ຊາມູເອນ​ສະບັບ​ທີ​ໜຶ່ງ 4:1-22

  • ພວກ​ຟີລິດສະຕີນ​ເອົາ​ຫີບ​ສັນຍາ​ໄປ (1-​11)

  • ເອລີ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຕາຍ (12-​22)

4  ຊາມູເອນ​ເປັນ​ຜູ້​ສົ່ງ​ຂ່າວ​ຂອງ​ພະເຈົ້າ​ໃຫ້​ພວກ​ອິດສະຣາເອນ. ໃນ​ຕອນ​ນັ້ນ ພວກ​ອິດສະຣາເອນ​ໄດ້ໄປ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ. ເຂົາເຈົ້າ​ຕັ້ງ​ຄ້າຍ​ຢູ່​ເມືອງ​ເອເບັນເອເຊ ສ່ວນ​ພວກ​ຟີລິດສະຕີນ​ຕັ້ງ​ຄ້າຍ​ຢູ່​ເມືອງ​ອາເຟັກ.  ພວກ​ຟີລິດສະຕີນ​ໄດ້​ຍົກ​ກອງ​ທັບ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ. ເຂົາເຈົ້າ​ເປັນ​ຝ່າຍ​ຊະນະ​ແລະ​ຂ້າ​ທະຫານ​ອິດສະຣາເອນ​ຕາຍ​ປະມານ 4.000 ຄົນ.  ເມື່ອ​ພວກທະຫານທີ່​ຍັງ​ເຫຼືອກັບ​ມາ​ຄ້າຍ ພວກຜູ້​ນຳຂອງ​ອິດສະຣາເອນກໍ​ຖາມ​ວ່າ: “ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ພວກ​ຟີລິດສະຕີນ​ຊະນະ​ພວກ​ເຮົາ?+ ໃຫ້​ພວກ​ເຮົາ​ໄປ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ຢູ່​ເມືອງ​ຊີໂລ+ມາ​ນີ້​ເພື່ອ​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ຊະນະ​ສັດຕູ​ໄດ້.”  ເຂົາເຈົ້າ​ຈຶ່ງ​ສົ່ງ​ຄົນ​ໄປ​ເມືອງ​ຊີໂລ​ເພື່ອໄປຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ຜູ້​ນັ່ງ​ຢູ່​ບັນລັງ​ເທິງ*ເຄຣູບ+ມາ​ໄວ້​ຢູ່​ຄ້າຍ. ຕອນ​ທີ່​ຫາມ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ມາ ລູກ​ຊາຍ 2 ຄົນ​ຂອງ​ເອລີ​ເຊິ່ງ​ກໍ​ຄື​ໂຮບນີ​ແລະ​ຟີເນຮາດ+ກໍ​ມາ​ນຳ.  ເມື່ອ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາ​ຮອດ​ຄ້າຍ​ແລ້ວ ພວກ​ອິດສະຣາເອນ​ກໍ​ຮ້ອງ​ສຽງ​ດັງ​ຈົນ​ພື້ນດິນ​ສະເທືອນ.  ເມື່ອ​ພວກ​ຟີລິດສະຕີນ​ໄດ້​ຍິນ​ສຽງ​ຮ້ອງ ເຂົາເຈົ້າ​ກໍ​ເວົ້າ​ວ່າ: “ເປັນ​ຫຍັງ​ພວກ​ເຮັບເຣີ​ຈຶ່ງ​ຮ້ອງ​ສຽງ​ດັງ​ແທ້?” ໃນ​ທີ່​ສຸດ ເຂົາເຈົ້າ​ກໍ​ຮູ້​ວ່າ​ພວກ​ອິດສະຣາເອນ​ໄປ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາ​ໄວ້​ຢູ່​ຄ້າຍ.  