ຊາມູເອນ​ສະບັບ​ທີ​ໜຶ່ງ 31:1-13

  • ຊາອູນ​ກັບ​ລູກ​ຊາຍ 3 ຄົນ​ຂອງ​ລາວ​ຕາຍ (1-​13)

31  ມີ​ມື້​ໜຶ່ງ​ພວກ​ຟີລິດສະຕີນ​ມາ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ.+ ພວກ​ທະຫານ​ອິດສະຣາ​ເອນ​ຕໍ່​ສູ້​ບໍ່​ໄຫວ​ຈຶ່ງ​ໜີ ແລະ​ມີ​ຫຼາຍ​ຄົນ​ຖືກ​ຂ້າ​ຢູ່​ເທິງ​ພູ​ກິນໂບອາ.+  ພວກ​ທະຫານ​ຟີລິດສະຕີນ​ໄລ່​ທັນ​ຊາອູນ​ກັບ​ພວກ​ລູກ​ຊາຍ ແລ້ວ​ໄດ້​ຂ້າ​ໂຢນາທານ+ ອາບີນາດາບ ແລະ​ມັນກີຊົວ​ທີ່​ເປັນ​ລູກ​ຊາຍ​ຂອງ​ຊາອູນ.+  ເຂົາ​ເຈົ້າ​ຕໍ່ສູ້​ກັບ​ຊາອູນ​ຢ່າງ​ດຸເດືອດ. ເມື່ອ​ພວກ​ທະຫານ​ຍິງ​ທະນູ​ເຫັນ​ຊາອູນ ເຂົາ​ເຈົ້າ​ກໍ​ຍິງ​ທະນູ​ໃສ່​ລາວ​ຈົນ​ເຈັບ​ໜັກ.+  ຊາອູນ​ເວົ້າ​ກັບ​ຜູ້​ທີ່​ຖື​ອາວຸດ​ໃຫ້​ລາວ​ວ່າ: “ເອົາ​ດາບ​ຂອງ​ເຈົ້າ​ມາ​ແທງ​ຂ້ອຍ​ໃຫ້ຕາຍເພື່ອ​ບໍ່​ໃຫ້​ພວກ​ທີ່​ນັບ​ຖື​ພະ​ເຈົ້າ​ປອມ*+​ເຮັດ​ກັບ​ຂ້ອຍ​ແບບໂຫດ​ໆ​ແລ້ວ​ກໍ​ຂ້າ​ຂ້ອຍ.” ແຕ່​ທະຫານ​ຜູ້​ນັ້ນ​ບໍ່​ຍອມ​ເຮັດ​ຍ້ອນ​ຢ້ານ​ຫຼາຍ ຊາອູນ​ຈຶ່ງ​ຖອດ​ດາບ​ຂອງ​ໂຕເອງ​ອອກ​ມາ​ແລ້ວ​ຂ້າ​ໂຕ​ຕາຍ.+  ເມື່ອ​ຜູ້​ຖື​ອາວຸດ​ເຫັນ​ວ່າ​ຊາອູນ​ຕາຍ​ແລ້ວ+ ລາວ​ກໍ​ຖອດ​ດາບ​ອອກ​ມາ​ແລ້ວ​ຂ້າໂຕຕາຍ​ຄື​ກັນ.  ໃນ​ມື້​ນັ້ນ ຊາອູນ ລູກ​ຊາຍ 3 ຄົນ​ຂອງ​ລາວ ຜູ້​ຖື​ອາວຸດ​ໃຫ້​ຊາອູນ​ແລະ​ທະຫານ​ທຸກ​ຄົນ​ຂອງ​ລາວ​ໄດ້​ຕາຍ.+  ເມື່ອ​ພວກ​ອິດສະຣາ​ເອນ​ທີ່​ຢູ່​ແຖວ​ຮ່ອມພູເຢດຊະເຣເອນແລະ​ແຖວ​ແມ່​ນ້ຳ​ຈໍແດນ​ຮູ້​ວ່າ​ທະຫານ​ອິດສະຣາ​ເອນ​ໄດ້​ໜີ​ໄປ ແລະ​ຊາອູນ​ກັບ​ພວກ​ລູກ​ຊາຍ​ກໍ​ຕາຍ​ແລ້ວ ເຂົາ​ເຈົ້າ​ຈຶ່ງ​ປະຖິ້ມ​ເຮືອນ​ຊານ​ແລະ​ກໍ​ໜີ​ໄປ​ຄື​ກັນ+ ແລ້ວ​ພວກ​ຟີລິດສະຕີນ​ກໍ​ເຂົ້າ​ມາ​ຍຶດ​ເອົາ​ເມືອງ​ຂອງ​ເຂົາ​ເຈົ້າ.  