ຊາມູເອນ​ສະບັບ​ທີ​ໜຶ່ງ 28:1-25

  • ຊາອູນ​ໄປ​ຫາ​ໝໍ​ຜີ​ຢູ່​ເມືອງ​ເອັນໂດເຣ (1-​25)

28  ຕອນ​ນັ້ນ​ພວກ​ທະຫານ​ຟີລິດສະຕີນ​ໄດ້​ມາ​ລວມ​ກັນ​ເພື່ອ​ຕໍ່ສູ້​ພວກ​ອິດສະຣາເອນ.+ ອາກີເຊ​ຈຶ່ງ​ບອກ​ດາວິດ​ວ່າ: “ເຈົ້າ​ແລະ​ພວກ​ທະຫານ​ຂອງ​ເຈົ້າ​ຕ້ອງ​ໄປ​ຕໍ່ສູ້​ນຳ​ກັນ​ກັບ​ຂ້ອຍ.”+  ດາວິດ​ບອກ​ອາກີເຊ​ວ່າ: “ທ່ານ​ກໍ​ຮູ້​ແລ້ວ​ວ່າ​ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ຈະ​ເຮັດ​ຕາມ​ທີ່​ທ່ານ​ບອກ.” ອາກີເຊ​ຈຶ່ງ​ເວົ້າ​ກັບ​ດາວິດ​ວ່າ: “ດີ​ຫຼາຍ ຂ້ອຍ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນທະຫານປ້ອງກັນ​ໂຕ​ຂ້ອຍ​ຕະຫຼອດໄປ.”+  ຕອນ​ນັ້ນ​ຊາມູເອນ​ຕາຍ​ແລ້ວ ພວກ​ອິດສະຣາເອນ​ທຸກ​ຄົນ​ໄປ​ໄວ້​ອາໄລ​ແລະ​ຝັງ​ລາວ​ຢູ່​ເມືອງ​ຣາມາ​ທີ່​ເປັນບ້ານ​ເກີດຂອງ​ລາວ.+ ຊາອູນ​ໄດ້​ໄລ່​ພວກ​ໝໍ​ຜີ​ແລະ​ພວກ​ໝໍ​ດູ​ໃຫ້​ອອກ​ໄປ​ຈາກອິດສະຣາເອນ.+  ພວກ​ຟີລິດສະຕີນ​ໄດ້​ມາ​ລວມ​ກັນ​ແລະ​ໄປ​ຕັ້ງ​ຄ້າຍ​ຢູ່​ເມືອງ​ຊູເນມ.+ ຊາອູນ​ຈຶ່ງ​ລວບລວມທະຫານອິດສະຣາເອນ​ທັງ​ໝົດ ແລ້ວ​ໄປ​ຕັ້ງ​ຄ້າຍ​ຢູ່​ພູ​ກິນໂບອາ.+  ເມື່ອ​ຊາອູນ​ເຫັນ​ຄ້າຍ​ຂອງ​ພວກ​ຟີລິດສະຕີນ ລາວ​ກໍຢ້ານຫຼາຍ.+  ຊາອູນ​ໄດ້ຖາມພະ​ເຢໂຫວາ​ຫຼາຍ​ເທື່ອ+ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ຕອບ​ລາວ ທັງ​ທາງ​ຄວາມ​ຝັນ ທາງ​ອູຣີມ*+ ຫຼື​ທາງ​ຜູ້ພະຍາກອນ.  