ຈົດໝາຍສະບັບທຳອິດເຖິງຕີໂມທຽວ 4:1-16

  • ຄຳ​ເຕືອນ​ເລື່ອງ​ຄຳສອນ​ຂອງ​ພວກ​ປີສາດ (1-5)

  • ການ​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂອງ​ພະຄລິດ (6-10)

    • ການ​ຝຶກ​ຝົນ​ຮ່າງກາຍ​ກັບ​ການ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ (8)

  • ເອົາ​ໃສ່​ໃຈ​ໃນ​ການ​ສອນ (11-16)

4  ພະລັງ​ຂອງ​ພະເຈົ້າ​ບອກ​ຢ່າງ​ຊັດເຈນ​ວ່າ ໃນ​ອະນາຄົດ​ຈະ​ມີ​ບາງ​ຄົນ​ຖິ້ມ​ຄວາມ​ເຊື່ອ​ຍ້ອນ​ປ່ຽນ​ໄປ​ສົນໃຈ​ຄຳເວົ້າ​ຫຼອກລວງ​ທີ່​ເບິ່ງ​ຄື​ວ່າ​ມາ​ຈາກ​ພະເຈົ້າ+ ແລະ​ໄປ​ສົນໃຈ​ຄຳສອນ​ຂອງ​ພວກປີສາດ.  ເຂົາເຈົ້າ​ຟັງ​ຄຳ​ຕົວະ​ຂອງ​ຄົນ​ຫຼອກລວງ+ ເຊິ່ງ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຄົນ​ເຫຼົ່າ​ນັ້ນ​ດ້ານ​ຄື​ກັບ​ຜິວ​ໜັງ​ທີ່​ຖືກ​ເຫຼັກ​ຮ້ອນ​ໆ​ດາດ​ຈົນ​ຕາຍ​ດ້ານ.  ພວກ​ຄົນ​ຫຼອກລວງ​ຫ້າມ​ບໍ່​ໃຫ້​ແຕ່ງດອງ+ ຫ້າມ​ບໍ່​ໃຫ້​ກິນ​ຂອງກິນ​ບາງ​ຢ່າງ+​ທີ່​ພະເຈົ້າ​ສ້າງ​ໄວ້​ໃຫ້​ຄົນ​ເຮົາ​ກິນ+ ເຊິ່ງ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ແລະ​ຮູ້ຈັກ​ຄວາມ​ຈິງ​ຢ່າງ​ຖືກຕ້ອງ​ຈະ​ກິນ​ດ້ວຍ​ຄວາມ​ຂອບໃຈ.+  ທຸກ​ສິ່ງ​ທີ່​ພະເຈົ້າ​ສ້າງ​ໄວ້​ດີ​ໝົດ+ ບໍ່​ມີ​ສິ່ງ​ໃດ​ທີ່​ຫ້າມ​ບໍ່​ໃຫ້​ກິນ+ ຖ້າ​ກິນ​ດ້ວຍ​ຄວາມ​ຂອບໃຈ  ຍ້ອນ​ຖ້ອຍຄຳ​ຂອງ​ພະເຈົ້າ​ແລະ​ຄຳ​ອະທິດຖານ​ເຮັດ​ໃຫ້​ສິ່ງ​ນັ້ນ​ບໍລິສຸດ​ແລ້ວ.  ເມື່ອ​ເຈົ້າ​ແນະນຳ​ພີ່ນ້ອງ​ກ່ຽວກັບ​ເລື່ອງ​ເຫຼົ່າ​ນີ້ ເຈົ້າ​ກໍ​ຈະ​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂອງ​ພະຄລິດ​ເຢຊູ ເປັນ​ຄົນ​ທີ່​ລ້ຽງ​ຈິດໃຈ​ດ້ວຍ​ຖ້ອຍຄຳ​ກ່ຽວກັບ​ຄວາມ​ເຊື່ອ​ແລະ​ດ້ວຍ​ຄຳສອນ​ທີ່​ດີ​ທີ່​ເຈົ້າ​ເຮັດ​ຕາມ​ສະເໝີ.+  ຢ່າ​ສົນໃຈ​ເລື່ອງ​ຕົວະ​ທີ່​ຂັດ​ກັບ​ຄວາມ​ຄິດ​ຂອງ​ພະເຈົ້າ+​ທີ່​ຜູ້​ຍິງ​ສູງ​ອາຍຸ​ມັກ​ເລົ່າ ແຕ່​ໃຫ້​ຝຶກຝົນ​ໂຕເອງ​ເພື່ອ​ຈະ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ.  