ຊາມູເອນ​ສະບັບ​ທີ​ໜຶ່ງ 6:1-21

  • ພວກ​ຟີລິດສະຕີນ​ສົ່ງ​ຫີບ​ສັນຍາ​ກັບ​ໄປ​ອິດສະຣາເອນ (1-​21)

6  ຫີບ​ສັນຍາ+ຂອງ​ພະ​ເຢໂຫວາ​ຢູ່​ໃນ​ເຂດ​ຂອງ​ຟີລິດສະຕີນ 7 ເດືອນ.  ພວກ​ຟີລິດສະຕີນ​ເອີ້ນ​ພວກ​ປະໂລຫິດ​ແລະ​ພວກ​ໝໍ​ມໍ​+ມາ​ຖາມ​ວ່າ: “ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ? ບອກ​ພວກ​ເຮົາ​ໄດ້​ບໍ​ວ່າ​ຈະ​ສົ່ງ​ຫີບ​ນີ້​ກັບ​ໄປ​ໄວ້​ບ່ອນ​ເກົ່າ​ແນວ​ໃດ?”  ເຂົາ​ເຈົ້າ​ຕອບ​ວ່າ: “ຖ້າ​ພວກ​ເຈົ້າ​ຈະ​ສົ່ງ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ກັບ​ໄປ ພວກເຈົ້າ​ຕ້ອງ​ສົ່ງ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ໄປ​ນຳ.+ ຖ້າ​ບໍ່​ເຮັດ​ແບບ​ນີ້​ພວກ​ເຈົ້າ​ຈະ​ບໍ່​ເຊົາ​ພະຍາດ​ທີ່​ເປັນ​ຢູ່. ແລ້ວ​ພວກ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເປັນ​ຫຍັງ​ເພິ່ນ​ຍັງລົງໂທດພວກ​ເຈົ້າ​ຢູ່.”  ພວກ​ຟີລິດສະຕີນ​ຈຶ່ງ​ຖາມ​ອີກ​ວ່າ: “ເຮົາ​ຄວນ​ຈະ​ສົ່ງ​ຫຍັງ​ໄປ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ?” ພວກ​ປະໂລຫິດ​ແລະ​ພວກ​ໝໍ​ມໍຕອບ​ວ່າ: “ໃຫ້​ເອົາ​ຄຳ​ເຮັດ​ເປັນ​ຮູບລິດສີດວງ 5 ອັນແລະ​ຮູບໜູ 5 ໂຕ​ຕາມ​ຈຳນວນ​ພວກ​ເຈົ້າ​ເມືອງ​ຂອງ​ຟີລິດສະຕີນ+ແລ້ວ​ສົ່ງ​ໄປ ຍ້ອນ​ພວກ​ເຈົ້າ​ທຸກ​ຄົນ​ກັບ​ພວກ​ເຈົ້າ​ເມືອງ​ເປັນ​ພະຍາດ​ດຽວ​ກັນ.  ພວກ​ເຈົ້າ​ຕ້ອງ​ເຮັດ​ຮູບ​ລິດສີດວງ​ແລະ​ຮູບ​ໜູ​+ທີ່​ທຳລາຍ​ແຜ່ນດິນ​ຂອງ​ພວກ​ເຈົ້າ ແລະ​ຕ້ອງ​ຍົກຍ້ອງ​ພະເຈົ້າ​ຂອງ​ອິດສະຣາເອນ. ຖ້າ​ເຮັດ​ແບບ​ນີ້​ເພິ່ນ​ອາດ​ຈະ​ເຊົາລົງໂທດພວກ​ເຈົ້າ ພະເຈົ້າ​ຂອງ​ພວກ​ເຈົ້າ​ແລະ​ແຜ່ນດິນ​ຂອງ​ພວກ​ເຈົ້າ.+  ຢ່າ​ໃຫ້​ໃຈ​ຂອງ​ພວກ​ເຈົ້າ​ແຂງ​ກະດ້າງ+ຄື​ກັບ​ຟາໂຣ*ຫຼື​ພວກ​ເອຢິບ​ທີ່​ຖືກ​ພະເຈົ້າຂອງ​ອິດສະຣາເອນລົງໂທດຢ່າງ​ໜັກ+ຈົນ​ຕ້ອງ​ປ່ອຍ​ພວກ​ອິດສະຣາເອນ​ໄປ.+  ໃຫ້​ພວກ​ເຈົ້າ​ກຽມ​ກວຽນ​ໃໝ່​ຄັນ​ໜຶ່ງ​ກັບ​ແມ່​ງົວ​ຄູ່​ໜຶ່ງ​ທີ່​ບໍ່​ເຄີຍ​ໃສ່​ແອກ​ຈັກ​ເທື່ອ. ຈາກນັ້ນ​ກໍ​ເອົາ​ແມ່​ງົວ​ຄູ່​ນັ້ນ​ໄປ​ມັດ​ໃສ່​ກວຽນ ແຕ່​ໃຫ້​ເອົາ​ລູກ​ຂອງ​ພວກ​ມັນ​ໄປ​ຂັງ​ໄວ້​ໃນ​ຄອກ.  