ໃນ​ທີ່​ສຸດ ຊາອູນ​ບອກ​ຄົນ​ຮັບ​ໃຊ້​ວ່າ: “ໃຫ້​ໄປ​ຊອກ​ໝໍ​ຜີ​ທີ່​ເປັນ​ຜູ້​ຍິງ+ແລ້ວ​ຂ້ອຍ​ຈະ​ໄປ​ຖາມ​ລາວ.” ເຂົາ​ເຈົ້າ​ຕອບ​ວ່າ: “ມີ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໝໍ​ຜີ​ຢູ່​ເມືອງ​ເອັນໂດເຣ.”+  ຊາອູນ​ຈຶ່ງ​ປອມ​ໂຕ​ແລະ​ນຸ່ງ​ເຄື່ອງ​ທຳມະດາ ແລ້ວ​ລາວ​ກັບ​ຜູ້​ຮັບ​ໃຊ້ 2 ຄົນ​ກໍ​ໄປ​ຫາ​ຜູ້​ຍິງ​ຄົນ​ນັ້ນ​ຕອນ​ກາງຄືນ. ລາວ​ບອກ​ວ່າ: “ໃຊ້​ຄວາມ​ສາມາດ​ທີ່​ເຈົ້າ​ເປັນ​ໝໍ​ຜີ+ເອີ້ນ​ຜູ້​ໜຶ່ງ​ຂຶ້ນ​ມາ​ຕາມ​ທີ່​ຂ້ອຍ​ຈະ​ບອກ​ເຈົ້າ.”  ແຕ່​ຜູ້​ຍິງ​ຄົນ​ນັ້ນ​ບອກ​ວ່າ: “ເຈົ້າ​ກໍ​ຮູ້​ວ່າ​ຊາອູນ​ໄດ້​ໄລ່​ພວກ​ໝໍ​ຜີ​ກັບ​ພວກ​ໝໍ​ດູ​ອອກ​ໄປ​ຈາກ​ອິດສະຣາເອນ​ໝົດ​ແລ້ວ.+ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມາ​ລໍ້​ໃຫ້​ຂ້ອຍ​ເຮັດ​ແບບ​ນີ້​ເພື່ອ​ໃຫ້​ຂ້ອຍ​ຖືກ​ຂ້າ?”+ 10  ຊາອູນ​ຈຶ່ງ​ສາບານ​ກັບ​ລາວ​ໂດຍ​ອອກ​ຊື່​ພະ​ເຢໂຫວາ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ເຈົ້າ​ຈະ​ບໍ່​ຖືກລົງໂທດທີ່​ເຮັດ​ແບບ​ນີ້!” 11  ຜູ້​ຍິງ​ຄົນ​ນັ້ນ​ຈຶ່ງ​ຖາມ​ວ່າ: “ເຈົ້າ​ຈະ​ໃຫ້​ຂ້ອຍ​ເອີ້ນ​ໃຜ​ຂຶ້ນ​ມາ?” ຊາອູນ​ຕອບ​ວ່າ: “ເອີ້ນ​ຊາມູເອນ.” 12  ເມື່ອ​ຜູ້​ຍິງ​ຄົນ​ນັ້ນ​ເຫັນ “ຊາມູເອນ”*+ ລາວ​ກໍ​ຮ້ອງ​ສຽງ​ບັກ​ດັງ​ໆ​ ແລະ​ເວົ້າ​ກັບ​ຊາອູນ​ວ່າ: “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕົວະ​ຂ້ອຍ? ເຈົ້າ​ແມ່ນ​ຊາອູນ!” 13  ຊາອູນ​ບອກ​ວ່າ: “ບໍ່​ຕ້ອງ​ຢ້ານ. ເຈົ້າ​ເຫັນ​ຫຍັງ?” ຜູ້​ຍິງ​ຄົນ​ນັ້ນ​ຕອບ​ວ່າ: “ຂ້ອຍ​ເຫັນ​ຜູ້​ໜຶ່ງ​ທີ່​ຄື​ກັບ​ພະເຈົ້າ​ກຳລັງ​ຂຶ້ນ​ມາ​ຈາກ​ດິນ.” 14  ຊາອູນ​ຟ້າວ​ຖາມ​ວ່າ: “ຮູບ​ຮ່າງ​ໜ້າ​ຕາ​ລາວ​ເປັນ​ແນວ​ໃດ?” ລາວ​ຕອບ​ວ່າ: “ເປັນ​ຜູ້​ຊາຍ​ທີ່ເຖົ້າແລ້ວ ລາວ​ໃສ່​ເສື້ອ​ແຂນກິ້ນ.”