ພວກ​ຟີລິດສະຕີນ​ຈຶ່ງ​ຢ້ານ​ແລະ​ເວົ້າ​ວ່າ: “ພະເຈົ້າ​ຢູ່​ກັບ​ພວກ​ນັ້ນ​ແລ້ວ!+ ພວກ​ເຮົາ​ຕ້ອງ​ຕາຍ​ແທ້​ໆ​. ບໍ່​ເຄີຍ​ມີ​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ​ມາ​ກ່ອນ!  ຕາຍຄັກ​ໆ​! ໃຜ​ຈະ​ຊ່ວຍ​ພວກເຮົາໃຫ້​ລອດ​ຈາກ​ພະເຈົ້າ​ຜູ້​ມີລິດເດດອົງ​ນີ້​ໄດ້? ພະເຈົ້າ​ອົງ​ນີ້​ຕົ໋ວທີ່​ໃຊ້​ຫຼາຍ​ວິທີ​ເພື່ອ​ຂ້າ​ພວກ​ເອຢິບ​ໃນ​ບ່ອນ​ກັນດານ!+  ພວກ​ຟີລິດສະຕີນ​ເອີ້ຍ ເຮົາ​ເປັນ​ລູກ​ຜູ້​ຊາຍ​ຕ້ອງ​ກ້າຫານ. ເຮົາ​ຈະ​ບໍ່​ຍອມ​ຮັບ​ໃຊ້​ພວກ​ເຮັບເຣີ ຄື​ກັບ​ທີ່​ພວກ​ມັນ​ເຄີຍ​ຮັບ​ໃຊ້ເຮົາ.+ ລູກ​ຜູ້​ຊາຍ​ຕ້ອງ​ສູ້​ບໍ່​ຖອຍ!” 10  ພວກ​ຟີລິດສະຕີນ​ຕໍ່ສູ້​ຈົນ​ຊະນະ​ພວກ​ອິດສະຣາເອນ+ ແລະ​ພວກ​ອິດສະຣາເອນກໍ​ໜີໄປ​ເຕັ້ນ​ຂອງໂຕເອງ. ມີ​ທະຫານ​ຕາຍ​ຈຳນວນ​ຫຼາຍ ສະເພາະພວກ​ອິດສະຣາເອນຕາຍ​ຮອດ 30.000 ຄົນ. 11  ຮ້າຍແຮງ​ກວ່າ​ນັ້ນ ຫີບ​ສັນຍາ​ຂອງ​ພະເຈົ້າ​ກໍ​ຖືກ​ຍຶດ​ໄປ ແລະ​ລູກ​ຊາຍ 2 ຄົນ​ຂອງ​ເອລີ​ເຊິ່ງ​ກໍ​ຄື​ໂຮບນີ​ແລະ​ຟີເນຮາດ​ກໍ​ຕາຍ​ຄື​ກັນ.+ 12  ໃນ​ມື້​ນັ້ນ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ໃນຕະກູນ​ເບັນຢາມິນແລ່ນໜີຈາກ​ສະ​ໜາມ​ຮົບ​ໄປ​ເມືອງ​ຊີໂລ. ເຄື່ອງນຸ່ງ​ຂອງ​ລາວ​ຂາດ​ແລະ​ລາວ​ມີ​ຂີ້​ດິນ​ຢູ່​ຫົວ.+ 13  ຕອນ​ທີ່​ລາວ​ມາ​ຮອດ ເອລີ​ນັ່ງ​ຖ້າ​ຟັງ​ຂ່າວ​ຢູ່​ແຄມ​ທາງ ຍ້ອນ​ລາວ​ເປັນ​ຫ່ວງ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້.+ ຜູ້​ຊາຍ​ຄົນ​ນັ້ນ​ເຂົ້າ​ໄປ​ໃນ​ເມືອງ​ເພື່ອ​ເລົ່າ​ເລື່ອງ​ທີ່​ເກີດ​ຂຶ້ນ​ໃຫ້​ຄົນ​ໃນ​ເມືອງ​ຟັງ ແລະ​ທຸກ​ຄົນ​ກໍ​ຮ້ອງ​ໄຫ້​ເສຍໃຈ. 14  ເມື່ອ​ເອລີ​ໄດ້​ຍິນ​ສຽງ​ຮ້ອງ​ໄຫ້​ກໍ​ຖາມ​ວ່າ: “ເກີດ​ຫຍັງ​ຂຶ້ນ​ຄື​ສຽງ​ດັງ​ແທ້?” ຜູ້​ຊາຍ​ຄົນ​ນັ້ນ​ກໍ​ຟ້າວ​ເລົ່າ​ໃຫ້​ເອລີ​ຟັງ. 15  (ຕອນ​ນັ້ນ​ເອລີ​ອາຍຸ 98 ປີ​ແລ້ວ ແລະ​ລາວ​ເບິ່ງ​ບໍ່​ເຫັນ​ຮຸ່ງ.)