ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ 9:1-27

  • ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ (1-27)

    • “ຢ່າ​ເອົາ​ແນວ​ສຸບ​ມາ​ສຸບ​ໃສ່​ປາກ​ງົວ” (9)

    • ‘ຖ້າ​ບໍ່​ປະກາດ ຂ້ອຍ​ຈະ​ມີ​ໂທດ!’ (16)

    • ປັບ​ໂຕ​ເປັນ​ຄົນ​ທຸກ​ປະເພດ (19-23)

    • ຄວບຄຸມ​ໂຕເອງ​ໃນ​ການ​ແລ່ນ​ແຂ່ງ​ເພື່ອ​ຊີວິດ (24-27)

9  ຂ້ອຍ​ມີ​ອິດສະຫຼະ​ຈະ​ເຮັດ​ຫຍັງ​ກໍ​ໄດ້​ບໍ່​ແມ່ນ​ບໍ? ຂ້ອຍ​ເປັນ​ອັກຄະ​ສາວົກ*​ບໍ່​ແມ່ນ​ບໍ? ຂ້ອຍ​ໄດ້​ເຫັນ​ພະ​ເຢຊູ​ຜູ້​ເປັນ​ນາຍ​ບໍ່​ແມ່ນ​ບໍ?+ ພວກ​ເຈົ້າ​ເປັນ​ຜົນ​ງານ​ຂອງ​ຂ້ອຍ​ຈາກ​ການ​ຮັບໃຊ້​ຜູ້​ເປັນ​ນາຍ​ບໍ່​ແມ່ນ​ບໍ?  ເຖິງ​ວ່າ​ສຳລັບ​ຄົນອື່ນ ຂ້ອຍ​ບໍ່​ໄດ້​ເປັນ​ອັກຄະ​ສາວົກ ແຕ່​ສຳລັບ​ພວກ​ເຈົ້າ ຂ້ອຍ​ເປັນ​ອັກຄະ​ສາວົກ​ແນ່ນອນ. ພວກ​ເຈົ້າ​ເປັນ​ຫຼັກຖານ​ຢືນຢັນ​ວ່າ​ຂ້ອຍ​ເປັນ​ອັກຄະ​ສາວົກ​ຂອງ​ຜູ້​ເປັນ​ນາຍ.  ສຳລັບ​ຄົນ​ທີ່​ມັກ​ຈັບ​ຜິດ​ຂ້ອຍ ຂ້ອຍ​ຂໍ​ບອກ​ວ່າ  ພວກ​ເຮົາ​ມີ​ສິດ​ກິນ​ແລະ​ດື່ມ​ຫຍັງ​ກໍ​ໄດ້​ບໍ່​ແມ່ນ​ບໍ?  ພວກ​ເຮົາ​ມີ​ສິດ​ພາ​ເມຍ​ທີ່​ມີ​ຄວາມ​ເຊື່ອ​ໄປ​ນຳ​ບໍ່​ແມ່ນ​ບໍ?+ ຄື​ກັບ​ທີ່​ອັກຄະ​ສາວົກ​ຄົນ​ອື່ນ​ໆ​ຫຼື​ພວກ​ນ້ອງຊາຍ​ຂອງ​ຜູ້​ເປັນ​ນາຍ+​ແລະ​ເກຟາ*​ເຮັດ.+  ມີ​ແຕ່​ບາຣະນາບາ+​ກັບ​ຂ້ອຍ​ເທົ່າ​ນັ້ນ​ບໍ​ທີ່​ຕ້ອງ​ເຮັດ​ວຽກ​ເພື່ອ​ຫາ​ລ້ຽງ​ໂຕເອງ?  ມີ​ທະຫານ​ຄົນ​ໃດ​ບໍ​ທີ່​ຕ້ອງ​ອອກ​ຄ່າ​ໃຊ້​ຈ່າຍ​ເອງ​ເພື່ອ​ໄປ​ສູ້ຮົບ? ມີ​ຜູ້​ໃດ​ແດ່​ທີ່​ເຮັດສວນ​ໝາກ​ລະແຊັງ​ແລ້ວ​ຈະ​ບໍ່​ກິນ​ໝາກ​ລະແຊັງຈາກ​ສວນ​ນັ້ນ?+ ມີ​ຜູ້​ໃດ​ບໍ​ທີ່​ລ້ຽງ​ແກະ​ແລ້ວ​ຈະ​ບໍ່​ກິນ​ນ້ຳ​ນົມ​ຂອງ​ແກະ​ໃນ​ຝູງ​ນັ້ນ?  