+ ຊາອູນ​ຮູ້​ທັນທີ​ເລີຍ​ວ່າ​ແມ່ນ “ຊາມູເອນ” ລາວ​ຈຶ່ງ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື. 15  “ຊາມູເອນ” ຖາມ​ຊາອູນ​ວ່າ: “ເຈົ້າ​ເອີ້ນ​ຂ້ອຍ​ຂຶ້ນ​ມາ​ເຮັດ​ຫຍັງ?” ຊາອູນ​ຕອບ​ວ່າ: “ຂ້ອຍ​ມີ​ບັນຫາ​ໃຫຍ່​ຫຼາຍ. ພວກ​ຟີລິດສະຕີນ​ກຳລັງ​ມາ​ຕໍ່ສູ້​ຂ້ອຍ ແຕ່​ພະເຈົ້າ​ຖິ້ມ​ຂ້ອຍ​ແລ້ວ. ເພິ່ນ​ບໍ່​ໄດ້​ຕອບ​ຂ້ອຍ​ເລີຍ ທັງ​ທາງ​ຜູ້ພະຍາກອນ​ຫຼື​ທາງ​ຄວາມ​ຝັນ.+ ຍ້ອນ​ແນວ​ນີ້​ຂ້ອຍ​ຈຶ່ງ​ມາ​ຖາມ​ເຈົ້າ​ວ່າ​ຄວນ​ເຮັດ​ແນວ​ໃດ.”+ 16  “ຊາມູເອນ” ຕອບ​ວ່າ: “ຕອນ​ນີ້​ເຈົ້າ​ຊິ​ມາ​ຖາມ​ຂ້ອຍ​ເຮັດ​ຫຍັງ? ພະ​ເຢໂຫວາ​ຖິ້ມ​ເຈົ້າ​+ແລະ​ເພິ່ນ​ກໍ​ກາຍ​ເປັນ​ສັດຕູ​ຂອງ​ເຈົ້າ​ແລ້ວ. 17  ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ທີ່​ເພິ່ນ​ບອກ​ຜ່ານ​ທາງ​ຂ້ອຍ​ວ່າ ພະ​ເຢໂຫວາ​ຈະ​ເອົາຕຳແໜ່ງກະສັດ​ໄປ​ຈາກ​ເຈົ້າ​ແລະ​ຈະ​ມອບ​ໃຫ້​ດາວິດ​ທີ່​ເປັນ​ຄົນ​ຊາດ​ດຽວ​ກັນ​ກັບ​ເຈົ້າ.+ 18  ຍ້ອນ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ບໍ່​ໄດ້​ທຳລາຍ​ພວກ​ອາມາເລັກ​+ທີ່​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ ພະ​ເຢໂຫວາ​ຈຶ່ງ​ເຮັດ​ກັບ​ເຈົ້າ​ແບບ​ນີ້. 19  ພະ​ເຢໂຫວາ​ຈະ​ໃຫ້​ທັງ​ເຈົ້າ​ກັບ​ພວກ​ອິດສະຣາເອນ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ຟີລິດສະຕີນ+ ແລະ​ມື້​ອື່ນ​ເຈົ້າ​+ກັບ​ລູກ​ຊາຍ​ຂອງ​ເຈົ້າ​+ຈະ​ມາຢູ່​ນຳຂ້ອຍ.