ຊາມູເອນ​ສະບັບ​ທີ​ໜຶ່ງ 7:1-17

  • ຫີບ​ສັນຍາ​ຢູ່​ກີຣິອາດເຢອາຣີມ (1)

  • ຊາມູເອນ​ບອກ​ວ່າ: “ຮັບ​ໃຊ້​ພະ​ເຢໂຫວາ​ຜູ້​ດຽວ” (2-​6)

  • ພວກ​ອິດສະຣາເອນ​ຊະນະ​ຢູ່​ເມືອງ​ມິດຊະປາ (7-​14)

  • ຊາມູເອນ​ໄດ້​ເປັນ​ຜູ້ຕັດສິນ​ຂອງ​ພວກ​ອິດສະຣາເອນ (15-​17)

7  ພວກ​ກີຣິອາດເຢອາຣີມ​ຈຶ່ງ​ລົງ​ມາ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ໄປ​ໄວ້​ເຮືອນຂອງ​ອາບີນາດາບ+ທີ່​ຢູ່​ເທິງ​ໂນນ​ພູ ແລະ​ເຂົາ​ເຈົ້າ​ໃຫ້​ເອເລອາຊາ​ລູກ​ຊາຍ​ຂອງ​ອາບີນາດາບ​ເຝົ້າ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ.  ເວລາ​ຜ່ານ​ໄປ 20 ປີ ນັບ​ຕັ້ງ​ແຕ່​ມື້​ທີ່​ຫີບ​ສັນຍາ​ມາ​ຮອດ​ເມືອງ​ກີຣິອາດເຢອາຣີມ ພວກ​ອິດສະຣາເອນ​ທຸກ​ຄົນ​ເລີ່ມ​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ.+  ຊາມູເອນ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ຖ້າ​ພວກ​ເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ​ດ້ວຍ​ຄວາມ​ເຕັມໃຈ+ ຖິ້ມ​ຮູບພະຂອງ​ຄົນ​ຕ່າງ​ຊາດ+ແລະ​ຮູບ​ພະ​ອັດຊະໂຕເຣດ*+ທີ່​ຢູ່​ນຳພວກ​ເຈົ້າ ແລະ​ຮັບ​ໃຊ້​ພະ​ເຢໂຫວາ​ຜູ້​ດຽວ​ດ້ວຍ​ສຸດຫົວໃຈ+ ເພິ່ນ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ພວກ​ຟີລິດສະຕີນ.”+  ດັ່ງນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ທຳລາຍ​ຮູບ​ພະ​ບາອານ​ກັບ​ຮູບ​ພະ​ອັດຊະໂຕເຣດ​ແລະ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ.+  ແລ້ວ​ຊາມູເອນ​ກໍ​ບອກ​ວ່າ: “ໃຫ້​ພວກ​ອິດສະຣາເອນ​ທຸກ​ຄົນ​ໄປ​ເມືອງ​ມິດຊະປາ+ ແລະ​ຂ້ອຍ​ຈະ​ອະທິດຖານ​ຫາ​ພະ​ເຢໂຫວາ​ເພື່ອ​ພວກ​ເຈົ້າ.”+  ເຂົາ​ເຈົ້າ​ຈຶ່ງ​ໄປ​ເມືອງ​ມິດຊະປາ​ແລະ​ໄດ້​ຕັກ​ນ້ຳ​ມາ​ຖອກ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ໃນ​ມື້​ນັ້ນ​ເຂົາ​ເຈົ້າ​ໄດ້​ອົດ​ເຂົ້າ.+ ເຂົາ​ເຈົ້າ​ເວົ້າ​ວ່າ: “ພວກ​ເຮົາ​ໄດ້​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ.”+ ຊາມູເອນ​ເລີ່ມ​ເປັນ​ຜູ້ຕັດສິນ+ຂອງ​ພວກ​ອິດສະຣາເອນ​ຢູ່​ເມືອງ​ມິດຊະປາ.  ເມື່ອ​ພວກ​ຟີລິດສະຕີນ​ຮູ້​ວ່າ​ພວກ​ອິດສະຣາເອນ​ໄປ​ລວມ​ກັນ​ຢູ່​ເມືອງ​ມິດຊະປາ ພວກ​ເຈົ້າ​ເມືອງ​ຂອງ​ຟີລິດສະຕີນ​+ຈຶ່ງ​ຂຶ້ນ​ໄປ​ຕໍ່ສູ້​ພວກ​ອິດສະຣາເອນ. ເມື່ອ​ພວກ​ອິດສະຣາເອນ​ໄດ້​ຍິນ​ເລື່ອງ​ນີ້ ເຂົາ​ເຈົ້າ​ກໍ​ຢ້ານ​ພວກ​ຟີລິດສະຕີນ.  