ຂ້ອຍ​ບໍ່​ໄດ້​ເວົ້າ​ເລື່ອງ​ນີ້​ຕາມ​ຄວາມ​ຄິດ​ຂອງ​ມະນຸດ​ເທົ່າ​ນັ້ນ ແຕ່​ກົດໝາຍ​ຂອງ​ໂມເຊ​ກໍ​ບອກ​ເລື່ອງ​ນີ້​ໄວ້​ຄື​ກັນ​ບໍ່​ແມ່ນ​ບໍ?  ກົດໝາຍ​ນັ້ນ​ສັ່ງ​ໄວ້​ວ່າ: “ຢ່າ​ເອົາ​ແນວ​ສຸບ​ມາ​ສຸບ​ໃສ່​ປາກ​ງົວ​ຕອນທີ່​ມັນ​ຢຽບ​ເຂົ້າ​ຢູ່.”*+ ພະເຈົ້າ​ເປັນ​ຫ່ວງ​ງົວ​ບໍ? 10  ຫຼື​ເພິ່ນ​ສັ່ງ​ເລື່ອງ​ນັ້ນ​ໄວ້​ເພື່ອ​ພວກ​ເຮົາ? ທີ່ຈິງ​ແລ້ວ ໂມເຊ​ຂຽນ​ໄວ້​ແບບ​ນັ້ນ​ກໍ​ເພື່ອ​ພວກ​ເຮົາ ຍ້ອນ​ຄົນ​ທີ່​ໄຖ​ນາ​ແລະ​ຄົນ​ທີ່​ຟາດ​ເຂົ້າ​ກໍ​ຫວັງ​ວ່າ​ຈະ​ໄດ້​ສ່ວນ​ແບ່ງ​ຂອງ​ໂຕເອງ. 11  ໃນ​ເມື່ອ​ພວກ​ເຮົາ​ໃຫ້​ສິ່ງ​ທີ່​ມາ​ຈາກ​ພະເຈົ້າ​ກັບ​ພວກ​ເຈົ້າ ຄື​ຊິ​ບໍ່​ຜິດ​ແມ່ນ​ບໍ​ຖ້າ​ພວກ​ເຮົາ​ຊິ​ຮັບ​ສິ່ງ​ຂອງ​ທີ່​ຈຳເປັນ​ຈາກ​ພວກ​ເຈົ້າ​ແດ່?+ 12  ຖ້າ​ຄົນອື່ນ​ມີ​ສິດ​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ພວກ​ເຈົ້າ ພວກ​ເຮົາ​ກໍ​ແຮ່ງ​ມີ​ສິດ​ຫຼາຍ​ກວ່າ​ນັ້ນ​ອີກ​ບໍ່​ແມ່ນ​ບໍ? ແຕ່​ພວກ​ເຮົາ​ກໍ​ບໍ່​ເຄີຍ​ໃຊ້​ສິດ​ນັ້ນ.+ ພວກ​ເຮົາ​ຍອມ​ອົດທົນ​ທຸກ​ຢ່າງ​ເພື່ອ​ພວກ​ເຮົາ​ຈະ​ບໍ່​ເຮັດ​ຫຍັງ​ທີ່​ເປັນ​ອຸປະສັກ​ຂັດຂວາງ​ຂ່າວດີ​ເລື່ອງ​ພະຄລິດ.+ 13  ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄົນ​ທີ່​ເຮັດ​ວຽກ​ສັກສິດ​ໃນ​ວິຫານ​ກໍ​ໄດ້​ກິນ​ອາຫານ​ຈາກ​ວິຫານ ແລະ​ຄົນ​ທີ່​ຮັບໃຊ້​ຢູ່​ແທ່ນບູຊາ​ກໍ​ໄດ້​ສ່ວນ​ແບ່ງ​ຈາກ​ແທ່ນ​ບູຊາ?+ 14  ຍ້ອນ​ແນວ​ນີ້ ຜູ້​ເປັນ​ນາຍ​ຈຶ່ງ​ບອກ​ໃຫ້​ຄົນ​ທີ່​ປະກາດ​ຂ່າວດີ​ລ້ຽງ​ຊີວິດ​ດ້ວຍ​ຂ່າວດີ​ນັ້ນ.+ 15  ແຕ່​ຂ້ອຍ​ບໍ່​ເຄີຍ​ໃຊ້​ສິດ​ເຫຼົ່ານີ້​ເລີຍ​ແມ່ນ​ແຕ່​ຢ່າງ​ດຽວ+ ແລະ​ຂ້ອຍ​ກໍ​ບໍ່​ໄດ້​ຂຽນ​ເລື່ອງ​ນີ້​ເພື່ອ​ຈະ​ຂໍ​ຫຍັງ​ຈາກ​ພວກ​ເຈົ້າ. ຂ້ອຍ​ຍອມ​ຕາຍ​ດີ​ກວ່າ​ທີ່​ຈະ​ໃຫ້​ຜູ້​ໃດ​ມາ​ເອົາ​ຄວາມ​ພູມໃຈ​ນີ້​ໄປ​ຈາກ​ຂ້ອຍ.