+ 16  ລາວ​ບອກ​ເອລີ​ວ່າ: “ຂ້ອຍ​ຫາ​ກໍ​ໜີ​ມາ​ຈາກ​ສະ​ໜາມ​ຮົບ​ມື້​ນີ້.” ເອລີ​ຈຶ່ງ​ຖາມ​ວ່າ: “ເກີດ​ຫຍັງ​ຂຶ້ນ?” 17  ລາວ​ຕອບ​ວ່າ: “ພວກ​ອິດສະຣາເອນ​ແລ່ນ​ໜີ​ຈາກ​ພວກ​ຟີລິດສະຕີນຍ້ອນ​ສູ້​ບໍ່​ໄດ້ແລະ​ມີ​ຄົນ​ຕາຍບັກຫຼາຍ​ໆ​.+ ລູກ​ຊາຍ 2 ຄົນ​ຂອງ​ເຈົ້າ​ເຊິ່ງ​ກໍ​ຄື​ໂຮບນີ​ແລະ​ຟີເນຮາດ​ກໍ​ຕາຍ​ຄື​ກັນ+ ແລະ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ກໍ​ຖືກ​ພວກ​ຟີລິດສະຕີນ​ຍຶດ​ໄປ​ແລ້ວ.”+ 18  ເມື່ອ​ໄດ້​ຍິນ​ວ່າ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ຖືກ​ຍຶດ​ໄປ ເອລີ​ກໍ​ຫງາຍ​ຫຼັງ​ຕົກ​ຈາກ​ຕັ່ງ​ທີ່​ລາວ​ນັ່ງ​ຢູ່​ຂ້າງ​ປະຕູເມືອງແລະ​ຄໍ​ຫັກ​ຕາຍ ຍ້ອນ​ວ່າ​ລາວ​ຕຸ້ຍ​ແລະ​ເຖົ້າ​ຫຼາຍ. ເອລີ​ຮັບ​ໃຊ້​ເປັນ​ຜູ້ຕັດສິນ​ຂອງ​ອິດສະຣາເອນ 40 ປີ. 19  ລູກໃພ້​ຂອງ​ເອລີ​ທີ່​ເປັນ​ເມຍ​ຂອງ​ຟີເນຮາດ​ຖື​ພາ​ໃກ້​ຊິ​ເກີດ​ລູກ. ເມື່ອ​ລາວ​ໄດ້​ຍິນ​ຂ່າວ​ວ່າ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ຖືກ​ຍຶດ​ໄປ ແລະ​ຊ້ຳ​ບໍ່​ໜຳ​ພໍ່​ປູ່​ກັບ​ຜົວ​ກໍ​ຕາຍ ລາວ​ຈຶ່ງ​ເຈັບ​ທ້ອງ​ແຮງ​ຈົນ​ຂົດ​ຢູ່​ແລະ​ເກີດ​ລູກ​ກະທັນຫັນ. 20  ຕອນ​ທີ່​ລາວ​ໃກ້​ຊິ​ຕາຍ ພວກ​ຜູ້​ຍິງ​ທີ່​ຢືນ​ຢູ່​ທາງ​ຂ້າງ​ບອກ​ລາວ​ວ່າ: “ບໍ່​ຕ້ອງ​ຢ້ານ​ເດີ້ ເຈົ້າ​ໄດ້​ລູກ​ຊາຍ.” ແຕ່​ລາວ​ກໍ​ບໍ່​ຕອບ​ແລະ​ບໍ່​ເວົ້າ​ຫຍັງຈັກຄຳ. 21  ລາວ​ຕັ້ງ​ຊື່​ໃຫ້​ລູກ​ວ່າອີຄາບົດ*+ ແລະ​ເວົ້າ​ວ່າ: “ເຂົາເຈົ້າ​ເອົາ​ສະຫງ່າ​ລາສີ​ຂອງ​ອິດສະຣາເອນ​ໄປ​ແລ້ວ.”+ ລາວ​ເວົ້າ​ຈັ່ງ​ຊັ້ນ​ກໍ​ຍ້ອນ​ວ່າ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ຖືກ​ຍຶດ​ໄປ​ແລ້ວ​ແລະ​ຍ້ອນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ພໍ່​ປູ່​ແລະ​ຜົວ​ຂອງ​ລາວ.+ 22  ລາວ​ເວົ້າ​ວ່າ: “ເຂົາເຈົ້າ​ເອົາ​ສະຫງ່າ​ລາສີ​ຂອງ​ອິດສະຣາເອນ​ໄປ​ແລ້ວ ຍ້ອນ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ຖືກ​ຍຶດ​ໄປ​ແລ້ວ.”+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ລະຫວ່າງ”
ແປ​ວ່າ “ສະຫງ່າ​ລາສີ​ຢູ່​ໃສ?”