ພວກ​ອິດສະຣາເອນ​ຈຶ່ງ​ບອກ​ຊາມູເອນ​ວ່າ: “ຢ່າ​ເຊົາອ້ອນວອນພະ​ເຢໂຫວາສຳລັບ​ພວກ​ເຮົາ​ເພື່ອຊ່ວຍ​ພວກ​ເຮົາ+ໃຫ້​ລອດ​ຈາກ​ພວກ​ຟີລິດສະຕີນ.”  ​ຊາມູເອນ​ໄດ້​ເອົາ​ແກະ​ນ້ອຍ​ເປັນ​ໂຕໄປ​ເຜົາ​ເປັນ​ເຄື່ອງ​ບູຊາ​+ໃຫ້​ພະ​ເຢໂຫວາ. ຈາກ​ນັ້ນ ຊາມູເອນ​ກໍ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ພວກ​ອິດສະຣາເອນ ແລະ​ພະ​ເຢໂຫວາ​ຕອບ​ຄຳ​ອ້ອນວອນ​ຂອງ​ລາວ.+ 10  ຕອນ​ທີ່​ຊາມູເອນ​ກຳລັງ​ເຜົາ​ເຄື່ອງ​ບູຊາ ພວກ​ຟີລິດສະຕີນ​ໄດ້​ຍົກ​ກອງ​ທັບ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ. ໃນມື້ນັ້ນ ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ມີ​ຟ້າ​ຮ້ອງ​ສຽງ​ດັງ​ໆ​.+ ພວກ​ຟີລິດສະຕີນ​ຢ້ານ​ຫຼາຍ​ຈົນ​ບໍ່​ຮູ້​ແນວ​ຊິ​ເຮັດ+ ພວກ​ອິດສະຣາເອນ​ຈຶ່ງ​ຕໍ່ສູ້​ຊະນະ​ເຂົາເຈົ້າ. 11  ພວກ​ອິດສະຣາເອນ​ກໍ​ອອກ​ຈາກ​ເມືອງ​ມິດຊະປາ ແລະ​ໄລ່​ຂ້າ​ພວກ​ຟີລິດສະຕີນ​ໄປ​ຈົນ​ຮອດ​ທາງ​ໃຕ້​ຂອງ​ເມືອງ​ເບັດຄາ. 12  ຊາມູເອນ​ໄດ້​ເອົາ​ຫີນ​ກ້ອນ​ໜຶ່ງ​+ໄປ​ວາງ​ໄວ້​ລະຫວ່າງ​ເມືອງ​ມິດຊະປາ​ແລະ​ເມືອງ​ເຢຊານາ ແລະ​ຕັ້ງ​ຊື່​ບ່ອນ​ນັ້ນ​ວ່າ​ເອເບັນເອເຊ* ແລ້ວ​ລາວ​ກໍ​ເວົ້າ​ວ່າ: “ພະ​ເຢໂຫວາ​ຊ່ວຍ​ພວກ​ເຮົາ​ຈົນ​ຮອດ​ຕອນ​ນີ້.”+ 13  ຍ້ອນ​ແນວ​ນັ້ນ​ພວກ​ຟີລິດສະຕີນ​ຈຶ່ງ​ບໍ່​ຊະນະ ແລະ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ເຂົ້າ​ມາ​ໃນ​ເຂດ​ຂອງ​ພວກ​ອິດສະຣາເອນ​ອີກ​ເລີຍ.+ ຕອນ​ທີ່​ຊາມູເອນ​ມີ​ຊີວິດ​ຢູ່ ພະ​ເຢໂຫວາ​ບໍ່​ຍອມ​ໃຫ້​ພວກ​ຟີລິດສະຕີນ​ມາໂຈມຕີອິດສະຣາເອນ.+ 14  ນອກ​ຈາກ​ນັ້ນ ເມືອງ​ຕ່າງ​ໆ​ທີ່​ພວກ​ຟີລິດສະຕີນ​ໄດ້​ຍຶດ​ໄປ ເຂົາ​ເຈົ້າ​ກໍ​ສົ່ງ​ຄືນ​ໃຫ້​ພວກ​ອິດສະຣາເອນຕັ້ງ​ແຕ່​ເມືອງ​ເອັກໂຣນ​ຈົນ​ຮອດ​ເມືອງ​ກັດ. ພວກ​ອິດສະຣາເອນ​ຈຶ່ງ​ໄດ້​ເຂດ​ຂອງ​ໂຕ​ເອງ​ຄືນ​ມາ​ຈາກ​ພວກ​ຟີລິດສະຕີນ ແລະ​ຍັງ​ມີ​ຄວາມ​ສະຫງົບ​ສຸກ​ລະຫວ່າງ​ພວກ​ອິດສະຣາເອນ​ກັບ​ພວກ​ອາໂມ​ນຳ​ອີກ.+ 15  ຊາມູເອນໄດ້​ເປັນ​ຜູ້ຕັດສິນຂອງ​ພວກ​ອິດສະຣາເອນ​ຕະຫຼອດ​ຊີວິດ​ຂອງ​ລາວ.+ 16  ໃນ​ແຕ່ລະປີ ລາວ​ໄດ້​ໄປ​ເມືອງ​ເບເທນ+ ເມືອງ​ກິນການ+ ແລະ​ເມືອງ​ມິດຊະປາ+ເພື່ອ​ຕັດສິນ​ຄະດີ​ຂອງ​ພວກ​ອິດສະຣາເອນ. 17  ແຕ່​ລາວ​ຈະ​ກັບ​ໄປ​ເມືອງ​ຣາມາ+ ເພາະ​ເຮືອນ​ຂອງ​ລາວ​ຢູ່​ຫັ້ນ. ຢູ່​ເມືອງ​ຣາມາ ລາວ​ຍັງ​ໄດ້​ຕັດສິນ​ຄະດີ​ຂອງ​ພວກ​ອິດສະຣາເອນ. ລາວ​ໄດ້​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ເຢໂຫວາ​ຢູ່​ຫັ້ນ.+

ຂໍຄວາມໄຂເງື່ອນ

ແປ​ວ່າ “ຫີນ​ແຫ່ງ​ການ​ຊ່ວຍເຫຼືອ”