+ 16  ຂ້ອຍ​ປະກາດ​ຂ່າວດີ​ຢູ່​ນີ້ ຂ້ອຍ​ບໍ່​ມີ​ຫຍັງ​ຈະ​ອວດ​ໄດ້ ຍ້ອນ​ຂ້ອຍ​ຈຳເປັນ​ຕ້ອງ​ປະກາດ. ຖ້າ​ບໍ່​ປະກາດ​ຂ່າວດີ ຂ້ອຍ​ຈະ​ມີ​ໂທດ​ແທ້​ໆ​!+ 17  ຖ້າ​ຂ້ອຍ​ເຕັມໃຈ​ປະກາດ ຂ້ອຍ​ກໍ​ໄດ້​ຮັບ​ລາງວັນ ແຕ່​ເຖິງ​ຂ້ອຍ​ຈະ​ບໍ່​ເຕັມໃຈ ຂ້ອຍ​ກໍ​ຍັງ​ຕ້ອງ​ເຮັດ​ຍ້ອນ​ເປັນ​ໜ້າທີ່​ທີ່​ຂ້ອຍ​ໄດ້​ຮັບ​ມອບໝາຍ.+ 18  ແລ້ວ​ຂ້ອຍ​ໄດ້​ລາງວັນ​ຫຍັງ? ລາງວັນ​ຂອງ​ຂ້ອຍ​ແມ່ນ ການ​ໄດ້​ປະກາດ​ຂ່າວດີ​ໂດຍ​ບໍ່​ຫວັງ​ສິ່ງ​ຕອບແທນ ເພື່ອ​ຂ້ອຍ​ຈະ​ບໍ່​ໃຊ້​ອຳນາດ​ແບບ​ຜິດ​ໆ​ໃນ​ການ​ປະກາດ​ຂ່າວດີ. 19  ເຖິງ​ວ່າ​ຂ້ອຍ​ຈະ​ບໍ່​ແມ່ນ​ທາດ​ຂອງ​ຜູ້​ໃດ ແຕ່​ຂ້ອຍ​ກໍ​ຍອມ​ເປັນ​ທາດ​ຂອງ​ທຸກ​ຄົນ​ເພື່ອ​ຈະ​ໄດ້​ຄົນ​ເຂົ້າ​ມາ​ໃຫ້​ຫຼາຍ​ທີ່ສຸດ. 20  ເມື່ອ​ເຈິ​ຄົນ​ຢິວ ຂ້ອຍ​ກໍ​ເປັນ​ຄື​ກັບ​ຄົນ​ຢິວ​ເພື່ອ​ຈະ​ໄດ້​ຄົນ​ຢິວ​ເຂົ້າ​ມາ.+ ເມື່ອ​ເຈິ​ຄົນ​ທີ່​ຢູ່ໃຕ້​ກົດໝາຍ​ຂອງ​ໂມເຊ ຂ້ອຍ​ກໍ​ເປັນ​ຄື​ກັບ​ຄົນ​ທີ່​ຢູ່​ໃຕ້​ກົດໝາຍ​ນັ້ນ ທັງ​ໆ​ທີ່​ຂ້ອຍ​ບໍ່​ຢູ່​ໃຕ້​ກົດໝາຍ​ນັ້ນ. ຂ້ອຍ​ເຮັດ​ແບບ​ນັ້ນ​ເພື່ອ​ຈະ​ໄດ້​ຄົນ​ທີ່​ຢູ່​ໃຕ້​ກົດໝາຍ​ຂອງ​ໂມເຊ​ເຂົ້າ​ມາ.+ 21  ເມື່ອ​ເຈິ​ຄົນ​ທີ່​ບໍ່​ຢູ່​ໃຕ້​ກົດໝາຍ​ຂອງ​ໂມເຊ ຂ້ອຍ​ກໍ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ຢູ່​ໃຕ້​ກົດໝາຍ​ນັ້ນ​ຄື​ກັນ. ແຕ່​ຂ້ອຍ​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ​ແລະ​ຢູ່​ໃຕ້​ກົດໝາຍ​ຂອງ​ພະຄລິດ.