ຊາມູເອນ​ສະບັບ​ທີ​ໜຶ່ງ 27:1-12

  • ພວກ​ຟີລິດສະຕີນ​ຍົກ​ເມືອງ​ຊິກລັກ​ໃຫ້​ດາວິດ (1-​12)

27  ແຕ່​ດາວິດ​ຄິດ​ໃນ​ໃຈ​ວ່າ: “ມື້​ໜຶ່ງ​ຂ້ອຍ​ຕ້ອງ​ຖືກ​ຊາອູນ​ຂ້າ​ແທ້​ໆ​. ດີ​ທີ່​ສຸດ​ແມ່ນ​ຂ້ອຍ​ຕ້ອງ​ໜີ​+ໄປ​ຟີລິດສະຕີນ ຊາອູນ​ຈຶ່ງ​ຊິ​ເຊົາ​ໄລ່ລ່າ​ຂ້ອຍ​ທົ່ວ​ເຂດ​ອິດສະຣາເອນ+ ແລະ​ຂ້ອຍ​ກໍ​ຈະ​ລອດ​ຈາກ​ລາວ.”  ດາວິດ​ຈຶ່ງ​ພາ​ທະຫານ 600 ຄົນ​+ທີ່​ຢູ່​ນຳ​ລາວ​ໄປ​ຫາ​ອາກີເຊ+ກະສັດ​ຂອງ​ເມືອງ​ກັດ​ທີ່​ເປັນ​ລູກ​ຊາຍ​ຂອງ​ມາໂອກ.  ດາວິດ​ຢູ່​ກັບ​ອາກີເຊ​ໃນ​ເມືອງ​ກັດ ພ້ອມ​ກັບ​ພວກ​ທະຫານ​ຂອງ​ລາວ​ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ. ດາວິດ​ເອົາ​ເມຍ 2 ຄົນໄປ​ນຳ ຜູ້​ໜຶ່ງ​ຊື່​ອາຮີໂນອາມ+ຄົນ​ເຢດຊະເຣເອນ ແລະ​ອີກ​ຜູ້​ໜຶ່ງ​ຊື່​ອາບີກາຍ​+ຄົນ​ກາເມນ​ທີ່​ເຄີຍ​ເປັນ​ເມຍ​ຂອງ​ນາບານ.  ເມື່ອ​ມີ​ຄົນ​ມາ​ບອກ​ຊາອູນ​ວ່າ​ດາວິດ​ໜີ​ໄປ​ເມືອງ​ກັດ ຊາອູນ​ກໍ​ເຊົາ​ໄລ່ລ່າ​ດາວິດ.+  ດາວິດ​ເວົ້າ​ກັບ​ກະສັດ​ອາກີເຊ​ວ່າ: “ຖ້າ​ທ່ານ​ເຫັນ​ວ່າເໝາະສົມ ຂໍ​ໃຫ້​ທ່ານ​ຍົກ​ດິນ​ຕອນ​ໜຶ່ງ​ທີ່​ຢູ່ເມືອງ​ນ້ອຍ​ໆ​ໃນ​ເຂດ​ບ້ານ​ນອກ​ໃຫ້​ຂ້ອຍ​ຢູ່ ເພື່ອ​ຂ້ອຍ​ຈະ​ບໍ່​ຕ້ອງ​ຢູ່​ໃນ​ເມືອງ​ຫຼວງ​ກັບ​ທ່ານ.”  ມື້​ນັ້ນອາກີເຊ​ຈຶ່ງ​ຍົກ​ເມືອງ​ຊິກລັກ​+ໃຫ້​ດາວິດ. ເມືອງ​ຊິກລັກ​ຈຶ່ງ​ເປັນ​ຂອງ​ພວກ​ກະສັດ​ຢູດາ​ຈົນ​ຮອດ​ທຸກ​ມື້​ນີ້.  ດາວິດ​ຢູ່​ເມືອງ​ນ້ອຍ​ໆ​ໃນ​ເຂດບ້ານ​ນອກຂອງ​ຟີລິດສະຕີນ 1 ປີ​ກັບ 4 ເດືອນ.+  ດາວິດ​ກັບ​ພວກ​ທະຫານ​ຂອງ​ລາວ​ໄປ​ຕໍ່ສູ້​ກັບ​ພວກ​ເກຊູ+ ພວກ​ກີຊີ ແລະ​ພວກ​ອາມາເລັກ+ທີ່​ອາໄສ​ຢູ່​ໃນ​ເຂດ​ຕັ້ງ​ແຕ່​ທີລາມ​ໄປ​ຈົນ​ຮອດ​ຊູເຣ+ແລະ​ລົງ​ໄປ​ຮອດ​ເອຢິບ.  ເມື່ອ​ດາວິດ​ໄປ​ຕໍ່ສູ້​ກັບ​ພວກ​ນີ້ ລາວ​ຂ້າ​ຜູ້​ຊາຍ​ແລະ​ຜູ້​ຍິງ​ທຸກ​ຄົນ+ ແຕ່​ລາວ​ເອົາ​ຝູງ​ແກະ ຝູງ​ງົວ ຝູງ​ລາ ຝູງ​ອູດ ແລະ​ເຄື່ອງນຸ່ງ​ກັບ​ມາ​ໃຫ້​ອາກີເຊ. 10  ເມື່ອ​ອາກີເຊ​ຖາມ​ວ່າ: “ມື້​ນີ້​ເຈົ້າ​ໄປ​ຕໍ່ສູ້​ຢູ່​ໃສ?” ດາວິດ​ຕອບ​ວ່າ: “ທາງ​ໃຕ້*​ຂອງ​ຢູດາ+ ແລະທາງ​ໃຕ້​ໃນເຂດຂອງ​ພວກ​ເຢຣາເມເອນ+ ແລະ​ທາງ​ໃຕ້​ໃນ​ເຂດ​ຂອງ​ພວກ​ເກນີ.”+ 11  ດາວິດ​ຂ້າ​ຜູ້​ຊາຍ​ແລະ​ຜູ້​ຍິງ​ທຸກ​ຄົນ​ເພື່ອ​ຈະ​ບໍ່​ຕ້ອງ​ພາ​ເຂົາ​ເຈົ້າ​ມາ​ເມືອງ​ກັດ. ດາວິດ​ເວົ້າ​ວ່າ: “ເຂົາ​ເຈົ້າ​ຈຶ່ງ​ບໍ່​ຕ້ອງ​ບອກ​ຄົນ​ອື່ນ​ວ່າ ‘ຂ້ອຍ​ເປັນ​ຜູ້​ເຮັດ.’” (ດາວິດ​ເຮັດ​ແບບ​ນີ້​ຕະຫຼອດ​ໄລຍະ​ທີ່​ຢູ່​ເຂດ​ບ້ານ​ນອກ​ຂອງ​ຟີລິດສະຕີນ.) 12  ອາກີເຊ​ຈຶ່ງ​ເຊື່ອ​ດາວິດ​ແລະ​ຄິດ​ໃນ​ໃຈ​ວ່າ: ‘ພວກ​ອິດສະຣາເອນ​ຄື​ຊິ​ຊັງ​ລາວ​ແຮງ ແລະ​ລາວ​ຈະ​ຕ້ອງ​ຮັບ​ໃຊ້​ຂ້ອຍ​ຕະຫຼອດໄປ.’

ຂໍຄວາມໄຂເງື່ອນ

ຫຼື “ເນເກັບ”