ຈົດໝາຍສະບັບທຳອິດຂອງໂຢຮັນ 1:1-10

  • ຖ້ອຍຄຳ​ທີ່​ໃຫ້​ຊີວິດ (1-4)

  • ຍ່າງ​ຢູ່​ໃນ​ຄວາມ​ສະຫວ່າງ (5-7)

  • ຕ້ອງ​ສາລະພາບ​ຄວາມ​ຜິດ (8-10)

1  ພວກ​ເຮົາ​ຂຽນ​ຫາ​ພວກ​ເຈົ້າ​ເລື່ອງ​ຜູ້​ນັ້ນ​ທີ່​ຢູ່​ຕັ້ງແຕ່​ຕອນ​ທຳອິດ. ພວກ​ເຮົາ​ໄດ້​ຍິນ​ເພິ່ນ ໄດ້​ເຫັນ​ເພິ່ນ​ດ້ວຍ​ຕາ​ໂຕເອງ ໄດ້​ເບິ່ງ​ສິ່ງ​ທີ່​ເພິ່ນ​ເຮັດ ແລະ​ໄດ້​ສຳຜັດ​ເພິ່ນ​ກັບ​ມື. ເພິ່ນ​ມີ​ຖ້ອຍຄຳ​ທີ່​ໃຫ້​ຊີວິດ.+  (ພວກ​ເຮົາ​ໄດ້​ຮູ້​ຈັກ​ແລະ​ເຂົ້າໃຈ​ເລື່ອງ​ຊີວິດ​ຕະຫຼອດ​ໄປ+​ທີ່​ມາ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່ ແລະ​ພວກ​ເຮົາ​ກຳລັງ​ປະກາດ+​ເລື່ອງ​ນີ້​ໃຫ້​ພວກ​ເຈົ້າ​ຮູ້.)  ພວກ​ເຮົາ​ໄດ້​ບອກ​ສິ່ງ​ທີ່​ພວກ​ເຮົາ​ເຫັນ​ແລະ​ໄດ້​ຍິນ​ກ່ຽວກັບ​ຜູ້​ນັ້ນ​ໃຫ້​ພວກ​ເຈົ້າ​ຮູ້+ ເພື່ອ​ພວກ​ເຈົ້າ​ຈະ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພວກ​ເຮົາ​ຄື​ກັບ​ທີ່​ພວກ​ເຮົາ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພະເຈົ້າ​ຜູ້​ເປັນ​ພໍ່​ແລະ​ພະ​ເຢຊູ​ຄລິດ​ທີ່​ເປັນ​ລູກ​ຂອງ​ເພິ່ນ.+  ພວກ​ເຮົາ​ຂຽນ​ເລື່ອງ​ນີ້​ເພື່ອ​ພວກ​ເຮົາ​ທຸກ​ຄົນ​ຈະ​ມີ​ຄວາມ​ສຸກ​ຢ່າງ​ເຕັມທີ.  ເລື່ອງ​ທີ່​ພວກ​ເຮົາ​ໄດ້​ຍິນ​ຈາກ​ພະຄລິດ​ແລະ​ກຳລັງ​ບອກ​ພວກ​ເຈົ້າ​ໃຫ້​ຮູ້​ແມ່ນ ພະເຈົ້າ​ເປັນ​ຄວາມ​ສະຫວ່າງ+​ແລະ​ບໍ່​ມີ​ຄວາມ​ມືດ​ໃນ​ເພິ່ນ​ເລີຍ.  ຖ້າ​ພວກ​ເຮົາ​ບອກ​ວ່າ “ພວກ​ເຮົາ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ເພິ່ນ” ແຕ່​ຍັງ​ຍ່າງ​ຢູ່​ໃນ​ຄວາມ​ມືດ ພວກ​ເຮົາ​ກໍ​ເວົ້າ​ຕົວະ​ແລະ​ບໍ່​ໄດ້​ເຮັດ​ຕາມ​ຄວາມຈິງ.+  ແຕ່​ຖ້າ​ພວກ​ເຮົາ​ຍ່າງ​ຢູ່​ໃນ​ຄວາມ​ສະຫວ່າງ​ຄື​ກັບ​ທີ່​ເພິ່ນ​ຢູ່​ໃນ​ຄວາມ​ສະຫວ່າງ ພວກ​ເຮົາ​ທຸກ​ຄົນ​ກໍ​ເປັນ​ອັນໜຶ່ງ​ອັນດຽວ​ກັນ ແລະ​ເລືອດ​ຂອງ​ພະ​ເຢຊູ​ລູກ​ຂອງ​ເພິ່ນ​ຈະ​ລົບລ້າງ​ບາບ​ທັງໝົດ​ຂອງ​ພວກ​ເຮົາ.+  ຖ້າ​ພວກ​ເຮົາ​ບອກ​ວ່າ “ພວກ​ເຮົາ​ບໍ່​ມີ​ບາບ” ພວກ​ເຮົາ​ກໍ​ຕົວະ​ໂຕເອງ+​ແລະ​ບໍ່​ໄດ້​ເຊື່ອ​ຄວາມຈິງ.  ຖ້າ​ພວກ​ເຮົາ​ສາລະພາບ​ຄວາມ​ຜິດ ພະເຈົ້າ​ຈະ​ຍົກໂທດ​ໃຫ້​ພວກ​ເຮົາ​ແລະ​ລົບລ້າງ​ຄວາມ​ຊົ່ວ​ທັງໝົດ​ທີ່​ພວກ​ເຮົາ​ເຄີຍ​ເຮັດ​ຍ້ອນ​ເພິ່ນ​ສັດຊື່​ແລະ​ຍຸຕິທຳ.+ 10  ຖ້າ​ພວກ​ເຮົາ​ເວົ້າ​ວ່າ “ພວກ​ເຮົາ​ບໍ່​ໄດ້​ເຮັດ​ຜິດ” ກໍ​ສ່ຳ​ກັບ​ພວກ​ເຮົາ​ກ່າວຫາ​ວ່າ​ພະເຈົ້າ​ເວົ້າ​ຕົວະ ແລະ​ພວກ​ເຮົາບໍ່​ເຊື່ອ​ຄຳ​ເວົ້າ​ຂອງ​ເພິ່ນ.

ຂໍຄວາມໄຂເງື່ອນ