ຊາມູເອນ​ສະບັບ​ທີ​ໜຶ່ງ 29:1-11

  • ພວກ​ຟີລິດສະຕີນ​ບໍ່​ເຊື່ອໃຈ​ດາວິດ (1-​11)

29  ພວກ​ຟີລິດສະຕີນ+ໄດ້​ລວບລວມ​ທະຫານ​ທັງ​ໝົດ​ຢູ່​ເມືອງ​ອາເຟັກ ແລະ​ພວກ​ອິດສະຣາເອນ​ຕັ້ງ​ຄ້າຍ​ຢູ່​ໃກ້​ໆ​ນ້ຳ​ພຸ​ໃນ​ເມືອງ​ເຢດຊະເຣເອນ.+  ພວກ​ເຈົ້າ​ເມືອງ​ຂອງ​ຟີລິດສະຕີນ​ມາ​ພ້ອມ​ກັບ​ພວກ​ທະຫານ​ກອງຮ້ອຍ​ແລະ​ກອງພັນ. ດາວິດ​ກັບ​ພວກ​ທະຫານ​ຂອງ​ລາວ​ແລະ​ອາກີເຊ​ກໍ​ຍົກ​ກອງ​ທັບ​ນຳ​ຫຼັງ​ມາ.+  ແຕ່​ພວກ​ເຈົ້າ​ເມືອງ​ຂອງ​ຟີລິດສະຕີນ​ຖາມ​ວ່າ: “ພວກ​ເຮັບເຣີ​ມາ​ເຮັດ​ຫຍັງ​ຢູ່​ນີ້?” ອາກີເຊ​ຕອບ​ວ່າ: “ນີ້​ແມ່ນ​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ຊາອູນ​ກະສັດ​ອິດສະຣາເອນ ລາວ​ຢູ່​ກັບ​ຂ້ອຍ​ໄດ້​ປີ​ປາຍ​ແລ້ວ.+ ຕັ້ງ​ແຕ່​ລາວ​ໜີ​ມາ​ຢູ່​ນຳ​ຂ້ອຍ ຂ້ອຍ​ບໍ່​ເຄີຍ​ເຫັນ​ລາວ​ເຮັດ​ຫຍັງ​ຜິດ​ຈັກ​ເທື່ອ.”  ແຕ່​ພວກ​ເຈົ້າ​ເມືອງ​ຂອງ​ຟີລິດສະຕີນ​ບໍ່​ພໍ​ໃຈ​ອາກີເຊ​ແລະ​ບອກ​ວ່າ: “ໃຫ້​ລາວ​ກັບ​ເມືອສະ.+ ໃຫ້​ລາວ​ກັບ​ເມືອ​ບ່ອນ​ທີ່​ທ່ານ​ໃຫ້​ລາວ​ຢູ່. ບໍ່​ຕ້ອງ​ໃຫ້​ລາວ​ໄປ​ຕໍ່ສູ້​ນຳ​ພວກ​ເຮົາ ຢ້ານ​ວ່າ​ລາວ​ຈະ​ຫັກ​ຫຼັງ​ແລ້ວ​ມາ​ຕໍ່ສູ້ພວກ​ເຮົາ​ແທນ.+ ຄິດ​ເບິ່ງ​ແມ້ ເຈົ້າ​ນາຍ​ຂອງ​ດາວິດ​ຈະ​ດີ​ໃຈ​ຫຼາຍ​ສ່ຳ​ໃດ ຖ້າ​ລາວ​ເອົາ​ຫົວ​ຂອງ​ທະຫານ​ພວກ​ເຮົາ​ໄປ​ໃຫ້​ເຈົ້າ​ນາຍ​ລາວ.  