ມື້​ຕໍ່ມາ ເມື່ອ​ພວກ​ຟີລິດສະຕີນ​ມາ​ປົດເອົາເຄື່ອງ​ຈາກ​ສົບ​ຄົນ​ຕາຍ ເຂົາ​ເຈົ້າ​ກໍ​ເຫັນ​ວ່າ​ຊາອູນ​ກັບ​ລູກ​ຊາຍ 3 ຄົນ​ຕາຍ​ຢູ່​ເທິງ​ພູ​ກິນໂບອາ.+  ເຂົາ​ເຈົ້າ​ຈຶ່ງ​ຕັດ​ຫົວ​ຊາອູນ ແກ້​ເອົາ​ຊຸດ​ຮົບ​ກັບ​ອາວຸດ​ຂອງ​ລາວ ແລ້ວ​ສົ່ງ​ຂ່າວ​ໄປ​ທົ່ວ​ແຜ່ນດິນ​ຟີລິດສະຕີນ+ແລະ​ໃຫ້​ປະກາດ​ຢູ່​ວິຫານ​ຂອງ​ພະ​ເຈົ້າ​ປອມ​+ເພື່ອ​ໃຫ້​ທຸກ​ຄົນ​ຮູ້. 10  ຈາກ​ນັ້ນ ພວກ​ຟີລິດສະຕີນ​ກໍ​ເອົາ​ຊຸດ​ຮົບ​ກັບ​ອາວຸດ​ຂອງ​ຊາອູນ​ໄປ​ໄວ້​ໃນ​ວິຫານ​ຮູບ​ພະ​ອັດຊະໂຕເຣດ* ແລະ​ເອົາ​ເຊືອກ​ມັດ​ສົບ​ລາວ​ແລ້ວ​ຫ້ອຍ​ໄວ້​ຢູ່​ກຳແພງ​ເມືອງ​ເບັດຊານ.+ 11  ເມື່ອ​ຄົນ​ໃນ​ເມືອງ​ຢາເບັດກິລຽດ​+ໄດ້​ຍິນ​ສິ່ງ​ທີ່​ພວກ​ຟີລິດສະຕີນ​ເຮັດ​ກັບ​ຊາອູນ 12  ພວກ​ທະຫານ​ທຸກ​ຄົນ​ຈາກ​ເມືອງ​ນັ້ນ​ກໍ​ເດີນ​ທາງ​ໝົດ​ຄືນ​ເພື່ອ​ໄປ​ເອົາ​ສົບ​ຊາອູນ​ກັບ​ພວກ​ລູກ​ຊາຍ​ລົງ​ມາ​ຈາກ​ກຳແພງ​ເມືອງ​ເບັດຊານ. ແລ້ວ​ເຂົາ​ເຈົ້າ​ກໍ​ກັບ​ມາ​ເມືອງ​ຢາເບັດ​ແລະ​ເຜົາ​ສົບ​ຢູ່​ຫັ້ນ. 13  ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ເອົາ​ກະດູກ+ຂອງຊາອູນກັບ​ພວກ​ລູກ​ຊາຍ​ໄປ​ຝັງ​ຢູ່​ກ້ອງ​ຕົ້ນ​ທາມາຣິກ*ໃນ​ເມືອງ​ຢາເບັດ+ ແລະ​ພາກັນອົດ​ເຂົ້າ 7 ມື້.

ຂໍຄວາມໄຂເງື່ອນ

ພວກ​ທີ່​ບໍ່​ໄດ້​ຮັບ​ສິນຕັດ
ຕົ້ນແປກຊະນິດໜຶ່ງ