* ພະ​ເຢໂຫວາ​ຈະ​ໃຫ້​ພວກ​ຟີລິດສະຕີນ​ຊະນະ​ພວກ​ອິດສະຣາເອນ.”+ 20  ທັນໃດ​ນັ້ນ ຊາອູນ​ກໍ​ລົ້ມ​ລົງ​ໄປ​ນອນ​ຢູ່ພື້ນ ຍ້ອນ​ສິ່ງ​ທີ່ “ຊາມູເອນ” ເວົ້າ. ຊາອູນ​ບໍ່​ມີ​ແຮງ ຍ້ອນ​ລາວ​ບໍ່​ໄດ້​ກິນ​ເຂົ້າ​ໝົດ​ມື້​ໝົດ​ຄືນ. 21  ເມື່ອ​ຜູ້​ຍິງ​ຄົນ​ນັ້ນ​ເຂົ້າ​ມາ​ຫາ​ຊາອູນ​ແລະ​ເຫັນ​ວ່າ​ຊາອູນ​ອຸກໃຈ​ຫຼາຍ ລາວ​ຈຶ່ງ​ເວົ້າ​ວ່າ: “ຂ້ອຍ​ເຊື່ອ​ຟັງ​ທ່ານ​ແລະ​ສ່ຽງ​ຊີວິດ​+ເຮັດ​ຕາມ​ທີ່​ທ່ານ​ບອກ. 22  ຕອນ​ນີ້​ຂໍ​ໃຫ້​ທ່ານ​ຟັງ​ຂ້ອຍ. ຂໍ​ໃຫ້​ຂ້ອຍ​ເອົາ​ເຂົ້າຈີ່​ປ່ຽງ​ໜຶ່ງ​ມາ​ໃຫ້​ທ່ານ​ກິນ​ເພື່ອ​ທ່ານ​ຈະ​ມີ​ແຮງ​ເດີນ​ທາງ​ຕໍ່​ໄປ.” 23  ແຕ່​ຊາອູນ​ຕອບ​ວ່າ: “ຂ້ອຍ​ບໍ່​ກິນ.” ຄົນ​ຮັບ​ໃຊ້​ຂອງ​ລາວ​ກັບ​ຜູ້​ຍິງ​ຄົນ​ນັ້ນ​ຈຶ່ງ​ຂໍຮ້ອງ​ລາວ​ເອົາ​ແທ້​ເອົາ​ວ່າ. ໃນ​ທີ່​ສຸດ ລາວ​ກໍ​ຍອມ​ແລະ​ລຸກ​ຂຶ້ນ​ມາ​ແລ້ວ​ໄປ​ນັ່ງ​ຢູ່​ຕຽງ. 24  ຜູ້​ຍິງ​ຄົນ​ນັ້ນ​ມີ​ງົວ​ນ້ອຍ​ທີ່​ຕຸ້ຍ​ໆ​ໂຕ​ໜຶ່ງ​ຢູ່​ໃນ​ເຮືອນ. ລາວ​ຟ້າວ​ເອົາ​ມັນ​ໄປ​ຂ້າ​ແລະ​ເອົາ​ແປ້ງ​ໄປ​ນວດ​ແລ້ວ​ເອົາ​ໄປ​ປີ້ງ​ເຮັດ​ເປັນ​ເຂົ້າຈີ່​ບໍ່​ມີ​ເຊື້ອ. 25  ລາວ​ເອົາ​ຂອງກິນ​ມາ​ໃຫ້​ຊາອູນ​ແລະ​ຄົນ​ຮັບ​ໃຊ້. ຫຼັງ​ຈາກ​ກິນ​ແລ້ວ ເຂົາ​ເຈົ້າ​ກໍ​ກັບ​ເມືອ​ໃນ​ຄືນ​ນັ້ນ​ເລີຍ.+

ຂໍຄວາມໄຂເງື່ອນ

ບໍ່​ແມ່ນ​ຊາມູເອນ​ແທ້​ໆ​ ແຕ່​ແມ່ນ​ພວກ​ປີສາດ​ທີ່​ປອມ​ເປັນ​ຊາມູເອນ​ແລະ​ເວົ້າ​ເປັນ​ສຽງ​ຂອງ​ລາວ
ໝາຍເຖິງ​ເຂົາເຈົ້າ​ຈະ​ຕາຍ​ຄື​ກັບ​ຊາມູເອນ