ແລ້ວ​ໃຫ້​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ໄປ​ວາງ​ໄວ້​ເທິງ​ກວຽນ ແລະ​ເອົາຮູບຄຳ​ທັງ​ໝົດ​ທີ່​ພວກ​ເຈົ້າ​ຈະ​ສົ່ງ​ໄປ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ໃສ່​ໃນ​ກ່ອງ​ແລ້ວ​ວາງ​ໄວ້ທາງຂ້າງ​ຫີບ.+ ຈາກ​ນັ້ນ​ກໍ​ປ່ອຍ​ງົວ​ໄປ  ແລະ​ໃຫ້​ເບິ່ງ​ວ່າ​ຖ້າ​ງົວ​ລາກ​ກວຽນ​ຂຶ້ນ​ໄປ​ທາງ​ເມືອງ​ເບັດເຊເມັດ+ເຊິ່ງ​ເປັນ​ບ່ອນ​ທີ່​ຫີບ​ນັ້ນ​ເຄີຍ​ຢູ່ ກໍ​ສະແດງ​ວ່າ​ພະເຈົ້າຂອງ​ອິດສະຣາເອນ​ເປັນ​ຜູ້​ເຮັດ​ໃຫ້​ເລື່ອງ​ຮ້າຍແຮງ​ນີ້​ເກີດ​ຂຶ້ນ​ກັບ​ພວກ​ເຮົາ. ແຕ່​ຖ້າ​ງົວ​ບໍ່​ໄປ​ທາງ​ນັ້ນ ເຮົາ​ກໍ​ຈະ​ຮູ້​ວ່າ​ເພິ່ນ​ບໍ່​ໄດ້ລົງໂທດພວກ​ເຮົາ ແຕ່​ມັນ​ເກີດ​ຂຶ້ນ​ໂດຍ​ບັງເອີນ.” 10  ເຂົາ​ເຈົ້າໄດ້​ເຮັດ​ຕາມ​ນັ້ນ. ເຂົາ​ເຈົ້າ​ເອົາ​ແມ່​ງົວ​ຄູ່​ໜຶ່ງ​ມາ​ມັດ​ໃສ່​ກວຽນ ແລະ​ເອົາ​ລູກ​ຂອງ​ພວກ​ມັນ​ໄປ​ຂັງ​ໄວ້​ໃນ​ຄອກ. 11  ແລ້ວ​ເຂົາ​ເຈົ້າ​ກໍ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ໃສ່​ເທິງ​ກວຽນ ແລະ​ເອົາ​ກ່ອງ​ທີ່​ໃສ່​ຮູບ​ລິດສີດວງ​ຄຳ​ກັບ​ຮູບ​ໜູຄຳ​ມາ​ວາງ​ໃສ່​ນຳ. 12  ແມ່​ງົວຄູ່​ນັ້ນ​ຍ່າງ​ຊື່​ໄປ​ທາງ​ເມືອງ​ເບັດເຊເມັດ​+ຕາມ​ທາງ​ເສັ້ນ​ດຽວ​ແລະ​ທັງ​ຮ້ອງ​ໄປ​ນຳ. ພວກ​ມັນ​ບໍ່​ລ້ຽວ​ຊ້າຍ​ບໍ່​ລ້ຽວ​ຂວາ. ພວກ​ເຈົ້າ​ເມືອງ​ຂອງ​ຟີລິດສະຕີນ​ຍ່າງ​ນຳ​ຫຼັງ​ແມ່​ງົວ​ໄປ​ຈົນ​ຮອດ​ເຂດ​ແດນ​ເມືອງ​ເບັດເຊເມັດ. 13  ຄົນ​ຢູ່​ເມືອງ​ເບັດເຊເມັດ​ກຳລັງ​ກ່ຽວເຂົ້າວີດ*ຢູ່​ທົ່ງພຽງ. ເມື່ອ​ເຂົາ​ເຈົ້າ​ເງີຍ​ໜ້າ​ຂຶ້ນ​ກໍ​ເຫັນ​ຫີບ​ສັນຍາ​ແລະ​ພາກັນ​ດີ​ໃຈ​ຫຼາຍ. 14  ແມ່​ງົວໄດ້ລາກ​ກວຽນ​ນັ້ນ​ເຂົ້າ​ໄປໃນດິນຂອງ​ໂຢຊວຍ​ຄົນ​ເບັດເຊເມັດ​ແລະ​ຢຸດ​ຢູ່​ໃກ້​ໂງ່ນ​ຫີນ​ໃຫຍ່​ກ້ອນ​ໜຶ່ງ. ຄົນ​ໃນ​ເມືອງ​ນັ້ນ​ຈຶ່ງມ້າງກວຽນ​ອອກ​ແລ້ວ​ເອົາ​ໄມ້​ໄປ​ເຮັດ​ຟືນ ແລະ​ເອົາ​ແມ່​ງົວ+ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. 15  ພວກເລວີ​+ຍົກ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ກັບ​ກ່ອງ​ທີ່​ໃສ່​ຮູບ​ລິດສີດວງ​ຄຳ​ກັບ​ຮູບ​ໜູຄຳລົງ​ຈາກ​ກວຽນ ແລ້ວ​ວາງ​ໄວ້​ເທິງ​ໂງ່ນ​ຫີນ​ໃຫຍ່. ມື້​ນັ້ນ​ຄົນ​ໃນ​ເມືອງ​ເບັດເຊເມັດ+ໄດ້ເອົາ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງບູຊາທີ່​ເປັນ​ສັດ​ເຜົາ​ໃຫ້​ພະ​ເຢໂຫວາ. 