ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງເທຊະໂລນິກ 3:1-13

  • ໂປໂລ​ລໍ​ຖ້າ​ຢູ່​ເມືອງ​ອາແຖນ​ດ້ວຍ​ຄວາມ​ກັງວົນ (1-5)

  • ຕີໂມທຽວ​ກັບ​ມາ​ບອກ​ຂ່າວດີ (6-10)

  • ຄຳ​ອະທິດຖານ​ເພື່ອ​ພີ່ນ້ອງ​ຄົນ​ເທຊະໂລນິກ (11-13)

3  ເມື່ອ​ພວກ​ເຮົາ​ລໍ​ຖ້າ​ຟັງ​ຂ່າວ​ຂອງ​ພວກ​ເຈົ້າ​ຕໍ່​ໄປ​ບໍ່​ໄຫວ ພວກ​ເຮົາ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ຢູ່ເມືອງ​ອາແຖນ+  ແລະ​ສົ່ງ​ຕີໂມທຽວ+​ພີ່​ນ້ອງ​ຂອງ​ພວກ​ເຮົາ​ໄປ​ຫາ​ພວກ​ເຈົ້າ. ລາວ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ*​ທີ່​ປະກາດ​ຂ່າວດີ​ເລື່ອງ​ພະຄລິດ. ລາວ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ມີ​ກຳລັງ​ໃຈ ເພື່ອ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ໝັ້ນຄົງ  ແລະ​ບໍ່​ຫວັ່ນໄຫວ​ເມື່ອ​ເຈິ​ຄວາມ​ຍາກ​ລຳບາກ. ພວກ​ເຈົ້າ​ກໍ​ຮູ້​ວ່າ​ສິ່ງ​ເຫຼົ່າ​ນີ້​ຈະ​ຕ້ອງ​ເກີດຂຶ້ນ​ກັບ​ພວກ​ເຮົາ.+  ຕອນ​ທີ່​ພວກ​ເຮົາ​ຢູ່​ກັບ​ພວກ​ເຈົ້າ ພວກ​ເຮົາ​ເຄີຍ​ບອກ​ວ່າ​ພວກ​ເຮົາ​ຈະ​ຕ້ອງ​ເຈິ​ຄວາມທຸກ​ລຳບາກ ແລ້ວ​ກໍ​ເປັນ​ແນວ​ນັ້ນ​ແທ້​ໆ​ແບບ​ທີ່​ພວກ​ເຈົ້າ​ຮູ້.+  ດັ່ງນັ້ນ ເມື່ອ​ຂ້ອຍ​ລໍ​ຖ້າ​ຕໍ່​ໄປ​ບໍ່​ໄຫວ ຂ້ອຍ​ຈຶ່ງ​ສົ່ງ​ຕີໂມທຽວ​ໄປ​ເພື່ອ​ຈະ​ຮູ້​ວ່າ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ເປັນ​ແນວ​ໃດ+ ຍ້ອນ​ຢ້ານ​ວ່າ​ມານຮ້າຍ+​ຈະ​ລໍ້ລວງ​ພວກ​ເຈົ້າ ແລ້ວ​ວຽກ​ທີ່​ພວກ​ເຮົາ​ທຸ່ມເທ​ເຮັດ​ຈະ​ເສຍ​ແຮງ​ໄປ​ລ້າ​ໆ​.  ແຕ່​ຕີໂມທຽວ​ຫາກໍ​ກັບ​ມາ+​ບອກ​ຂ່າວດີ​ກ່ຽວກັບ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ຂອງ​ພວກ​ເຈົ້າ. ລາວ​ບອກ​ວ່າ​ພວກ​ເຈົ້າ​ຍັງ​ຄິດ​ຮອດ​ພວກ​ເຮົາ​ສະເໝີ​ແລະ​ຢາກ​ເຈິ​ພວກ​ເຮົາ​ຄື​ກັບ​ທີ່​ພວກ​ເຮົາ​ຢາກ​ເຈິ​ພວກ​ເຈົ້າ.  ພີ່​ນ້ອງ​ເອີ້ຍ ເມື່ອ​ຮູ້​ວ່າ​ພວກ​ເຈົ້າ​ຮັກສາ​ຄວາມ​ເຊື່ອ​ໄວ້ ພວກ​ເຮົາ​ກໍ​ໄດ້​ກຳລັງ​ໃຈ​ໃນ​ຕອນ​ທີ່​ຕ້ອງ​ອົດທົນ​ກັບ​ຄວາມ​ທຸກ​ແລະ​ເຈິ​ກັບ​ຄວາມ​ຍາກ​ລຳບາກ.+  ພວກ​ເຮົາ​ມີ​ກຳລັງ​ຫຼາຍ ເມື່ອ​ຮູ້​ວ່າ​ພວກ​ເຈົ້າ​ຍັງ​ຢືນຢັດ​ຢູ່​ຝ່າຍ​ຜູ້​ເປັນ​ນາຍ.  ພວກ​ເຮົາ​ບໍ່​ຮູ້​ຊິ​ຂອບໃຈ​ພະເຈົ້າ​ແນວ​ໃດ ຍ້ອນ​ພວກ​ເຈົ້າ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ. 10  ພວກ​ເຮົາ​ອະທິດຖານ​ອ້ອນວອນ​ຫຼາຍ​ເປັນ​ພິເສດ​ທັງ​ເວັນ​ທັງ​ຄືນ ເພື່ອ​ຈະ​ໄດ້​ເຈິ​ພວກ​ເຈົ້າ​ແລະ​ຕື່ມ​ສິ່ງ​ທີ່​ພວກ​ເຈົ້າ​ຍັງ​ຂາດ​ຢູ່ ເພື່ອ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ຈະ​ໝັ້ນຄົງ​ຂຶ້ນ.+ 11  ຂໍ​ໃຫ້​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ​ແລະ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາເປີດ​ໂອກາດໃຫ້​ພວກ​ເຮົາ​ໄດ້​ໄປ​ຫາ​ພວກ​ເຈົ້າ. 12  ຂໍ​ໃຫ້​ຜູ້​ເປັນ​ນາຍ​ຊ່ວຍ​ພວກ​ເຈົ້າ​ໃຫ້​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ​ຕໍ່​ກັນ​ແລະ​ຕໍ່​ທຸກ​ຄົນ​ຈົນ​ສຸດ​ຫົວໃຈ​ຄື​ກັບ​ທີ່​ພວກ​ເຮົາ​ຮັກ​ພວກ​ເຈົ້າ.+ 13  ເມື່ອ​ເປັນ​ແນວ​ນັ້ນ ພະ​ເຢຊູ​ຈະ​ເຮັດ​ໃຫ້​ໃຈ​ພວກ​ເຈົ້າ​ໝັ້ນຄົງ​ແລະ​ບໍລິສຸດ​ບໍ່​ມີ​ບ່ອນ​ຕິ​ຕໍ່​ໜ້າ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ+ ຕອນ​ທີ່​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ກັບ​ມາ*+​ພ້ອມ​ກັບ​ຜູ້​ບໍລິສຸດ​ທຸກ​ຄົນ​ຂອງ​ເພິ່ນ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ໝູ່​ທີ່​ເຮັດ​ວຽກ​ຮ່ວມ​ກັບ​ພະເຈົ້າ”
ເບິ່ງ​ຄຳ​ວ່າ “ການ​ມາ” ໃນ​ສ່ວນ​ອະທິບາຍ​ຄຳສັບ