+ ຂ້ອຍ​ເຮັດ​ແບບ​ນັ້ນ​ເພື່ອ​ຈະ​ໄດ້​ຄົນ​ທີ່​ບໍ່​ນັບຖື​ກົດໝາຍ​ຂອງ​ໂມເຊ​ເຂົ້າ​ມາ. 22  ເມື່ອ​ເຈິ​ຄົນ​ທີ່​ມີ​ຄວາມເຊື່ອ​ບໍ່​ເຂັ້ມແຂງ ຂ້ອຍ​ກໍ​ເປັນ​ຄື​ກັບ​ຄົນ​ທີ່​ມີ​ຄວາມເຊື່ອ​ບໍ່​ເຂັ້ມແຂງ​ເພື່ອ​ຈະ​ໄດ້​ຄົນ​ທີ່​ມີ​ຄວາມ​ເຊື່ອ​ບໍ່​ເຂັ້ມແຂງ​ເຂົ້າ​ມາ.+ ຂ້ອຍ​ຍອມ​ປັບ​ໂຕ​ເປັນ​ຄົນ​ທຸກ​ປະເພດ​ເພື່ອ​ຈະ​ຊ່ວຍ​ບາງຄົນ​ໃຫ້​ລອດ​ໄດ້ ບໍ່​ວ່າ​ຈະ​ດ້ວຍ​ວິທີ​ໃດ​ກໍ​ຕາມ. 23  ຂ້ອຍ​ເຮັດ​ທຸກ​ຢ່າງ​ເພື່ອ​ຂ່າວດີ ເພື່ອ​ຂ້ອຍ​ຈະ​ໄດ້​ປະກາດ​ຂ່າວດີ​ກັບ​ຄົນ​ອື່ນ​ໆ​.+ 24  ພວກ​ເຈົ້າ​ບໍ່​ຮູ້​ບໍ​ວ່າ​ນັກ​ແລ່ນ​ທຸກ​ຄົນ​ແລ່ນ​ໃນ​ການ​ແຂ່ງ​ຂັນ ແຕ່​ມີ​ແຕ່​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ໄດ້​ລາງວັນ? ໃຫ້​ພວກ​ເຈົ້າ​ແລ່ນ​ເພື່ອ​ຈະ​ເອົາ​ລາງວັນ​ໃຫ້​ໄດ້.+ 25  ນັກ​ກິລາ​ທຸກ​ຄົນ​ຕ້ອງ​ຄວບຄຸມ​ໂຕເອງ​ໃນ​ທຸກ​ໆ​ເລື່ອງ. ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ກໍ​ເພື່ອ​ຈະ​ໄດ້​ມົງກຸດ​ໃບ​ໄມ້​ທີ່​ຈະ​ເປື່ອຍ​ຖິ້ມ​ໄປ​ຊື່​ໆ​+ ແຕ່​ພວກ​ເຮົາ​ຈະ​ໄດ້​ມົງກຸດ​ທີ່​ບໍ່​ມີ​ມື້​ເປື່ອຍ​ຖິ້ມ​ເລີຍ.+ 26  ຍ້ອນ​ແນວ​ນີ້ ການ​ທີ່​ຂ້ອຍ​ກຳລັງ​ແລ່ນ​ຢູ່ ຂ້ອຍ​ບໍ່​ໄດ້​ແລ່ນ​ແບບ​ບໍ່​ມີ​ຈຸດ​ໝາຍ+ ແລະ​ການ​ທີ່​ຂ້ອຍ​ຊົກ​ຢູ່ ຂ້ອຍ​ບໍ່​ໄດ້​ຊົກ​ລົມ. 27  ແຕ່​ຂ້ອຍ​ຝຶກ​ຝົນ*​ຮ່າງກາຍ​ຢ່າງ​ໜັກ+​ຈົນ​ຄວບຄຸມ​ໄດ້​ຄື​ກັບ​ຄວບຄຸມ​ທາດ ຍ້ອນ​ວ່າ​ຖ້າ​ຂ້ອຍ​ປະກາດ​ຂ່າວດີ​ກັບ​ຄົນ​ອື່ນ​ແລ້ວ​ໆ​ ພະເຈົ້າ​ຈະ​ບໍ່​ປະຕິເສດ​ຂ້ອຍ.*

ຂໍຄວາມໄຂເງື່ອນ

ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”
ນີ້​ແມ່ນ​ອີກ​ຊື່​ໜຶ່ງ​ຂອງ​ເປໂຕ
ໝາຍເຖິງ​ການ​ໃຊ້​ງົວ​ລາກ​ໄມ້​ແປ້ນ​ເພື່ອ​ເຮັດ​ໃຫ້​ເມັດ​ເຂົ້າ​ຫຼົ່ນ​ອອກ​ຈາກ​ຮວງ
ຫຼື “ຕີ”
ຫຼື “ຕັດ​ສິດ​ຂ້ອຍ”