃຫ້​ກະສັດ.”+ 21  ແລ້ວ​ຊາອູນ​ກໍ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ພວກ​ເຈົ້າ​ເດີ້​ທີ່​ອີ່ຕົນ​ຂ້ອຍ. 22  ໃຫ້​ພວກ​ເຈົ້າ​ໄປ​ຊອກ​ເບິ່ງ​ຄັກ​ໆ​ວ່າ​ລາວ​ຢູ່​ໃສ​ແລະ​ໃຜ​ທີ່​ເຫັນ​ລາວ​ຢູ່​ຫັ້ນ. ມີ​ຄົນ​ບອກ​ຂ້ອຍ​ວ່າດາວິດ​ນິມີ​ເລ່ລ່ຽມ​ຫຼາຍ​ໄດ໋. 23  ໃຫ້​ໄປ​ຊອກ​ຄັກ​ໆ​ໃນ​ທຸກ​ບ່ອນ​ທີ່​ລາວ​ໄປ​ລີ້​ແລະ​ເອົາ​ຫຼັກ​ຖານ​ມາ​ໃຫ້​ຂ້ອຍ ແລ້ວ​ຂ້ອຍ​ຈະໄປນຳ​ພວກ​ເຈົ້າ. ເຖິງ​ວ່າ​ຂ້ອຍ​ຕ້ອງ​ຊອກ​ລາວ​ໃນທຸກ​ຄອບຄົວຂອງ​ຕະກູນ​ຢູດາ ຂ້ອຍ​ກໍ​ຈະ​ເຮັດ.” 24  ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ກັບ​ເມືອ​ເມືອງ​ຊິເຟ+ກ່ອນ​ຊາອູນ. ຕອນ​ນັ້ນ​ດາວິດ​ກັບ​ພວກ​ທະຫານ​ຂອງ​ລາວ​ຢູ່​ບ່ອນ​ກັນດານ​ມາໂອນ+ໃນ​ເຂດ​ອາຣາບາ​+ທີ່​ຢູ່​ທາງ​ໃຕ້​ຂອງ​ເຢຊີໂມນ. 25  ແລ້ວ​ຊາອູນ​ກັບ​ພວກ​ທະຫານ​ກໍ​ໄປ​ຊອກ​ຫາ​ດາວິດ.+ ເມື່ອ​ດາວິດ​ຮູ້​ກໍ​ຟ້າວ​ເຂົ້າ​ໄປລີ້ຢູ່ໂກນ​ຫີນ+ໃນ​ບ່ອນ​ກັນດານ​ມາໂອນ. ມີ​ຄົນ​ມາ​ບອກ​ຊາອູນ​ເລື່ອງ​ນີ້ ລາວ​ຈຶ່ງ​ໄລ່​ນຳ​ດາວິດ​ເຂົ້າ​ໄປ​ໃນ​ບ່ອນ​ກັນດານ​ມາໂອນ. 26  ເມື່ອ​ຊາອູນ​ມາ​ຮອດ​ພູ​ເບື້ອງ​ໜຶ່ງ ດາວິດ​ກັບ​ພວກ​ທະຫານ​ກໍ​ໜີ​ໄປ​ພູ​ອີກ​ເບື້ອງ​ໜຶ່ງ. ດາວິດ​ຟ້າວ​ໜີ​+ຈາກ​ຊາອູນ ແຕ່​ຊາອູນ​ແລະ​ພວກ​ທະຫານ​ກຳລັງ​ໄລ່​ນຳ​ມາ​ໃກ້​ໆ​ເພື່ອ​ຈະ​ຈັບ​ດາວິດ​ແລະ​ພວກ​ທະຫານ​ຂອງ​ດາວິດ.+ 27  ແຕ່​ມີ​ຄົນ​ມາ​ບອກ​ຊາອູນ​ວ່າ: “ໃຫ້​ຟ້າວ​ກັບ​ມາ​ໄວ​ໆ​ ພວກ​ຟີລິດສະຕີນ​ມາ​ບຸກ​ໂຈມຕີ​ແຜ່ນດິນ​ຂອງ​ເຮົາ​ແລ້ວ!” 28  ຊາອູນ​ຈຶ່ງເຊົາ​ໄລ່ລ່າ​ດາວິດ+ແລະ​ກັບ​ໄປ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ. ຍ້ອນ​ແນວ​ນີ້ ບ່ອນ​ນັ້ນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ໂກນ​ຫີນ​ທີ່​ເຮັດ​ໃຫ້​ແຍກ​ຈາກ​ກັນ. 29  ແລ້ວ​ດາວິດ​ກໍ​ອອກ​ຈາກ​ຫັ້ນ​ແລະ​ໄປ​ຢູ່​ບ່ອນ​ທີ່​ເຂົ້າ​ໄປ​ໄດ້​ຍາກ​ໃນ​ເມືອງ​ເອັນເກດີ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເບື້ອງ​ຂວາ”
ຫຼື​ອາດ​ແປ​ວ່າ “ທະເລ​ຊາຍ; ບ່ອນ​ກັນດານ”