ແມ່ນ​ດາວິດ​ຜູ້​ນີ້​ຕົ໋ວ​ທີ່​ເຂົາ​ເຈົ້າ​ເຕັ້ນ​ແລະ​ຮ້ອງ​ເພງ​ຍ້ອງຍໍ​ວ່າ ‘ຊາອູນ​ຂ້າ​ສັດຕູ​ໄດ້​ເປັນ​ພັນ​ໆ​ແຕ່ດາວິດ​ຂ້າ​ສັດຕູ​ໄດ້​ເປັນ​ໝື່ນ​ໆ​.’”+  ອາກີເຊ​+ຈຶ່ງ​ເອີ້ນ​ດາວິດ​ມາ​ແລະ​ບອກ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ເຈົ້າ​ເປັນ​ຄົນ​ສັດຊື່​ແລະ​ຂ້ອຍ​ຢາກ​ໃຫ້​ເຈົ້າ​ໄປ​ຕໍ່ສູ້​ນຳ​ພວກ​ເຮົາ+ ເພາະ​ຂ້ອຍ​ບໍ່​ເຄີຍ​ເຫັນ​ເຈົ້າ​ເຮັດ​ຫຍັງ​ຜິດ​ເລີຍ​ຕັ້ງ​ແຕ່​ເຈົ້າ​ມາ​ຢູ່​ນຳ​ຂ້ອຍ.+ ແຕ່​ພວກ​ເຈົ້າ​ເມືອງ​ບໍ່​ເຊື່ອໃຈ​ເຈົ້າ.+  ໃຫ້​ເຈົ້າກັບເມືອ​ກ່ອນ ແລະ​ຢ່າ​ເຮັດ​ໃຫ້​ພວກ​ເຈົ້າ​ເມືອງ​ຂອງ​ຟີລິດສະຕີນ​ໃຈ​ຮ້າຍ.”  ແຕ່​ດາວິດ​ຖາມ​ອາກີເຊ​ວ່າ: “ຂ້ອຍ​ເຮັດ​ຫຍັງ​ຜິດ​ບໍ? ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງຜິດ​ຕົ໋ວຕັ້ງ​ແຕ່​ມື້​ທີ່​ຂ້ອຍ​ມາ​ຢູ່​ນຳ​ທ່ານ. ເປັນ​ຫຍັງ​ຈຶ່ງ​ບໍ່​ໃຫ້​ຂ້ອຍ​ໄປ​ຕໍ່ສູ້​ກັບ​ພວກ​ສັດຕູ​ນຳ​ທ່ານ?”  ອາກີເຊ​ຕອບ​ດາວິດ​ວ່າ: “ຂ້ອຍ​ເຊື່ອ​ວ່າ​ເຈົ້າ​ເປັນ​ຄົນ​ດີ​ຄື​ກັບ​ທູດສະຫວັນຂອງ​ພະເຈົ້າ.+ ແຕ່​ພວກ​ເຈົ້າ​ເມືອງ​ຂອງ​ຟີລິດສະຕີນ​ບອກ​ວ່າ ບໍ່​ໃຫ້​ເຈົ້າ​ໄປ​ຕໍ່ສູ້​ນຳ​ພວກ​ເຮົາ. 10  ມື້​ອື່ນ​ໃຫ້​ເຈົ້າ​ກັບ​ພວກ​ທະຫານ​ຂອງ​ເຈົ້າ​ຕື່ນ​ແຕ່​ເຊົ້າ​ໆ​ ເມື່ອ​ແຈ້ງ​ແລ້ວ​ກໍ​ໃຫ້​ກັບ​ເມືອ.” 11  ດາວິດ​ກັບ​ພວກ​ທະຫານ​ກໍ​ຕື່ນ​ແຕ່​ເຊົ້າ​ແລະ​ກັບ​ເມືອ​ເຂດ​ຂອງ​ຟີລິດສະຕີນ ສ່ວນ​ພວກ​ຟີລິດສະຕີນ​ກໍ​ໄປ​ເມືອງ​ເຢດຊະເຣເອນ.+

ຂໍຄວາມໄຂເງື່ອນ