ການ​ຝຶກຝົນ​ຮ່າງກາຍ​ມີ​ປະໂຫຍດ​ແຕ່​ໜ້ອຍ​ດຽວ ແຕ່​ການ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ​ມີ​ປະໂຫຍດ​ທຸກ​ດ້ານ ຍ້ອນ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ພອນ​ໃນ​ຊີວິດ​ທັງ​ປັດຈຸບັນ​ແລະ​ອະນາຄົດ.+  ຖ້ອຍຄຳ​ນັ້ນ​ເປັນ​ຄວາມ​ຈິງ​ແລະ​ຄວນ​ຍອມຮັບ​ເອົາ. 10  ພວກ​ເຮົາ​ທຸ່ມເທ​ເຮັດ​ວຽກ​ໜັກ+​ກໍ​ຍ້ອນ​ຝາກ​ຄວາມ​ຫວັງ​ໄວ້​ກັບ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່. ເພິ່ນ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ+​ຂອງ​ຄົນ​ທຸກ​ປະເພດ+​ໂດຍ​ສະເພາະ​ຄົນ​ທີ່​ສັດຊື່. 11  ໃຫ້​ເຈົ້າ​ບອກ​ແລະ​ສອນ​ພີ່ນ້ອງ​ໃນ​ເລື່ອງ​ເຫຼົ່າ​ນີ້​ຢູ່​ສະເໝີ. 12  ຢ່າ​ໃຫ້​ຜູ້​ໃດ​ດູຖູກ​ເຈົ້າ​ຍ້ອນ​ເຫັນ​ວ່າ​ເຈົ້າຍັງ​ໜຸ່ມ. ແຕ່​ໃຫ້ຄຳເວົ້າ ການ​ປະພຶດ ຄວາມ​ຮັກ ຄວາມ​ເຊື່ອ ແລະ​ຄວາມ​ບໍລິສຸດ​ຂອງ​ເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ຄົນ​ທີ່​ສັດຊື່. 13  ໃຫ້​ເຈົ້າ​ເອົາໃຈໃສ່​ໃນ​ການ​ອ່ານ​ໃຫ້​ຄົນ​ອື່ນ​ຟັງ+ ການ​ໃຫ້​ຄຳ​ແນະນຳ* ແລະ​ການ​ສອນ​ຈົນ​ກວ່າ​ຂ້ອຍ​ຈະ​ໄປ​ຫາ. 14  ຢ່າ​ຖິ້ມ​ຄວາມ​ສາມາດ*​ທີ່​ເຈົ້າ​ໄດ້​ຮັບ​ຕອນ​ທີ່​ຄະນະ​ຜູ້​ເບິ່ງແຍງ​ວາງ​ມື​ເທິງ​ເຈົ້າ​ຕາມ​ຄຳ​ພະຍາກອນ​ກ່ຽວກັບ​ເຈົ້າ.+ 15  ໃຫ້​ເຈົ້າ​ຄິດ​ຕຶກຕອງ​ແລະ​ທຸ່ມເທ​ກັບ​ເລື່ອງ​ເຫຼົ່າ​ນີ້ ເພື່ອ​ຄົນ​ອື່ນ​ຈະ​ເຫັນ​ຄວາມ​ກ້າວໜ້າ​ຂອງ​ເຈົ້າ​ຫຼາຍ​ຂຶ້ນ. 16  ໃຫ້​ເອົາໃຈໃສ່​ໂຕ​ເຈົ້າ​ແລະ​ການ​ສອນ​ຂອງ​ເຈົ້າ​ໃຫ້​ດີ.+ ໃຫ້​ຕັ້ງໃຈ​ເຮັດ​ສິ່ງ​ເຫຼົ່າ​ນີ້​ສະເໝີ ຍ້ອນ​ວ່າ​ຖ້າ​ເຮັດ​ແບບ​ນັ້ນ ເຈົ້າ​ຈະ​ຊ່ວຍ​ທັງ​ໂຕເອງ​ແລະ​ຄົນ​ທີ່​ຟັງ​ເຈົ້າ​ໃຫ້​ລອດ​ໄດ້.+

ຂໍຄວາມໄຂເງື່ອນ

ຫຼື “ການ​ໃຫ້​ກຳລັງ​ໃຈ”
ແປ​ຕາມ​ໂຕ​ວ່າ “ຂອງຂວັນ”