16  ເມື່ອ​ພວກ​ເຈົ້າ​ເມືອງ 5 ຄົນ​ຂອງ​ຟີລິດສະຕີນ​ເຫັນ​ແບບ​ນີ້ ເຂົາ​ເຈົ້າ​ກໍ​ກັບ​ໄປ​ເມືອງ​ເອັກໂຣນ​ໃນ​ມື້​ນັ້ນ. 17  ພວກ​ຟີລິດສະຕີນ​ໄດ້​ສົ່ງ​ຮູບ​ລິດສີດວງ​ຄຳ 5 ອັນ​ໄປ​ໃຫ້​ພະ​ເຢໂຫວາ+ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ສຳລັບ​ເມືອງ​ຕໍ່​ໄປ​ນີ້: ອັນ​ໜຶ່ງ​ຂອງເມືອງ​ອາຊະໂດດ+ ອັນ​ໜຶ່ງ​ຂອງ​ເມືອງ​ຄາຊາ ອັນ​ໜຶ່ງ​ຂອງ​ເມືອງ​ອາຊະກາໂລນ ອັນ​ໜຶ່ງ​ຂອງ​ເມືອງ​ກັດ+ ແລະ​ອີກ​ອັນ​ໜຶ່ງ​ຂອງ​ເມືອງ​ເອັກໂຣນ.+ 18  ຮູບ​ໜູຄຳກໍ​ມີ​ຈຳນວນ​ເທົ່າ​ກັບ​ເມືອງ​ທັງ​ໝົດ​ໃນ​ຟີລິດສະຕີນ​ທີ່​ເປັນ​ຂອງ​ເຈົ້າ​ເມືອງ 5 ຄົນ ເຊິ່ງ​ລວມ​ເຖິງ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ແລະບ້ານ​ຕ່າງ​ໆ​ທີ່​ຢູ່​ເຂດ​ບ້ານ​ນອກ. ສ່ວນ​ໂງ່ນ​ຫີນ​ໃຫຍ່​ທີ່​ຢູ່​ດິນ​ຂອງ​ໂຢຊວຍ​ຄົນ​ເບັດເຊເມັດ​ທີ່​ເຂົາ​ເຈົ້າ​ເອົາ​ຫີບສັນຍາ​ຂອງ​ພະ​ເຢໂຫວາ​ໄປ​ວາງ​ໄວ້​ນັ້ນ​ຍັງ​ມີ​ຢູ່ຈົນ​ຮອດ​ທຸກ​ມື້​ນີ້. 19  ແຕ່​ພະເຈົ້າ​ລົງໂທດ​ຄົນ​ໃນ​ເມືອງ​ເບັດເຊເມັດ ຍ້ອນ​ເຂົາ​ເຈົ້າເບິ່ງ*ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ. ເພິ່ນ​ຂ້າ​ຄົນ​ໃນ​ເມືອງ​ນັ້ນ 50.070 ຄົນ. ປະຊາຊົນ​ພາກັນ​ໂສກເສົ້າ​ເສຍໃຈ ຍ້ອນ​ພະ​ເຢໂຫວາ​ໄດ້​ຂ້າ​ຄົນ​ຈຳນວນ​ຫຼາຍ.+ 20  ຄົນ​ໃນ​ເມືອງ​ເບັດເຊເມັດ​ຈຶ່ງ​ເວົ້າ​ວ່າ: “ໃຜ​ຈະ​ເຂົ້າ​ໄປໃກ້ພະ​ເຢໂຫວາ​ພະເຈົ້າ​ອົງ​ບໍລິສຸດ+ອົງ​ນີ້​ໄດ້? ເພິ່ນ​ຈະ​ໄປ​ຫາໃຜອີກ​ຕໍ່​ຈາກ​ພວກ​ເຮົາ?”+ 21  ແລ້ວ​ເຂົາ​ເຈົ້າ​ກໍ​ສົ່ງ​ຄົນ​ໄປ​ບອກ​ພວກ​ກີຣິອາດເຢອາຣີມ+ວ່າ: “ພວກ​ຟີລິດສະຕີນ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາ​ສົ່ງ​ຄືນ​ແລ້ວ. ໃຫ້​ພວກ​ເຈົ້າ​ລົງ​ມາ​ເອົາ​ຫີບ​ເດີ້.”+

ຂໍຄວາມໄຂເງື່ອນ

ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ
ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
ນັ້ນ​ແມ່ນ​ການ​ບໍ່​ເຮັດ​ຕາມ​ຄຳສັ່ງ​ຂອງ​ພະເຈົ້າ. ເບິ່ງ ຈຊບ 4:6, 20.